ການມອບຮັບເຄື່ອງຄອມພິວເຕີຊຸດໃໝ່
| ເຫດການທີ່ຜ່ານມາ |

ໃນວັນທີ 30/9/2010, ໂຄງການຄົ້ນຄວ້າ ເຂດພູດອຍ ແລະພັດທະນາຄວາມສາມາດ ໄດ້ຈັດພິທີມອບ-ຮັບເຄື່ອງຄອມພິວເຕີໃຫ້ແກ່ສູນຄົ້ນຄວ້າການລ້ຽງສັດ ຈຳນວນ ສອງເຄື່ອງ ແລະສູນຄົ້ນຄວ້າການປະມົງ ຈຳນວນໜື່ງເຄື່ອງ, ໃຫ້ກຽດມອບໂດຍທ່ານ ດຣ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະປ່າໄມ້ແຫ່ງຊາດ. ຊຶ່ງກ່ອນໜ້ານີ້ ສອງສູນດັ່ງກ່າວມີເຄື່ອງຄອມພິວເຕີທີ່ຈຳກັດແລະໄດ້ຖືກນຳໃຊ້ ມາຫຼາຍປີແລ້ວແລະຂອ້ນຂ້າງທີ່ຢູ່ໃນສະພາບທີ່ເປແພ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ແລະການເກັບກຳຂໍ້ມູນຕ່າງໆບໍ່ມີຄວາມສະດວກ ໃນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ. ສະນັ້ນໂຄງການຄົ້ນຄວ້າເຂດພູດອຍ ແລະພັດທະນາຄວາມສາມາດຈື່ງໄດ້ຄົ້ນຄວ້າ ແລະຈັດຊື້ເຄື່ອງຄອມພິວເຕີໃຫ້ໃໝ່ແກ່ທັງສອງສູນເພື່ອເຮັດໃຫ້ການປະຕິບັດວຽກງານຂອງນັກຄົ້ນຄວ້ານັກວິຊາການ ສາມາດປະຕິບັດວຽກງານໃຫ້ມີຄວາມສະດວກແລະວ່ງອໄວຂຶ້ນກວ່າເກົ່າ.
| < ຖອຍຫຼັງ | ຕໍ່ໄປ > |
|---|
ແກ້ໄຂລ່າສຸດ (ມື້ສຸກທີ່ 01 ຕຸລາ 2010 ເວລາ 13: 47)


The Lao Agriculture Database focuses on Lao agriculture and natural resource information. It includes research reports, policy documents, extension and reference material. It currently has more than 2,000 records and 850 downloads.


