ຊຸດຝຶກອົບຮົມການຖ່າຍທອດເຕັກນິກກະສິກໍາ
| ເຫດການທີ່ຜ່ານມາ |
ໃນວະການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນໄດ້ ຮັບຮູ້ຄວາມເປັນມາຂອງໂຄງການ ສູນພັດທະນາ ແລະ ການບໍລິການດ້ານການກະເສດ. ເຊິ່ງເປັນໂຄງການຮ່ວມມືລາວ-ໄທ, ແລກປ່ຽນບົດຮຽນກ່ຽວກັບວຽກງານຊົນລະປະທານ, ການພັດທະນາທີ່ດີນ, ວຽກງານການປະມົງ, ການປູກຝັງ ແລະ ລ້ຽງສັດ. ມາໃນຕອນບາຍວັນທີ່ 6 ສິງຫານີ້ ກໍ່ໄດ້ມີພິທີປິດຊຸດຝຶກອົບຮົມ ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ສະເຫຼີມກຽດ ແສນວິເສດ ເລຂາທິການ ສຳນັກງານຄະນະກຳມະການພິເສດ ເພື່ອການປະສານງານໂຄງການ, ທ່ານ ຫຸມຈິດສະຫວາດ ໂສດາຣັກ ຫົວໜ້າສູນຄົ້ນຄ້ວາກະກຳ ແລະ ປ່າໄມ້ ພາກເໜືອ, ພ້ອມດ້ວຍວິທະຍາກອນທັງສອງຝ່າຍ ແລະ ນັກສຳມະນາກອນເຂົ້າຣ່ວມຢ່າງພ້ອມພຽງ. ໂອກາດດັ່ງກ່າວ ທ່ານ ສະເຫຼີມກຽດ ແສນວິເສດ ເລຂາທິການ ສຳນັກງານຄະນະກຳມະການພິເສດ ເພື່ອການປະສານງານໂຄງການ. ໄດ້ເປັນກຽດຂື້ນມີຄຳເຫັນກ່າວປິດຊຸດຮົມ ເຊິ່ງຄຳເຫັນບາງຕອນທ່ານໄດ້ກ່າວວ່າ: ການສົນທະນາແລກປ່ຽນບົດຮຽນໃນຄັ້ງນີ້ເປັນພຽງຈຸດເລີ້ມຕົ້ນຂອງການຖ່າຍ ທອດເຕັກນິກດ້ານກະສິກຳ, ສິ່ງສຳຄັນແມ່ນ ພວກເຮົາຕ້ອງນຳເອົາ ຄວາມຮູ້ທິດສະດີໄປປະຕິບັດຕົວຈິງ ຈິງເປັນການຖ່າຍທອດເຕັກນິກກະສິກຳຢ່າງແທ້ຈິງ. ທັງນີ້ກໍ່ເພື່ອໃຫ້ຊາວກະສິກອນ ຢູ່ເຂດຈຸດສຸມຂອງໂຄງການ ໄດ້ຮຽນຮູ້ ແລະ ນຳໃຊ້ເຕັກນິກອັນໃໝ່ ເຂົ້າໃນການຜະລິດຢ່າງມີໝາກມີຜົນ. ຈາກນັ້ນທ່ານ ຍັງໄດ້ມອບແນວພັນສັດ ແລະ ແນວພັນພືດ ຈຳນວນໜຶ່ງ ໃຫ້ແກ່ສູນຄົ້ນຄ້ວາກະສິກຳ ແລະ ປ່າໄມ້ ພາກເໜືອ. ໂດຍແມ່ນ ທ່ານ ຫຸມຈິດສະຫວາດ ໂສດາຣັກ ຫົວໜ້າສູນເປັນຜູ້ກ່າວຮັບ ໂດຍ ມີພະນັກງານພາຍໃນສູນ, ຜູ້ທີ່ເຂົ້າຮ່ວມເປັນສັກຂີພິຍານ. ແນວພັນທີ່ໄດ້ມອບປະກອນມີ: ແນວພັນໝາກລີ້ນຈີ່ 120 ເບ້ຍ, ໝາກຈຽງ 30 ເບ້ຍ, ຕົ້ນກະທິງ 50 ເບ້ຍ, ຖົ່ວຟ້າ 50 ກິໂລກຼາມ, ປໍເທືອງ 50 ກິໂລກຼາມ, ໄກ່ສາມສາຍເລືອດ 50 ໂຕ, ໝູເມີຍຊານດູລ໋ອກພໍ່ພັນ ນ້ຳໜັກ 8 ກິໂລກຼາມ ຈຳນວນ 1 ໂຕ, ປານິນພັນຈິດລະດາ 3,000 ໂຕ, ແນວພັນຜັກກະລຳປີ ແລະ ຜັກກາດກວາງຕຸ້ງ ຈຳນວນ 100 ປ໋ອງ ຈຸດປະສົງກໍ່ເພື່ອໃຫ້ສູນຄົ້ນຄ້ວກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ນຳໄປຂະຫຍາຍພັນກ້າວໄປເຖິງການບໍລິການໃນອະນາຄົດ.
ໂດຍ: ບັນທະສັກ ວົງພູທອນ ສູນຄົ້ນຄ້ວາກະສິກໍາ ແລະ ປ່າໄມ້ ພາກເໜືອ
| < ຖອຍຫຼັງ | ຕໍ່ໄປ > |
|---|
ແກ້ໄຂລ່າສຸດ (ມື້ຈັນທີ່ 27 ກັນຍາ 2010 ເວລາ 10: 48)


The Lao Agriculture Database focuses on Lao agriculture and natural resource information. It includes research reports, policy documents, extension and reference material. It currently has more than 2,000 records and 850 downloads.


