 |  |
ເພື່ອເປັນການຕອບສະໜອງ ແລະ ຜັນຂະຫຍາຍຜົນສຳເລັດຂອງ ກອງປະຊຸມ ວ່າດ້ວຍການຮ່ວມມືດ້ານປ່າໄມ້ ອາຊຽນ-ສ.ເກົາຫຼີ ຄັ້ງທີ່ 4 ທີ່ຈັດຂື້ນຜ່ານມາ, ໃນຕອນເຊົ້າ ຂອງວັນທີ່ 31 ພຶດສະພາ ແລະ ວັນທີ່ 1 ມີຖຸນາ ປີ 2011, ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ຂອງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ວ່າດ້ວຍການຮ່ວມມືດ້ານປ່າໄມ້ ອາຊຽນ-ສ ເກົາຫຼີ ຄັ້ງທີ່ 5 ຂື້ນທີ່ ໂຮງແຮມພູສີ, ເມືອງ ແລະ ແຂວງ ຫຼວງພະບາງ. ເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້ ມີຄະນະຜູ້ແທນ ຈາກປະເທດ ສະມາຊິກ ອາຊຽນ, ສ ເກົາຫຼີ ແລະ ຜູ້ຕ່າງໜ້າຈາກກອງເລຂາອາຊຽນລວມທັງໝົດ 55 ທ່ານ. ໃນກອງປະຊຸມ ທ່ານ ສາຍສະໝອນ ຄົມທະວົງ ຮອງເຈົ້າແຂວງໆ ຫຼວງພະບາງ ໄດ້ຮັບກຽດກ່າວເປີດ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນສືບຕໍ່ປຶກສາຫາລືກ່ຽວກັບ ການຮ່າງສັນຍາວ່າດ້ວຍການຮ່ວມມືດ້ານປ່າໄມ້ ລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ ໃນອານາຄົດ ເພື່ອຄຸ້ມຄອງປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ຫຼຸດຜ່ອນການທຳລາຍປ່າ, ຮັກສາສະພາບແວດລ້ອມໃຫ້ມີຄວາມໝັ້ນຄົງ ໂດຍສະເພາະແມ່ນການຟື້ນຟູປ່າ, ການອະນຸລັກຮັກສາຊິວະນາໆພັນ. ກອງປະຊຸມໄດ້ດຳເນີນເປັນເວລາ 2 ວັນ. ນອກຈາກມີການປະຊຸມກັນແລ້ວ ໃນວັນທີ່ 1 ມີຖຸນາ ຄະນະຜູ້ແທນດັ່ງກ່າວ ໄດ້ເຂົ້າຮ່ວມປູກໄມ້ ເພື່ອເປັນທີ່ລະນຶກ ໃນວັນປູກໄມ້ແຫ່ງຊາດຂອງ ສປປ ລາວ ນຳ ພາຄະນະເຂົ້າຮ່ວມໃນການປູກໄມ້ຄັ້ງນີ້ ໂດຍທ່ານ ດຣ ສີລິວັນ ສະຫວັດວົງ, ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະຜູ້ແທນທັງໝົດເຂົ້າຮ່ວມ. ສະຖານທີ່ປູກໄມ້ ແມ່ນໃນຂອບເຂດມະຫາວິທະຍາໄລສຸພານຸວົງ ພາຍຫຼັງທີ່ສຳເລັດປູກໄມ້ແລ້ວ ໄດ້ນຳພາຄະນະຜູ້ແທນ ໄປ ຢ້ຽມຢາມ ກຸ່ມຄຸ້ມຄອງໄມ້ສັກ ທີ່ໄດ້ຮັບກນຢັ້ງຢືນ ຈາກສະພາປ່າໄມ້ ສາກົນ ທີ່ບ້ານກົກງີ້ວ, ເມືອງຫຼວງພະບາງ ແລະ ສະຖານທີາສຳຄັນຫຼາຍແຫ່ງຂອງແຂວງຫຼວງ ພະບາງ