ກອງປະຊຸມ ປິດໂຄງການ ທາງດ້ານການແລກປ່ຽນຂໍ້ມູນຂ່າວສານພັນທຸກຳພືດ
| Latest |

ເພື່ອເປັນການຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງທາງ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດ ແລະອົງການອາຫານແລະການກະເສດ ໂດຍການສະໜັບສະໜູນທຶນຈາກທາງລັດຖະບານຍີ່ປຸ່ນ ໃນການຈັດຕັ້ງປະຕິບັດວຽກງານການແລກປ່ຽນຂໍ້ມູນຂ່າວສານ ທາງດ້ານພັນທຸກຳພືດໃນລາວ ເພື່ອແນ່ໃສ່ການຄໍ້າປະກັນທາງດ້ານສະບຽງອາຫານແລະການອະນຸລັກຊັບພະຍາກອນພັນພືດ ພ້ອມກັນນີ້ກໍແມ່ນເພື່ອເປັນການຮັກສາແນວພັນ ທີເປັນອາຫານແລະສາມາດຕິດຕາມການນຳໃຊ້ ການຂະຫຍາຍເຊືອພັນທີມີຄຸນຄ່າທາງອາຫານ ແລະປະຫວັດຂອງສາຍພັນຕ່າງໆ. ສະນັ້ນໃນວັນທີ 09/05/12 ທີສະຖາບັນຄົ້ນຄວ້າໄດ້ມີ ກອງປະຊຸມປິດໂຄງການດັ່ງກ່າວນີ້ຂຶ້ນ ແລະເປັນການສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານທີຜ່ານມາ ໂດຍການເປັນປະທານຂອງ ທ່ານ ຮສ. ດຣ. ລິນຄຳ ດວງສະຫວັນ ຮອງຫົວໜ້າ ສະຖາບນັຄົ້ນຄວ້າກະສິກຳລແະປ່າໄມ້ແຫ່ງຊາດ ແລະພະນັກງານຜູ້ຈັດຕັ້ງ ຄະນະສູນອ້ອມຂ້າງແລະມີສ່ວນຮ່ວມໃນການຈັດຕັ້ງໂຄງການກວ່າສາມປີຜາ່ນແລະໃນນີ້ ກອງປະຊຸມໃນເຫັນຄວາມສຳຄັນຂອງວຽກງານຂໍ້ມູນທາງດ້ານ ກຳມະພັນພືດທີມີແລະຄວນສືບຕໍ່ເພື່ອເປັນບ່ອນເກັບກຳຂໍ້ມູນດັ່ງກ່າວໄວ້.
| < ຖອຍຫຼັງ | ຕໍ່ໄປ > |
|---|
ແກ້ໄຂລ່າສຸດ (ມື້ພະຫັດທີ່ 10 ພຶດສະພາ 2012 ເວລາ 12: 51)




