ໂຄງການປັບຕົວດ້ານກະສິກຳຕໍ່ການປ່ຽນແປງດິນຟ້າອາກາດ (IRAS/NAPAFU Project)
| Latest |


ໃນຕອນເຊົ້າຂອງວັນທີ່ 16 ພະຈິກ 2011 ຢູທີ່ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ໄດ້ຈັດກອງປະຊຸມກ່ຽວກັບການສຳມະນາ ການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໂຄງການປັບຕົວດ້ານກະສິກຳຕໍ່ການປ່ຽນແປງດິນຟ້າອາກາດ (IRAS/NAPAFU Project) ຂື້ນໂດຍ ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ດຣ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ. ຊື່ງມີຜູ້ເຂົ້າຮ່ວມກອງປະຊຸມ ກໍ່ຄືຫົວໜ້າປະສານງານໂຄງການ, ຊ່ຽວຊານຕິດຕາມປະເມີນຜົນ, ຊ່ຽວຊານສຳຫຼວດຂໍ້ມູນ, ຜູ້ປະສານງານໂຄງການ ສອງແຂວງ(ໄຊຍະບູລີ,ສະຫວັນນະເຂດ)ໃນສີ່ເມືອງເປົ້າໜາຍ, ພະແນກ ແລະ ສູນທີ່ກ່ຽວຂອງອ້ອມຂ້າງສະຖາບັນເຂົ້າຮ່ວມເຂົ້າຮ່ວມທັງໜົດ 35 ທ່ານ. ຈະດປະສົງແມ່ນເພື່ອຢາກໄດ້ແນວຄວາມຄິດຫຼັກໃນການກະກຽມແຜນງານຂອງໂຄງການ, ການກະກຽມແຜນປີ 2012 ແລະ ແຜນງວດ1 ຂອງບັນດາແຂວງ, ເມືອງ ແລະ ກຸ່ມບ້ານເປົ້າໜາຍຂອງໂຄງການ, ກອງປະຊຸມຄັ້ງນີ້ແມ່ນໄດ້ດຳເນີນເປັນເວລາ ສອງວັນແລະປິດລົງດ້ວຍໝາກຜົນອັນຈົບງາມ.
| < ຖອຍຫຼັງ | ຕໍ່ໄປ > |
|---|




