ຄະນະຜູ້ແທນ ສຄກປ ເຂົ້າຮ່ວມກອງປະຊຸມສະຫຼຸບ ຖອດຖອນບົດຮຽນ ດ້ານກະສິກຳ ແລະ ປ່າໄມ້ ຢູ່ ປະເທດສະວີເດັນ.
| Latest |
ໃນລະຫວ່າງວັນທີ 8-16 ຕຸລາ 2011, ຜ່ານມານີ້, ຄະນະຜູ້ແທນ ຈາກສະຖາບັນຄົ້ນ ຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ກົມປ່າໄມ້ ແລະ ໂຄງການ IUCN, ຈຳນວນ 11 ທ່ານ, ໄດ້ເດີນທາງ ໄປປະເທດ ສະວີເດັນ. ຊຶ່ງນຳພາໂດຍ ທ່ານ ດຣ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ. ການໄປໃນຄັ້ງນີ້ ແມ່ນເພື່ອເຮັດວຽກ, ຢ້ຽມຢາມ ແລະ ຊອກຫາຊ່ອງທາງການສະໜັບສະ ໜູນທາງດ້ານທຶນຮອນເຂົ້າໃນຂະແໜງການ ກະສິກຳ ແລະ ປ່າໄມ້ ຂອງປະເທດເຮົາ.ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມ ກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນ ກ່ຽວກັບການຮ່ວມມືຊ່ວຍເຫຼືອ ດ້ານ ກະສິກຳ ແລະ ປ່າໄມ້ ໃນໄລຍະ 30 ປີ ຜ່ານມາ ທີ່ທາງລັດຖະບານ ແຫ່ງປະເທດສະວີເດັນ ໄດ້ໃຫ້ການສະໜັບສະໜູນ ຂະແໜງການກະສິກຳ ແລະ ປ່າໄມ້. ໂດຍຜ່ານ ອົງການຊີດາ.ກອງປະຊຸມສະຫຼຸບ ແລະ ວາງແຜນປະຈຳປີ 2012, ໂຄງການຄົ້ນຄວ້າເຂດພູດອຍ ແລະ ພັດທະນາຄວາມສາມາດແລະຢ້ຽມຢາມກິດຈະກຳ ການຄົ້ນຄວ້າ ແລະ ພັດທະນາ ກະສິກຳ ແລະປ່າໄມ້.
| < ຖອຍຫຼັງ | ຕໍ່ໄປ > |
|---|
ແກ້ໄຂລ່າສຸດ (ມື້ພະຫັດທີ່ 08 ທັນວາ 2011 ເວລາ 16: 44)




