ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ ລົງຊຸກຍູ້ການຜະລິດຢູ່ພາກໃຕ້ Render the +1 button
ປ້າຍໂຄສະນາ
Lao (ພາສາລາວ)English (United Kingdom)
ສຳຫລວດຄວາມຄິດເຫັນ
ທ່ານຄິດວ່າເວັບໄຊໃໝ່ຂອງສະຖາບັນເປັນຈັງໃດ?
 
ເທັກນິກກະສິກຳ
There are no translations available.

ບັນດາເທັກນິກກະສິກຳແລະປ່າໄມ້ ທີ່ຄວນຮູ້ເພື່ອເປັນການປັບປຸງ ຜົນຜະລິດກະສິົກຳ ປ່າໄມ້ແລະການລ້ຽງສັດໃຫ້ຖືກຕ້ອງ ຕາມເຕັກນິກແລະຮູບແບບ. ເປັນເທັກນິກທີບໍ່ຍຸ້ງຍາກແລະສັບສົນ ເຮັດໄດ້ງ່າຍ ໂດຍບໍ່ຕ້ອງຜ່ານການຝືກອົບຮົມ ປະຊາຊົນ ຊາວກະສິກອນສາມາດນຳໄປໃຊ້ໄດ້ ໃນຮົ່ວສວນ ແປງການຜະລິດເພື່ອເພີ່ມຜົນຜະລິດ ແລະລົດຄ່າໃຊ້ຈ່າຍຕ່າງ ຂໍ້ມູນເພີ່ມເຕີມຕິດຕໍ່ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້

technic

Home

postheadericon ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ ລົງຊຸກຍູ້ການຜະລິດຢູ່ພາກໃຕ້

Latest
There are no translations available.


ເພື່ອບັນລຸ 4 ເປົ້າ ຫມາຍ 13 ມາດຕະການທີ່ກະ ຊວງກະສິກຳ ແລະ ປ່າໄມ້ວາງ ອອກ, ທ່ານ ສີຕາເຮັ່ງ ຣາຊະ ພົນ ລັດຖະມົນຕີວ່າການກະ ຊວງກະສິກຳແລະປ່າໄມ້ພ້ອມ ດ້ວຍຄະນະກົມອ້ອມຂ້າງໄດ້ ລົງເຄື່ອນໄຫວຢ່າງແຂງແຮງ ຢູ່ບັນດາແຂວງ ພາກໃຕ້ເພື່ອ ຊຸກຍູ້ການຜະລິດກະສິກຳແລະ ປ່າໄມ້ຄື: ລົງເຄື່ອນໄຫວຢ້ຽມ ຢາມພື້ນຖານເສດຖະກິດການ ປູກເຂົ້ານາປີດ້ວຍ ການນຳໃຊ້ແບບດຳນາກ້າກີບດຽວຢູ່ເມືອງ ຄົງເຊໂດນ, ການປູກໝາກຖົ່ວ ດິນ ສັບຫວ່າງຕົ້ນຢາງພາລາ, ປູກມັນຕົ້ນສັບຫວ່າງຢາງພາ ລາ, ປູກມັນດ້າງຢູ່ເມືອງເລົ່າ ງາມແຂວງສາລະວັນລົງເຄື່ອນ ໄຫວຢ້ຽມຢາມສູນສະຖານີກະ ສິກຳໜອງລົມ ແຂວງອັດຕະປື ເພື່ອຕິດຕາມເບິ່ງການຄັດ ເລືອກ ແລະ ອົບແນວພັນເຂົ້າ, ລົງຢ້ຽມຢາມກຸ່ມລ້ຽງງົວຂອງ ຄອບຄົວຊາວກະສິກອນຢູ່ ບ້ານສົມໂຄດ ເມືອງໄຊເສດ ຖາ ແຂວງອັດຕະປື. ຢູ່ແຂວງ ເຊກອງ ໄດ້ລົງຢ້ຽມຢາມຄອບ ຄົວທີ່ທຳການລ້ຽງປາດຸກພັນ ໃນເນືອທີ່ 1,2 ເຮັກຕາຢູ່ບ້ານ ທ່າແຕງ, ຢ້ຽມຢາມສວນປູກ ໝາກກະຈຽບຂຽວ, ຢ້ຽມຢາມ ສູນຝຶກອົບຮົມປູກພືດແບບປະ ສົມປະສານຫລັກຂາວ ແລະ ກຸ່ມປູກຜັກກະລໍ່າ. ສຳລັບ ແຂວງຈຳປາສັກ ໄດ້ລົງຢ້ຽມ ຢາມສູນຄົ້ນຄ້ວາກະສິກຳ ແລະ ປ່າໄມ້ເຂດພາກໃຕ້, ໂຮງງານ ອົບເມັດສາລີແສງອາທິດ,ສູນ ລ້ຽງງົວ ແລະ ປູກຫຍ້າຢູ່ສູນ ໜອງຫີນ ແລະ ອື່ນໆ.ໃນໂອກາດນີ້, ທ່ານລັດຖະ ມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ຊີ້ນຳພະນັກ ງານຂັ້ນນຳ ແລະ ລັດຖະກອນ ທີ່ສັງກັດຢູ່ພະແນກກະສິກຳ ແລະ ປ່າໄມ້ແຂວງພາກໃຕ້ ຈົ່ງ ໄດ້ເອົາໃຈໃສ່ໃນການຫັນພະ ນັກງານລົງຫາເມືອງ ແລະ ກຸ່ມ ບ້ານ ເພື່ອຊຸກຍູ້ສົ່ງເສີມຂະ ບວນການຜະລິດຂອງຄອບ ຄົວຊາວກະສິກອນທີ່ທຳການ ປູກຝັງລ້ຽງສັດໃຫ້ກາຍເປັນສິນ ຄ້າ, ເອົາໃຈໃສ່ຂອດປະສານ ງານກັບພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ການຄ້າ, ຄົມມະນາຄົມ, ການເງິນທະນາຄານ ແລະ ອື່ນໆ ເພື່ອເປັນກຳລັງແຮງໃນ ການກະຕຸ້ນ ເຮັດໃຫ້ການຜະ ລິດມີຄວາມເຂັ້ມແຂງ, ເອົາໃຈ ໃສ່ໃນການປົກປັກຮັກສາຊັບ ພະຍາກອນປ່າໄມ້ ທຳມະຊາດ ໂດຍແນໃສ່ປົກປັກຮັກສາ ແລະ ຄຸ້ມຄອງ 3 ປະເພດປ່າຄື: ປ່າ ສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດໃຫ້ມີຄວາມຍືນນານ ຮູ້ຈັກສ້າງແຜນການ, ແຫລ່ງ ການລົງທຶນ ແລະ ອື່ນໆ ເພື່ອ

ຈາກ ໜັງສືພິມປະຊາຊົນ

http://www.pasaxon.org.la/content/31-7-09/news1.htm 

ແກ້ໄຂລ່າສຸດ (ມື້ຈັນທີ່ 03 ສິງຫາ 2009 ເວລາ 09: 51)

 

The Policy Brief Series is directed toward policy makers at all levels (national, provincial, district level) as well as international organizations and donor partners. These briefs are based on the experiences of NAFRI. It provides short, informative analysis on some of the most pressing issues related to agriculture and natural resource management facing Lao PDR. Click Here>>

LARF - 8

The Lao Agricultural Research Fund (LARF) aims to provide Lao scientists with an opportunity to compete for agricultural research funds.The LARF is open to government agencies, universities, agricultural colleges and NGO organisations based in the Lao PDR, which have a mandate to undertake agricultural research. Proposals must contain a defined research project, and can be of one or two years in duration. The annual funding limit for individual projects is US$6,000 and a maximum of US$10,000 for two year projects. The grant moneys are for expenditure only within the Lao PDR. More Info>>