National Agriculture and Forestry Research Institute Render the +1 button
ປ້າຍໂຄສະນາ
Lao (ພາສາລາວ)English (United Kingdom)
ແຈ້ງການ
There are no translations available.

Job Announcement!!

Improving the Resilience of the Agricultural Sector in Lao PDR to Climate Change Impacts (IRAS) - NAPA Follow-Up Project is seeking for long-term contract staff in several positions (More detail)

NAFRI Knowledge Bases
Featured Links:
Lao Uplands Sourcebook is a compendium of 72 lessons learned, technologies, methods and best practices for uplands development. Click here to see.
Lao Non-Timber Forest Products Wiki This wiki has been created to allow all NTFP lovers (and those just learning about NTFPs) an opportunity to learn more and contribute to the growing body of knowledge about NTFPs in Lao. Click here to visit
Its overall objective is to share information related to plant genetic resources and, in particular, to the implementation of the Global Plan of Action (GPA) on Plant Genetic Resources for Food and Agriculture (PGRFA) in Lao PDR. Click here to visit
Conservation Agriculture is an agroecological approach associating rural development with environmental preservation. It is a generic concept integrating the whole agricultural practices and aiming both at viability and sustainability of agriculture and environment protection. Click here to visit
ເຂົ້າສູ່ລະບົບເມືອຕ້ອງການລົງບົດຄວາມ



ກະລຸນາລົງທະບຽນກ່ອນຫາກທ່ານຍັງບໍ່ມີ
ເກັບກຳສະຖິຕິ
Content View Hits : 1463912
ສຳຫລວດຄວາມຄິດເຫັນ
ທ່ານຄິດວ່າເວັບໄຊໃໝ່ຂອງສະຖາບັນເປັນຈັງໃດ?
 
ເທັກນິກກະສິກຳ
There are no translations available.

ບັນດາເທັກນິກກະສິກຳແລະປ່າໄມ້ ທີ່ຄວນຮູ້ເພື່ອເປັນການປັບປຸງ ຜົນຜະລິດກະສິົກຳ ປ່າໄມ້ແລະການລ້ຽງສັດໃຫ້ຖືກຕ້ອງ ຕາມເຕັກນິກແລະຮູບແບບ. ເປັນເທັກນິກທີບໍ່ຍຸ້ງຍາກແລະສັບສົນ ເຮັດໄດ້ງ່າຍ ໂດຍບໍ່ຕ້ອງຜ່ານການຝືກອົບຮົມ ປະຊາຊົນ ຊາວກະສິກອນສາມາດນຳໄປໃຊ້ໄດ້ ໃນຮົ່ວສວນ ແປງການຜະລິດເພື່ອເພີ່ມຜົນຜະລິດ ແລະລົດຄ່າໃຊ້ຈ່າຍຕ່າງ ຂໍ້ມູນເພີ່ມເຕີມຕິດຕໍ່ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້

technic

Home

postheadericon ການມອບຮັບເຄື່ອງຄອມພິວເຕີຊຸດໃໝ່

ເຫດການທີ່ຜ່ານມາ
There are no translations available.

 

 

ໃນວັນທີ 30/9/2010, ໂຄງການຄົ້ນຄວ້າ ເຂດພູດອຍ ແລະພັດທະນາຄວາມສາມາດ ໄດ້ຈັດພິທີມອບ-ຮັບເຄື່ອງຄອມພິວເຕີໃຫ້ແກ່ສູນຄົ້ນຄວ້າການລ້ຽງສັດ ຈຳນວນ ສອງເຄື່ອງ ແລະສູນຄົ້ນຄວ້າການປະມົງ ຈຳນວນໜື່ງເຄື່ອງ, ໃຫ້ກຽດມອບໂດຍທ່ານ ດຣ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະປ່າໄມ້ແຫ່ງຊາດ. ຊຶ່ງກ່ອນໜ້ານີ້ ສອງສູນດັ່ງກ່າວມີເຄື່ອງຄອມພິວເຕີທີ່ຈຳກັດແລະໄດ້ຖືກນຳໃຊ້ ມາຫຼາຍປີແລ້ວແລະຂອ້ນຂ້າງທີ່ຢູ່ໃນສະພາບທີ່ເປແພ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ແລະການເກັບກຳຂໍ້ມູນຕ່າງໆບໍ່ມີຄວາມສະດວກ ໃນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ. ສະນັ້ນໂຄງການຄົ້ນຄວ້າເຂດພູດອຍ ແລະພັດທະນາຄວາມສາມາດຈື່ງໄດ້ຄົ້ນຄວ້າ ແລະຈັດຊື້ເຄື່ອງຄອມພິວເຕີໃຫ້ໃໝ່ແກ່ທັງສອງສູນເພື່ອເຮັດໃຫ້ການປະຕິບັດວຽກງານຂອງນັກຄົ້ນຄວ້ານັກວິຊາການ ສາມາດປະຕິບັດວຽກງານໃຫ້ມີຄວາມສະດວກແລະວ່ງອໄວຂຶ້ນກວ່າເກົ່າ.  

ແກ້ໄຂລ່າສຸດ (ມື້ສຸກທີ່ 01 ຕຸລາ 2010 ເວລາ 13: 47)

 

postheadericon ຊຸດຝຶກອົບຮົມການຖ່າຍທອດເຕັກນິກກະສິກໍາ

ເຫດການທີ່ຜ່ານມາ
There are no translations available.



ຊຸດ ​ຝຶກ​ອົບຮົມ​ການຖ່າຍ​ທອດ ​ເຕັກນິກ​ກະສິ​ກໍາ ​ໂດຍ​ການ​ສະໜັບສະໜູນ ຈາກ​ສູນ​ບໍລິການດ້ານ​ການ​ກະ​ເສດ​ຫ້ວຍ​ຊອນ​ຫ້ວຍ​ຊົ້ວ​. ​ໄດ້​ຈັດ​ຂື້ນ ​ໃນ​ລະຫວ່າງ​ວັນ​ທີ່ 5 ຫາ​ວັນ​ທີ່ 6 ສິງຫາ​ນີ້, ຢູ່​ສູນ​ຄົ້ນ​ຄ້ວາ​ກະສິກຳ ​ແລະ ປ່າ​ໄມ້ ພາກ​ເໜືອ, ທີ່​ຕັ້ງ​ຢູ່​ບ້ານ​ຫ້ວຍ​ໂຄດ ​ເມືອງ​ຊຽງ​ເງີ​ນ ​ແຂວງ​ຫຼວງ​ພະ​ບາງ. ມີ​ນັກ​ສຳ​ມະ​ນາກ​ອນ ຈາກ 8 ​ເມືອງ​ເປົ້າ​ໝາຍ​ຂອງ​ໂຄງການ​ຄົ້ນ​ຄ້ວາ​ເຂດ​ພູດ​ອຍ ​ແລະ ພັດທະນາ​ຄວາມ​ສາມາດ (URDP) ​ໃນ 4 ​ແຂວງ​ພາກ​ເໜືອ​ຄື: ​ແຂວງ​ຫຼວງ​ພະ​ບາງ, ອຸດົມ​ໄຊ, ຫຼວງ​ນ້ຳ​ທາ, ​ແຂວງ​ບໍ່​ແກ້ວ ​ແລະ ຈາກ 10 ຕົວ​ເມືອງ​ຂອງ​ແຂວງ​ຫຼວງ​ພະ​ບາງ. ມີ​ນັກ​ສຳ​ມະ​ນາກ​ອນ​ເຂົ້າ​ຝຶກ​ອົບຮົມ 40 ຄົນ, ຍິງ 1​0 ຄົນ. 

ແກ້ໄຂລ່າສຸດ (ມື້ຈັນທີ່ 27 ກັນຍາ 2010 ເວລາ 10: 48)

ອ່ານເພິ່ມເຕິມ...

 

postheadericon ການຝຶກອົບຮົມໃນການປ້ອນຂໍ້ຂ່າວສານພັນທຸກຳພືດ

NAFRI in the news
There are no translations available.

ການຝຶກອົບຮົມ ການປ້ອນຂໍ້ມູນ ໃນຖານຂໍ້ມູນ ພັນທຸກຳພືດ Gobal Plan of Action (GPA) on Plant Genetic Resources for Food and Agriculture (PGRFA) ໃນປະເທດລາວ ເຊີງໄດ້ຈັດຂຶ້ນໃນວັນທີ່ 10-13 ສິງຫາ 2010 ຢູ່ເມືອງທຸລາຄົມ ແຂວງວຽງຈັນ, ໂດຍການເປັນປະທ່ານເປີດພິທີຂອງ ທ່ານ ໄວຍະພັດ ທັດຕະມະນີວົງ ພ້ອມດ້ວຍນັກວິຊາການ 13 ຄົນ ເຂົ້າຮ່ວມຈາກ 5 ສູນ: ສູນຂໍ້ມູນຂ່າວສານ, ສູນຄົ້ນຄ້ວາເຂົ້າ ແລະ ພືດເສດຖະກິດ, ສູນຄົ້ນຄ້ວາການປະມົງ, ສູນຄົ້ນຄ້ວາພືດຜັກ ແລະ ໄມ້ໃຫ້ໝາກພ້ອມດ້ວຍ ສູນຄົ້ນຄ້ວາປ່າໄມ້,  ພາຍໃນສະຖາບັນຄົ້ນຄ້ວາກະສິກໍາແລະປ່າໄມ້ ການຝຶກອົບຮົມດັ່ງກ່າວເຫັນວ່າໄດ້ຮັບຜົນສຳລັດດີ ເຮັດໃຫ້ນັກວິຊາການສາມາດປ້ອນຂໍ້ມູນ ທາງດ້ານພັນທຸກຳພືດທີ່ໃຊ້ເປັນອາຫານ ແລະ ທາງດ້ານກະສິກຳຂອງລາວ ຊື່ງ ເປັນແຫຼ່ງເກັບກຳຂໍ້ມູນພັນທຸກຳພືດຂອງລາວໃນອາຄົດ.

ແກ້ໄຂລ່າສຸດ (ມື້ຈັນທີ່ 27 ກັນຍາ 2010 ເວລາ 10: 51)

 

postheadericon ກອງປະຊຸມກ່ຽວກັບການສະຫຼຸບຜົນງານການຄົ້ນຄວ້າທົດລອງ ສົກປີ 2009-2010 ແລະ ການວາງແຜນ ການທົດລອງ ສົກປີ 2010-2011 ຂອງໂຄງການເພີ້ມສະມັດຕະພາບຜົນຜະລິດເຂົ້າ ແລະ ພືດເສດຖະກິດ (ລາວ-ເອຊີອາ CSE2006-041).

NAFRI in the news
There are no translations available.


 

     ໃນວັນທີ 23 ກໍລະກົດ 2010 ທີ່ຜ່ານມານີ້, ທີ່ຫ້ອງປະຊຸມ ສູນຄົ້ນຄວ້າ ແລະ ຂະຫຍາຍເມັດພັນເຂົ້າ ໂພນງາມ, ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຸຼບຜົນງານການຄົ້ນຄວ້າທົດລອງ ສົກປີ 2009-2010 ແລະ ການວາງແຜນການທົດລອງສົກປີ 2010-11 ຂອງໂຄງການເພີ້ມສະມັດຕະພາບ ຜົນຜະລິດເຂົ້າ ແລະ ພືດເສດຖະກິດ (ລາວ-ເອຊີອາ CSE2006-041) ທີ່​ໄດ້​​​ເລັ່ງ​ໃສ່​ 4 ໜ້າວຽກຫຼັກ​ໃນການ​ສຶກສາຄົ້ນຄວ້າຄື: 1). ສຶກສາ​ການ​ຄັດ​ເລືອກ​ແນວ​ພັນ​ທີ່​​ແທດ​ເໝາະກັບ​ພື້ນ​ທີ່​ແຫ້ງ​ແລ້ງ. 2). ສົ່ງ​ເສີມ​ຊາວ​ກະສິກອນ ​​​ປູກ​ເຂົ້າ​ແບບ​ນາ​ວ່າ​ນ ​ໃນ​ພື້ນ​ທີ່​ນາ​ແຊງ​ ລະດູແລ້ງທີ່ມີນ້ໍາຊົນລະປະທານ. 3). ສົ່ງ​ເສີມ​ຊາວ​ກະ​ສິກ​ອນ ​ປູກ​ພືດລະດູ​ແລ້ງ​ ເຊັ່ນ: ສາລີ, ຖົ່ວດິນ, ຖົ່ວ​ເຫຼືອງ ​ແລະ ຖົ່ວຂຽວ ​ເພື່ອ​ປັບປຸງ​ດິນ ​ແລະ ສ້າງ​ລາຍ​ຮັບ​​ເພີ້ມໃຫ້​ແກ່​ຊາວ​ກະສິກອນ ພາຍຫຼັງ​ການ​ປູກ​ເຂົ້ານາ​ປີ 4).  ສຶກສາ​ ແລະ ຄາດຄະເນ ສະພາບ​ການ​ປ່ຽນແປງຂອງ​ນໍ້າເພື່ອກໍານົດຊ່ວງໄລຍະເວລາທີ່ເໝາະສົມ ສໍາລັບລະດູການ ປູກເຂົ້ານານ້ໍາຝົນ, ພ້ອມທັງ​ຊີ້​ໃຫ້​ເຫັນ​ພື້ນ​ທີ່ ທີ່​ຄາດ​ວ່າ​ຈະ​ເກີດໄພແຫ້ງ​ແລ້ງ.

ກອງ ​ປະຊຸມ ​ໄດ້​ຮັບ​ກຽດ ເປັນປະທານໂດຍ ທ່ານ ດຣ. ມົນທາທິບ ຈັນເພັງໄຊ, ຫົວໜ້າກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ໄດ້ຮັບກຽດເຂົ້າຮ່ວມໂດຍ ອ້າຍ ເອື້ອຍ ນ້ອງ ວິຊາການ ຈາກສະຖາບັນຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ແຫ່ງຊາດ, ພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ, ວິຊາການເມືອງຕ່າງໆ ພາຍໃນແຂວງ ແລະ ຊາວກະສິກອນ ຜູ້ຮ່ວມໂຄງການ,​ເຊິ່ງມີຜູ້ແທນ​​​​​​​ເຂົ້າຮ່ວມທັງໝົດ 30 ທ່ານ.

ແກ້ໄຂລ່າສຸດ (ມື້ອັງຄານທີ່ 17 ສິງຫາ 2010 ເວລາ 12: 53)

 

postheadericon ການສຳມະນາເວທີນັກຄົ້ນຄວ້າ ສຳລັບ ນັກຄົ້ນຄວ້າ ແລະ ນັກສຶກສາ ຂອງ ສຄກປ

ກິດຈະກຳການຄົ້ນຄວ້າ
There are no translations available.

 

ເພື່ອເປັນການເຜີຍແຜ່ ໝາກຜົນການຄົ້ນຄ້ວາທົດລອງທີ່​ບັນດາ​ນັກ​ຄົ້ນຄວ້າ​ ຂອງສະຖາບັນຄົ້ນຄ້ວາກະສິກໍາ ແລະ ປ່າໄມ້ແຫ່ງຊາດ (ສຄກປ) ໄດ້​ສໍາ​ເລັດ​ຜົນ​ການຄົ້ນຄວ້າ/​ສຶກສາ ທີ່ເປັນປະໂຫຍດຕໍ່ວຽກງານກະສິກໍາແລະ ປ່າໄມ້ ກໍ່ຄືຕໍ່ສັງຄົມ. ສະຖາບັນຄົ້ນຄ້ວາກະສິກໍາ ແລະ ປ່າໄມ້ແຫ່ງຊາດໄດ້ຈັດ​ເວທີ​ສໍາມະ​ນາການຄົ້ນຄວ້າ ສໍາລັບ ນັກ​ຄົ້ນຄວ້າ ​ແລະ ນັກສຶກສາຂື້ນເພື່ອເປັນເວທີສໍາລັບການແລກປ່ຽນຖອດຖອນບົດຮຽນແລະ ປະສົບການ ລະຫວ່າງນັກຄົ້ນຄວ້າ, ນັກສຶກສາແລະ ປັນຍາຊົນ ທີ່ສົນໃຈໃນຂົງເຂດວຽກງານກະສິກໍາແລະ ປ່າໄມ້ ພ້ອມດ້ວຍຂົງເຂດອື່ນທີ່ກ່ຽວຂ້ອງ. ການຈັດສໍາມະນາເວທີການຄົ້ນຄວ້ານີ້ ຈະຈັດຂື້ນໃນ​​ວັນທີ 21 ຂອງທຸກໆເດືອນ ຢູ່ທີ່ສຄກປ. 

ໃນວັນທີ 21 ກໍລະກົດ 2010 ຜ່ານມານີ້, ກອງປະຊຸມເວທີ​ສໍາມະນາການ​ຄົ້ນຄວ້າ ສໍາລັບ ນັກ​ຄົ້ນຄວ້າ ​ແລະ ນັກສຶກສາ ຂອງສຄກປຄັ້ງທີ່ 2 ໄດ້ຈັດຂື້ນອີກຄັ້ງໃນເວລາ 13:00-16:00 ທີ່ຫ້ອງປະຊຸມຂອງ ສູນ​ຄົ້ນຄວ້າ ​ນໍາ​ໃຊ້​ທີ່​ດິນ​ກະສິກໍາ​​ ແລະ ປ່າ​ໄມ້ (ສູນວິໄຈດິນເກົ່າ), ​ໂດຍການເປັນປະທານຂອງຕາງໜ້າຄະນະ ສຄກປ, ທ່ານ ຄໍາພອນ ມູນລະໄມ ຮອງຫົວໜ້າພະແນກຄຸ້ມຄອງການຄົ້ນຄວ້າທົດລອງ ຊື່ງມີບັນດາ​ນັກ​ຄົ້ນຄວ້າ, ນັກ​ສຶກສາ ​ແລະ ຜູ້​ທີ່​ສົນ​ໃຈເຂົ້າຮ່ວມຮັບຟັງ ຈໍານວນ 25 ທ່ານ, 

 

ແກ້ໄຂລ່າສຸດ (ມື້ຈັນທີ່ 26 ກໍລິກົດ 2010 ເວລາ 14: 55)

 

postheadericon ການຝຶກອົບຮົມຂອງພະນັກງານສູນຂໍ້ມູນຂ່າວສານໃນການນຳໃຊ້ໂປຼແກມເຂົ້າໃນການຜະລິດ ແລະ ເຜີຍແຜ່ຂໍ້ມູນຂ່າວສານ

NAFRI in the news
There are no translations available.

 

 

ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ ໃນການນໍາໃຊ້ໂປຼແກຼມຕ່າງໆ ເຂົ້າໃນການຜະລິດ ສິ່ງພິມ ເພື່ອເຮັດໃຫ້ການຜະລິດ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ສຄກປ ໃຫ້ມີປະສິດທິຜົນດີຂຶ້ນ ກວ່າເກົ່າ. ການຝຶກອົບຮົມແມ່ນຈະໄດ້ຈັດຮ່ວມກັນກັບກອງສົ່ງເສີມ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ. ຄ່າ​ໃຊ້​ຈ່າຍ​ຕ່າງໆ ທີ່​ຈະນໍາ​ໃຊ້​ເຂົ້າ​ໃນ​ການ​ຝຶກ​ອົບຮົມ ​ແມ່ນ​ຈະ​ໄດ້​ຈ່າຍພາກສ່ວນ​ລະ​ເຄິ່ງ. ກອງ​ສົ່ງ​ເສີມ​ກໍ່ໄດ້​ສົ່ງ​ພະນັກງານ​ເຂົ້າ​ຮ່ວມ 4 ຄົນ ​ແລະ ສູນຂໍ້ມູນຂ່າວສານກໍ່ຈະໄດ້ສົ່ງພະງານວິຊາ​ການເຂົ້າຮ່ວມທັງໝົດ 4 ຄົນ. ຄູຝຶກ ຈາກ ຫ້ອງພາບ ຂາວ - ດໍາ  Black & White Studio.  ການຝຶກອົບຮົມເລີ້ມແຕ່ວັນທີ 03-14 ເດືອນ ກໍລະກົດ 2010.  

 

postheadericon ການຢ້ຽມຢາມສາທາລະນະລັດອິນໂດເນເຊຍ ຂອງທ່ານລັດຖະມົນຕີ ພ້ອມດ້ວຍຄະນະ

Latest
There are no translations available.

 

ເພື່ອເປັນການເພີ້ມທະວີການຮ່ວມມືລະຫວ່າງ ສອງປະເທດ ກໍ່ຄື ສປປລາວ ແລະສາທາລະນະລັດອິນໂດເນເຊຍ ໂດຍສະເພາະກໍ່ແມ່ນການຮ່ວມມືລະຫວ່າງ ກະຊວງກະສິກຳແລະປ່າໄມ້ ສປປລາວ ແລະກະຊວງກະສິກຳ ສ.ອິນໂດເນເຊຍ, ຄະນະຜູ້ແທນກະຊວງກະສິກຳແລະປ່າໄມ້ ໂດຍແມ່ນການນຳພາຂອງ ທ່ານ ສີຕາເຮັງຣາຊະພົນ, ລັດຖະມົນຕີ ວ່າການ ກະຊວງ ກະສິກຳ ແລະປ່າໄມ້ ພ້ອມດ້ວຍຄະນະ ທັງພາກລັດແລະເອກະຊົນ ຈຳນວນ 21 ທ່ານໄດ້ໄປຢ້ຽມຢາມສາທາລະນະລັດ ອິນໂດເນເຊຍ ໃນລະຫວ່າງວັນທີ 22-26 ມິຖຸນາ 2010ໃນການຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອເປັນການ ແລກປ່ຽນບົດຮຽນ ດ້ານການພັດທະນາການຜະລິດ ສິນຄ້າກະສິກຳ ຕິດພັນກັບການປຸງແຕ່ງ ແລະການຕະລາດ ການບໍລິການ, ລວມທັງກົນໄກແລະງກົງຈັກການຜະລິດ ແບບຄົບວົງຈອນໂດຍສະເພາະກໍແມ່ນການຜະລິດ, ພືດສະບຽງອາຫານ(ເຂົ້າ) ແລະພືດອຸດສາຫະກຳຢາງພາລາ

ແກ້ໄຂລ່າສຸດ (ມື້ອັງຄານທີ່ 06 ກໍລິກົດ 2010 ເວລາ 16: 07)

 

The Policy Brief Series is directed toward policy makers at all levels (national, provincial, district level) as well as international organizations and donor partners. These briefs are based on the experiences of NAFRI. It provides short, informative analysis on some of the most pressing issues related to agriculture and natural resource management facing Lao PDR. Click Here>>

LARF - 8

The Lao Agricultural Research Fund (LARF) aims to provide Lao scientists with an opportunity to compete for agricultural research funds.The LARF is open to government agencies, universities, agricultural colleges and NGO organisations based in the Lao PDR, which have a mandate to undertake agricultural research. Proposals must contain a defined research project, and can be of one or two years in duration. The annual funding limit for individual projects is US$6,000 and a maximum of US$10,000 for two year projects. The grant moneys are for expenditure only within the Lao PDR. More Info>>