National Agriculture and Forestry Research Institute Render the +1 button
ປ້າຍໂຄສະນາ
Lao (ພາສາລາວ)English (United Kingdom)
ແຈ້ງການ
There are no translations available.

Job Announcement!!

Improving the Resilience of the Agricultural Sector in Lao PDR to Climate Change Impacts (IRAS) - NAPA Follow-Up Project is seeking for long-term contract staff in several positions (More detail)

NAFRI Knowledge Bases
Featured Links:
Lao Uplands Sourcebook is a compendium of 72 lessons learned, technologies, methods and best practices for uplands development. Click here to see.
Lao Non-Timber Forest Products Wiki This wiki has been created to allow all NTFP lovers (and those just learning about NTFPs) an opportunity to learn more and contribute to the growing body of knowledge about NTFPs in Lao. Click here to visit
Its overall objective is to share information related to plant genetic resources and, in particular, to the implementation of the Global Plan of Action (GPA) on Plant Genetic Resources for Food and Agriculture (PGRFA) in Lao PDR. Click here to visit
Conservation Agriculture is an agroecological approach associating rural development with environmental preservation. It is a generic concept integrating the whole agricultural practices and aiming both at viability and sustainability of agriculture and environment protection. Click here to visit
ເຂົ້າສູ່ລະບົບເມືອຕ້ອງການລົງບົດຄວາມ



ກະລຸນາລົງທະບຽນກ່ອນຫາກທ່ານຍັງບໍ່ມີ
ເກັບກຳສະຖິຕິ
Content View Hits : 1450455
ສຳຫລວດຄວາມຄິດເຫັນ
ທ່ານຄິດວ່າເວັບໄຊໃໝ່ຂອງສະຖາບັນເປັນຈັງໃດ?
 
ເທັກນິກກະສິກຳ
There are no translations available.

ບັນດາເທັກນິກກະສິກຳແລະປ່າໄມ້ ທີ່ຄວນຮູ້ເພື່ອເປັນການປັບປຸງ ຜົນຜະລິດກະສິົກຳ ປ່າໄມ້ແລະການລ້ຽງສັດໃຫ້ຖືກຕ້ອງ ຕາມເຕັກນິກແລະຮູບແບບ. ເປັນເທັກນິກທີບໍ່ຍຸ້ງຍາກແລະສັບສົນ ເຮັດໄດ້ງ່າຍ ໂດຍບໍ່ຕ້ອງຜ່ານການຝືກອົບຮົມ ປະຊາຊົນ ຊາວກະສິກອນສາມາດນຳໄປໃຊ້ໄດ້ ໃນຮົ່ວສວນ ແປງການຜະລິດເພື່ອເພີ່ມຜົນຜະລິດ ແລະລົດຄ່າໃຊ້ຈ່າຍຕ່າງ ຂໍ້ມູນເພີ່ມເຕີມຕິດຕໍ່ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້

technic

Home

postheadericon ກອງທືນເພື່ອການຄົ້ນຄວ້າກະສິກຳລາວ ຊຸກຍູ້ການສ້າງຄວາມເຂັ້ມແຂງໃຫ້ແກ່ ບັນດານັກຄົ້ນຄ້ວາ ໃນການຂຽນບົດລາຍງານການຄົ້ນຄ້ວາ ເປັນພາສາອັງກິດ

Latest
There are no translations available.

 

ໃນວັນທີ່ 19-29 ມິຖູນາ 2012 ຜ່ານມານີ້, ກອງທຶນເພື່ອການຄົ້ນຄ້ວາກະສິກໍາຂອງລາວ ຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ໄດ້ຈັດການຝຶກອົບຮົມ ດ້ານການຂຽນບົດລາຍງານການຄົ້ນຄວ້າ ເປັນພາສາອັງກິດ ເພື່ອຕີພິມລົງໃນວາລະສານກະສິກຳ ແລະ ປ່າໄມ້ລາວ.​ ແນໃສ່ເພື່ອເສີມສ້າງຄວາມອາດສາມາດ ໃຫ້ແກ່ນັກຄົ້ນຄ້ວາ ໃນການເຜີຍແຜ່ຜົນການຄົ້ນຄ້ວາຂອງຕົນ ອອກສູ່ສັງຄົມ ແລະ ກະຕຸກຊຸກຍູ້ໃຫ້ມີຜົນງານການສຶກສາ-ຄົ້ນຄວ້າທາງວິທະຍາສາດຫຼາຍຂື້ນ. ການຝຶກອົບຮົມຄັ້ງນີ້ ໄດ້ຈັດຂື້ນທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດແຫ່ງຊາດ (ນາພອກ),​ ນະຄອນຫຼວງວຽງຈັນ, ໂດຍການສະໜັບສະໜຸນຈາກ ກອງທືນ CRAWFORD ຈາກປະເທດ Australia. ບັນດາຜູ້ເຂົ້າຮ່ວມທັງໝົດ 18 ຄົນ ຊື່ງປະກອບດ້ວຍ ບັນດານັກຄົ້ນຄວ້າ ຈາກຫຼາຍພາກສ່ວນ ເຊັ່ນ: ບັນດານັກຄົ້ນຄວ້າອ້ອມຂ້າງສະຖາບັນ ແລະ ຕາງໜ້າຫ້ອງການກະສິກຳ ແລະ ປ່າໄມ້ແຂວງ ແລະ ມະຫາວິທະຍາໄລ ສະຫວັນນະເຂດ. 

 

postheadericon ການເຜີຍແຜ່ຂໍ້ມູນຂ່າວສານຈາກລະບົບຖານຂໍ້ມູນຕ່າງໆຂອງ ສຄກປ ໃຫ້ແກ່ນັກສຶກສາ ມຊ ແລະ ພະນັກງານ ສຄກປ

Latest
There are no translations available.

 

ນັບແຕ່ປີ 2004 ສູນຂໍ້ມູນຂ່າວສານໄດ້ມີການພັດທະນາລະບົບຂໍ້ມູນຂ່າວສານຕ່າງໆເຊັ່ນ: ຖານຂໍ້ມູນກະສິກຳ ແລະ ປ່າໄມ້ລາວ ແລະ ຖານຂໍ້ມູນຫ້ອງສະໝຸດເພື່ອຈຸດປະສົງສັງລວມ ແລະ ເຜີຍແຜ່ບັນດາເອກະສານຕ່າງໆທີ່ກ່ຽວກັບກະສິກຳ ແລະ ປ່າໄມ້ຢູ່ໃນ ສປປ ລາວ. ມາເຖີງປັດຈຸບັນລະບົບຖານຂໍ້ມູນດັ່ງກ່າວມີຂໍ້ມູນເຖີງ 3141 ຊື່ເລື້ອງ. ດັ່ງນັ້ນ, ເພື່ອເຮັດໃຫ້ການນຳໃຊ້ຖານຂໍ້ມູນດັ່ງກ່າວໃຫ້ກວ້າງຂວາງ ແລະ ເປັນປະໂຫຍດແກ່ສັງຄົມຫຼາຍຂື້ນ. ສູນຂໍ້ມູນຂ່າວສານກໍ່ໄດ້ລົງເຜີຍແຜ່ ແລະ ຝຶກອົບຮົມວິທີການຄົ້ນຫາຂໍ້ມູນຂ່າວສານ ຈາກລະບົບຖານ ຂໍ້ມູນຕ່າງໆຂອງສະຖາບັນໃຫ້ແກ່ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງຫຼາຍຄັ້ງ: ດັ່ງໃນວັນທີ 28/5/-6/6/2012. ຜ່ານມານີ້ກໍ່ໄດ້ລົງໄປເຜີຍແຜ່ຢູ່ທີ່ ຄະນະກະເສດສາດ, ຄະນະວິທະຍາສາດປ່າໄມ້, ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະວິທະຍາສາດທຳມະຊາດ, ຄະນະວິທະຍາສາດສັງຄົມ ( ມະຫາວິທະຍາໄລແຫ່ງຊາດ ), ໂຮງຮຽນເຕັກນິກກະສິກຳດົງຄຳຊ້າງ ແລະ ພະນັກງານບັນດາສູນຕ່າງທີ່ຂຶ້ນກັບສະຖາບັນ ມີຜູ້ເຂົ້າຮ່ວມທັງໝົດ 367 ຄົນ.

ແກ້ໄຂລ່າສຸດ (ມື້ຈັນທີ່ 18 ມິຖຸນາ 2012 ເວລາ 12: 57)

 

postheadericon ກອງປະຊຸມ ເປີດໂຄງການ ຄົ້ນຄວ້ານະໂຍບາຍພັດທະນາກະສິກຳ ແລະປ່າໄມ້

Latest
There are no translations available.

ເພື່ອເຮັດໃຫ້ການຕອບສະໜອງຂໍ້ມູນແລະເປັນບ່ອນອີງຂອງວຽກງານທາງດ້ານນະໂຍບາຍໃນການພັດທະນາກະສິກຳແລະປ່າໄມ້ໃຫ້ມີຄວາມຊັດເຈນ ແລະຖືກເປົ້າໝາຍແລະເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ມີການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳແລະມີແບບແຜນຂອງການເຮັດວຽກດັ່ງກ່າວ ສະນັ້ນໃນວັນທີ 12 ມິຖຸນາ 2012 ທີສະໂມສອນໃຫຍ່ສະຖາບັນ ຄົ້ນຄວ້່າກະສິກຳແລະປ່າໄມ້ແຫ່ງຊາດ ໄດ້ມີພິທີ ເປີດແຜນງານ ການຄົ້ນຄວ້ານະໂຍບາຍພັດທະນາກະສິກຳແລະປ່າໄມ້ ຈາກການໃຫ້ທຶນຊ່ວຍເຫລືອຈາກ ອົງການກອງທຶນສາກົນເພື່ອການພັດທະນາກະສິກຳ IFAD. ໂດຍ ເປັນປະທານ ຂອງທ່ານ ດຣ. ພວງປະຣິສັກ ປຣະວົງວຽງຄຳ ລັດຖະມົນຕີຊ່ວຍວ່າການ ກະຊວງກະສິກຳແລະປ່າໄມ້ ພ້ອມດ້ວຍ ອົງການສາກົນແລະຜູ້ໃຫ້ທຶນ ເຂົ້າຮ່ວມ ກວ່າ 60 ທ່ານ ແລະພ້ອມກັນນີ ກໍ່ໄດ້ຮັບຟັງການສະເໜີປະສົບການຈາກ ສສຫວຽດນາມໃນການຈັດຕັ້ງວຽກງານດັ່ງກ່າວອີກດ້ວຍ 

ແກ້ໄຂລ່າສຸດ (ມື້ອັງຄານທີ່ 12 ມິຖຸນາ 2012 ເວລາ 14: 26)

 

postheadericon ການນໍາ ສຄກປ ລົງເຄື່ອນໄຫວວຽກໂຄງການຄົ້ນຄ້ວາ ແລະ ຜະລິດແນວພັນເຂົ້າ ໃນຂອບເຂດທົ່ວປະເທດ (ຕົ້ນລະດູການຜະລິດປີ 2012)

There are no translations available.

ໂຄງການຄົ້ນຄ້ວາ ແລະຜະລິດແນວພັນເຂົ້າ ແມ່ນໂຄງການໜື່ງທີ່ລັດຖະບານແຫ່ງ ສປປ ລາວ ໃຫ້ຄວາມສໍາຄັນເປັນພິເສດ ໃນການສະໜອງງົບປະມານ-ການຊຸກຍູ້ ໃຫ້ມີການຈັດຕັ້ງປະຕິບັດໂຄງການ ຢ່າງຮີບດ່ວນໃນຂອບເຂດທົ່ວປະເທດ. ແນໃສ່ໃຫ້ມີເມັດພັນເຂົ້າອອກສູ່ຊາວນາ, ຜູ້ປະກອບການຕ່າງໆ ແລະ ມີເມັດພັນເຂົ້າແຮໄວ້ໃນຍາມສຸກເສີນ (ໂດຍສະເພາະເວລາທີ່ເກີດອຸຖົກກະໄພນໍ້າຖ້ວມ ແລະ ແຫ້ງແລ້ງ . ). ສະນັ້ນ, ລະຫວ່າງວັນທີ 25 ພືດສະພາ -10ມິຖຸນາ 2012, ທ່ານ ດຣ. ບຸນຖອງ ບົວຫອມ ຫົວໜ້າ ສຄກປ ທີ່ເປັນຜຸູ້ຊີ້ນໍາໂຄງການ ແລະ ຄະນະຮັບຜິດຊອບໂຄງ ການໄດ້ລົງເຄື່ອນໄຫວ ວຽກງານ ການຄົ້ນຄ້ວາ ແລະ ຜະລິດແນວພັນເຂົ້າ ຮ່ວມພະແນກກະສິກໍາ-ປ່າໄມ້ ແຂວງ ແລະ ລົງຫາ ສູນ-ສະຖານີຜະລິດແນວພັນເຂົ້າໃນຂອບເຂດທົ່ວປະເທດ. ຈຸດປະສົງຂອງການລົງຫາແຕ່ລະແຂວງ ແມ່ນ ເພື່ອສະເໜີຈຸດສົງຂອງໂຄງການ, ປຶກສາການຈັດຕັ້ງປະຕິບັດໂຄງການ, ການນໍາໃຊ້ງົບປະມານ ແລະ ທັງເປັນການເຊັນຂໍ້ຕົກລົງຮ່ວມມືຜະລິດແນວພັນເຂົ້າລະຫວ່າງ ສຄກປ ແລະພະແນກ ກະສິກຳ ແລະປ່າໄມ້ ແຂວງຢ່າງເປັນທາງການ. ເພື່ອໃຫ້ ແຂວງ ເປັນເຈົ້າການ ໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ

ແກ້ໄຂລ່າສຸດ (ມື້ຈັນທີ່ 04 ມິຖຸນາ 2012 ເວລາ 14: 51)

 

postheadericon ການຮ່ວມມືລາວ-ໄທ ໃນການປັບປຸງພັນເຂົ້າ

There are no translations available.

    ສູນພັນວິສະວະກຳ ແລະ ເຕັກໂນໂລຊີຊີວະພາບແຫ່ງຊາດ (BIOTECH) ຮ່ວມກັບມູນນິທິຣັອກກີເຟນເລີ (Rockefeller Foundation), Generation Challenge Program (GCP), ມະຫາວິທະຍາໄລກະເສດສາດ, ມະຫາວິທະຍາໄລເຕັກໂນໂລຊີຣາສະມົງຄຸນລ້ານນາລຳປາງ, ມະຫາວິທະຍາໄລອຸບົນຣາສະທານີ ແລະ ກົມການເຂົ້າ ໄດ້ທ່າຍທອດຄວາມຮູ້ ແລະ ການໃຊ້ເຕັກໂນໂລຊີເຄື່ອງໝາຍໂມເລກຸນ ໃນການຄັດເລືອກ ແລະ ປັບປຸງພັນເຂົ້າ (Marker Assisted Selection) ໃຫ້ແກ່ໜ່ວຍງານຫລັກໃນການພັດທະນາພັນເຂົ້າ ຂອງປະເທດໃນເຂດລຸ່ມແມ່ນ້ຳຂອງ ເຊິ່ງປະກອບດ້ວຍ ກົມການເຂົ້າ (ປະເທດໄທ), NAFRI (ສປປ ລາວ), DAR (ມຽນມາ) ແລະ CARDI (ກຳປູເຈຍ).
ຜ່ານການຈັດຕັ້ງປະຕິບັດໂດຍການຈັດຝຶກອົບຮົມແບບ hand-on training ໄລຍະຍາວ ແລະ ການສະໜັບສະໜູນທືນການສຶກສາໃນລະດັບປະລິນຍາໂທ/ເອກ ເພື່ອພັດທະນາບຸກຄະລາກອນດ້ານການປັບປຸງພັນພ້ອມທັງສະໜັບສະໜູນໂຄງສ້າງພື້ນຖານໃນການທົດສອບລັກສະນະທີ່ສຳຄັນທາງເຂດຕະກຳ. ແຕ່ລະປະເທດຈະເລືອກປັບປຸງພັນເຂົ້າທີ່ໄດ້ຮັບຄວາມນິຍົມຂອງປະເທດຕົນເອງໂດຍເສີມຈຸດດີ ແລະ ແກ້ໄຂຈຸດອ່ອນຂອງພັນໃຫ້ມີຄຸນລັກສະນະທີ່ດີທັງທາງດ້ານກະເສດ ແລະ ການຕະຫລາດໄປພ້ອມກັນ.

ແກ້ໄຂລ່າສຸດ (ມື້ຈັນທີ່ 04 ມິຖຸນາ 2012 ເວລາ 14: 52)

ອ່ານເພິ່ມເຕິມ...

 

postheadericon ກອງປະຊຸມ ປິດໂຄງການ ທາງດ້ານການແລກປ່ຽນຂໍ້ມູນຂ່າວສານພັນທຸກຳພືດ

Latest
There are no translations available.

ເພື່ອເປັນການຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງທາງ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດ ແລະອົງການອາຫານແລະການກະເສດ ໂດຍການສະໜັບສະໜູນທຶນຈາກທາງລັດຖະບານຍີ່ປຸ່ນ ໃນການຈັດຕັ້ງປະຕິບັດວຽກງານການແລກປ່ຽນຂໍ້ມູນຂ່າວສານ ທາງດ້ານພັນທຸກຳພືດໃນລາວ ເພື່ອແນ່ໃສ່ການຄໍ້າປະກັນທາງດ້ານສະບຽງອາຫານແລະການອະນຸລັກຊັບພະຍາກອນພັນພືດ ພ້ອມກັນນີ້ກໍແມ່ນເພື່ອເປັນການຮັກສາແນວພັນ ທີເປັນອາຫານແລະສາມາດຕິດຕາມການນຳໃຊ້ ການຂະຫຍາຍເຊືອພັນທີມີຄຸນຄ່າທາງອາຫານ ແລະປະຫວັດຂອງສາຍພັນຕ່າງໆ. ສະນັ້ນໃນວັນທີ 09/05/12 ທີສະຖາບັນຄົ້ນຄວ້າໄດ້ມີ ກອງປະຊຸມປິດໂຄງການດັ່ງກ່າວນີ້ຂຶ້ນ ແລະເປັນການສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານທີຜ່ານມາ ໂດຍການເປັນປະທານຂອງ ທ່ານ ຮສ. ດຣ. ລິນຄຳ ດວງສະຫວັນ ຮອງຫົວໜ້າ ສະຖາບນັຄົ້ນຄວ້າກະສິກຳລແະປ່າໄມ້ແຫ່ງຊາດ ແລະພະນັກງານຜູ້ຈັດຕັ້ງ ຄະນະສູນອ້ອມຂ້າງແລະມີສ່ວນຮ່ວມໃນການຈັດຕັ້ງໂຄງການກວ່າສາມປີຜາ່ນແລະໃນນີ້ ກອງປະຊຸມໃນເຫັນຄວາມສຳຄັນຂອງວຽກງານຂໍ້ມູນທາງດ້ານ ກຳມະພັນພືດທີມີແລະຄວນສືບຕໍ່ເພື່ອເປັນບ່ອນເກັບກຳຂໍ້ມູນດັ່ງກ່າວໄວ້.

ແກ້ໄຂລ່າສຸດ (ມື້ພະຫັດທີ່ 10 ພຶດສະພາ 2012 ເວລາ 12: 51)

 

postheadericon ການມອບຮັບເມັດພັນເຂົ້າໃຫ້ຊາວນາແຂວງ ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ ທີ່ຖືກຜົນກະທົບຈາກພະຍຸນົກເຕັນປີ2012

Latest
There are no translations available.

   ການກະກຽມໃສ່ລະດູການຜະລິດນາປີ 2012 ນີ້ ແຜນງານຄົ້ນຄ້ວາເຂົ້າແຫ່ງຊາດ ໂດຍສະເພາະແມ່ນໂຄງການປັບປຸງປະສິດທິພາບການຜະລິດເຂົ້າ ໄດ້ຮ່ວມກັບຜູ້ປະສານງານແຂວງ ແລະ ເມືອງ ຮີບຮ້ອນລົງກວດກາຄຸນນະພາບເມັດພັນ ໃນລະດັບກຸ່ມຊາວນາ, ກວດ ກາການຄັດເມັດພັນໃນສູນຖະຖານີ ພ້ອມນໍາສົ່ງເມັດພັນເຂົ້າລົງໃຫ້ກຸ່ມຊາວນາທັງໃນ ແລະ ນອກກຸ່ມການຜະລິດຂອງໂຄງການ ທີ່ຖືກຜົນກກະທົບຈາກໄພນໍ້າຖ້ວມ (ພະຍຸນົກເຕັນ 2011) ຊື່ງເປັນການປະຕິບັດຕາມການຕົກລົງກັນລະຫວ່າງ ສະຖາບັບຄົ້ນຄ້ວາກະສິກໍາ ແລະ ປ່າໄມ້ ກັບອົງການທະນາຄານໂລກ ໃນການໃຊ້ເງີນສ່ວນໜື່ງຂອງໂຄງການຊື້ເມັດພັນເຂົ້າແຈກຢາຍໃຫ້ຊາວນາຈໍານວນ 240 ໂຕນ, ຄິດເປັນມູນຄ່າ 1.152ຕື້ກີບ. ເມັດພັນດັ່ງກ່າວແມ່ນມອບໃຫ້  ຊາວນາຈໍານວນ 4,000 ຄອບຄົວ ທີ່ນອນໃນ 40 ບ້ານ, 11 ຕົວເມືອງຂອງ 3 ແຂວງ (ຄໍາມ່ວນ, ສະຫສັນນະເຂດ ແລະ ຈໍາປາສັກ).

ແກ້ໄຂລ່າສຸດ (ມື້ພະຫັດທີ່ 10 ພຶດສະພາ 2012 ເວລາ 14: 11)

ອ່ານເພິ່ມເຕິມ...

 

The Policy Brief Series is directed toward policy makers at all levels (national, provincial, district level) as well as international organizations and donor partners. These briefs are based on the experiences of NAFRI. It provides short, informative analysis on some of the most pressing issues related to agriculture and natural resource management facing Lao PDR. Click Here>>

LARF - 8

The Lao Agricultural Research Fund (LARF) aims to provide Lao scientists with an opportunity to compete for agricultural research funds.The LARF is open to government agencies, universities, agricultural colleges and NGO organisations based in the Lao PDR, which have a mandate to undertake agricultural research. Proposals must contain a defined research project, and can be of one or two years in duration. The annual funding limit for individual projects is US$6,000 and a maximum of US$10,000 for two year projects. The grant moneys are for expenditure only within the Lao PDR. More Info>>