| Description | ລັກສະນະພິເສດທາງດ້ານນິເວດກະສິກຳພາຍໃນເມືອງແປກ, ແຂວງຊຽງຂວາງແມ່ນມີສະພາບດິນທີ່ບໍ່ອຸດົມສົມບູນປານໃດ, ມີຄວາມເປັນກົດ (ດິນສົ້ມ), ເປັນເຂດທົ່ງພຽງທີ່ກວ້າງໃຫຍ່ໄພສານ ເຊິ່ງເປັນທີ່ຮູ້ຈັກກັນດີໃນນາມຂອງທົ່ງໄຫຫີນຊຽງຂວາງ. ລະບົບການຜະລິດໃນຂົງເຂດນີ້ ແມ່ນໄດ້ລິເລີ້ມຈາກການລ້ຽງສັດ. ດັ່ງນັ້ນ, ພື້ນຖານຂອງລະບົບການຜະລິດກະສິກຳໃນຂົງເຂດດັ່ງກ່າວແມ່ນມີຄວາມຈຳເປັນໃນການຂະຫຍາຍການລ້ຽງສັດ ແລະ ສະເໜີໃຫ້ມີການນຳໃຊ້ຝຸ່ນຄອກເຂົ້າໃນການປູກເຂົ້ານາໃນແຕ່ລະປີ. ເນື່ອງ ຈາກມີຄວາມຈຳກັດໃນການຂະຫຍາຍເນື້ອທີ່ທຳການຜະລິດກະສິກຳໃນເຂດທົ່ງພຽງ (ຕົວຢ່າງ: ການປ່ຽນແປງການນຳໃຊ້ທີ່ດິນໃນ ເຂດທົ່ງພຽງ ໄດ້ຫັນມາເຮັດນາໄປໝົດ ໂດຍບໍ່ມີພື້ນທີ່ຫຼົງເຫຼືອເພື່ອການປູກພືດຊະນິດອື່ນ), ຈາກການເພີ້ມຂື້ນຂອງການຜະລິດເຂົ້ານາ ໄດ້ສະແດງໃຫ້ເຫັນເຖິງສີ່ງທ້າທາຍ ແລະ ຄວາມໝັ້ນຄົງຂອງປະຊາຊົນໃນເຂດທົ່ງພຽງ, ເພາະໃນພື້ນທີ່ດັ່ງກ່າວແມ່ນຍັງບໍ່ທັນໄດ້ຖືກນຳໃຊ້ປຸ໋ຍເຄມີຫຼາຍເທື່ອ ຊາວກະສິກອນສ່ວນໃຫຍ່ນິຍົມໃຊ້ຝຸ່ນຄອກ. |