ການປູກຕົ້ນໄມ້ ແລະ ຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງ ວັນສ້າງຕັ້ງ ສຄກປ ແຫ່ງຊາດ ຄົບຮອບ 13 ປີ
| Latest |
ພິທີໄດ້ເລີ້ມຂຶ້ນ ໃນເວລາ 15:00 ມ ດ້ວຍການປູຕົ້ນໄມ້ ຊະນິດຕ່າງໆ ລົງໃນພື້ນທີ່ດິນເປົ່າຫວ່າງ ຂອງສໍານັກ ສຄກປ. ຊຶ່ງໃນນັ້ນ ມີທັງໄມ້ອຸດສາຫະກໍາ ທີ່ມີລາແພງ ແລະ ໄມ້ປະດັບປະດາອື່ນອີກ. ພາຍຫຼັງສິ້ນສຸດ ພິທີ ການປູກຕົ້ນໄມ້, ໃນເວລາ 16:00 ໄດ້ເລີ່ມຈັດພິທີຍ່າງເພື່ອສຸຂະພາບຂຶ້ນ ຊຶ່ງເລີ່ມຕົ້ນຄວ້ຍການ ກ່າວເປີດ ຂອງ ທ່ານ ໄວຍະພັດ ທັດຕະມະນີວົງ, ຫົວໜ້າ ພະແນກບໍລິການ, ສຄກປ ແຫ່ງຊາດ ໂດຍໄດ້ກ່າວສະຫຼຸບຫຍໍ້ ພິທີການປູກຕົ້ນໄມ້, ບັນດາສູນ ແລະ ພະນກການຕ່າງໆ ທີ່ໃຫ້ການສະໜັຍສະໜູນ ໃນງານດັ່ງກ່າວ. ຫຼັງຈາກນັ້ນ ຈຶ່ງໄດ້ກ່າວຈຸດປະສົງ ໃນການຍ່າງ ແລະ ປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງ ສຄກປ ແຫ່ງຊາດ. “ສະຖາບັນ ຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ ໄດ້ສ້າງຕັ້ງຂຶ້ນ ໃນວັນທີ 19 ເມສາ 1999, ເພື່ອຈຸດປະສົງເຕົ້າໂຮມເອົາ ບັນດາກິດຈະກໍາການຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ໃນທົ່ວປະເທດ ແລະ ເພື່ອພັດທະນາ ລະບົບປະສານງານ ການຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ໃຫ້ດີຂຶ້ນ”. ຫຼັງຈາກນັ້ນ ກໍໄດ້ຍ່າງອ້ອມ ສໍານັກ ສຄກປ ແຫ່ງຊາດ ອ້ອມມາຫາເດີ່ນບານ ຂອງສູນຂໍ້ມູນຂ່າວສານ ໄດ້ທັງໝົດ 3 ຮອບ ຈຶ່ງສິ້ນສຸດຂະບວນການຍ່າງເພື່ອສຸຂພາບ.
| < ຖອຍຫຼັງ | ຕໍ່ໄປ > |
|---|
ແກ້ໄຂລ່າສຸດ (ມື້ພະຫັດທີ່ 10 ພຶດສະພາ 2012 ເວລາ 13: 56)




