National Agriculture and Forestry Research Institute Render the +1 button
ປ້າຍໂຄສະນາ
Lao (ພາສາລາວ)English (United Kingdom)
ແຈ້ງການ
There are no translations available.

Job Announcement!!

Improving the Resilience of the Agricultural Sector in Lao PDR to Climate Change Impacts (IRAS) - NAPA Follow-Up Project is seeking for long-term contract staff in several positions (More detail)

NAFRI Knowledge Bases
Featured Links:
Lao Uplands Sourcebook is a compendium of 72 lessons learned, technologies, methods and best practices for uplands development. Click here to see.
Lao Non-Timber Forest Products Wiki This wiki has been created to allow all NTFP lovers (and those just learning about NTFPs) an opportunity to learn more and contribute to the growing body of knowledge about NTFPs in Lao. Click here to visit
Its overall objective is to share information related to plant genetic resources and, in particular, to the implementation of the Global Plan of Action (GPA) on Plant Genetic Resources for Food and Agriculture (PGRFA) in Lao PDR. Click here to visit
Conservation Agriculture is an agroecological approach associating rural development with environmental preservation. It is a generic concept integrating the whole agricultural practices and aiming both at viability and sustainability of agriculture and environment protection. Click here to visit
ເຂົ້າສູ່ລະບົບເມືອຕ້ອງການລົງບົດຄວາມ



ກະລຸນາລົງທະບຽນກ່ອນຫາກທ່ານຍັງບໍ່ມີ
ເກັບກຳສະຖິຕິ
Content View Hits : 1449656
ສຳຫລວດຄວາມຄິດເຫັນ
ທ່ານຄິດວ່າເວັບໄຊໃໝ່ຂອງສະຖາບັນເປັນຈັງໃດ?
 
ເທັກນິກກະສິກຳ
There are no translations available.

ບັນດາເທັກນິກກະສິກຳແລະປ່າໄມ້ ທີ່ຄວນຮູ້ເພື່ອເປັນການປັບປຸງ ຜົນຜະລິດກະສິົກຳ ປ່າໄມ້ແລະການລ້ຽງສັດໃຫ້ຖືກຕ້ອງ ຕາມເຕັກນິກແລະຮູບແບບ. ເປັນເທັກນິກທີບໍ່ຍຸ້ງຍາກແລະສັບສົນ ເຮັດໄດ້ງ່າຍ ໂດຍບໍ່ຕ້ອງຜ່ານການຝືກອົບຮົມ ປະຊາຊົນ ຊາວກະສິກອນສາມາດນຳໄປໃຊ້ໄດ້ ໃນຮົ່ວສວນ ແປງການຜະລິດເພື່ອເພີ່ມຜົນຜະລິດ ແລະລົດຄ່າໃຊ້ຈ່າຍຕ່າງ ຂໍ້ມູນເພີ່ມເຕີມຕິດຕໍ່ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້

technic

Home

postheadericon ກະຊວງກະສິກຳ ແລະ ປ່າໄມ້ ສະຫຼອງປີໃໝ່ລາວ ພສ 2556.

Latest
There are no translations available.

ໃນວັນທີ 12 ເດືອນ ເມສາ 2013 ກະຊວງກະສິກຳແລະປ່າໄມ້ ໄດ້ຈັດພິທີ ສະຫຼອງປີໃໝ່ລາວ ພສ 2556 ຂິ້ນທີ່ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ເພື່ອເປັນການອວຍໄຊໃຫ້ພອນຊຶ່ງກັນແລະກັນ ແລະ ຍ້ອງຍໍຊົມເຊີມຜົນງານໄລຍະ 6 ເດືອນຕົ້ນປີ ກະຕຽມສືບຕໍ່ສ້າງຜົນງານ 6 ເດືອນທ້າຍປີ ສົກປີ 2012-13 ພ້ອມນັ້ນກໍເພື່ອແນໃສ່ເພີ້ມທະວີຄວາມສາມັກຄີ ລະຫວ່າງພະນັກງານທົ່ວກະຊວງໃຫ້ແໜ້ນແຟ້ນກວ່າເກົ່າ. ເປັນກຽດເຂົ້າຮ່ວມພິທີມີ ທ່ານ ວິໄລວັນ ພົມເຂ ກຳມະການ ສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີວ່າການ ກະຊວງ ກະສິກຳແລະປ່າໄມ້, ບັນດາທ່ານລັດຖະມົນຕີຊ່ວຍວ່າການ, ບັນດາທ່ານ ຫົວໜ້າກົມ, ຮອງກົມ, ຫົວໜ້າສະຖາບັນ, ຮອງຫົວໜ້າສະຖາບັນ, ຫົວໜ້າສູນ, ຮອງສູນ ແລະ ພະນັກງານ ລັດຖະກອນ ພາຍໃນກະຊວງ, ພ້ອມດ້ວຍ ພະນັກງານອາວຸໂສບຳນານ, ນັກທຸລະກິດ ຈຳນວນນື່ງ. ໃນໂອກາດ ອັນສະຫງ່າລາສີນັ້ນ, ທ່ານ ວິໄລວັນ ພົມເຂ ກໍໄດ້ ຕ່າງໜ້າໃຫ້ການນຳພັກ-ລັດ ກະຊວງກະສິກຳແລະປ່າໄມ້ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນງານໄລຍະຜ່ານມາ ແລະ ໃຫ້ທິດທາງແຜນການສູ້ຊົນຕໍ່ໜ້າ ພ້ອມດຽວກັນກໍໄດ້ອວຍໄຊໃຫ້ພອນອັນປະເສີດແດ່ພະນັກງານລັດຖະກອນທັງໝົດ ຈົ່ງມີສຸຂະພາບເຂົ້ມແຂງ, ມີຄວາມສຸກໃນຊີວິດສ່ວນຕົວແລະຄອບຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານທີ່ຍິ່ງໃຫຍ່ກວ່າເກົ່າ, ສູ້ຊົນປະຕິບັດໜ້າທີ່ ຊຶ່ງການຈັດຕັ້ງມອບໝາຍໃຫ້ ຢ່າງມີປະສິດຕິພາບ ປະສິດຕິຜົນດີຍິ່ງໆຂຶ້ນໄປ. ພ້ອມກັນຮັກສາຄວາມີັກແພງສາມັກຄີ, ຄວາມສະຫງົບ ປອດໄພ ແລະ ຫຼິ້ນບຸນປີໃໝ່ລາວໃຫ້ສະໜຸກສະໜານ ມ່ວນຊື່ນຕາມຮີດຄອງປະເພນີອັນດີງາມຂອງລາວ. ໃນງານສະຫຼອງປີໃໝ່ລາວນີ້ ໄດ້ມີພິທີສູ່ຂັວນບາສີ ອວຍໄຊໃຫ້ພອນແດ່ການນຳກະຊວງ, ພະນັກກງານທຸກທົ່ວໜ້າ, ການຮ່ວມພາເຂົ້າສາມັກຄີ, ຫົດນ້ຳ ດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ..

ແກ້ໄຂລ່າສຸດ (ມື້ພະຫັດທີ່ 02 ພຶດສະພາ 2013 ເວລາ 14: 26)

 

postheadericon ກອງປະຊຸມ ທາງຜ່ານປາ ຂອງຂົງເຂດອາຊີຕາເວັນອອກສ່ຽງໃຕ້ ທີ່ຈັງຫວັດຂອນແກ່ນ, ປະເທດໄທ

Latest
There are no translations available.

     ກອງປະຊຸມສຳມະນາກ່ຽວກັບທາງຜ່ານປາຂອງຂົງເຂດອາຊີຕາເວັນອອກສ່ຽງໃຕ້ ໄດ້ຈັດຂື້ນລະຫວ່າງວັນທີ່ 17 ຫາ 20 ມີນາ 2013. ມີຕົວແທນທີ່ມາຈາກ FAO, SEAFDEC, ແຜນງານປະມົງຂອງ MRC ບັນດາວິຊາການດ້ານປະມົງ, ວິສະວະກຳ ແລະ ນັກບໍລິຫານຈາກ 8 ປະເທດໃນອາຊີຕາເວັນອອກສ່ຽງໃຕ້ ຄື່:ປະເທດໄທ, ປະເທດມະເລເຊຍ, ປະ ເທດຟີລິບປິນ, ປະເທດອິນໂດເນເຊຽ, ປະເທດພະມ້າ, ປະເທດລາວ, ປະເທດກຳປູເຈຽ ແລະ ປະເທດຫວຽດນາມ ເຂົ້າຮ່ວມທັງໝົດ 41 ຄົນ, ໃນນີ້ຈາກ ສ ປ ປ ລາວ ຈຳນວນ 8 ຄົນທີ່ມາຈາກສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ກົມລ້ຽງສັດ ແລະ ການປະມົງ, ກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ແລະ ຄະນະກະເສດ ສາດນາບົງ ມະຫາວິທະຍາໄລແຫ່ງຊາດ.
     ຈຸດປະສົງຂອງກອງປະຊຸມແມ່ນເພື່ອແລກປ່ຽນປະສົບປະການກ່ຽວກັບການນຳໃຊ້ ແລະ ພັດທະນາທາງຜ່ານປາໃນຂົງ ເຂດອາຊີ ແລະ ໃນໂລກ. ເພື່ອຊອກຫາວີທີການປັບປຸງທາງຜ່ານປາໃນອານາຄົດໃຫ້ມັນດີຂື້ນ ແລະ ທັງເໝາະສົມກັບສະ ພາບຕົວຈິງຂອງຂົງເຂດອາຊີ ໂດຽສະເພາະແມ່ນອາຊີຕາເວັນອອກສ່ຽງໃຕ້

ແກ້ໄຂລ່າສຸດ (ມື້ພະຫັດທີ່ 02 ພຶດສະພາ 2013 ເວລາ 14: 27)

 

postheadericon ກອງປະຊຸມສະຫຼຸບ ແລະ ວາງແຜນປະຈຳປີຂອງໂຄງການ ACIAR

Latest
There are no translations available.

 

ໃນຕອນເຊົ້າຂອງວັນທີ 08-10, ເດືອນເມສາ (4), ປີ 2013 ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ໄດ້ເປີດກອງປະຊຸມສະຫຼຸບ ແລະ ວາງແຜນປະຈຳປີຂອງໂຄງການ ປັບປຸງລະບົບການຜະລິດ ແລະ ການຕະຫຼາດ ໂດຍການສະໜັບສະໜູນຈາກ ACIAR ທີ່ ຫ້ອງປະຊຸມຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ, ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ດຣ ບຸນຖອງ ບົວຫອມ, H.E Ms. Lynda WORTHAISONG ທູດ Australia ປະຈຳລາວ, ທ່ານ ດຣ John DIXON ເປັນຜູ້ຈັດ ແລະ ການຄົ້ນຄວ້າດ້ານພຶດ ແລະ ເສດຖະກິດ ຂອງໂຄງການ, ໃນນັ້ນມີຜູ້ປະສານງານໂຄງການ ທ່ານ ດຣ ເພັງ ເຊັງຊື ແລະ ພະນັກງານວິຊາການຂອງໂຄງການ. ແລະບັນດາຜູ້ປະສານງານທີ່ມາ ເຂົ້າຮ່ວມຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ວິຊາການ ຈາກເມືອງ ອຸທຸມພອນ, ເມືອງພະລານໄຊ, ເມືອງເຊໂປນ, ເມືອງນອງຂອງ ແຂວງສະຫວັນນະເຂດ ແລະ  ເມືອງສຸກຸມມາ, ເມືອງມຸນລະປະໂມກ, ເມືອງໂພນທອງ ຂອງແຂວງຈຳປາສັກ ພ້ອມດ້ວຍບັນດາວິຊາການຕ່າງໆທີ່ເຂົ້າຮ່ວມກວ່າ 70 ທ່ານເຂົ້າຮ່ວມ.

ແກ້ໄຂລ່າສຸດ (ມື້ພະຫັດທີ່ 02 ພຶດສະພາ 2013 ເວລາ 14: 21)

 

postheadericon ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການຄ້ຳປະກັນສະບຽງອາຫານ ໃນເຂດພູດອຍພາກເໜືອ, ສປປ ລາວ

Latest
There are no translations available.

     ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໂດຍ ໂຄງການຄົ້ນຄວ້າລະບົບການຜະລິດກະສິກໍາໂດຍເອົາເຂົ້າເປັນພື້ນຖານ ໃນເຂດພູດອຍ ຢູ່ ສປປ ລາວ (NURiFaR) ຢູ່ສະໂມສອນ ຂອງ ແຂວງອຸດົມໃຊ, ໃນວັນທີ 14-15 ມີນາ 2013, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ບຸນທັນ ວັນນະໃຈ, ຄະນະປະຈໍາພັກແຂວງ ຜູ້ຊີ້ນໍາຂົງເຂດເສດຖະກິດ ຫົວໜ້າພະແນກອຸດສາຫະກໍາການຄ້າ, ທ່ານ ດຣ. ວັນທອງ ແພງວິຈິດ, ຮອງຫົວໜ້າ ສະຖາບັນ ຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ, ທ່ານ ອານົນ ຄໍາຮຸ່ງ, ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ທ່ານ ສົມແກ້ວ ມະນີວັນ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ແລະ ທ່ານ ນາງ ວຽງຊອງ ຈິດຕະວົງ, ຜູ້ຕາງໜ້າອົງການພັດທະນາ ແຫ່ງປະເທດສະວິດ. ມີຜູ້ເຂົ້າຮ່ວມທັງໝົດ 115 ຄົນ ທີ່ມາຈາກ ພາກສ່ວນຕ່າງໆ ເຊັ່ນ: ບັນດາພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຫ້ອງການກະສິກໍາ  ໃນແຂວງພາກເໜືອ ຄື: ແຂວງອຸດົມໄຊ, ຫຼວງພະບາງ, ໄຊຍະບຸລີ, ບໍ່ແກ້ວ, ຜົ້ງສາລີ, ຫຼວງນໍ້າທາ ແລະ ແຂວງຫົວພັນ.
     ໃນກອງປະຊຸມໄດ້ນຳສະເໜີຜົນໄດ້ຮັບ, ຖອດຖອນ ແລະ ແລກປ່ຽນບົດຮຽນ ຂອງໂຄງການ NURiFaR ກັບບັນດາພາກສ່ວນທີ່ກ່ຽວຂ້ອງກັບລະບົບການຄໍ້າປະກັນສະບຽງອາຫານ (ເຊິ່ງລວມທັງເຂົ້າ ແລະ ອົງປະກອບອື່ນໆ) ຢູ່ ພາກ ເໜືອ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ໄດ້ເປັນໂອກາດອັນດີທີ່ຜູ້ເຂົ້າຮ່ວມທຸກຄົນ ໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບປະ ເດັນການຄໍ້າປະກັນຢູ່ໃນເຂດພູດອຍ, ພ້ອມທັງນຳເອົາຜົນຂອງການສົນທະນາສະເໜີຕໍ່ການນຳທີ່ກ່ຽວຂ້ອງ.

ແກ້ໄຂລ່າສຸດ (ມື້ຈັນທີ່ 25 ມີນາ 2013 ເວລາ 14: 22)

 

postheadericon ການຈັດຕັ້ງປະຕິບັດ ແຜນການ ແລະ ແຜນງົບປະງານ 2011-2012 ແລະ 2013-2014 ຂອງ ສຄກປ

Latest
There are no translations available.


     ໃນຕອນເຊົ້າຂອງວັນທີ 10 ມັງກອນ 2013 ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນການ ແລະ ແຜນງົບປະມານສົກປີ 2011-2012 ແລະ ກະກຽມຈັດຕັ້ງປະຕິບັດແຜນການ ແລະ ແຜນງົບປະມານຂອງປີ 2013-2014 ຂຶ້ນ. ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ດຣ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ. ໃນນັ້ນມີຜູ້ເຂົ້າຮ່ວມຈາກກົມແຜນການກະຊວງ ກປ, ຫົວໜ້າ ຄະນະສູນ, ບັນດາພະແນກການ, ຄະນະສູນຕັ້ງໃຫມ່ຈາກແຂວງ ຫລວງນໍ້າທາ ສະຫວັນນະເຂດ ຈຳປາກສັກ ແລະ ສາລະວັນ ພ້ອມດ້ວຍບັນດາວິຊາການທີ່ກ່ຽວຂ້ອງອອ້ມຂ້າງ ທີ່ຂຶ້ນກັບສະຖາບັນເຂົ້າຮ່ວມ ທັງໜົດ 46 ທ່ານ. ເພື່ອສະຫຼຸບຕີລາຄາການເຄື່ອນໄຫວວຽກງານຜ່ານມາຂອງສົກປີ 2011-2012 ແລະ ການຈັດຕັ້ງປະຕິບັດແຜນການ 2012-2013,  ເຜີຍແຜ່ບົດແນະນຳລະບຽບການນຳໃຊ້ງົບປະມານການລົງທຶນຂອງລັດ ແລະ ກະກຽມແຜນຈັດຕັ້ງປະຕິບັດແຜນການ ແລະ ແຜນງົບປະມານຂອງສົກປີ 2013-2014.
    

ແກ້ໄຂລ່າສຸດ (ມື້ພຸດທີ່ 13 ກຸມພາ 2013 ເວລາ 09: 37)

 

postheadericon ພິທີຍ້ອງຍໍສະຫລຸບຜົນງານ 5 ປີ ໃຫ້ແກ່ພະນັກງານ ສຄກປ

Latest
There are no translations available.

ໃນວັນທີ 28/12/12 ທີສະໂມສອນ ສະຖາບັນໄດ້ມີການຈັດພິທີຍ້ອງຍໍຜົນງານ 5ປີ ໃຫ້ແກ່ພະນັກງານສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດ ຊຶງໃນນີ້ກໍ່ເພື່ອເປັນການສະຫລຸບຜົນງານຂອງການຈັດຕັ້ງປະຕິບັດວຽກງານ ແລະ ການປະກອບສ່ວນເຂົ້າໃນວຽກງານການພັດທະນາປະເທດ ໂດຍສະເພາະວຽກງານການຄົ້ນຄວ້າກະສິກຳ, ໂດຍການເປັນປະທານ ຂອງລັດຖະມົນຕີຊ່ວຍ ທ່ານ ດຣ ພວງປະລິສັກ ປະວົງວຽງຄຳ ແລະ ທ່ານ ດຣ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ໃນການມອບຫລຽນໄຊ ຫລຽນກາແຮງງານ ແລະ ໃບຍ້ອງຍໍຕ່າງໆໃຫ້ແກ່ພະນັກງານຜູ້ໄດ້ມີຜົນງານຜ່ານມາ ແລະ ໃນນັ້ນແມ່ນຍັງໄດ້ເປັນການວາງແນວທາງການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເພື່ອໃຫ້ສາມາດບຸກທະລຸຕາມເປົ້າໝາຍທີວາງໄວ້ ຂອງການຄົ້ນຄວ້າກະສິກຳ.

ແກ້ໄຂລ່າສຸດ (ມື້ສຸກທີ່ 29 ມີນາ 2013 ເວລາ 08: 46)

 

postheadericon ກອງ​ປະຊຸມ​ສະຫຼຸບປະຈຳ​ໄຕ​ມາດ IV ສົກ​ປີ 2012, ​ແຜນການ​ໄຕ​ມາດ I ​ແລະ ແຜນປະຈຳສົກ​ປີ 2013

Latest
There are no translations available.

ໃນວັນທີ 13-14 ທັນວາ 2012, ໂຄງການປັບຕົວດ້ານກະສິກຳ ຕໍ່ສະພາບການປ່ຽນແປງດິນຟ້າອາກາດ ໄດ້ຈັດກອງປະຊຸມສະຫຼຸບປະຈຳໄຕມາດ IV ສົກປີ 2012, ແຜນການໄຕມາດ I ແລະ ແຜນການປະຈຳປີສົກປີ 2013 ທີ່ສູນຝຶກອົບຮົມຮ່ວມມືສາກົນລາວ-ຍີ່ປຸ່ນ (ICTC), ທີ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດຂອງທ່ານ  ຄຳພອນ ມູນລະໄມ ຫົວໜ້າປະສານງານໂຄງການ IRAS ພ້ອມທັງມີພະນັກງານວິຊາການໂຄງການ ແລະ ຄູ່ຮ່ວມງານຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 60 ທ່ານ.
    ກອງປະຊຸມດັ່ງກ່າວ ແມ່ນໄດ້ສະຫຼຸບຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນໄຕມາດ IV ສົກປີ 2012 ເຊິ່ງໃນນີ້ແມ່ນໄດ້ເນັ້ນໃສ່ 2 ແຂວງເປົ້າໝາຍ (ແຂວງໄຊຍະບູລີ ແລະ ແຂວງສະຫວັນນະເຂດ) ລາຍງານໃນການຈັດຕັ້ງປະຕິບັດວຽກງານຢູ່ພາກສະໜາມ ແລະ ສະເໜີບາງບັນຫາທີ່ປະເຊີນ ເພື່ອໃຫ້ທີ່ປະຊຸມສະເໜີວິທີທາງແກ້ໄຂ ເພື່ອໃຫ້ການປະຕິບັດວຽກງານໃນປີຕໍ່ໜ້າໄດ້ຮັບປະສິດຕິຜົນຫຼາຍຂຶ້ນ.
    ໃນໂອກາດດຽວກັນນີ້, ພະນັກງານວິຊາການຂອງໂຄງການ ແລະ ຄູ່ຮ່ວມງານຈາກກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກົມຈັດສັນ ແລະ ພັດທະນາທີ່ດິນ, ກົມຄຸ້ມຄອງໄພພິບັດແຫ່ງຊາດ ແລະ ປ່ຽນແປງດິນຟ້າອາກາດ, ຫ້ອງການກອງເລຂານຸການຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດແຫ່ງຊາດ ນຳສະເໜີແຜນໃນໄຕມາດ I ແລະ ແຜນປະຈຳປີ 2013  ນອກຈາກນີ້ຍັງໄດ້ເປີດໂອກາດໃຫ້ທຸກທ່ານປະກອບຄຳຄິດຄຳເຫັນໃສ່ແຜນປະຈຳປີ 2013 ເພື່ອເຮັດໃຫ້ແຜນດັ່ງກ່າວມີຄຸນນະພາບ ແລະ ມີປະສິດຕິຜົນ

 

The Policy Brief Series is directed toward policy makers at all levels (national, provincial, district level) as well as international organizations and donor partners. These briefs are based on the experiences of NAFRI. It provides short, informative analysis on some of the most pressing issues related to agriculture and natural resource management facing Lao PDR. Click Here>>

LARF - 8

The Lao Agricultural Research Fund (LARF) aims to provide Lao scientists with an opportunity to compete for agricultural research funds.The LARF is open to government agencies, universities, agricultural colleges and NGO organisations based in the Lao PDR, which have a mandate to undertake agricultural research. Proposals must contain a defined research project, and can be of one or two years in duration. The annual funding limit for individual projects is US$6,000 and a maximum of US$10,000 for two year projects. The grant moneys are for expenditure only within the Lao PDR. More Info>>