National Agriculture and Forestry Research Institute Render the +1 button
Banner
Lao (ພາສາລາວ)English (United Kingdom)
Announcement

Job Announcement!!

Improving the Resilience of the Agricultural Sector in Lao PDR to Climate Change Impacts (IRAS) - NAPA Follow-Up Project is seeking for long-term contract staff in several positions (More detail)

NAFRI Knowledge Bases
Featured Links:
Lao Uplands Sourcebook is a compendium of 72 lessons learned, technologies, methods and best practices for uplands development. Click here to see.
Lao Non-Timber Forest Products Wiki This wiki has been created to allow all NTFP lovers (and those just learning about NTFPs) an opportunity to learn more and contribute to the growing body of knowledge about NTFPs in Lao. Click here to visit
Its overall objective is to share information related to plant genetic resources and, in particular, to the implementation of the Global Plan of Action (GPA) on Plant Genetic Resources for Food and Agriculture (PGRFA) in Lao PDR. Click here to visit
Conservation Agriculture is an agroecological approach associating rural development with environmental preservation. It is a generic concept integrating the whole agricultural practices and aiming both at viability and sustainability of agriculture and environment protection. Click here to visit
ເຂົ້າສູ່ລະບົບເມືອຕ້ອງການລົງບົດຄວາມ



ກະລຸນາລົງທະບຽນກ່ອນຫາກທ່ານຍັງບໍ່ມີ
Statistics
Content View Hits : 1451383
Polls
What do you think of the new NAFRI website
 
ເທັກນິກກະສິກຳ

ບັນດາເທັກນິກກະສິກຳແລະປ່າໄມ້ ທີ່ຄວນຮູ້ເພື່ອເປັນການປັບປຸງ ຜົນຜະລິດກະສິົກຳ ປ່າໄມ້ແລະການລ້ຽງສັດໃຫ້ຖືກຕ້ອງ ຕາມເຕັກນິກແລະຮູບແບບ. ເປັນເທັກນິກທີບໍ່ຍຸ້ງຍາກແລະສັບສົນ ເຮັດໄດ້ງ່າຍ ໂດຍບໍ່ຕ້ອງຜ່ານການຝືກອົບຮົມ ປະຊາຊົນ ຊາວກະສິກອນສາມາດນຳໄປໃຊ້ໄດ້ ໃນຮົ່ວສວນ ແປງການຜະລິດເພື່ອເພີ່ມຜົນຜະລິດ ແລະລົດຄ່າໃຊ້ຈ່າຍຕ່າງ ຂໍ້ມູນເພີ່ມເຕີມຕິດຕໍ່ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້

technic

Home

postheadericon ກອງປະຊຸມສະຫລຸບວຽກງານກະສິກຳແລະປ່າໄມ້ທົ່ວປະເທດ

NAFRI Past Events

 

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງຂະແໜງການກະສິກຳແລະປ່າໄມ້ທົ່ວປະເທດໃຫ້ມີປະສິດທິພາບແລະໝາກຜົນສຳເລັດອັນຈົບງາມໃນຕໍ່ຫນ້າ ດັ່ງນັ້ນໃນວັນທີ 12-14 ເດືອນມັງກອນ ປີ 2011 ທີ ສະໂມສອນ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ໄດ້ມີເປີດບັນກອງປະຊຸມ ສະຫລຸບວຽກງານກະສິກຳແລະປ່າໄມ້ ຂຶ້ນໂດຍການເປັນປະທານຂອງທ່ານ ຮອງນາຍຍົກລັດຖະມົນຕີ ພະນະ ທ່ານ ສົມສະຫວາດ ເລັ່ງສະຫວັດ ແລະພ້ອມດ້ວຍ ບັນດາລັດຖະມົນຕີ,ຮອງລັດຖະມົນຕີ, ຮອງເຈົ້າແຂວງແລະພະແນກການກະສິກຳທົ່ວປະເທດເຂົ້າຮ່ວມກວ່າ ສີ່ຮ້ອຍກວ່າທ່ານ, ກອງປະຊຸມກໍ່ແມ່ນເພື່ອເປັນການສະຫລຸບຜົນການຈັດຕັ້ງປະຕິບັດຜ່ານມາ ແລະແຜນຫ້າປີໃນຕໍ່ໜ້າຂອງວຽກງານກະສິກຳແລະປ່າໄມ້ໃນລາວເຮົາ ແລະພ້ອມກັນນີ້ກໍ່ໃນມີການປູກຕົ້ນໄມ້ເປັນທີລະນຶກຂອງທ່ານ ຮອງນາຍຍົກ ອີກດ້ວຍ (ຮູບພາບກິດຈະກຳ)

Last Updated (Wednesday, 12 January 2011 14:46)

 

postheadericon ສຳເລັດກອງປະຊຸມລະດັບພູມິພາກ ກ່ຽວກັບການສະເໜີ ແລະ ປະກອບຄຳເຫັນຕໍ່ ຍຸດທະສາດພັດທະນາກະສິກຳ ຮອດປີ 2020, ແຜນແມ່ບົດ ແລະ ແຜນການລົງທຶນ 5 ປີ (2011-2015) ຂອງກະຊວງກະສິກຳ ແລະ ປ່າໄມ້, ທີ່ແຂວງບໍລິຄຳໄຊ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ

NAFRI Past Events

 

ເພື່ອ​ເປັນ​ການ​ພັດທະນາ​ວຽກ​ງານ​ຂອງ​ຂະ​ແໜງ​ການກະສິກຳ ​ແລະ ປ່າ​ໄມ້ ກໍ່​ຄື​ພັດທະນາ​ປະ​ເທດ​ຊາດ, ກະຊວງ​ກະສິກຳ ແລະ ປ່າ​ໄມ້ ​ໄດ້​ສ້າງ​ສາມ​ເອກະສານ​ທີ່​ສຳຄັນ​ສຳລັບການພັດທະນາວຽກງານຂອງ​ຂະ​ແໜງ​ການ​ກະສິກຳ ​ແລະ ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ ຄື:

1.   ເອກະສານຍຸດ​ທະ​ສາດ​ພັດທະນາ​ກະສິກຳ ​ຂອງ ສປປ ລາວ ຮອດ​ປີ 2020

2.   ​ແຜນ​ແມ່​ບົດ 5 ປີ (2011-2015), ແລະ ​

3.   ​ແຜນການ​ລົງທຶນ 5 ປີ (2011-2015)

ສາມ​ເອກະສານ​ດັ່ງກ່າວ ​ແມ່ນ​ໝາກຜົນ​ຂອງ​ທີມງານ​ຈາກ ກົມ​ແຜນການ, ກະຊວງກະສິກຳ ແລະ ປ່າໄມ້ ​ແລະ ສູນຄົ້ນຄ້ວານະໂຍບາຍ ກະສິກຳ ແລະ ປ່າໄມ້ ຂອງສະ​ຖາ​ບັນ​ຄົ້ນ​ຄ້ວາ​​ກະສິກຳ ​ແລະ ປ່າໄມ້ແຫ່ງ​ຊາດ ປະສານສົມທົບກັບ ກົມ, ກອງ ແລະ ພາກສ່ວນ ກ່ຽວຂ້ອງຂອງ ກະຊວງ ກະສິກຳ ແລະ ປ່າໄມ້. ເພື່ອເຮັດໃຫ້ບັນດາເອກະສານ ການພັດທະນາດັ່ງກ່າວ ມີເນື້ອໃນສົມບູນ, ຄົບຖ້ວນດ້ວຍເນື້ອໃນ ແລະ ມີປະສິດທິພາບສູງສຸດ, ທີ​ມງານ​ສ້າງ​ຮ່າງ​ຍຸດ​ທະ​ສາດ ຈຶ່ງມີ​ຄວາມ​ຈຳ​ເປັນ​​​ໄດ້​ຈັດ​ກອງ​ປະຊຸມລະດັບພາກເພື່ອ​ປຶກສາ​ຫາລື ກັບ​ບັນດາພະແນກກະສິກຳ ແລະ ປ່າໄມ້ຂອງແຕ່ລະແຂວງ ໃນທົ່ວປະເທດ ກໍ​ຄື​ຂັ້ນທ້ອງ​ຖິ່ນ, ເຊິ່ງ​ໄດ້ຈັດຂຶ້ນ 3 ຄັ້ງໃນ 3 ພາກ ຄື:

Last Updated (Wednesday, 12 January 2011 15:29)

Read more...

 

postheadericon ຄະນະຜູ້ແທນກະຊວງກະສິກໍາ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມເຂົ້ານາໆຊາດຄັ້ງທີ 3 ທີ່ ສສ ວຽດນາມ.

NAFRI Past Events


 

ວັນ​ທີ 9-12 ພະຈິກ 2010 ຄະນະຜູ້ແທນ​ລາວ​ ນຳໂດຍ ທ່ານ ດຣ ຕີ ພົມມະສັກ ລັດຖະມົນຕີຊ່ວຍ​ວ່າການ​ກະ ຊວງ​ກະສິກຳ ​ແລະ ​ປ່າ​ໄມ້ ພ້ອມພະນັກງານ​ການ​ນຳ​ຂອງ ສະ​ຖາ​ບັນ​ຄົ້ນ​ຄ້ວາກະສິກຳ ​ແລະ ​ປ່າ​ໄມ້​ແຫ່ງຊາດ, ກົມ​ປູກຝັງ​, ​ກອງ​ສົ່ງ​ເສີມ​ກະສິກຳ ​ແລະ ປ່າ​ໄມ້ແຫ່ງຊາດ, ​ແລະ ​ນັກຄົ້ນ​ຄ້ວາ​, ນັກ​ສົ່ງ​ເສີມຂອງ​ລາວ​ຈໍານວນ 12ທ່ານ ໄປເຂົ້າຮ່ວມກອງປະຊຸມເຂົ້ານາໆຊາດ ຄັ້ງທີ 3 ທີ່ຮ່າ​ໂນ​ຍ ສສ ວຽດນາມ. ການ​ເຂົ້າ​ຮ່ວມ​ກອງ​ປະຊຸມດັ່ງກ່າວ​ແມ່ນອີງຕາມການ​ເຊື້ອເຊີນຂອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ວຽດນາມ, ແລະຕາມ ການເຊີນຂອງຄະນະກໍາມາທິການກອງ​ປະຊຸມເຂົ້ານາໆຊາດ.

Last Updated (Tuesday, 16 November 2010 14:41)

Read more...

 

postheadericon ການຝຶກອົບຮົມດ້ານການຜະລິດພັນເຂົ້າປະສົມ

NAFRI Past Events

 

A training course, GSR-Hybrid Rice Seed Production Technology, was held on 27-29 October 2010 at the National Agriculture and Forestry Research Institute (NAFRI) in Vientiane. It was jointly organized by NAFRI, Chinese Academy of Agricultural Sciences, and IRRI, under the Green Super Rice (GSR) project.

It was the first training course held in Lao PDR to introduce hybrid rice technology to Laotian researchers. It was attended by 25 researchers representing the Lao PDR research centers in Luang Prabang, Vientiane, Savannakhet, and Champasak. Bounthong Bouahom, director general of NAFRI, opened the event.

The course aims mainly to train researchers to understand the GSR-hybrid rice technology but is also designed to suit low-input conditions, especially on chemical fertilizer and irrigation water. It provided quality seed production technology for both hybrids and inbreds and included the use of CropStat software for statistical analysis. The course also introduced the IRRI-developed Quality Seed Production module and hybrid rice seed production techniques.

Last Updated (Friday, 05 November 2010 16:24)

 

postheadericon ການຢ້ຽມຢາມ ສວນທົດລອງກະສິກຳ ແລະ ປ່າໄມ້ ຂອງບໍລີສັດ ຄົ້ນຄວ້າພັນທຸກຳ ຮົວະຕ້າ-ລາວ ຈຳກັດ (BGI - LAO) ທີ່ ເມືອງ ສັງທອງ, ນະຄອນຫລວງວຽງຈັນ

ສະຖາບັນໃນຂ່າວ

ໃນ​ວັນ​ທີ່ 13 ຕຸລາ 2010,  ບໍ​ລີ​ສັດ ຄົ້ນຄວ້າພັນທຸ​ກໍາ ຮົວະ​ຕ້າ-ລາວ ຈໍາກັດ (BGI-Lao Co., LTD)  ໄດ້​ເຊີນໃຫ້​ຄະນະ​ຜູ້​ແທນຈາກ ສະຖາບັນ ຄົ້ນຄວ້າກະສິກໍາ ແລະ ປ່າໄມ້ (ສຄກປ) ​ໄປ​ຢ້ຽມຊົມ​ສວນ​ສາທິດການ​ຄົ້ນຄວ້າທົດ​ລອງ​​ແນວ​ພັນພືດທີ່​ນໍາ​ເຂົ້າ​ແນວ​ພັນ​ມາ​ຈາກ ສປປ ຈີນ ທີ່​ເມືອງ​ສັງ​ທອງ, ນະຄອນຫລວງວຽງ​ຈັນ. ເພື່ອ​ນໍາສະເໜີບັນດາການ​ຄົ້ນຄວ້າ​ທົດ​ລອງ​ ກ່ຽວ​ກັບການທົດສອບ​ຄວາມ​ເໝາະ​ສົມ ​ໃນ​ການຈະ​ເລີ​ນ​ເຕີບ​ໂຕຂອງ​​ແນວ​ພັນພືດກະສິກໍາ ​ແລະ ປ່າ​ໄມ້​ ຂອງ​ບໍ​ລີ​ສັດ ໄດ້​ແກ່ ​ແນວ​ພັນ​ເຂົ້າ​ຈ້າວ​ລູກ​ປະສົມ 20 ຊະນິດ, ​ແນ​ວ ພັນ​ໄມ້​ເບົາ ຫຼື ​ໄມ້​ສະ​ໂນ, ​ແນວ​ພັນມັນ​ຕົ້ນ ​ແລະ ​ອ້ອຍ​.​ ບັນດາ​ຜູ້ແທນທີ່ເຂົ້າຮ່ວມລວມມີທັງໝົດ 20 ຄົນ ເຊີ່ງມາຈາກ ສຄກປ 5 ທ່ານ, ຫອ້ງການສົ່ງ​ເສີມກະສິກໍາ-ປ່າ​ໄມ້ ​ເມືອງ​ສັງ​ທອງ 2 ທ່ານ, ​ແລະ ຜູ້​ຈັດການ​ພ້ອມ​ດ້ວຍຕາງໜ້າ​ບໍລິສັດ BGI-LAO ​ປະຈໍາ​ລາວ ແລະ ບັນດາ​ວິຊາ​ການຈາກ ​ສປປ ຈີນ ຈໍານວນ​ໜື່ງ.

Last Updated (Saturday, 23 October 2010 15:51)

Read more...

 

postheadericon ການລົງຕິດຕາມ ແລະຊຸກຍູ້ ການປະຕິບັດ ການສ້າງກຸ່ມຊາວນາ ໃນການຜະລິດເມັດພັນເຂົ້າ

Latest

 

ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະປ່າໄມ້ແຫ່ງຊາດ ໄດ້ລົງເຄື່ອນໄຫວຕິດຕາມ ແລະຊຸກຍູ້ ການປະຕິບັດ ການສ້າງກຸ່ມຊາວນາ ໃນການຜະລິດເມັດພັນເຂົ້າ ໃນວັນທີ 4ຫາ10ຕຸລາ2010 ຢູ່ແຂວງພາກກາງ ແລະພາກໃຕ້. ການຜະລິດເຂົ້າຂອງຊາວກະສິກອນໃນປະເທດລາວໃນໄລຍະຜ່ານມາ ຊາວກະສິກອນມັກພົບບັນຫາຫຼາຍຢ່າງ ໜື່ງໃນນັ້ນແມ່ນການຂາດແນວພັນເຂົ້າປູກ ແລະມີແນວພັນທີ່ໃຫ້ຜົນຜະລິດບໍ່ສູງ ຈາກສະພາບຄືດັ່ງກ່າວມານັ້ນ ສະຖາບັນຄົ້ນຄວ້າກະສິກຳ ແລະປ່າໄມ້ແຫ່ງຊາດ ຈື່ງໄດ້ຄົ້ນຄວ້າຊອກຫາວິທີທາງເພື່ອແກ້ໄຂ ໂດຍໄດ້ສ້າງເປັນ ໂຄງການປັບປຸງປະສິດທິພາບການຜະລິດເຂົ້າ, ໂດຍໄດ້ຮັບການສະນັບສະໜູນການເງີນຈາກ ທະນາຄານໂລກ ຊື່ງໄດ້ເລີ້ມປະຕິບັດມາແຕ່ຕົ້ນປີ 2009. ການຂາດແນວພັນເຂົ້າທີ່ມີຄຸນນະພາບ, ມີຄວາມເໝາະສົມກັບທ້ອງຖີນ ທີ່ຊາວກະສິກອນມີຄວາມນິຍົມຊົມຊອບ ທັງຜົນຜະລິດສູງ ແລະຄຸນນະພາບການກິນ ຜ່ານຈາກການປະຕິບັດໃນສອງລະດູການຜ່ານມານັ້ນ ໄດ້ເຮັດໃຫ້ຊາວກະສິກອນມີຄວາມເຂົ້າໃຈ ໃນການເລືອກແນວພັນເຂົ້າທີ່ມີຄວາມເໝາະສົມກັບຄວາມຕ້ອງການຂອງເຂົາເຈົ້າ ແລະສາມາດຜະລິດເປັນສິນຄ້າທີ່ສັງຄົມມີຄວາມນິຍົມ

Last Updated (Tuesday, 12 October 2010 13:43)

 

postheadericon ການຢ້ຽມຢາມຂອງຮອງປະທານສະພາແຫ່ງຊາດ

NAFRI Past Events

 

 

ໃນວັນທີ 30ກັນຍາ 2010 ຮອງປະທານສະພາແຫ່ງຊາດ  ທ່ານ ນາງປານີ ຢາທໍ່ຕູ ແລະພ້ອມດ້ວຍຄະນະຂອງສະພາແຫ່ງຊາດ ໄດ້ລົງຢ້ຽມຢາມການຜະລິດອາຫານສັດ ຢູ່ທີໂຮງງານຜະລິດອາຫານລ້ຽງສັດ ສູນຄົ້ນຄວ້າການລ້ຽງສັດ ໜອງແຕ່ງ, ສະຖາບັນຄົ້ນຄວ້າກະສິກຳ ແລະປ່າໄມ້ແຫ່ງຊາດ. ໂດຍໃຫ້ການຕ້ອນຮັບ ຄະນະດັ່ງກ່າວ ແມ່ນ ທ່ານ ດຣ ຕິ ພົມມະສັກ ລັດຖະມົນຕີຊ່ວຍວ່າການ ກະຊວງກະສິກຳ ແລະປ່າໄມ້, ທ່ານ ນາງ ປີງຄໍາ ລາຊະສິມມາ ຫົວໜ້າຫ້ອງການ ກະຊວງກະສິກຳ ແລະປ່າໄມ້ ແລະທ່ານ ດຣ. ບຸນຖອງ ບົວຫອມ ຫົວໜ້າ ສະຖາບັນຄັ້ນຄວ້າ ກະສິກຳ ແລະປ່າໄມ້ແຫ່ງຊາດ ພ້ອມດ້ວຍພະນັກງານຈຳນວນໜື່ງ. ພ້ອມກັນນີ້ກໍ່ໄດ້ຮັບຝັງລາຍງານສະພາບການຄົ້ນຄວ້າ ຂອງຂະແໜງການກະສິກຳ ແລະປ່າໄມ້ ໂດຍຫຍໍ້ ໂດຍສະເພາະ ການຄົ້ນຄວ້າແນວພັນພືດ ແລະສັດ ແລະການຜະລິດອາຫານສັດແລະປາ ຂອງໂຄງການພັດທະນາການລ້ຽງສັດ ແລະປາ ຮ່ວມມືລາວ-ຮົງກາລີ. ທ່ານຮອງປະທານ ສະພາໄດ້ເນັ້ນໃສ່ບາງບັນຫາທີ່ສຳຄັນແລະໃຫ້ເພີ້ມຄວາມເອົາໃຈໃສ່ໃນການຜະລິດ ແນວພັນເຂົ້າ ສາລີ ຖົ່ວເຫຼືອງ ແລະແນວພັນງົວ ເພື່ອສົ່ງເສີມປະຊາຊົນໃຫ້ມີຄວາມສາມາດຜະລິດສະບຽງອາຫານໃຫ້ໄດ້ຫຼາຍ ພຽງພໍກັບຄວາມຕ້ອງການ ຂອງສັງຄົມ, ໃຫ້ເອົາໃຈໃສ່ໃນ ການລົງທຶນໃສ່ການຄົ້ນຄວ້າໃຫ້ຫຼາຍກວ່າເກົ່າ ແລະສ້າງພະນັກງານຄົ້ນຄວ້າ ໃຫ້ພຽງພໍໃນແຕ່ລະ ວິຊາສະເພາະ ເພື່ອຮັບປະກັນດ້ານແນວພັນ ໃຫ້ພຽງພໍສະໜອງໃຫ້ຊາວກະສິກອນ ໃນອະນາຄົດ.

Last Updated (Friday, 01 October 2010 12:45)

 

The Policy Brief Series is directed toward policy makers at all levels (national, provincial, district level) as well as international organizations and donor partners. These briefs are based on the experiences of NAFRI. It provides short, informative analysis on some of the most pressing issues related to agriculture and natural resource management facing Lao PDR. Click Here>>

LARF - 8

The Lao Agricultural Research Fund (LARF) aims to provide Lao scientists with an opportunity to compete for agricultural research funds.The LARF is open to government agencies, universities, agricultural colleges and NGO organisations based in the Lao PDR, which have a mandate to undertake agricultural research. Proposals must contain a defined research project, and can be of one or two years in duration. The annual funding limit for individual projects is US$6,000 and a maximum of US$10,000 for two year projects. The grant moneys are for expenditure only within the Lao PDR. More Info>>