ກອງປະຊຸມປຶກສາຫາລືກະກຽມສະຫຼຸບສົກປີ 2012
| Latest |


ໃນວັນທີ 29-30 ພະຈິກ 2012, ໂຄງການປັບຕົວດ້ານກະສິກຳ ຕໍ່ສະພາບການປ່ຽນແປງດິນຟ້າອາກາດ ໃນ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມສະຫຼຸບສົກປີ 2012 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ໂດຍການເປັນປະທານຂອງທ່ານ ຄຳພອນ ມູນລະໄມ ຫົວໜ້າຜູ້ປະສານງານໂຄງການ ແລະ ມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 20 ທ່ານ.
ການຈັດກອງປະຊຸມຄັ້ງນີ້ ເພື່ອເປັນການກະກຽມກອງປະຊຸມສະຫຼຸບປີ 2012 ແລະ ວາງແຜນໃນໄຕມາດທີ I ປີ 2013, ຄ່ຽງຄູ່ກັນນີ້ພະນັກງານວິຊາການໂຄງການຍັງໄດ້ລາຍງານສະຫຼຸບຫຍໍ້ກ່ຽວກັບການປະຕິບັດວຽກງານໃນໄລຍະຜ່ານມາ ເພື່ອເປັນການກຽມຄວາມພ້ອມໃນການລາຍງານໃນກອງປະຊຸມສະຫຼຸບປີ 2012. ພ້ອມດຽວກັນນີ້ຍັງເປັນການສະເໜີໃຫ້ຄູ່ຮ່ວມງານກະກຽມບັນດາແນວຄວາມຄິດ ແລະ ແຜນງົບປະມານ ເພື່ອນຳສະເໜີຕໍ່ທີ່ປະຊຸມ ສະຫຼຸບສົກປີ 2012 ແລະ ແຜນສົກປີ 2013 ໃຫ້ສຳເລັດຕາມຄາດໝາຍ.
Last Updated (Monday, 10 December 2012 13:37)
ກອງປະຊຸມສະຫລຸບການຜະລິດແນວພັນເຂົ້າ ລະດູຝົນ ແລະວາງແຜນການປູກ ໃນລະດູແລ້ງຕໍ່ຫນ້າ
| Latest |


ກອງປະຊຸມສະຫຼຸບລະດູຝົນ 2012 ແລະ ວາງແຜນລະດູແລ້ງ 2012-2013, ຄັ້ງວັນທີ 23-24/11/2012,ໂຄງການຄົ້ນຄວ້າ ແລະ ຜະລິດແນວພັນເຂົ້າ ທີ່ສູນຄົ້ນຄວ້າ ແລະ ຂະຫຍາຍແນວພັນພືດ ແຂວງຫຼວງນ້ຳທາ, ເພື່ອສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດລະດູຝົນ2012 ແລະ ປຶກສາຫາລືວາງແຜນການຜະລິດ ແນວພັນເຂົ້າໃນລະດູແລ້ງ 2012-2013 ແລະ ລະດູຝົນ 2013. ໃຫ້ກຽດເປັນປະທານກອງປະຊຸມ ຂອງ ທ່ານ ດຣ.ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ, ຫົວໜ້າຄະນະຊີ້ນຳໂຄງການຄົ້ນຄວ້າ ແລະ ຜະລິດແນວພັນເຂົ້າ ມີ ພະນັກງານກົມແຜນການ, ກົມປູກຝັງ, ຫົວໜ້າພະແນກ, ຄະນະພະແນກ ພ້ອມດ້ວຍຜູ້ປະສານງານໂຄງການ 8 ແຂວງພາກເໜືອ(ຫົວພັນ,ຊຽງຂວາງ,ຫຼວງພະບາງ,ອຸດົມໄຊ,ຜົ້ງສາລີ,ຫຼວງນ້ຳທາ,ບໍ່ແກ້ວ,ໄຊຍະບູລີ) ແລະ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ນາພອກ, ຫົວໜ້າໂຄງການ,ຄະນະໂຄງການ ພ້ອມດ້ວຍພະນັກງານບໍລິຫານ-ແຜນການ ແລະ ການເງິນຂອງໂຄງການ ເຂົ້າຮ່ວມທັງໝົດ ຈຳນວນ 32 ຄົນ.ກອງປະຊຸມໄດ້ເປີດເປັນທາງການ ໃນເວລາ 8:30 ໂມງ ຂອງວັນທີ 23/11/2012 ກອງປະຊຸມຄັ້ງນີ້ໄດ້ຮັບການລາຍງານຜົນຂອງການຜະລິດແນວພັນເຂົ້າຂອງແຕ່ລະແຂວງ.ຮັບຮູ້ບັນຫາຕ່າງໆ ເພື່ອປັບປຸງແບບແຜນວິທີເຮັດວຽກ ແລະວຽກງານການຄຸ້ມຄອງໂຄງການໃຫ້ດີຂຶ້ນ ພ້ອມກັນນີ້ກໍ່ເປັນການວາງແຜນການຜະລິດແນວພັນເຂົ້າໃນລະດູແລ້ງ 2012-2013 ແລະ ລະດູຝົນ 2013ໃນຕໍ່ຫນ້າ.
Last Updated (Monday, 10 December 2012 13:26)
ການສຳຫຼວດ ແລະ ເກັບກຳຂໍ້ມູນໃນໄລຍະທຳອິດໃນສ້າງສາລະຄະດີ ຂອງໂຄງການ IRAS
| Latest |



ການສຳຫຼວດ ແລະ ເກັບກຳຂໍ້ມູນຄະດີໃນການສ້າງສາລະກຽ່ວກັບການຈັດຕັ້ງປະຕິບັດໂຄງການ ໄລຍະທຳອິດຂອງໂຄງການປັບຕົວດ້ານກະສິກຳຕໍ່ສະພາບການປຽ່ນແປງດິນຟ້າອາກາດ ທີ່ແຂວງໄຊຍະບູລີ ໃນວັນທີ 21-28 ພະຈິກ 2012 ໂດຍມີຊຽວຊານຕ່າງປະເທດເປັນຜູ້ຖ່າຍທຳ ຮ່ວມກັບພະນັກງານວິຊາການສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ແລະ ພະນັກງານວິຊາການ IRAS.
ການສຳຫຼວດ ແລະ ເກັບກຳຂໍ້ມູນໃນໄລຍະທຳອິດ ເພື່ອເປັນການສະໜັບສະໜູນ ແລະ ໂຄສະນາໂຄງການ IRAS ໃຫ້ແກ່ສັງຄົມ ແລະ ທົ່ວໂລກຮັບຮູ້ໃນການປະຕິບັດວຽກງານຂອງໂຄງການ IRAS ຫຼາຍຂຶ້ນ, ທັງເປັນການສະໜັບສະໜູນ ແລະ ເປີດໂອກາດໃຫ້ແກ່ພະນັກງານວິຊາການຂອງໂຄງການ, ພະນັກງານຂັ້ນແຂວງ, ຂັ້ນເມືອງ ແລະ ບ້ານເປົ້າໝາຍ ສາມາດປະກອບຄຳຄິດຄຳເຫັນທາງດ້ານວິຊາການ ແລະ ປະສົບການ ໂດຍຜ່ານສາລະຄະດີຂອງໂຄງການເປັນການແນະນຳ, ແລກປ່ຽນ ແລະ ວິທີການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດລະຫວ່າງສູນກາງ ,ທ້ອງຖິ່ນ ແລະ ບັນດາປະເທດທີ່ໄດ້ຮັບຜົນກະທົບຕໍ່ກັບບັນຫາດັ່ງກ່າວ.
|
| Latest |


ໂຄງການປັບຕົວດ້ານກະສິກຳ ຕໍ່ສະພາບການປ່ຽນແປງດິນຟ້າອາກາດ (IRAS) ຈັດກອງປະຊຸມປຶກສາຫາລືກ່ຽວກັບຍຸດທະສາດການປັບຕົວການປ່ຽນແປງດິນຟ້າອາກາດໃນດ້ານກະສິກຳ ແລະ ນະໂຍບາຍທີ່ດິນແຫ່ງຊາດ ໃນວັນທີ 13 ພະຈິກ 2012, ທີ່ສູນຮ່ວມມືສາກົນລາວ-ຍີປຸ່ນ (ຫຼັກ 5) ໂດຍການເປັນປະທານຂອງ ທ່ານ ດຣ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ເຊິ່ງມີຜູ້ເຂົ້າສ່ວນຈຳນວນ 45 ທ່ານ ທີ່ມາຈາກພາກສ່ວນອົງການຈັດຕັ້ງຂອງລັດ, ອົງການພັດທະນາສາກົນ, ສະມາຄົມພັດທະນາທ້ອງຖີ່ນ ໃນກອງປະຊຸມນີ້ໄດ້ມີການປຶກສາຫາລືທີ່ປະເດັນຕ່າງໆທີ່ກ່ຽວພັນກັບຍຸດທະສາດການປັບຕົວຕໍ່ສະພາບການປ່ຽນແປງດິນຟ້າອາກາດໃນດ້ານກະສິກຳ ແລະ ນະໂຍບາຍທີ່ດິນແຫ່ງຊາດ ທີ່ຕິດພັນຕໍ່ການຜະລິດກະສິກຳແບບຄວາມຍືນຍົງ; ພ້ອມທັງປຶກສາຫາລືກ່ຽວກັບມາດຕະການໃນການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ການປ່ຽນແປງສະພາບດິນຟ້າອາກາດ.
Last Updated (Monday, 10 December 2012 13:25)
ການຝຶກອົບຮົມ IT ຂັ້ນພື້ນຖານ ໃຫ້ພະນັກງານເມືອງ ຢູ່ແຂວງໄຊຍະບູລີ ແລະ ສະຫວັນນະເຂດ
| Latest |


ໃນວັນທີ 05-14 ພະຈິກ 2012, ໂຄງການປັບຕົວດ້ານກະສິກໍາ ຕໍ່ສະພາບການປ່ຽນແປງດິນຟ້າອາກາດ ໃນ ສປປ ລາວ ໄດ້ຈັດການຝຶກອົບຮົມ IT, ຄອມພິວເຕີ ແລະ ອີເມວຂັ້ນ ພື້ນຖານໃຫ້ພະນັກງານເມືອງພຽງ ແລະ ເມືອງປາກລາຍ ແຂວງໄຊຍະບູລີ ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 37 ຄົນ, ຈັດຂຶ້ນທີ່ຫ້ອງປະຊຸມພະແພກກະສີກຳ ແລະ ປ່າໄມ້ແຂວງໄຊຍະບູລີ, ເມືອງຈຳພອນ ແລະ ອຸທຸມພອນ ແຂວງສະຫວັນນະເຂດ ເຊິ່ງຜູ້ເຂົ້າຮ່ວມ 15 ທ່ານ ເຊິ່ງຈັດຂຶ້ນທີ່ຂະແໜງປູກຟັງແຂວງສະຫວັນນະເຂດ ໂດຍການເປັນຄູຝຶກຂອງທີມງານ ICT ຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ.
ການຝຶກອົບຮົມໃນຄັ້ງນີ້ ເພື່ອເປັນການສະໜັບສະໜູນໃຫ້ແກ່ພະນັກງານວິຊາການຂັ້ນເມືອງ ຂອງໂຄງການ IRAS ສາມາດນຳໃຊ້ຄອມພິວເຕີ ແລະ ອີເມວ ໃນການຈັດການຂໍ້ມູນ ແລະ ນໍາໃຊ້ຄອມພີວເຕີຂັ້ນພື້ນຖານ, ທັງເປັນການສະໜັບສະໜູນໃຫ້ແກ່ພະນັກງານວິຊາການໃນການນຳໃຊ້ເຄື່ອງມືເທັກໂນໂລຢີ ທີ່ມີໃຫ້ເກີດປະໂຫຍດເຂົ້າໃນວຽກງານຂອງເຂົາເຈົ້າ ແລະ ຊ່ວຍອຳນວຍຄວາມສະ ດວກໃນການນຳໃຊ້ເຄື່ອງຄອມພິວເຕີ ເຂົ້າໃນວຽກງານໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິພາບ.
Last Updated (Thursday, 22 November 2012 16:33)
ການເຂົ້້າຮ່ວມ ຂະບວນການ ຍ່າງຕາມຮອຍກອງພັນທີ 2
| Latest |


ການເຂົ້້າຮ່ວມ ຂະບວນການ ຍ່າງຕາມຮອຍກອງພັນທີ 2 ຂອງທະຫານຝາຍລາວ ຜ່າວົງປິດລ້ອມຂອງສັດຕູ ຢູ່ທີທົງໄຫຫີນ, ແຂວງຊຽງຂວາງ.
ເພື່ອເປັນການລະນຶກເຖິງມູນເຊື້ອ ຂອງນັກຮົມຜູ້ເສຍສະລະເຂົ້າໃນການຕໍ່ສູ້ກູ້ຊາດ ອັນພິລະອາດຫານໃນການຜ່າວົງປິດລ້ອມຂອງສັດຕູ ແລະພ້ອມດ່ຽວກັນນັ້ນກໍ່ເປັນການລົງຊ່ວຍເຫລືອຊຸກຍູ້ຊາວໜຸ່ມຮາກຖານຂອງຊາວໜຸ່ມໃນແຕ່ລະຂະແໜງການ ໃນແຂວງຊຽງຂວາງ ແລະກໍ່ຍັງເປັນການພົບປະແລກປ່ຽນບົດຮຽນຂອງບັນດາຊາວໜຸ່ມແຮກສ່ຽວອີກດ້ວຍ. ການເຂົ້າຮ່ວມຂະບວນການໃນຄັ້ງນີ້ແມ່ນລວມມີ ຄະນະຕ່າງໜ້າຊາວໜຸ່ມທົ່ວປະເທດ ເຂົ້າຮ່ວມ ກວ່າ 600 ຄົນ, ຊາວໜຸ່ມກະຊວງກະສິກຳແລະປ່າໄມ້ ມີ 19 ສ/ຫ ພ້ອມກັນນີ້ ຊາວໜຸ່ມສະຖາບັນ 5 ສະຫາຍກໍ່ໄດ້ນຳເອົາເຄື່ອງຊ່ວຍເຫລືອ ຈາກການຊຸກຍູ້ຂອງ ບັນດາອ້າຍເອືອຍນ້ອງສະມາຊິກຊາວໜຸ່ມອ້ອມຂ້າງສະຖາບັນ ແລະເຄື່ອງຊ່ວຍເຫລືອຕ່າງໆທີທາງສະຖາບັນໄດ້ ໄປມອບໃຫ້ ຊປປລາວ ແຂວງຊຽງຂວາງ ລວມມີແນວພັນເຂົ້າ 150 ກິໂລ ປື້ມເຕັກນິກຕ່າງໆ 70 ຫົວ ແລະເຄື່ອງນຸ່ງຮົມ ຈຳນວນ 8 ແກັດ
Last Updated (Thursday, 22 November 2012 16:36)
ການຊຸກຍູ້ສະໜັບສະໜູນເພື່ອຊ່ວຍເຫລືອຊາວໜຸ່ມຜູ້ທຸກຍາກ ທີແຂວງຊຽງຂວາງ
| Latest |



ການຊຸກຍູ້ສະໜັບສະໜູນເພື່ອຊ່ວຍເຫລືອຊາວໜຸ່ມຜູ້ທຸກຍາກ ທີແຂວງຊຽງຂວາງ ຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແລະກົມຄຸ້ມຄອງພັດທະນາທີດິນກະສິກຳ ໃຫ້ແກ່ຊາວໜຸ່ມສະຖາບັນ ເພື່ອໄປມອບຕໍ່ໃຫ້ຊາວໜຸ່ມແຂວງຊຽງຂວາງ, ຊຶງໃນນີ້ ທ່ານ ສຸລິວັນທອງ ກິງແກ້ວ ຕ່າງໜ້າຄະນະສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ໄດ້ມອບເຄື່ອງອຸປະກອນເຄື່ອງນຸ່ງຮົມ, ອຸປະກອນກິລາ ແລະ ການຮຽນພ້ອມກັບງົບປະມານໃນການເຄື່ອນໄຫວຄັ້ງນີ້ ຕົກເປັນມູນຄ່າ ກວ່າ 12 ລ້ານກີບ, ແລະ ທ່ານ ກວ້າງ ດວງສິລາ ຕ່າງໜ້າໃຫ້ແກ່ ກົມຄຸ້ມຄອງ ແລະ ພັດທະນາມີດິນ ມອບເຄື່ອງນຸ່ງຮົມຈຳນວນໜຶ່ງ ໃຫ້ແກ່ຄະນະຊາວໜຸ່ມສະຖາບັນ ນອກຈາກນີ້ທາງຄະນະສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ໄດ້ມອບແນວພັນເຂົ້າທ່າດອກຄຳ 150 ກິໂລ ແລະ ເຄື່ອງນຸ່ງຮົມຈຳນວນໜຶ່ງ ຕົກເປັນມູນຄ່າກວ່າ ໜຶ່ງລ້ານກີບ ໂດຍແມ່ນ ທ່ານ ນາງ ດຣ. ໃຈ ບຸນພະນຸໄຊ ເປັນຜູ້ມອບ
Last Updated (Wednesday, 14 November 2012 14:01)
- ກອງປະຊຸມກະກຽມຄະນະຊີ້ນຳຂັ້ນແຂວງ (LIP) ແລະ ວາງແຜນປະຈຳໄຕມາດ IV 2012 ຂອງໂຄງກນ IRAS ປະຈຳແຂວງສະຫວັນນະເຂດ.
- ການນຳສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ ເຂົ້າຮ່ວມຢ້ຽມຊົນ ກິດຈະກໍານໍາໃຊ້ເຕັກນິກນິເວດ
- ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງສປປ ລາວຈັດພິທີປະດັບຫຼຽນໄຊ, ຫຼຽນກາ ໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຂອງ ສສ ຫວຽດນາມ
- ເຜີຍແຜ່ດຳລັດ ວ່າດ້ວຍລະບຽບລັດຖະກອນ


The Lao Agriculture Database focuses on Lao agriculture and natural resource information. It includes research reports, policy documents, extension and reference material. It currently has more than 2,000 records and 850 downloads.


