National Agriculture and Forestry Research Institute Render the +1 button
Banner
Lao (ພາສາລາວ)English (United Kingdom)
Announcement

Job Announcement!!

Improving the Resilience of the Agricultural Sector in Lao PDR to Climate Change Impacts (IRAS) - NAPA Follow-Up Project is seeking for long-term contract staff in several positions (More detail)

NAFRI Knowledge Bases
Featured Links:
Lao Uplands Sourcebook is a compendium of 72 lessons learned, technologies, methods and best practices for uplands development. Click here to see.
Lao Non-Timber Forest Products Wiki This wiki has been created to allow all NTFP lovers (and those just learning about NTFPs) an opportunity to learn more and contribute to the growing body of knowledge about NTFPs in Lao. Click here to visit
Its overall objective is to share information related to plant genetic resources and, in particular, to the implementation of the Global Plan of Action (GPA) on Plant Genetic Resources for Food and Agriculture (PGRFA) in Lao PDR. Click here to visit
Conservation Agriculture is an agroecological approach associating rural development with environmental preservation. It is a generic concept integrating the whole agricultural practices and aiming both at viability and sustainability of agriculture and environment protection. Click here to visit
ເຂົ້າສູ່ລະບົບເມືອຕ້ອງການລົງບົດຄວາມ



ກະລຸນາລົງທະບຽນກ່ອນຫາກທ່ານຍັງບໍ່ມີ
Statistics
Content View Hits : 1451382
Polls
What do you think of the new NAFRI website
 
ເທັກນິກກະສິກຳ

ບັນດາເທັກນິກກະສິກຳແລະປ່າໄມ້ ທີ່ຄວນຮູ້ເພື່ອເປັນການປັບປຸງ ຜົນຜະລິດກະສິົກຳ ປ່າໄມ້ແລະການລ້ຽງສັດໃຫ້ຖືກຕ້ອງ ຕາມເຕັກນິກແລະຮູບແບບ. ເປັນເທັກນິກທີບໍ່ຍຸ້ງຍາກແລະສັບສົນ ເຮັດໄດ້ງ່າຍ ໂດຍບໍ່ຕ້ອງຜ່ານການຝືກອົບຮົມ ປະຊາຊົນ ຊາວກະສິກອນສາມາດນຳໄປໃຊ້ໄດ້ ໃນຮົ່ວສວນ ແປງການຜະລິດເພື່ອເພີ່ມຜົນຜະລິດ ແລະລົດຄ່າໃຊ້ຈ່າຍຕ່າງ ຂໍ້ມູນເພີ່ມເຕີມຕິດຕໍ່ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້

technic

Home

postheadericon ກອງປະຊຸມສະຫຼຸບຜົນງານປະຈໍາ 2 ປີ ( 2009 - 2010) ຂອງກໍາມະບານ ຮາກຖານ ສຄກປ

NAFRI Past Events

ໃນຕອນເຊົ້າວັນທີ 17 ມີຖຸນາ 2011 ຜ່ານມານີ້, ໜ່ວຍກໍາມະບານສະຖາບັນຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ແຫ່ງຊາດ ໄດ້ເປີດກອງປະຊຸມກໍາມະບານຂື້ນທີ່ສະໂມສອນ ສຄກປ ໂດຍການເປັນປະທານຂອງ ທ່ານ ດຣ. ບຸນຖອງ ບົວຫອມ ເລຂາຄະນະພັກ ຮາກຖານ ສຄກປ ແລະ ທ່ານ ໄຊສົງຄາມ ພິມມະສອນ ປະທານກໍາມະບານຮາກຖານ ສະຖາບັນຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ບັນດາຫົວໜ້າສູນ, ຮອງສູນ, ພ້ອມດ້ວຍສະມະຊິກກໍາມະບານອ້ອມຂ້າງ ສຄກປ ເຂົ້າຮ່ວມຈໍານວນ 155 ສະຫາຍ. ຊຶ່ງໃນນັ້ນກໍ່ເພື່ອ: ເຜີຍແຜ່ປະຫວັດຄວາມເປັນອມາຂອງວັນສ້າງຕັ້ງກໍາມະບານ, ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫ່ຍຜູ້ແທນສະຫະພັນກໍາມະບານລາວ ຄັ້ງທີ VI, ສະຫຼຸບຕີລາຄາການເຄື່ອນໄຫວວຽກງານໄລຍະ 2 ປີ ແລະ ທິດທາງແຜນການໃນຕໍ່ໜ້າ ພ້ອມກັນນີ້ອ່ານຂໍ້ຕົກລົງແຕ່ງຕັ້ງບົ່ງຕົວຄະນະໜ່ວຍກໍາມະບານຊຸດໃໝ່ ແລະ ຂໍ້ຕົກລົງປ່ຽນຊື່ໜ່ວຍກໍາມະບານຮາກຖານ ສຄກປ ມາເປັນກໍາມະບານຮາກຖານ

ພ້ອມດຽວກັນນີ້ກໍ່ໄດ້ປັບປຸງໂຄງຮ່າງການຈັດຕັ້ງຂອງ ກໍາມະບານຮາກຖານໃຫມ່ອອກເປັນ 6 ໜ່ວຍຄື:

1 ໜ່ວຍກໍາມະບານ ສໍານັກ ສຄກປ ແຫ່ງຊາດ

2 ໜ່ວຍກໍາມະບານສູນຄົ້ນຄວ້າທີ່ດິນ ແລະ ສູນນິເວດ

3 ໜ່ວຍກໍາມະບານສູນຂໍ້ມູນຂ່າວສານບວກ ສູນຄົ້ນຄວ້າ ນະໂຍບາຍ

4 ໜ່ວຍກໍາມະບານສູນຄົ້ນຄວ້າເຂົ້າ ແລະ ພຶດເສດຖະກິດ ແລະ ສູນຄົ້ນຄວ້າພຶດຜັກ ໄມ້ໃຫ້ໝາກ

5 ໜ່ວຍກໍາມະບານສູນຄົ້ນຄວ້າການລ້ຽງສັດ ແລະ ສູນຄົ້ນຄວ້າປ່າໄມ້

6 ໜ່ວຍສູນຄົ້ນຄວ້າການປະມົງ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ດຣ. ບຸນຖອງ ບົວຫອມ ເລຂາຄະນະພັກຮາກຖານ ພ້ອມທັ້ງເປັນຫົວໝ້າສະຖາບັນຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ ໄດ້ກ່າວຄໍາໂອວາດຕໍ່ກອງປະຊຸມ ເຊິ່ງບາງຕອນເພີ່ມໄດ້ກ່າວວ່າວຽກງານກໍາມະບານແມ່ນຍັງເປັນວຽກງານທີ່ຍັງໜັກໜ່ວງ ຕ້ອງໄດ້ເອົາໃຈໃສ່ປະຕິບັດຕາມຄໍາຂັວນ 2 ດີ, 3 ເກັ່ງ, 4 ບຸກທະລຸ, 5 ເປັນເຈົ້າ ເຊິ່ງມີເນື້ອໃນດັ່ງນີ້:

Last Updated (Monday, 27 June 2011 14:50)

Read more...

 

postheadericon ກອງປະຊຸມ ວ່າດ້ວຍການຮ່ວມມືດ້ານປ່າໄມ້ ອາຊຽນ-ສ ເກົາຫຼີ ຄັ້ງທີ່ 5

NAFRI Past Events
  

ເພື່ອເປັນການຕອບສະໜອງ ແລະ ຜັນຂະຫຍາຍຜົນສຳເລັດຂອງ ກອງປະຊຸມ ວ່າດ້ວຍການຮ່ວມມືດ້ານປ່າໄມ້ ອາຊຽນ-ສ.ເກົາຫຼີ ຄັ້ງທີ່ 4 ທີ່ຈັດຂື້ນຜ່ານມາ, ໃນຕອນເຊົ້າ ຂອງວັນທີ່ 31 ພຶດສະພາ ແລະ ວັນທີ່ 1 ມີຖຸນາ ປີ 2011, ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ຂອງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ວ່າດ້ວຍການຮ່ວມມືດ້ານປ່າໄມ້ ອາຊຽນ-ສ ເກົາຫຼີ ຄັ້ງທີ່ 5 ຂື້ນທີ່ ໂຮງແຮມພູສີ, ເມືອງ ແລະ ແຂວງ ຫຼວງພະບາງ. ເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້ ມີຄະນະຜູ້ແທນ ຈາກປະເທດ ສະມາຊິກ ອາຊຽນ, ສ ເກົາຫຼີ ແລະ ຜູ້ຕ່າງໜ້າຈາກກອງເລຂາອາຊຽນລວມທັງໝົດ 55 ທ່ານ. ໃນກອງປະຊຸມ ທ່ານ ສາຍສະໝອນ ຄົມທະວົງ ຮອງເຈົ້າແຂວງໆ ຫຼວງພະບາງ ໄດ້ຮັບກຽດກ່າວເປີດ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນສືບຕໍ່ປຶກສາຫາລືກ່ຽວກັບ ການຮ່າງສັນຍາວ່າດ້ວຍການຮ່ວມມືດ້ານປ່າໄມ້ ລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ ໃນອານາຄົດ ເພື່ອຄຸ້ມຄອງປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ຫຼຸດຜ່ອນການທຳລາຍປ່າ, ຮັກສາສະພາບແວດລ້ອມໃຫ້ມີຄວາມໝັ້ນຄົງ ໂດຍສະເພາະແມ່ນການຟື້ນຟູປ່າ, ການອະນຸລັກຮັກສາຊິວະນາໆພັນ. ກອງປະຊຸມໄດ້ດຳເນີນເປັນເວລາ 2 ວັນ. ນອກຈາກມີການປະຊຸມກັນແລ້ວ ໃນວັນທີ່ 1 ມີຖຸນາ ຄະນະຜູ້ແທນດັ່ງກ່າວ ໄດ້ເຂົ້າຮ່ວມປູກໄມ້ ເພື່ອເປັນທີ່ລະນຶກ ໃນວັນປູກໄມ້ແຫ່ງຊາດຂອງ ສປປ ລາວ ນຳ ພາຄະນະເຂົ້າຮ່ວມໃນການປູກໄມ້ຄັ້ງນີ້ ໂດຍທ່ານ ດຣ ສີລິວັນ ສະຫວັດວົງ, ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະຜູ້ແທນທັງໝົດເຂົ້າຮ່ວມ. ສະຖານທີ່ປູກໄມ້ ແມ່ນໃນຂອບເຂດມະຫາວິທະຍາໄລສຸພານຸວົງ ພາຍຫຼັງທີ່ສຳເລັດປູກໄມ້ແລ້ວ ໄດ້ນຳພາຄະນະຜູ້ແທນ ໄປ ຢ້ຽມຢາມ ກຸ່ມຄຸ້ມຄອງໄມ້ສັກ ທີ່ໄດ້ຮັບກນຢັ້ງຢືນ ຈາກສະພາປ່າໄມ້ ສາກົນ ທີ່ບ້ານກົກງີ້ວ, ເມືອງຫຼວງພະບາງ ແລະ ສະຖານທີາສຳຄັນຫຼາຍແຫ່ງຂອງແຂວງຫຼວງ ພະບາງ

Last Updated (Monday, 06 June 2011 11:17)

 

postheadericon ກອງປະຊຸມສຳມະນາປ່າໄມ້ແລະສິ່ງແວດລ້ອມ

NAFRI Past Events

 

ເພື່ອເຮັດໃຫ້ບັນຍາກາດຂອງການສະເຫລີມສະຫລອງປີຊີວະນາໆພັນແລະສິ່ງແວດລ້ອມສາກົນ ແລະພ້ອມກັນນີ້ກໍ່ເພື່ອເປັນການສ້າງຂະບວນການວັນປູກຕົ້ນໄມ້ແຫ່ຊາດໃຫ້ມີສີສັນ. ໃນວັນທີ 2 ມິຖນາ 2011, ທີຫໍວັດຖະນາທຳແຫ່ງຊາດ ໂດຍການເປັນເຈົ້າພາບລະຫວ່າງ ອົງການນໍ້າແລະສິ່ງແວດລ້ອມ ແລະກະຊວງກະສິກຳແລະປ່າໄມ້ ໃນການຈັດກອງປະຊຸມສຳມະນາໃນຫົວຂໍ້: ປ່າໄມ້ແລະສິ່ງແວດລ້ອມ ໂດຍເປັນປະທານຂອງ ທ່ານ ນາງ ເຂັມແພງ ພົນເສນາ ລັດຖະມົນຕີປະຈຳສະນັກງານນາຍຍົກ ປະທານ ອົງການນໍ້າແລະສິ່ງແວດລ້ອມ ແລະ ທ່ານ ດຣ. ຕີ ພົມມະສັກ ລັດຖະມົນຕີຊ່ວຍວ່າການ ກະຊວງກະສິແລະປ່າໄມ້.  ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟືນແລະໄດ້ມີການຮັບຝັງການນຳສະເໜີຈາກບັນດາກົມກອງອ້ອມຂ້າງຂອງແຕ່ລະພາກສ່ວນແລະໄດ້ເປີດມີການສົນທະນາໃນແຕ່ລະບັນຫາ ຂອງຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆທີໃຫ້ຄວາມສົນໃຈກວ່າ 200 ກວ່າຄົນ ແລະນອກນັ້ນຍັງໄດ້ມີກິດຈະກຳການອອກຮ້ານວາງສະແດງວຽກງານດ້ານຊີວະນາໆພັນຂອງພາກສ່ວນດັ່ງກ່າວ ແລະສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດ ເອງກໍ່ໄດ້ເຂົ້າຮ່ວມ

Last Updated (Friday, 03 June 2011 10:34)

 

postheadericon ການພັດທະນາລະບົບເວັບໄຊລົງສູ່ສູນອ້ອມຂ້າງ

NAFRI Past Events
 

ວຽກງານການເຜີຍແຜ່ຂໍ້ມູນຂ່າວສານ ແລະ ການຮ່ວມມືໂດຍການນຳໃຊ້ເຄື່ອງມືວິທະຍາສາດເຕັກໂນ ໂລ ຢີຂ່າວສານເປັນຕົວຊ່ວຍໃນວຽງານຕ່າງໆ. ສະນັ້ນການພັດທະນາລະບົບການເຜີຍແຜ່ ຂໍ້ມູນຂ່າວສານ ໃນສະຖາບັນ ຜ່ານລະບົບຂ່າວສານອິນເຕີເນັດທາງເວັບໄຊ ເຊິງເປັນເຄື່ອງມືອັນສຳຄັນໃນການເຜີຍແຜ່ ແລະປະຍັດເວລາ.ຊິ່ງໃນນັ້ນສະຖາບັນເອງກໍ່ໄດ້ພັດທະນາແຜ່ນງານ ດັ່ງກ່າວລົງສູ່ສູນອອ້ມຂ້າງ ໃຫ້ເຂົາ ເຈົ້າສາມາດນຳໃຊ້ ແລະ ໄດ້ມີການພັດທະນາລະບົບດັ່ງກ່າວດ້ວຍຕົນເອງ, ເຊິ່ງສູນຄົ້ນຄ້ວານະໂຍບາຍກະສິກຳ ແລະ ປ່າໄມ້ ທີ່ຂື້ນກັບ ສະຖາບັນຄົ້ນຄ້ວາ ກະສິກຳ ແລະ ປ່າໄມ້ແຫ່ງຊາດ ຈຶ່ງໄດ້ມີການພັດ ທະນາສ້າງເວັບໄຊຂອງສູນຂື້ນສຳເລັດຮຽບຮ້ອຍ ແລະ ເວັບໄຊດັ່ງກ່າວ ແມ່ນນອນຢູ່ພາຍໃຕ້ອັນດຽວກັບ ສະຖາບັນຄົ້ນຄ້ວາກະສິກຳ ແລະ ປ່າໄມ້ແຫ່ງຊາດໂດຍ ທ່ານ ສາມາດຄິກ http://afprc.nafri.org.la

Last Updated (Thursday, 02 June 2011 11:14)

 

postheadericon ພິທີເຊັນສັນຍາລົງນາມເອກະສານ ໂຄງການປັບປຸງຄວາມອາດສາມາດໃນການປັບຕົວເຂົ້າສູ່ສະພາບເດີມດ້ານກະສິກຳຈາກຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ຢູ່ສປປ ລາວ (Improving the Resilience of the Agricultural Sector in Lao PDR to Climate Change Impacts (NAPAFU) project)

NAFRI Past Events

 

ໃນຕອນບ່າຍຂອງວັນທີ 10 ພຶດສະພາ 2011 ທີ່ຜ່ານມານີ້ ຢູ່ທີ່ຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເຊັນສັນຍາລົງນາມເອກະສານ ໂຄງການປັບປຸງຄວາມອາດສາມາດໃນການປັບຕົວເຂົ້າສູ່ສະພາບເດີມດ້ານກະສິກຳ ຈາກຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ຢູ່ສປປ ລາວ ໂດຍການໃຫ້ກຽດລົງນາມ ຂອງຝ່າຍລາວ, ທ່ານ ສຸລິວັນທອງ ກີ່ງແກ້ວ, ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ແລະ ຝ່າຍສະຫະປະຊາຊາດ, ທ່ານນາງ ກຽວໂກະ ໂຍໂກສຸມາ, ຮອງຜູ້ຕາງໜ້າສະຫະປະຊາຊາດ ປະຈຳ ສປປລາວ. ພ້ອມດ້ວຍຜູ້ຕາງໜ້າບັນດາກົມ, ກອງ, ແລະ ໂຄງການທີ່ກ່ຽວຂ້ອງ ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ ຈຳນວນໜື່ງເຂົ້າຮ່ວມ ເພື່ອເປັນສັກຂີພະຍານໃນຄັ້ງນີ້ອີກດ້ວຍ.

Last Updated (Monday, 30 May 2011 14:10)

 

postheadericon ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ແຜນການ ແລະ ການເງີນ ສົກປີ 2009 – 2010 ແລະ ແຜນການຈັດຕັ້ງປະຕິບັດ ສົກປີ 2010 – 2011 ຂອງ ສຄກປ

NAFRI Past Events

ເພື່ອເຮັດໃຫ້ການປະຕິບັດວຽກງານ ແຜນການຂອງ ສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ໄດ້ຮັບການຜັນຂະຫຍາຍເຂົ້າໃນວຽກງານຂອງບັນດາພະແນກການ ແລະ ສູນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ທີ່ຂຶ້ນກັບ ສຄກປ ໄດ້ນຳ ໄປປະຕິບັດ ຕາມແຕ່ລະໄລຍະ ແລະ ຖືກຕ້ອງສອດຄ່ອງກັບ ແຜນພັດທະນາ ກະສິກຳ ແລະ ປ່າໄມ້, ຍຸດທະສາດ ການຄົ້ນຄວ້າ ແລະ ແຜນການຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ໃນໄລຍະ 5 ປີຕໍ່ໜ້າ 2011 – 2015, ດັ່ງນັ້ນ ໃນວັນທີ່ 5 – 6 ພຶດສະພາ 2011 ຈຶ່ງໄດ້ຈັດ ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນການ ແລະ ການເງີນ ສົກປີ 2009 – 2010 ແລະ ແຜນການປະຕິບັດ ສົກປີ 2010 – 2011 ຂອງສະຖາບັນ ຄົ້ນຄວ້າ ກະສິ ກຳ ແລະ ປ່າໄມ້ແຫ່ງຊາດ ຂຶ້ນຢ່າງເປັນທາງການ ຢູ່ທີຫ້ອງປະຊຸມ ຂອງສູນຄົ້ນຄວ້າທີ່ດິນກະສິກຳ ແລະ ປ່າໄມ້ (ສຄກປ), ໄດ້ຮັບກຽດເປັນປະທານກອງປະຊຸມໂດຍແມ່ນ ທ່ານ ດຣ. ບຸນຖອງ ບົຫອມ ຫົວໜ້າສະຖາບັນ ຄົ້ນຄວ້າ ກະ ສິກຳ ແລະ ປ່າໄມ້ແຫ່ງຊາດ, ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ປະກອບມີ 3 ພະແນກການ, ຫ້ອງການສະພາວິທະຍາ ສາດ ແລະ 11 ສູນອອ້ມຂ້າງສະຖາບັນເຂົ້າຮ່ວມທັງໜົດ 63 ທ່ານ, ຍິງ 23 ທ່ານ.

Last Updated (Monday, 30 May 2011 15:09)

Read more...

 

postheadericon ການສະເຫລີມສະຫລອງການສ້າງຕັ້ງສະຖາບັນຄົບຮອບ12ປີ

Latest

 

ໃນວັນທີ່ 09 ເມສາ 2011 ທີສຳນັກສະຖາບັນ ໄດ້ມີພິທີການຈັດຂະບວນການຍາງ ເພື່ອສຸຂະພາບຂຶ້ນ ເພື່ອເປັນການສະເຫລີມສະຫລອງການສ້າງຕັ້ງສະຖາບັນຄົບຮອບ 12ປີ ໂດຍເປັນປະທານຮ່ວມນຳຂະບວນຂອງ ທ່ານຫົວຫນ້າສະຖາບັນ ດຣ. ບຸນຖອງ ບົວຫອມ ແລະບັນດາແຂກທີ່ຖືກເຊີນຈາກກົມຕ່າງໆ ພ້ອມບັນດາຫົວໜ້າສູນ ແລະພະນັກງານອ້ອມຂ້າງສະຖາບັນຫລາຍກວ່າ 200 ກວ່າຄົນ. ພິທີໄດ້ເລີມຂຶ້ນເວລາ 6 ໂມງ 30 ນາທີ ໂດຍເລີ່ມຈາກ ສຳນັກສະຖາບັນແລະອ້ອມໄປທາງດ້ານຫລັງຈົນໄປຮອດ ໄຟແດງເລກ 13 ໃຕ້ຕັດເຂົ້າຫາ ເສັ່ນທາງດົງໂດກແລະກັບເຂົ້າຄືນສະຖາບັນ ເປັນເສັ້ນທາງ ກວ່າ 5 ກິໂລແມັດ ຫລັງຈາກນັ້ນກໍ່ໄດ້ມີ ການຈັດແຂ່ງກິລາສາມັກຄີໃນປະເພດຕ່າງໆເຊັ່ນ: ເຕະບານທີມຫົວຫນ້າສູນພາຍໃນແລະພາຍນອກ, ບານເຕະຍິງລວມ ແລະ ເປຕັ້ງຂອງແຕ່ລະສູນ. ແລະຄາດວ່າການຈັດຂະບວນກິລາດັ່ງກ່າວແມ່ນ ຈະໄດ້ຈັດໃຫ້ເປັນກິລາປະເພນີ ຂອງທາງສະຖາບັນໃນແຕ່ລະປີອີກດ້ວຍ (ຮູບພາບກິດຈະກຳ)

Last Updated (Monday, 25 April 2011 10:53)

 

The Policy Brief Series is directed toward policy makers at all levels (national, provincial, district level) as well as international organizations and donor partners. These briefs are based on the experiences of NAFRI. It provides short, informative analysis on some of the most pressing issues related to agriculture and natural resource management facing Lao PDR. Click Here>>

LARF - 8

The Lao Agricultural Research Fund (LARF) aims to provide Lao scientists with an opportunity to compete for agricultural research funds.The LARF is open to government agencies, universities, agricultural colleges and NGO organisations based in the Lao PDR, which have a mandate to undertake agricultural research. Proposals must contain a defined research project, and can be of one or two years in duration. The annual funding limit for individual projects is US$6,000 and a maximum of US$10,000 for two year projects. The grant moneys are for expenditure only within the Lao PDR. More Info>>