National Agriculture and Forestry Research Institute Render the +1 button
Banner
Lao (ພາສາລາວ)English (United Kingdom)
Announcement

Job Announcement!!

Improving the Resilience of the Agricultural Sector in Lao PDR to Climate Change Impacts (IRAS) - NAPA Follow-Up Project is seeking for long-term contract staff in several positions (More detail)

NAFRI Knowledge Bases
Featured Links:
Lao Uplands Sourcebook is a compendium of 72 lessons learned, technologies, methods and best practices for uplands development. Click here to see.
Lao Non-Timber Forest Products Wiki This wiki has been created to allow all NTFP lovers (and those just learning about NTFPs) an opportunity to learn more and contribute to the growing body of knowledge about NTFPs in Lao. Click here to visit
Its overall objective is to share information related to plant genetic resources and, in particular, to the implementation of the Global Plan of Action (GPA) on Plant Genetic Resources for Food and Agriculture (PGRFA) in Lao PDR. Click here to visit
Conservation Agriculture is an agroecological approach associating rural development with environmental preservation. It is a generic concept integrating the whole agricultural practices and aiming both at viability and sustainability of agriculture and environment protection. Click here to visit
ເຂົ້າສູ່ລະບົບເມືອຕ້ອງການລົງບົດຄວາມ



ກະລຸນາລົງທະບຽນກ່ອນຫາກທ່ານຍັງບໍ່ມີ
Statistics
Content View Hits : 1448756
Polls
What do you think of the new NAFRI website
 
ເທັກນິກກະສິກຳ

ບັນດາເທັກນິກກະສິກຳແລະປ່າໄມ້ ທີ່ຄວນຮູ້ເພື່ອເປັນການປັບປຸງ ຜົນຜະລິດກະສິົກຳ ປ່າໄມ້ແລະການລ້ຽງສັດໃຫ້ຖືກຕ້ອງ ຕາມເຕັກນິກແລະຮູບແບບ. ເປັນເທັກນິກທີບໍ່ຍຸ້ງຍາກແລະສັບສົນ ເຮັດໄດ້ງ່າຍ ໂດຍບໍ່ຕ້ອງຜ່ານການຝືກອົບຮົມ ປະຊາຊົນ ຊາວກະສິກອນສາມາດນຳໄປໃຊ້ໄດ້ ໃນຮົ່ວສວນ ແປງການຜະລິດເພື່ອເພີ່ມຜົນຜະລິດ ແລະລົດຄ່າໃຊ້ຈ່າຍຕ່າງ ຂໍ້ມູນເພີ່ມເຕີມຕິດຕໍ່ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້

technic

Home

postheadericon ກອງປະຊຸມປຶກສາຫາຫລືປັບປຸງແລະພັດທະນາວຽກງານຂໍ້ມູນຂ່າວສານເທັກໂນໂລຍີ ໃນຂົງເຂດກະສິກຳປະໄມ້

Latest

ເພື່ອເປັນການລິເລີມແນວຄວາມຄິດໃນການປັບປຸງແລະພັດທະນາວຽກງານຂໍ້ມູນຂ່າວສານເທັກໂນໂລຍີໃນຂົງເຂດວຽກງານກະສິກຳລແະປ່າໄມ້ ພ້ອມກັບເປັນການແລກປ່ຽນບົດຮຽນ ແລະເປີດໂອກາດໃຫ້ແກ່ບັນດາກົມກອງສະຖາບັນອ້ອມຂ້າງກະຊວງກະສິກຳແລະປ່າ ໄມ້ໄດ້ມີການພົບປະແລະແລກປ່ຽນບົດຮຽນໃນການພັດທະນາແລະມີແບບແຜນອັນດ່ຽວກັນ ຊຶ່ງໄດ້ມີຫລາຍພາກສ່ວນເຂົ້າຮ່ວມເຊັ່ນ: ສູນສະຖິຕິແລະຂໍ້ມູນຂ່າວສານກະຊວງກະສິກຳແລະປ່າໄມ້, ສູນໄອຊີທີມະຫາວິທະຍາໄລແຫ່ງຊາດ, ສະຖາບັນຄົ້ນຄວ້າອິນໂຟເມຕິກແຫ່ງຊາດ, ສູນການຄຸ້ມຄອງອິນເຕີເນັດແຫ່ງຊາດ, ກົມປ່າໄມ້,ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດ,ກອງສົ່ງເສີມກະສິກຳແລະປ່າໄມ້ແຫ່ງຊາດ ຊຶ່ງບັນດາອົງກອນເຫລົ່ານີ້ກໍ່ໄດ້ມີລະບົບເຄື່ອຂ່າຍເນັດເວີກດ້ວຍສາຍໄຍແກ້ວນຳແສງ(ໄຟຣເບີອອບຕິກ)ລະຫວ່າງກັນ ຊຶ້ງໃນນີ້ກໍ່ໄດ້ສາມາດປຶກສາຫາຫລືຫາທາງອອກຂອງການນຳໃຊ້ອິນເຕີເນັດຮ່ວມກັນແລະເປັນໄປໃນທິດທາງດ່ຽວກັນແລະຄວນໃຫ້ມີແບບແຜນການຄຸ້ມຄອງທີເປັນອັນດ່ຽວກັນ 

icon meeting minute and presentation files (45.58 MB)

Last Updated (Thursday, 08 September 2011 16:14)

 

postheadericon ກອງປະຊຸມ ສຳມະນາວິຊາການ ແລກປ່ຽນບົດຮຽນທາງດ້ານການຄົ້ນຄວ້າແລະສົ່ງເສີມຂອງ ຊປປລາວ

Latest

ເພື່ອເປັນການສ້າງຂະບວນການຂອງ ຊປປລາວໃຫ້ຕິດແທດກັບ ວຽກງານວິຊາການທີຕິດພັນກັບໃຫ້ໄດ້ຫລາຍຂຶ້ນກວ່າເກົ່າເພື່ອຕອນຮັບກອງປະຊຸມຂອງອົງຄະນະພັກກະຊວງກະສິກຳແລະປ່າໄມ້ຄັ້ງທີ 4 ທີ່ຈະມາເຖິງ. ຄະນະບໍລິຫານງານ ຊປປລາວ ຮາກຖານ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດ ຮ່ວມກັບ ຮາກຖານ ກອງສົ່ງເສີມກະສິກຳແລະປ່າໄມ້ແຫ່ງຊາດ ໄດ້ຈັດກອງປະຊຸມ ສຳມະນາວິຊາການຂຶ້ນ "ການແລກປ່ຽນບົດຮຽນໃນວຽກງານການຄົ້ນຄວ້າແລະການສົ່ງເສີມ ກະສິກຳແລະປ່າໄມ້ " ຂຶ້ນໃນວັນທີ 01/09/11 ທີສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ ໂດຍການໃຫ້ກຽດເປັນປະທານ ກ່າວເປີດກອງປະຊຸມ ແມ່ນ ຮສ.ດຣ. ລິນຄຳ ດວງສະຫວັນ ເລຂາຄະນະບໍລິຫານງານ ຊປປລາວ ກະຊວງກະສິກຳແລະປ່າໄມ້ ຊຶ່ງມີຜູ້ເຂົ້າຮ່ວມ ຈາກ 2 ໜ່ວຍຮາກຖານແລະກົມອ້ອມຂ່າງເຂົ້າຮ່ວມ ທັງໝົດ 32 ສ/ຫ ຊຶ່ງໄດ້ຮັບຝັງແລະສົນທະນາໃນ ຫົວຂໍ້ ການຄົ້ນຄວ້າ ການເຮັດຝຸ່ນບົ່ມເພື່ອປັບປຸງດິນກະສິກຳ, ລະບົບການສົ່ງເສີມຂອງລາວ, ເທັກນິກການລ້ຽງກົບແລະການປປູກເຫັດນາງລົມ. 

Last Updated (Friday, 02 September 2011 13:12)

 

postheadericon ກອງປະຊຸມ ລາຍງານຜົນການຄົ້ນຄ້ວາວຽກງານຂອງສູນບໍລິການເຕັກນິກກະສິກຳ ແລະ ປ່າໄມ້

Latest

 

ໃນ ວັນທີ່ 12 ສິງຫາ 2011 ທີ່ ຜ່ານ ມານີ້, ສູນຄົ້ນຄ້ວາກະສິກຳ ແລະ ປ່າໄມ້ ພາກເໜືອ ຮ່ວມກັບ ໂຄງການຄົ້ນຄ້ວາເຂດພູດອຍ ແລະ ພັດທະນາຄວາມສາມາດ (URDP) ໄດ້ເປີດ ກອງປະຊຸມ ລາຍງານຜົນການຄົ້ນຄ້ວາ ວຽກງານຂອງສູນບໍລິການເຕັກນິກກະສິກຳ ແລະ ປ່າໄມ້ ຂອງ 8 ເມືອງເປົ້າໝາຍຂອງໂຄງການຄື: ເມືອງໂພນໄຊ, ໂພນທອງ, ຮຸນ, ນາໝໍ້, ນາແລ, ວຽງພູຄາ, ຜາອຸດົມ ແລະ ເມືອງເມິງ ເຊິ່ງມີແຂກເຂົ້າຮ່ວມ ທັງໝົດ 39 ທ່ານ, ຍິງ 1 ທ່ານ. ໃນນັ້ນພິເສດແມ່ນໄດ້ ເຊີນ ທ່ານ ເຈົ້າເມືອງຈາກ 8 ເມືອງຈຸດສຸມຂອງໂຄງການ URDP ເຂົ້າຮ່ວມ.

• ໂດຍເພື່ອເປັນການທົບທວນຄືນຄວາມຄືບໜ້າກ່ຽວກັບການຄົ້ນຄ້ວາ ເພື່ອພັດທະນາຕົວແບບໃນ ການຈັດຕັ້ງປະຕິບັດສູນບໍລິການເຕັກນິກກະສິກຳ ແລະ ປ່າໄມ້ແບຍືນຍົງ.

• ເພື່ອທົບທວນຄືນຜົນໄດ້ຮັບຂອງການຄົ້ນຄ້ວາ ເພື່ອກຳນົດໂອກາດ ແລະ ຂໍ້ຈຳກັດ ໃນການ ຈັດຕັ້ງປະຕິບັດຂອງສູນບໍລິການເຕັກນິກກະສິກຳ ແລະ ປ່າໄມ້

• ສ້າງຂໍ້ຕົກລົງກ່ຽວກັບບາດກ້າວຕໍ່ໄປ ແລະ ຄວາມຕ້ອງການສະໜັບສະໜູນ ສູນບໍລິການເຕັກ ນິກກະສິກຳ ແລະ ປ່າໄມ້ ພາຍຫຼັງທີ່ມີການໂອນມອບຄວາມຮັບຜິດຊອບຈາກໂຄງການ URDP ໃຫ້ແກ່ເມືອງເປັນຜູ້ສືບຕໍ່ ໃນການຈັດຕັ້ງປະຕິບັດ ໃນເດືອນກັນຍາ ປີ 2011

ກອງປະຊຸມດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມ ເປັນປະທານ ຂອງ ທ່ານ ດຣ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄ້ວາກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ໂອກາດດັ່ງກ່າວ ທ່ານ ທ່ານ ດຣ ບຸນຖອງ ບົວຫອມ ໄດ້ຊີ້ນຳ ແລະ ມີຄຳເຫັນກ່າວຕໍ່ກັບກອງປະຊຸມ ເຊິ່ງຄຳເຫັນບາງຕອນທ່ານໄດ້ກ່າວວ່າ: ໂດຍອີງໃສ່ທິດທາງໜ້າທີ່ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII (2011-2015). ພວກເຮົາຕ້ອງເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນບຸກທະລຸ 4 ປະການ ທີ່ສະຫາຍເລ ຂາທິການໃຫຍ່ 
ໄດ້ຍົກຂຶ້ນໃນລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ສູນບໍລິການເຕັກນິກ ຕ້ອງໄດ້ນຳໃຊ້ທ່າແຮງທີ່ສູນມີ ແລະ ຈັດບຸລິມະສິດວຽກທີ່ຈະເຮັດ ແລະ ບໍລິການ ຖ່າຍທອດເຕັກນິກດ້ານກະສິກຳໃຫ້ແກ່ຊາວກະສິກອນ ແລະ ພາກສ່ວນຕ່າງໆທີ່ມີຄວາມສົນໃຈ. ທັງນີ້ກໍ່ເພື່ອໃຫ້ຊາວກະສິກອນ ຢູ່ເຂດຈຸດສຸມຂອງໂຄງການ ໄດ້ຮຽນຮູ້ ນຳໃຊ້ເຕັກນິກອັນໃໝ່ ເຂົ້າໃນການຜະລິດຢ່າງມີໝາກມີຜົນ, ກ້າວໄປເຖິງການບໍລິການ ແລະ ເກັບລາຍຮັບເຂົ້າສູນ ຈາກຊາວກະສິກອນ ແລະ ພາກສວ່ນເອກະຊົນທີ່ມາລົງທຶນ ເພື່ອໃຫ້ມີຄວາມຍືນຍົງ.

Last Updated (Wednesday, 17 August 2011 17:42)

 

postheadericon Statement of Lao PDR delegation at 13th session of the CGRFA(18-22 July, 2011,Rome ITALY)

ສະຖາບັນໃນຂ່າວ
Lao PDR is rich in biodiversity which play important role for the livelihood of local people. At present, the biodiversity is under pressure which will increase biodiversity loss and endangered. Lao PDR ratified the Convention on Biological Diversity in 1996, and ITPGRFA - International Treaty on Plant Genetic Resources for Food and Agriculture in 2006 For implementation of the CBD and ITPGRFA, As a new member of the CGRFA, Lao PDR is committed to contribute to the work of the Commission for the conservation and sustainable use of GRFA. National Biodiverstiy Strategies and Action Plan, and a National Agricultural Biodiversity Programme has developed. But the implementation of these plan and programme, including Global Plan of Action is not easy to inappropriate capacity and limited financial resources in developing countries Access and fair benefi-sharing of GRFA is crucial for all parties. Nagoya Protocol provides options for future, but need more details mechanisms for practical implementation It is recognized that we are living in interdependence on agricultural biodiversity for food security in adaptation to climate change. Most of developing countries home genetic resources, but lack of capacity and finance, when developed countries have technology, finance and capacity. Capacity building, partnership, fair benefit-sharing, with the support of donors and international organizations, are keys to effective cooperation and sustainable use of GRFA and adaptation to climate change.

Last Updated (Friday, 22 July 2011 22:03)

 

postheadericon ກອງປະຊຸມໂຄງການປັບປຸງຄວາມອາດສາມາດໃນການປັບຕົວເຂົ້າສູ່ສະພາບເດີມດ້ານກະສິກຳ ຈາກຜົນກະທົບຂອງການປ່ຽນແປງດິນຟ້າອາກາດ

NAFRI Past Events

ລັດຖະບານ ສ ປ ປ ລາວ ກໍ່ໄດ້ມອບໜາຍໃຫ້ທາງ ກະຊວງກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ດຳເນີນການຮ່ວມມືກັບອົງການ ສະຫະປະຊາຊາດເພື່ອການພັດທະນາ UNDP . ດັ່ງນັ້ນ, ໃນວັນທີ່ 8 ກໍລະກົດ 2011 ຈຶ່ໄດ້ຈັດກອງປະຊຸມ ໂຄງການປັບປຸງຄວາມອາດສາມາດໃນການປັບຕົວເຂົ້າສູ່ສະພາບເດີມດ້ານກະສິກຳຈາກຜົນກະທົບຂອງການປ່ຽນແປງດິນຟ້າອາກາດຢູ່ ສ ປ ປ ລາວ ( IRAS/NAPAFU project, ) ຂື້ນ ຢູ່ທີ່ໂຮງແຮມ ເສດຖາປາຣັດສ. ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ສີສະຫວ່າງ ວົງຫາຈັກ ຮອງຫົວໜ້າສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ ແລະ ທ່ານ Ms Kyoko Yokosuka ຮອງຜູ້ຕາງໜ້າ ອົງການສະຫະປະຊາຊາດ ປະຈຳ ສ ປ ປ ລາວ. ມີບັນດາຫົວໜ້າຫ້ອງການ, ກົມ, ກອງ, ສູນ ແລະ ອົງການຕ່າງ ທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນກວ່າ 80 ທ່ານ.

Last Updated (Wednesday, 10 August 2011 16:29)

Read more...

 

postheadericon ກອງປະຊຸມພັດທະນາວຽກງານຂໍ້ມູນຂ່າວສານ ສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ແຫ່ງຊາດ

NAFRI Past Events

 

ໃນຕອນເຊົ້າຂອງວັນທີ່ 11 ກໍລະກົດ 2011ຢູ່ທີ່ຫ້ອງປະຊຸມ ສູນຄົ້ນຄວ້າການນຳໃຊ້ທີ່ດິນ ສະຖາບັນຄົ້ນຄວ້າຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ ໄດ້ຈັດກອງປະຊຸມ ພັດທະນາວຽກງານຂໍ້ມູນຂ່າວສານຂອງ ສຄກປ ເຊິ່ງຈັດຂຶ້ນໂດຍ ສູນຂໍ້ມູນຂ່າວສານ ແລະ ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ສີສະຫວ່າງ ວົງຫາຈັກ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ, ມີບັນດາຫົວໜ້າສູນ, ຄະນະສູນ ພ້ອມດ້ວຍວິຊາການຈາກສູນຕ່າງໆອອ້ມສະຖາບັນເຂົ້າຮ່ວມຈຳນວນກວ່າ 60 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປັບປຸງ, ແກ້ໄຂ ແລະ ພັດທະນາວຽກງານທາງດ້ານຂໍ້ມູນຂ່າວສານຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ໃຫ້ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າພ້ອມກັນນັ້ນເພື່ອເຮັດໃຫ້ວຽກງານຂໍ້ມູນຂ່າວສານຂອງສະຖາບັນໃຫ້ໄດ້ມີການໄຫຼວຽນທົ່ວເຖິງ ແລະ ເຂົ້າເຖິງເປົ້າໜາຍຂອງບັນດາສູນຕ່າງໆອອ້ມຂ້າງ. ຢູ່ໃນກອງປະຊຸມບັນດານັກວິຊາການຍັງໄດ້ແບ່ງກຸ່ມກັນເພື່ອແກ້ໄຂບັນຫາຕ່າງໆຂອງການປະຕິບັດວຽກງານຂໍ້ມູນຂ່າວສານໃນນັ້ນໄດ້ແບ່ງອອກເປັນ 3 ກຸ່ມຄື: ກຸ່ມທີ່ 1 ແມ່ນວຽກງານ ຄຸ້ມຄອງຂໍ້ມູນຂ່າວສານ, ກຸ່ມທີ່ 2 ແມ່ນວຽກງານ ຜະລິດສື່ສິ່ງພິມຕ່າງໆຂອງ ສຄກປ ແລະ ກຸ່ມທີ່ 3 ແມ່ນວຽກງານຂໍ້ມູນຂ່າວສານ ແລະ ເທັກໂນໂລຍີ( ICT ). ຈາກນັ້ນທາງບັນດາຄະນະຜູ້ແທນກອງປະຊຸມຍັງໄດ້ຕົກລົງ ປຶກສາຫາລື ແລະ ພ້ອມກັນປະກອງຄຳຄິດຄຳເຫັນຕ່າງເພື່ອຈະແກ້ໄຂບັນຫາ ແລະ ຂໍ້ຄົງຄ້າງຕ່າງເຊັ່ນ: ບັນຫາການຜະລິດ ແລະ ເຜີຍແຜ່ສື່ສິ່ງພິມຕ່າງໆເປັນຕົ້ນແມ່ນ ການຜະລິດ ບົດຄົ້ນຄວ້າ, ບົດລາຍງານວິຊາການ, ວີດີໂອ, ແຜ່ນພັບ ແລະ ຮູບພາບອຶ່ນໆ, ບັນຫາທາງດ້ານການສົ່ງຂໍ້ມູນຂ່າວສານທາງດ້ານ ICT, ການນຳໃຊ້ອິນເຕີເນັດຂອງບັນດາສູນອອ້ມຂ້າງ ແລະ ບັນຫາການຈັດເກັບຮັກສາຂໍ້ມູນຕ່າງໆເພື່ອບໍ່ໃຫ້ສູນຫາຍ. ຈາກການດຳເນີນກອງປະຊຸມເປັນເວລາ 1 ວັນເຕັມໄດ້ເຫັນວ່າຫຼາຍພາກສ່ວນກໍ່ແມ່ນໄດ້ໃຫ້ຄວາມສົນໃຈ, ຈະພ້ອມກັນແກ້ໄຂ ແລະ ຈະໃຫ້ປະຕິບັດໃຊ້ໄດໃນຕໍ່ໜ້າຢ່າງສົມບູນ ເພາະວ່າວຽກງານເຜີຍແຜ່ຂໍ້ມູນຂ່າວສານເທັກໂນໂລຍີແມ່ນການເຜີຍແຜ່ ແລະ ສະແດງຜົນງານ, ຜົນສຳເລັດຂອງການຄົ້ນຄວ້າຕ່າງອອກສູ່ວົງກວ້າງ ແລະ ອອກສູ່ບັນດາປະຊາຊົນຜູ້ນຳໃຊ້ຢ່າງທົ່ວເຖິງ.

Last Updated (Tuesday, 12 July 2011 14:02)

 

postheadericon ພິທີ ເຊັນສັນຍາຮັບເໜົາກໍ່ສ້າງສະໂມສອນຂອງ ສຄກປ ໄລຍະທີ່ສອງ

NAFRI Past Events

ໃນຕອນບ່າຍຂອງວັນທີ່ 27 ມິຖຸນາ 2011 ຢູ່ທີ່ ສະໂມສອນໃຫຍ່ຂອງ ສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ ໄດ້ມີພິທີ ເຊັນສັນຍາຮັບເໜົາກໍ່ສ້າງສະໂມສອນຂອງ ສຄກປ ໄລຍະທີ່ສອງຂຶ້ນ. ໃນນີ້ໄດ້ແບ່ງໄລຍະການກໍ່ສ້າງອອກເປັນ 3 ຂັນຕອນຄື: ຂັ້ນຕອນທີ່ນຶ່ງ ແມ່ນວຽກ ກໍ່ສ້າງປະຕູ ແລະ ທາງເບຕົ່ງເສີມເຫຼັກເຂົ້າຫາໂຕອາຄານສະໂມສອນ. ເຊິ່ງມີມູນຄ່າໃນການກໍ່ສ້າງແມ່ນ 347,444,588 ກີບ, ຂັ້ນຕອນທີ່ສອງ ແມ່ນວຽກ ກໍ່ສ້າງຮ່ອງລະບາຍນ້ຳ ແລະ ທໍ່ລະບາຍນ້ຳແອ ອອກຈາກໂຕອາຄານ ເຊິ່ງມີມູນຄ່າໃນການກໍ່ສ້າງແມ່ນ 379,531,868 ກີບ, ຂັ້ນຕອນທີ່ສາມ ແມ່ນວຽກ ຕົບແຕ່ງ ແລະ ຕິດຕັ້ງພາຍໃນອາຄານສະໂມສອນ ເຊິ່ງມີມູນຄ່າໃນການກໍ່ສ້າງແມ່ນ 472,117,800 ກີບ ແລະ ໄດ້ມີ 3 ບໍລິສັດທີ່ຊະນະການປະມູນຄັ້ງນີ້ຄື: 1. ບໍລິສັດ ໄກສອນ ອອກແບບເຄຫາສະຖານ ຈຳກັດຜູ້ດຽວ, 2. ບໍລິສັດ ວິລະກໍ່ສ້າງ ເຄຫາ - ຂົວທາງ - ຊົນລະປະທານ ຈຳກັດຜູ້ດຽວ, 3. ບໍລິສັດ ບີລາວ ຈຳກັດ. ໃຫ້ກຽດເປັນປະທານ ໃນພິທີເຊັນສັນຍາຄັ້ງນີ້ຝ່າຍເຈົ້າຂອງໂຄງການ ກໍ່ຄືສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ແຫ່ງຊາດ ໂດຍແມ່ນທ່ານ ໄຊສົງຄາມ ພິມມະສອນ ຮອງຫົວໜ້າສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ແຫ່ງຊາດ ແລະ ຝ່າຍຜູ້ຮັບເໜົາ ໂດຍແມ່ນທາງປະທານຂອງບໍລິສັດຮັບຜູ້ເໜົາ 3 ທ່ານ ພ້ອມດວ້ຍຜູ້ຕາງໜ້າຈາກຫ້ອງການກະຊວງ, ກົມ, ກອງ ແລະ ພັກນັກງານອອ້ມຂ້າງສະຖາບັນເຂົ້າຮ່ວມ ຈຳນວນ 27 ກວ່າທ່ານ. ສ່ວນໃນການກໍ່ສ້າງ, ສ້ອມແປງຄັ້ງນີ້ກຳນົດການກໍ່ສ້າງແມ່ນຈະໃຫ້ສຳເລັດພາຍໃນ 60 ( 2 ເດືອນ ) ເຊິ່ງເລີ່ມຕົ້ນນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ຜູ້ຮັບເໜົາຕົກລົງຈະເລີ່ມການກໍ່ສ້າງສ້ອມແປງພາຍໃນ 7 ວັນ ພາຍຫຼັງການເຊັນສັນຍາ. ຢູ່ໃນສັນຍາ ເຈົ້າຂອງໂຄງການກໍ່ຄື ສຄກປ ກໍ່ຍັງມີສິດຕິດຕາມກວດກາ ການປະຕິບັດສັນຍາຂອງຜູ້ຮັບໜົາ ແລະ ເອື້ອອຳນວຍຄວາມສະດວກຕ່າງໆ. ຕິດຕັ້ງຄະນະກວດກາເພື່ອກວດກາ ປະລິມານ ແລະ ຄຸນນະພາບຂອງການປະຕິບັດສັນຍາ.

 

The Policy Brief Series is directed toward policy makers at all levels (national, provincial, district level) as well as international organizations and donor partners. These briefs are based on the experiences of NAFRI. It provides short, informative analysis on some of the most pressing issues related to agriculture and natural resource management facing Lao PDR. Click Here>>

LARF - 8

The Lao Agricultural Research Fund (LARF) aims to provide Lao scientists with an opportunity to compete for agricultural research funds.The LARF is open to government agencies, universities, agricultural colleges and NGO organisations based in the Lao PDR, which have a mandate to undertake agricultural research. Proposals must contain a defined research project, and can be of one or two years in duration. The annual funding limit for individual projects is US$6,000 and a maximum of US$10,000 for two year projects. The grant moneys are for expenditure only within the Lao PDR. More Info>>