ການພັດທະນາເຂດພູດອຍໃນສປປລາວ ເປັນຂີດໝາຍສຳຄັນໃນການຫລຸດພົ້ນອອກຈາກຄວາມທຸກຈົນ
| Latest |


ໃນວັນທີ 23-24 ເດືອນ ກຸມພາ ທີ ຫ້ອງວ່າການແຂວງຫລວງພະບາງ ໄດ້ມີການຈັດ ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການຄົ້ນຄວ້າແລະການພັດທະນາ ກະສິກຳແລະປ່າໄມ້ເຂດພູດອຍ ໂດຍການເປັນປະທານ ຂອງ ທ່ານ ດຣ. ຕີ ພົມມະສັກ ລັດຖະມົນຕີຊ່ວຍ ວ່າການກະຊວງກະສິກຳແລະປ່າໄມ້ ແລະ ທ່ານ ດຣ. ບົວຄົງ ນາມມະວົງ ຮອງເຈົ້າແຂວງຫລວງພະບາງ ເພື່ອເປັນການ ແລກປ່ຽນປະສົບການໃນວຽກງານການພັດທະນາ ການຄົ້ນຄວ້າກະສິກຳແລະປ່າໄມ້ ໃນເຂດເນີນສູງ, ໂດຍເປັນການຖອດຖອນບົດຮຽນແລະຜົນຂອງການຈັດຕັ້ງປະຕິບັດ ວຽກວານຂອງໂຄງການ ຄົ້ນຄວ້າເຂດພູດອຍແລະພັດທະນາຄວາມອາດສາມາດ ໃນເຂດພາກເໜືອຂອງລາວ ທີທາງສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດເປັນຜູ້ຈັດຕັ້ງປະຕິບັດມາໃນໄລຍະກວ່າ 10ປີ.ຊຶ່ໃນນີ້ມີຜູ້ເຂົ້າຮ່ວມຈາກ ບັນດາ ເມືອງເປົ້າໝາຍແລະ ພະນັກງານ ການນຳ ຂອງ ກົມກອງ ອ້ອມຂ້າງກະຊວງ ແລະໂຄງການ ຕ່າງເຂົ້າຮ່ວມ 100 ກວ່າທ່ານ.
Last Updated (Monday, 27 February 2012 21:24)
ການໄປຢ້ຽມຢາມ ເພື່ອຖອດຖອນບົດຮຽນແລກປ່ຽນປະສົບການໃນງານວາງສະແດງມະຫາກຳກະສິກຳ ທີ່ ມະຫາວິທະຍາໄລຂອນແກ່ນ, ປະເທດໄທ.
| Latest |
ໃນວັນທີ່ 28-29/1/2012 ສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ ໄດ້ຖືກເຊີນໄປຢ້ຽມຢາມເພື່ອຖອດຖອນບົດຮຽນແລກປ່ຽນປະສົບການໃນງານວາງສະແດງມະຫາກຳກະສິກຳ ທີ່ມະຫາວິທະຍາໄລຂອນແກ່ນ, ປະເທດໄທ. ການເຂົ້າຮ່ວມໃນຄັ້ງນີ້ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ນຳພາໂດຍ ທ່ານ ດຣ. ໃຈ ບຸນພະນຸໄຊ ພ້ອມດ້ວຍນັກວິຊາການ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສູນນິເວດກະສິກຳ, ສູນຄົ້ນຄວ້ານະໂຍບາຍ ກະສິກຳ ແລະ ປ່າໄມ້, ແຜນງານຄົ້ນຄວ້າເຂົ້າແຫ່ງຊາດ ແລະ ສູນຄົ້ນຄວ້າການລ້ຽງສັດ ຈຳນວນ 11 ທ່ານ. ໃນນັ້ນເປັນກຽດຮັບຕ້ອນ ໂດຍທ່ານ ຮສ ດຣ. ອານານ ພົນທານີ ຄະນະບໍດີ, ຄະນະກະເສດສາດ, ມະຫາວິທະຍາໄລຂອນແກ່ນ.
.
Last Updated (Friday, 09 March 2012 09:03)
Workshop for International Collaboration on Plant Genetic Resources
| Latest |

On 18th January 2012, NAFRI set-up a meeting on International Collaboration on Plant Genetic Resources between NAFRI and NIAS(Japan) with aim to identify all main activities of plant genetic resources and ago-biodiversity in Laos, moreover one of the project' activity is to enhance Lao agriculture gene bank and agriculture genetic resource data collection. the meeting provide comprehensive discussion on survey result of plant genetic resources in Laos during the project initiative.
Last Updated (Tuesday, 21 February 2012 18:28)
|
| Latest |

ໂຄງການຮ່ວມມີ ພູມມີພາກ ອາຊີປາຊີຝິກ ສຶກສາການຈັດຕັ້ງຊາວກະສິກອນ 6 ປະເທດອາຊຽນ ແລະ ສປຈີນ (MTCP) ໄດ້ກໍານົດຂົງເຂດບັນຫາສຳຄັນ ເພື່ອຈະສຶກສາຄົ້ນຄ້ວາ ແລະ ສະເໜີເປັນນະໂຍບາຍຕໍ່ພາກລັດ ເຊັ່ນ: ນະໂຍບາຍການເຊື່ອມໂຍງຊາວກະສິກອນເຂົ້າເຖິງຕະຫຼາດ ແລະ ການຫລຸດຜ່ອນການປ່ຽນແປງສະພາບອາກາດ ແລະ ການປັບຕົວຂອງຊາວກະສິກອນ. ເພື່ອເປັນການປຶກສາຫາລື ແລະ ວິເຄາະ ຜົນການສຶກສາຂອງຊ່ຽວຊານກ່ຽວກັບການປ່ຽນແປງສະພາບອາກາດ; ປັບປຸງ ແລະ ພັດທະນາຂໍ້ແນະນຳທາງດ້ານນະໂຍບາຍ ເປັນມາດຕະການອັນຮີບດ່ວນ ເພື່ອຍົກສູງ ແລະ ສົ່ງເສີມໃຫ້ການຈັດຕັ້ງຊາວກະສິກອນໃນການຫລຸດຜ່ອນການປ່ຽນແປງສະພາບອາກາດ ແລະ ພ້ອມທັງການປັບຕົວຂອງເຂົາເຈົ້າໃຫ້ແທດເໝາະກັບການປ່ຽນແປງ; ແລະ ພັດທະນາແຜນວຽກຂ້າງໜ້າຂອງໂຄງການໃນພາກພື້ນໃນຂັ້ນຕໍ່ໄປ.
Last Updated (Friday, 16 December 2011 13:50)
ກອງປະຊຸມ ວິຊາການ ເພື່ອປັບປຸງລະບົບຂໍ້ມູນຂ່າວສານກະສິກຳໃນເອເຊຍ
| Latest |


Last Updated (Thursday, 15 December 2011 11:17)
ໂຄງການປັບຕົວດ້ານກະສິກຳຕໍ່ການປ່ຽນແປງດິນຟ້າອາກາດ (IRAS/NAPAFU Project)
| Latest |


ໃນຕອນເຊົ້າຂອງວັນທີ່ 16 ພະຈິກ 2011 ຢູທີ່ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ໄດ້ຈັດກອງປະຊຸມກ່ຽວກັບການສຳມະນາ ການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໂຄງການປັບຕົວດ້ານກະສິກຳຕໍ່ການປ່ຽນແປງດິນຟ້າອາກາດ (IRAS/NAPAFU Project) ຂື້ນໂດຍ ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ດຣ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ. ຊື່ງມີຜູ້ເຂົ້າຮ່ວມກອງປະຊຸມ ກໍ່ຄືຫົວໜ້າປະສານງານໂຄງການ, ຊ່ຽວຊານຕິດຕາມປະເມີນຜົນ, ຊ່ຽວຊານສຳຫຼວດຂໍ້ມູນ, ຜູ້ປະສານງານໂຄງການ ສອງແຂວງ(ໄຊຍະບູລີ,ສະຫວັນນະເຂດ)ໃນສີ່ເມືອງເປົ້າໜາຍ, ພະແນກ ແລະ ສູນທີ່ກ່ຽວຂອງອ້ອມຂ້າງສະຖາບັນເຂົ້າຮ່ວມເຂົ້າຮ່ວມທັງໜົດ 35 ທ່ານ. ຈະດປະສົງແມ່ນເພື່ອຢາກໄດ້ແນວຄວາມຄິດຫຼັກໃນການກະກຽມແຜນງານຂອງໂຄງການ, ການກະກຽມແຜນປີ 2012 ແລະ ແຜນງວດ1 ຂອງບັນດາແຂວງ, ເມືອງ ແລະ ກຸ່ມບ້ານເປົ້າໜາຍຂອງໂຄງການ, ກອງປະຊຸມຄັ້ງນີ້ແມ່ນໄດ້ດຳເນີນເປັນເວລາ ສອງວັນແລະປິດລົງດ້ວຍໝາກຜົນອັນຈົບງາມ.
Lao Agricultural Research Fund (LARF) -LARF 2012 (LARF-7)
| LARF information |
ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ ມີຄວາມຍິນດີແຈ້ງໃຫ້ທ່ານຊາບວ່າ ກອງທືນການຄົ້ນຄວ້າກະສິກໍາລາວ ຊຸດທີ່ 7 (LARF-7) ຈະໄດ້ເລີ່ມຈັດຕັ້ງປະຕິບັດແລ້ວ. ຊື່ງກອງທືນດັ່ງກ່າວແນໃສ່ການສະໜັບສະໜູນບັນດານັກຄົ້ນຄວ້າຂອງລາວ ເພື່ອພັດທະນາວຽກງານການຄົ້ນຄວ້າທົດລອງ ທີ່ເປັນປະໂຫຍດແກ່ຊຸມຊົນ ກໍ່ຄື ຊາວກະສິກອນ.
ພ້ອມກັນນັ້ນ ກໍ່ເພື່ອສົ່ງເສີມການເຜີຍແຜ່ຜົນງານການຄົ້ນຄວ້າຂອງຄົນລາວ ອອກສູ່ສາຍຕາພາຍນອກ ທັງໃນປະເທດ ແລະ ເວທີສາກົນ. ກອງທືນດັ່ງກ່າວໄດ້ເປີດໂອກາດໃຫ້ບັນດານັກຄົ້ນຄວ້າໃນລະດັບຕ່າງໆ ເຊັ່ນ: ກົມ, ກອງ, ສະຖາບັນ, ສູນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ລວມທັງນັກຄົ້ນຄວ້າຈາກພາກສ່ວນອົງການຈັດຕັ້ງທີ່ບໍ່ຂື້ນກັບລັດຖະບານ (NGOs), ສາມາດສົ່ງບົດສະເໜີເຂົ້າມາເພື່ອຂໍທືນນໍາໄປເຮັດການຄົ້ນຄວ້າໄດ້ອີກດ້ວຍ.
ກໍານົດວັນປິດຮັບບົດສະເໜີການຄົ້ນຄວ້າ ແມ່ນວັນທີ່ 28 ເດືອນກຸມພາ (2) 2012. ສ່ວນລາຍລະອຽດ ແລະ ແບບຟອມການຂຽນບົດສະເໜີການຄົ້ນຄວ້າທົດລອງ ແມ່ນໄດ້ຄັດຕິດມາພ້ອມນີ້ດ້ວຍ.
LARF is open to government agencies, universities, agricultural colleges and NGO organisations based in the Lao P.D.R, which have a mandate to undertake agricultural research. Proposals must contain a defined research project, and can be of one or two years in duration. The annual funding limit for individual projects is US$6,000 and a maximum of US$10,000 for two year projects. The grant moneys are for expenditure only within the Lao P.D.R.
The closing date for the receipt of project proposals for potential funding support will be 28 February 2012.
Contact person Mr. Pasalath Kounsy Mobile: 0212412049, Email: This e-mail address is being protected from spambots. You need JavaScript enabled to view it or This e-mail address is being protected from spambots. You need JavaScript enabled to view it
Click to download for more information detail and application form
Last Updated (Tuesday, 29 November 2011 13:39)


The Lao Agriculture Database focuses on Lao agriculture and natural resource information. It includes research reports, policy documents, extension and reference material. It currently has more than 2,000 records and 850 downloads.


