ການປູກຕົ້ນໄມ້ ແລະ ຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງ ວັນສ້າງຕັ້ງ ສຄກປ ແຫ່ງຊາດ ຄົບຮອບ 13 ປີ
| Latest |


ໃນວັນທີ 20 ເມສາ 2012 ທີ່ຜ່ານມາ, ທີ່ສໍານັກ ສະຖາບັນ ຄົ້ນຄວ້າ ກະສິດໍາ ແລະ ປ່າໄມ້ ແຫ່ງຊາດ (ສຄກປ ແຫ່ງຊາດ) ໄດ້ຈັດພິທີ ປູກຕົ້ນໄມ້ ແລະ ຍ່າງເພື່ອສຸຂະພາບຂຶ້ນ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງ ສຄກປ ແຫ່ງຊາດ ຄົບຮອບ 13 ປີ (19 ເມສາ 1999 – 19 ເມສາ 2012). ນໍາພາຂະບວນການ ໂດຍ: ທ່ານ ດຣ. ບຸນຖອງ ບົວຫອມ ຫົວໜ້າ ສະຖາບັນ ຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ. ມີພະນັກງານ ຈາກ ພະແນກການ, ສູນຄົ້ນຄວ້າຕ່າງໆ ພາຍໃນສໍານັກ ສຄກປ ແລະ ບັນດາສູນ ທີ່ຂຶ້ນກັບ ສຄກປ ແຫ່ງຊາດ ຈໍານວນນຶ່ງ ພ້ອມດວ້ຍຊ່ຽວຊານຕ່າງປະເທດ ທີ່ເຮັດວຽກກັບ ສຄກປ ແຫ່ງຊາດ ເຂົ້າຮ່ວມ.
Last Updated (Thursday, 10 May 2012 13:56)
ການໄປທັດສະນະສຶກສາ ກ່ຽວກັບການຜະລິດເມັດພັນ ແລະ ການປຸງແຕ່ງຜະລິດຕະພັນຈາກເຂົ້າ ຂອງໂຄງການ RPIP ທີ່ແຂວງສາກົນນະຄອນ, ປະເທດໄທ
| Latest |
ໃນລະຫວ່າງ ວັນທີ 26-29 ມິນາ 2012 ທີ່ຜ່ານມານີ້ ໂຄງການປັບປຸງປະສິດທິພາບການຜະລິດເຂົ້າ (RPIP) ໄດ້ຈັດທັດສະນາສຶກສາ ໃຫ້ແກ່ທິມງານຜູ້ປະສານງານໂຄງການຂັ້ນແຂວງ, ເມືອງ ແລະ ຕາງໜ້າຫົວໜ້າກຸ່ມຊາວນາທີ່ດີເດັ່ນ ຈໍານວນ 35 ທ່ານ (ຈາກແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ແລະ ຈໍາປາສັກ) ໄປທັດສະນາສືກສາຫາຄວາມຮູ້ເພີ້ມເຕີມດ້ານການສ້າງກຸ່ມ, ການຜະລິດເມັດພັນ ແລະ ການປູກພືດ-ລ້ຽງສັດຕ່າງໆ ທີ່ແຂວງສາກົນນະຄອນ, ລາດຊະອານາຈັກໄທ. ການຈັດທັດສະນາສືກສາໃນຄັ້ງນີ້ ແມ່ນປະຕິບັດຕາມແຜນຂອງໂຄງການ ທີ່ມີຈຸດປະສົງ: 1). ນໍາພາຊາວນາ ແລະນັກວິຊາການ ຂອງໂຄງການໄປຖອດຖອນບົດຮຽນກ່ຽວກັບລະບົບການຜະ ລິດເມັດພັນເຂົ້າ ແລະການຈັດຕັ້ງກຸ່ມການຜະ ລິດເຂົ້າ. 2). ສ້າງແລະພັດທະນາພະນັກງານ ແລະ ຊາວນາໃຫ້ມີຄວາມຮູ້ດ້ານການຜະລິດເມັດພັນເຂົ້າ ແລະ ລະບົບການປູກພືດຕ່າງໆ ນອກຈາກເຂົ້າເຊັ່ນ: ສາລີ, ຖົ່ວດິນ. ແນໃສ່ຍົກຜະລິດຕະພາບການຜະ ລິດເມັດພັນໃຫ້ສູງຂື້ນ ສາທາດຕອບສະໜອງໄດ້ແນວພັນເຂົ້າໄດ້ ໃນຍາມເກີດສຸກເສີນ (ນໍ້າຖ້ວມ, ແຫ້ງ ແລ້ງ, ສັດຕູພືດທໍາລາຍ), ທັງສ້າງລາຍໄດ້ໃຫ້ຄອບຄົວ, ກຸ່ມຊາວນາ ແລະ ທັງຮັບປະກັນດ້ານສະບຽງອາ ຫານໃນແຂວງເປົ້າໝາຍ.
Last Updated (Thursday, 10 May 2012 11:35)
ພັກ-ລັດ ຍາມໃດກໍ່ເອົາໃຈໃສ່ວຽກງານຄົ້ນຄ້ວາກະສິກຳ ແລະ ປ່າໄມ້.
| Latest |
ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ຕິດຕາມວຽກງານການຄົ້ນຄ້ວາທົດລອງ ຂອງຂະແໜງກະສິກຳ ແລະ ປ່າໄມ້ ຢູ່ສູນຄົ້ນຄ້ວາການລ້ຽງສັດ, ສູນຄົ້ນຄ້ວາປ່າໄມ້ ແລະ ສູນຄົ້ນຄ້ວາພືດຜັກ ແລະ ໄມ້ໃຫ້ໝາກ ໃນວັນທີ 29-30/03/2012. ຕ້ອນຮັບ ທ່ານ ລັດຖະມົນຕີ ແລະ ຄະນະ ໂດຍ ທ່ານ ດຣ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄ້ວາກະສິກຳ ແລະ ປ່າໄມ້ ແຫ່ງຊາດ ພ້ອມດ້ວຍຫົວໜ້າແຕ່ລະສູນ ແລະ ພະນັກງານຫຼັກແຫຼ່ງ.
ທ່ານ ລັດຖະມົນຕີວ່າການ ໄດ້ຊີ້ນຳບາງຕອນວ່າ: ໃຫ້ເອົາໃຈໃສ່ໃນການຂະຫຍາຍ ເຕັກນິກການປະສົມພັນທຽມງົວ ແລະ ການທ໋ອມງົວໃຫ້ອອກສູ່ຊາວກະສິກອນ. ພ້ອມກັນນັ້ນ ທ່ານ ລັດຖະມົນຕີ ເພິນຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ໃນການທົດລອງປູກ ແລະ ບົວລະບັດຮັກສາ ການປູກຫວາຍຊະນິດຕ່າງໆໃຫ້ໄດ້ຮັບຜົນເປັນຢ່າງດີ.
Last Updated (Thursday, 10 May 2012 15:21)
|
| Latest |


ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການຜະລິດເມັດພັນເຂົ້າ ໃຫ້ສາມາດບັນລຸໄດ້ຕາມເປົ້າໝາຍຂອງລັດຖະບານ ກໍຄືຂອງກະຊວງ ກະສິກໍາ ແລະ ປ່າໄມ້ ທີ່ແນໃສ່ການຫັນເປັນອຸສະຫະກໍາ ແລະ ທັນສະໃໝຂອງຂະແໜງກະສິກໍາ ພ້ອມກັນນີ້ກໍ່ເພື່ອເປັນການຍົກຜະລິດຕະພາບແຮງງານ ແລະ ການຜະລິດໃຫ້ມີປະສິດຕິພາບຂຶ້ນກວ່າເກົ່າ. ສະນັ້ນໃນວັນທີ 5 ມີນາ 2012 ສະຖາບັນ ຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ໃນນາມຜູ້ຊີ້ນໍາ ແລະ ຈັດຕັ້ງປະຕິບັດໂຄງການປັບປຸງ ປະສິດທິພາບການຜະລິດເຂົ້າ (RPIP) ແລະ ໂຄງການປັບ ປຸງຄໍ້າປະກັນສະບຽງອາຫານເຂດເນີນສູງ (LUFSIP), ທີ່ໄດ້ ຮັບທຶນສະໜັບສະໜູນ ຈາກອົງການທະນາຄານໂລກ ແລະ ສະຫະພາບເອີຣົບ ໄດ້ຈັດພິທີມອບຮັບກົນຈັກກະສິກໍາ ໃຫ້ແກ່ສູນ-ສະຖານີຄົ້ນຄວ້າ ແລະ ຜະລິດເມັດພັນເຂົ້າທົ່ວປະເທດ. ເປັນກຽດເຂົ້າຮ່ວມ ແລະ ເປັນປະທານ ແລະ ມອບຮັບໃນຄັ້ງນີ້ ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້, ຊ່ອງໜ້າບັນດາແຂກ, ຫົວໜ້າກົມ, ກອງ ແລະ ສຄກປ ອ້ອມ ຂ້າງກະຊວງກະສິກໍາ ແລະ ປ່າໄມ້.
Last Updated (Tuesday, 03 April 2012 11:29)
ສອງສະຖາບັນຫັດແໜ້ນຄວາມສາມັກໂດຍຈັດຂະບວນການກິລາມິດຕະພາບ
| Latest |


ໃນວັນທີ 30 ມີນາ ສອງສະຖາບັນຂອງສອງກະຊວງໄດ້ສ້າງສາຍສຳພັນຫັດແໜ້ນຄວາມສາມັກຄີໃຫ້ເລິກເຊິງຂຶ້ນກວ່າເກົ່າ ໂດຍການຈັດຂະບວນການກິລາບານເຕະມິດຕະພາບ ລະຫວ່າງສະຖາບັນຄົ້ນຄວ້າ່ກະສິກຳແລະປ່າໄມ້ແຫ່ງຊາດ ຊຶ່ງນຳທີມໂດຍ ດຣ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ ແຫ່ງຊາດ ແລະ ທ່ານ ດຣ ລີເວີ ຫົວໜ້າ ສະຖາບັນ ຄົ້ນຄວ້າເສດຖະກິດແຫ່ງຊາດ ກະຊວງແຜນການແລະການລົງທຶນ. ຊຶ່ງໄດ້ມີນັກກິລາອາວຸໂສ ຊາວໜຸ່ມເຂົ້າຮ່ວມກວ່າ 30 ທ່ານ ແລະບັນຍາກາດຂອງຂະບວນການດັ່ງກ່າວ ແມ່ນເຕັມໄປດ້ວຍຄວາມຮັກແພງແລະສ້າງຄວາມໃກ້ຊິດຂອງພະນັກງານໃນສອງສະຖາບັນ ຊຶ່ງເປັນການສ້າງໂອກາດໃຫ້ເຂົາເຈົ້າໄດ້ແລກປ່ຽນບົດຮຽນຊຶງກັນແລະກັນໄດ້ຫລາຍຂຶ້ນ
Last Updated (Monday, 02 April 2012 14:32)
NAFRI/NURiFAR ເຫັນຄວາມສຳຄັນໃນການພັດທະນາບຸກຄະລາກອນທ້ອງຖິ່ນທາງດ້ານຄອມພິວເຕີໄອທີ
| Latest |



ໂດຍເປັນການປະຕິບັດຕາມການສະເໜີໃນກອງປະຊຸມປະຈຳປີຂອງໂຄງການ NURiFAR ໃນການພັດທະນາບຸກຄະລາກອນທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ ໃນການນຳໃຊ້ບັນດາເຄື່ອງມືຂອງຄອມພິວເຕີ ແລະລະບົບຂໍ້ມູນຂ່າວສານເທັກໂນໂລຍີ ຂອງຍຸກປະຈຸບັນຊຶ່ງການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ຈັດຂຶ້ນໃນ3 ແຂວງເປົ້າໝາຍ: ຫລວງພະບາງ,ອຸດົມໄຊ,ຫລວງນໍ້າທາໂດຍມີນັກສຳມະນາກອນເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ ກວ່່າ 60 ທ່ານ ແລະໃຊ້ເວລາ 19 ວັນ.
Last Updated (Thursday, 22 March 2012 13:26)
ກອງປະຊຸມວາງແຜນປະຈໍາປີ ແລະ ປະເມີນຜົນ ກາງ ໂຄງການ ຂອງໂຄງການປັບປຸງລະບົບການຜະລິດ ແລະ ການຕະຫຼາດ
| Latest |
ໃນຕອນເຊົ້າ ຂອງ ວັນທີ່ 5 / 3 / 2012 ທີຜ່ານມາ ໂຄງການປັບປຸງລະບົບການຜະລິດ ແລະ ການຕະຫຼາດ ໄດ້ເປີດກອງປະຊຸມ ເພື່ອວາງແຜນປະຈໍາປີ ແລະ ປະເມີນກາງໂຄງການ ຂຶ້ນທີ່ຫ້ອງປະຊຸມຂອງພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ. ໃຫ້ກຽດເປັນ ປະທານເປີດພິທີ ໂດຍ ທ່ານ ວິໄລສຸກ ເຄນນະວົງ ຫົວໜ້າ ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ສະຫວັນນະເຂດ, Dr. John Dixon ຜູ້ຈັດການແຜນການຄົ້ນຄວ້າດ້ານລະບົບການປູກພືດ ແລະ ເສດຖະກິດ ຂອງ ອົງການ ACIAR, ດຣ. ວັນທອງ ແພງວິຈິດ ຫົວໜ້າພະແນກ ຄົ້ນຄວ້າທົດລອງສຄກປ, Prof. Dr. Len Wade ຫົວໜ້າໂຄງການປັບປຸງລະບົບການຜະລິດ ແລະການຕະຫຼາດ.
Last Updated (Saturday, 10 March 2012 06:55)


The Lao Agriculture Database focuses on Lao agriculture and natural resource information. It includes research reports, policy documents, extension and reference material. It currently has more than 2,000 records and 850 downloads.


