ກອງປະຊຸມຄະນະຊີ້ນຳໂຄງການປັບຕົວດ້ານກະສິກຳຕໍ່ສະພາບການປ່ຽນແປງດິນຟ້າອາກາດ ຄັ້ງທີ I (Board Meeting IRAS Project)
| Latest |


ຕອນເຊົ້າຂອງວັນຄານ ທີ 10 ກໍລະກົດ 2012, ທີ່ໂຮງແຮມລາວພຼາຊາ ໂຄງການປັບຕົວດ້ານກະສິກໍາຕໍ່ສະພາບການປ່ຽນແປງດິນຟ້າອາກາດ ໄດ້ຈັດກອງປະຊຸມຄະນະຊີ້ນໍາ ໂຄງການ ຄັ້ງທີ I ເພື່ອສະຫຼູບລາຍງານການຈັດຕັ້ງປະຕິບັດວຽກໃນ 06 ເດືອນ ທ້າຍປີ 2012 ໂດຍການໃຫ້ກຽດຂອງທ່ານ ດຣ. ຕີ ພົມມະສັກ ລັດຖະມົນຕີຊ່ວຍ ວ່າການກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານນາງ ຄຽວໂກະ ໂຢໂກຊູກະ ຮອງຫົວໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາ ສ ປ ປ ລາວ ພ້ອມທັງບັນດາທ່ານ ຄະນະຊີ້ນໍາໂຄງການເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວນີ້ແມ່ນໄດ້ສະຫຼຸບການປະຕິບັດວຽກງານໃນໄລຍະ 01 ປີທີ່ຜ່ານມາ ເຊິ່ງເຫັນວ່າມີຫຼາຍວຽກງານທີ່ຜົນເດັ່ນຄື: ໄດ້ສຳເລັດການລາຍງານແຜນໄຕມາດ ॥ ທີ່ໄດ້ປະຕິບັດຜ່ານມາ ພ້ອມທັງໄດ້ເຮັດບົດລາຍງາຍພາກສະໝາມ ແລະ ບົດລາຍງານປະຈຳເດືອນ; ໄດ້ຢ້ຽມຢາມແລກປ່ຽນບົດຮຽນນຳພາກ ສ່ວນທີ່ກ່ຽວຂ້ອງ ໂດຍສະເພາະເມືອງ ແລະ ກຸ່ມບ້ານເປົ້າໝາຍຂອງໂຄງການ ແລະ ພ້ອມກັນນັ້ນໄດ້ລາຍງານບັນຫາຂໍ່ສະດວກ ແລະ ຂໍ້ຄົງຄ້າງ ທີ່ທາງໂຄງການຕ້ອງ ການແກ້ໄຂໃນຕໍ່ໜ້າ ແລະ ຈະສືບຕໍ່ປະຕິບັດແຜນງານໃນໄຕມາດ III 2012 ໂດຍການສືບຕໍ່ວາງແຜນຝຶກອົບຮົມ; ສ້າງຕັ້ງໜ່ວຍງານວິຊາການທ້ອງຖິ່ນ; ສຸມໃສ່ກິດຈະກຳຕ່າງໆ ທີ່ປະຕິບັດຢູ່ພາກສະໜາມເປັນຫຼັກຢູ່ໃນໄຕມາດ 3 ລວມກິດຈະກຳຂອງພາກຫ້ອງການຄຸ້ມຄອງໄພພິບັດແຫ່ງຊາດ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວັດລ້ອມທັງໝົດ (ການທົດລອງການປູກເຂົ້າຫຼາຍພັນ, ຜັກ, ຕົ້ນໄມ້ໃຫ້ໝາກ; ການແນະນຳລ້ຽງສັດນ້ຳ ແລະ ສັດບົກ) ແລະ ສືບຕໍ່ຂະຫຍາຍກິດຈະກຳຕ່າງໆ ໃນໄຕມາດໜ້າ; ຈັດກອງປະຊຸມກັບພາກສ່ວນທີກ່ຽວຂ້ອງ; ຮ່າງຂໍ້ຕົກລົງກັບບັນດາພາກສ່ວນທີ່ກ່ຽວຂ້ອງ; ປັບປຸງລະບົບການເງີນໃຫ້ມີຄວາມຄ່ອງແຄ້ວຄືນໃໝ່ສົກປີ 2012 ເພື່ອການໃຊ້ຈ່າຍຕົວຈິງ ແລະ ການຄາດຄະເນໃນຕໍ່ໜ້າ.
Last Updated (Friday, 20 July 2012 09:47)
ກອງປະຊຸມຂະຫຍາຍຜົນ ຂອງການຄົ້ນຄວ້າທົດລອງ
| Latest |


ເນື່ອງຈາກໂຄງການພັດທະນາ ວິສາຫະກິດ ກະສິກໍາ ຂະໜາດນ້ອຍໃນເຂດພູດອຍ (SADU) ຈະສິ້ນສຸດໃນ ເດືອນ ສິງຫາ 2012 ພາກສ່ວນທີ່ຈັດຕັ້ງປະຕິບັດໂຄງການ ໄດ້ຈັດກອງປະຊຸມລະດັບຊາດ ເພື່ອແລກປ່ຽນບົດຮຽນຂຶ້ນ ໂດຍໄດ້ຈັດຂຶ້ນ ໃນວັນທີ 5 – 6 ເດືອນ ກໍລະກົດ ທີ່ຜ່ານມາ ໃນນັ້ນມີຜູ້ເຂົ້າຮ່ວມຈາກອົງການ ແລະ ຫ້ອງການຕ່າງໆ ໃນລະດັບສາກົນ ລະດັບປະເທດ ຂັ້ນແຂວງ ແລະ ຂັ້ນເມືອງ ລວມທັງໝົດປະມານ 80 ທ່ານ.
ຈຸດປະສົງ ຂອງກອງປະຊຸມດັ່ງກ່າວ ແມ່ນການແລກປ່ຽນບົດຮຽນຈາກໂຄງການຂອງຊາດູທັງ 3 ໄລຍະ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະ 9 ປີ ຜ່ານມາ ແລະ ເພື່ອຮັບຟັງຄໍາຄິດຄໍາເຫັນ ເພື່ອການຊຸກຍູ້ ສົ່ງເສີມຊາວກະສິ ກອນໃຫ້ດີຂຶ້ນໃນອານາຄົດ.(ຂໍ້ມູນລະອຽດອ່ານເພີ້ມໃນຈົດໝາຍຂ່າວ ສະບັບທີ 133 ເດືອນ ກໍລະກົດ 2012)
Last Updated (Thursday, 26 July 2012 15:31)
ກອງປະຊຸມກ່ຽວກັບ ການພັດທະນາ ຜົນຜະລິດປ່າໄມ້ອາຊຽນ
| Latest |


ກອງປະຊຸມອາຊຽນ ກຸ່ມຊ່ຽວຊານ ດ້ານການພັດທະນາຜົນຜະລິດປ່າໄມ້ ແມ່ນຂະບວນການນຶ່ງຂອງການຮ່ວມມື ແລະ ແລກປ່ຽນບົດຮຽນດ້ານການຄົ້ນຄວ້າ ແລະ ພັດທະນາດ້ານປ່າໄມ້ ຊຶ່ງໃນນັ້ນມີທັງດ້ານເຕັກນິກ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການນຳໃຊ້ ແລະ ຄວາມຍືນຍົງຂອງປ່າໄມ້ ໃນບັນດາປະເທດອາຊຽນ. ກອງປະຊຸມຄັ້ງນີ້ໄດ້ໄຂຂຶ້ນລະຫ່ວາງ ວັນທີ 25-26 ມິຖຸນາ 2012 ທີ່ນະຄອນຫຼວງຮ່າໂນຍ, ສສ ຫວຽດນາມ. ໂດຍການເປັນປະທານຮ່ວມລະຫວ່າງກຸ່ມຊ່ຽວຊານຕົວແທນຈາກກົມປ່າໄມ້ ແຫ່ງລາດຊະອານາຈັກໄທ, ແລະ ຕົວແທນຈາກ ສສ ວຽດນາມ.
ໃນກອງປະຊຸມ ເທື່ອນີ້, ຈາດ ສປປ ລາວ ໄດ້ມີ 3 ທ່ານ ເຂົ້າຮ່ວມ ເຊິ່ງແມ່ນຕາງໜ້າໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ຄື: ທ່ານ ສຸນທອນ ເກດພັນ, ຮອງຫົວສູນ ຄົ້ນຄວ້າປ່າໄມ້ ສະຖາບັນ ຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ, ທ່ານ ດຣ. ສີລາວັນ ສະຫວັດວົງ, ຫົວໜ້າກົມປ່າໄມ້ ແລະ ທ່ານ ບຸນສວນ ພົງພິຈິດ ຮອງຫົວໜ້າພະແນກແຜນການ ຂອງກົມປ່າໄມ້, ຫົວຂໍ້ໃນກອງປະຊຸມຄັ້ງນີ້ມີຄື: (ລາຍລະອຽດອ່ານເພີ້ມຢູ່ຈົດໝາຍຂ່າວ ສະບັບທີ 133 ເດືອນ ກໍລະກົດ 2012)
Last Updated (Thursday, 26 July 2012 15:34)
|
| Latest |


ໃນຕອນເຊົ້າ ຂອງວັນທີ 9 ກໍລະກົດ 2012 ຢູ່ທີ່ຫ້ອງປະຊຸມສູນຄົ້ນຄວ້າ ການນໍາໃຊ້ທີ່ດິນ ກະສິກໍາ ແລະ ປ່າໄມ້, ສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ. ໄດ້ເປີດກອງປະຊຸມວາງແຜນການຈັດຕັ້ງປະຕິບັດ ໂຄງການຄົ້ນຄວ້າ ແລະ ຂະຫຍາຍແນວພັນເຂົ້າຂຶ້ນ. ໃນກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານ ໂດຍ ທ່ານ ດຣ. ບຸນຖອງ ບົວຫອມ ຫົວໜ້າ ສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ໃນນັ້ນມີຫົວໜ້າ ໂຄງການ, ຄະນະຊີ້ນໍາ ແລະ ຜູ້ປະສານງານໂຄງການຈາກ 17 ແຂວງ ທົ່ວປະເທດເຂົ້າຮ່ວມທັງໜົດ 27 ທ່ານ.
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອວາງແຜນ, ການສ້າງກຸ່ມການຜະລິດແນວພັນຂອງບ້ານ ແລະ ຮັບຟັງການລາຍງານຂອງຜູ້ປະສານງານຂັ້ນແຂວງ ກ່ຽວກັບການລິເລີ່ມຈັດຕັ້ງປະຕິບັດໂຄງການ ໃນໄລຍະຜ່ານມາ ແລະ ສົ່ງຂໍ້ມູນໃຫ້ທາງໂຄງການ. (ຂໍ້ມູນລະອຽດອ່ານເພີ້ມຈົດໝາຍຂ່າວ ສະບັບທີ 133 ເດືອນ ກໍລະກົດ 2012)
Last Updated (Thursday, 26 July 2012 15:37)
ຝຶກອົບຮົມການຂຽນບົດຂ່າວ ລົງຈົດໝາຍຂ່າວ ແລະ ວາລະສານ


ເພື່ອເປັນການຝຶກອົບຮົມ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ພະນັກງານວິຊາການ ຜູ້ທີ່ຮັບຜິດຊອບໃນການຂຽນຂ່າວຕ່າງໆ ມາລົງໃນ ຈົດໝາຍຂ່າວ ປະຈຳແຕ່ລະເດືອນ, ວາລະສານ ກະສິກຳ- ປ່າໄມ້ ປະຈໍາທຸກໆ 6 ເດືອນ ແລະ ການຂຽນບົດຄົ້ນຄ້ວາຕ່າງໆ. ສ້າງເງື່ອນໄຂສະດວກ ຄວາມເຂົ້າໃຈ ໃນວິທີການຂຽນບົດຂ່າວໃຫ້ມີຄວາມແທດເໝາະ ແລະ ດີຂື້ນໄປເລື້ອຍໆ ດັ່ງນັ້ນສູນຂໍ້ມູນຈຶ່ງໄດ້ສົມທົບກັບສະຖາບັນສື່ມວນຊົນ ແລະ ວັດທະນະທໍາ ເຊີ່ງມີປະສົບການດ້ານການຂຽນບົດຂ່າວຕ່າງໆ, ມາແນະນໍາຂັ້ນຕອນໃນການຂຽນ ແລະ ປະຕິບັດຕົວຈິງ ຮ່ວມກັບພະນັກງານຂອງສູນ ຂໍ້ມູນຂ່າວສານ ແລະ ພະນັກງານຮັບຜິດດ້ານຂ່າວສານ ຂອງແຕ່ລະສູນອ້ອມຂ້າງສະຖາບັນ. ເຊີ່ງມີພະນັກງານເຂົ້າຮ່ວມທັງໝົດ 10 ກວ່າສະຫາຍ
Last Updated (Thursday, 26 July 2012 15:48)
ພິທີເຊັນສັນຍາຊ່ວຍຈຳ(MOU)ການຮ່ວມມືຄົ້ນຄ້ວາ ປັບປຸງ ຂະຫຍາຍ ແນວພັນງົວ ແລະ ແນວພັນໝູ


ໃນຕອນບ່າຍຂອງວັນພະຫັດ, ວັນທີ 21/6/12 ເວລາ 15 ໂມງ 00 ນາທີ, ໄດ້ມີພິທີເຊັນສັນຍາຊ່ວຍຈຳ ຫຼື MOU ລະຫວ່າງສູນຄົ້ນຄ້ວາການລ້ຽງສັດ ແລະ ບລສ ພັດທະນາກະສິກຳຈຳກັດ ກ່ຽວກັບການລົງທືນຮ່ວມກັນຜະລິດແນວພັນງົວ ແລະ ໝູ ເພື່ອເປັນສີນຄ້າອອກຈຳໜ່າຍ ແລະ ບໍລິການແກ່ຊາວ ກະສິກອນ ບັນດາຟາມລ້ຽງສັດຂອງລັດ ແລະ ເອກກະຊົນ, ບັນດາໂຄງການພັດທະນາຕ່າງໆ ໃນຂອບເຂດທົ່ວປະເທດ.
ໂດຍແມ່ນ ທ່ານ ໄຊສົງຄາມ ພິມມະສອນ ຮອງຫົວໜ້າ ສຄກປ ໄດ້ໃຫ້ກຽດເປັນປະທານໃນພິທີດັ່ງກ່າວ, ນອກນີ້ຍັງມີແຂກຈາກບັນດາສູນ, ສະຖານີ ທີ່ຂື້ນກັບ ສຄກປ ໄດ້ໃຫ້ກຽດເຂົ້າຮ່ວມ ລວມທັງໝົດມີປະມານ 30 ກວ່າຄົນ. ເລີ່ມຕົ້ນໃນພິທີ, ທ່ານ ສຸກັນ ແກ້ວໜູຈັນ ຫົວໜ້າສູນຄົ້ນຄ້ວາການ ລ້ຽງສັດ ໄດ້ຂື້ນກ່າວຈຸດປະສົງ ແລະ ເນື້ອໃນຂອງພິທີຄັ້ງນີ້ ກໍແມ່ນເພື່ອຜັນຂະຫຍາຍເນື້ອໃນຈິດໃຈ ຂອງແນວທາງນະໂຍບາຍຂອງກອງປະຊຸມໃຫຍ່ ຄັ້ງທີ 09 ສູນກາງພັກໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນເພື່ອປະຕິບັດຕາມແຜນການຂອງກະຊວງກະສິກຳ ແລະ ປ່າໄມ້ ໃນການຜະລິດແນວ ພັນພືດ ແລະ ສັດໃຫ້ພຽງພໍຕາມຄວາມຕ້ອງການຂອງສັງຄົມ
Last Updated (Thursday, 26 July 2012 15:48)
ຄວາມເປັນຫ່ວງເປັນໄຍຂອງການນໍາກະຊວງກະສິກໍາ ແລະ ປ່າໄມ້ ຕໍ່ການຜະລິດກະສິກໍາ


ດ້ວຍຄວາມເປັນຫ່ວງເປັນໄຍຂອງ ການນໍາກະຊວງກະສິກໍາ ແລະ ປ່າໄມ້ ຕໍ່ການຈັດຕັ້ງປະຕິບັດໂຄງການຕ່າງໆ, ການແຈກຢາຍງົບປະມານ ແລະ ການສະໜອງເມັດພັນເຂົ້າ ແກ້ໄຂຊາວນາທີ່ຖືກອຸຖົກກະໄພນໍ້າຖ້ວມທີ່ຜ່ານມາ: ສະນັ້ນ, ລະຫວ່າງວັນທີ 4-8 ມິຖຸນາ 2012 ທ່ານ ດຣ. ຕີ ພົມມະສັກ ລັດຖະມົນຕີຊ່ວຍວ່າການກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍການນໍາຂັ້ນກົມ, ສະຖາບັນອ້ອມຂ້າງກະຊວງ ໄດ້ລົງຕິດຕາມຊຸກຍູ້ເຄື່ອນ ໄຫວວຽກງານໃນ 4 ແຂວງ (ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ). ຮ່ວມໂຄງການ ແລະ ການມອບຮັບງົບປະມານລັດຖະບານ ໃນການແກ້ໄຂໄພນໍ້າຖ້ວມພະຍຸນົກເຕັນ 2011ໃຫ້ຕ່າງແຂວງ ໂດຍຜ່ານຄວາມຮັບຜິດຊອບຂອງກົມປູກຝັງ:
Last Updated (Friday, 06 July 2012 11:20)
- ກອງທືນເພື່ອການຄົ້ນຄວ້າກະສິກຳລາວ ຊຸກຍູ້ການສ້າງຄວາມເຂັ້ມແຂງໃຫ້ແກ່ ບັນດານັກຄົ້ນຄ້ວາ ໃນການຂຽນບົດລາຍງານການຄົ້ນຄ້ວາ ເປັນພາສາອັງກິດ
- ການເຜີຍແຜ່ຂໍ້ມູນຂ່າວສານຈາກລະບົບຖານຂໍ້ມູນຕ່າງໆຂອງ ສຄກປ ໃຫ້ແກ່ນັກສຶກສາ ມຊ ແລະ ພະນັກງານ ສຄກປ
- ກອງປະຊຸມ ເປີດໂຄງການ ຄົ້ນຄວ້ານະໂຍບາຍພັດທະນາກະສິກຳ ແລະປ່າໄມ້
- ການນໍາ ສຄກປ ລົງເຄື່ອນໄຫວວຽກໂຄງການຄົ້ນຄ້ວາ ແລະ ຜະລິດແນວພັນເຂົ້າ ໃນຂອບເຂດທົ່ວປະເທດ (ຕົ້ນລະດູການຜະລິດປີ 2012)


The Lao Agriculture Database focuses on Lao agriculture and natural resource information. It includes research reports, policy documents, extension and reference material. It currently has more than 2,000 records and 850 downloads.


