National Agriculture and Forestry Research Institute Render the +1 button
Banner
Lao (ພາສາລາວ)English (United Kingdom)
Announcement

Job Announcement!!

Improving the Resilience of the Agricultural Sector in Lao PDR to Climate Change Impacts (IRAS) - NAPA Follow-Up Project is seeking for long-term contract staff in several positions (More detail)

NAFRI Knowledge Bases
Featured Links:
Lao Uplands Sourcebook is a compendium of 72 lessons learned, technologies, methods and best practices for uplands development. Click here to see.
Lao Non-Timber Forest Products Wiki This wiki has been created to allow all NTFP lovers (and those just learning about NTFPs) an opportunity to learn more and contribute to the growing body of knowledge about NTFPs in Lao. Click here to visit
Its overall objective is to share information related to plant genetic resources and, in particular, to the implementation of the Global Plan of Action (GPA) on Plant Genetic Resources for Food and Agriculture (PGRFA) in Lao PDR. Click here to visit
Conservation Agriculture is an agroecological approach associating rural development with environmental preservation. It is a generic concept integrating the whole agricultural practices and aiming both at viability and sustainability of agriculture and environment protection. Click here to visit
ເຂົ້າສູ່ລະບົບເມືອຕ້ອງການລົງບົດຄວາມ



ກະລຸນາລົງທະບຽນກ່ອນຫາກທ່ານຍັງບໍ່ມີ
Statistics
Content View Hits : 1449844
Polls
What do you think of the new NAFRI website
 
ເທັກນິກກະສິກຳ

ບັນດາເທັກນິກກະສິກຳແລະປ່າໄມ້ ທີ່ຄວນຮູ້ເພື່ອເປັນການປັບປຸງ ຜົນຜະລິດກະສິົກຳ ປ່າໄມ້ແລະການລ້ຽງສັດໃຫ້ຖືກຕ້ອງ ຕາມເຕັກນິກແລະຮູບແບບ. ເປັນເທັກນິກທີບໍ່ຍຸ້ງຍາກແລະສັບສົນ ເຮັດໄດ້ງ່າຍ ໂດຍບໍ່ຕ້ອງຜ່ານການຝືກອົບຮົມ ປະຊາຊົນ ຊາວກະສິກອນສາມາດນຳໄປໃຊ້ໄດ້ ໃນຮົ່ວສວນ ແປງການຜະລິດເພື່ອເພີ່ມຜົນຜະລິດ ແລະລົດຄ່າໃຊ້ຈ່າຍຕ່າງ ຂໍ້ມູນເພີ່ມເຕີມຕິດຕໍ່ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້

technic

Home

postheadericon ກອງປະຊຸມກະກຽມຄະນະຊີ້ນຳຂັ້ນແຂວງ (LIP) ແລະ ວາງແຜນປະຈຳໄຕມາດ IV 2012 ຂອງໂຄງກນ IRAS ປະຈຳແຂວງສະຫວັນນະເຂດ.

Latest
 
     ໃນວັນທີ 03-05 ຕຸລາ 2012 ທີ່ຜ່ານມານີ້, ກອງປະຊຸມກະກຽມຄະນະຊີ້ນຳໂຄງການຂັ້ນແຂວງ (LIP) ແລະ ແຜນການປະຈຳໄຕມາດ IV ປີ 2012 ໄດ້ຖືກຈັດຂື້ນໂດຍ ຫ້ອງການປະສານງານ ໂຄງການ IRAS ປະຈຳແຂວງສະຫວັນນະເຂດ, ຊື່ງຈັດຂຶ້ນຢູ່ທີ່ ພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງທ່ານ ດຣ. ບຸນຖອງ ບົວຫອມ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ພ້ອມທັງການເປັນປະທານຮ່ວມຂອງທ່ານ ວິໄລສຸກ ເຄນນະວົງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ ແລະ ທ່ານ ບຸນຍູ້ ທຳມະວົງ ຫົວໜ້າຫ້ອງວ່າການແຂວງສະຫວັນະເຂດ ພ້ອມວິຊາການຂອງໂຄງການ IRAS ແລະ ພາກສ່ວນທີ່ກ່ຽວຂ້ອງ ຈຳນວນທັງໝົດປະມານ 100 ຄົນ ເຂົ້າຮ່ວມຢ່າງພ້ອມພຽງ.
     ການຈັດກອງປະຊຸມຄັ້ງນີ້ ແມ່ນມີຈຸດປະສົງ ເພື່ອສະເໜີພາບລວມຂອງວຽກງານຂອງໂຄງການໂດຍຫຍໍ້ ແລະ ສະເໜີແຕ່ງຕັ້ງບັນດາຄະນະຊີ້ນຳໂຄງການໃນລະດັບແຂວງ, ພ້ອມດຽວກັນນັ້ນ ກອງປະຊຸມໄດ້ສະຫຼຸບລາຍງານການຈັດຕັ້ງປະຕິບັດງານໃນໄຕມາດທີ III ທີ່ຜ່ານມາ (ເດືອນກໍລະກົດ-ກັນຍາ 2012) ແລະ ແຜນການຈັດຕັ້ງປະຕິບັດໃນໄຕມາດທີ IV (ເດືອນຕຸລາ-ທັນວາ 2012) ໃຫ້ສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍທີ່ກຳນົດໄວ້. 

Last Updated (Friday, 26 October 2012 14:58)

 

postheadericon ການນຳສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ ເຂົ້າຮ່ວມຢ້ຽມຊົນ ກິດຈະກໍານໍາໃຊ້ເຕັກນິກນິເວດ

ໃນຕອນເຊົ້າຂອງ ວັນທີ 10/8/2012 ຢູ່ທີ່ສູນບໍລິການເຕັກນິກກະສິກໍາ ແລະ ປ່າໄມ້ ແຂວງເຊກອງ ເຂດບ້ານຈະກຳ ເມືອງທ່າແຕ່ງ ແຂວງເຊກອງ ໄດ້ມີການຈັດທັດສະນະສືກສາແລກປ່ຽນບົດຮຽນກ່ຽວກັບການ ນຳໃຊ້ເຕັກນິກນິເວດກະສິກຳຍືນຍົງ ເຂົ້າໃນການຜະລິດກະສິກຳ (ແນວພັນສາລີ 450 ປີ, ຫຍ້າຣູຊີ ແລະ ຖົ່ວສະໄຕໂລ) ໂດຍການເຂົ້າຮ່ວມ ຂອງ ທ່ານ ດຣ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ແລະ ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງ ແຂວງເຊກອງ, ເຈົ້າເມືອງ 4 ຕົວເມືອງ, ການນຳຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ, ເມືອງ ແລະ ພ້ອມດ້ວຍພະນັກງານວິຊາການກະສິກຳ ແລະ ປ່າໄມ້ ທີ່ກ່ຽວຂ້ອງພາຍໃນແຂວງເຊກອງ ເຂົ້າກໍ່ໄດ້ຮ່ວມທັງໝົດ 60 ກວ່າທ່ານ (ຂໍ້ມູນລະອຽດອ່ານເພີ້ມຈົດໝາຍຂ່າວ ສະບັບທີ 135 ເດືອນ ກັນຍາ ປີ 2012)

Last Updated (Tuesday, 21 August 2012 16:29)

 

postheadericon ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງສປປ ລາວຈັດພິທີປະດັບຫຼຽນໄຊ, ຫຼຽນກາ ໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຂອງ ສສ ຫວຽດນາມ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງ ຂອງກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປະຈໍາປີ ລະຫວ່າງສອງກະຊວງ ຄືກະຊວງກະສິກຳ ແລະ ປ່າໄມ້ ຂອງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຂອງສາທາລະນະລັດສັງຄົມນິຍົມຫວຽດນາມ, ເພື່ອເປັນການຮ່ວມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ສອງວັນປະຫວັດສາດສາຍພົວພັນການທູດ ຄົບຮອບ 50 ປີ, ວັນສົນທິສັນຍາຮ່ວມມືລາວ-ຫວຽດນາມຢ່າງຮອບດ້ານຄົບຮອບ 35 ປີ (ຂໍ້ມູນລະອຽດອ່ານເພີ້ມໃນຈົດໝາຍ ຂ່າວ ສະບັບທີ 134 ເດືອນ ສິງຫາ ປີ 2012)

 

postheadericon ເຜີຍແຜ່ດຳລັດ ວ່າດ້ວຍລະບຽບລັດຖະກອນ

ຕອນເຊົ້າ ຂອງວັນທີ 03 ສິງຫາ 2012 ຢູ່ທີ່ສະໂມສອນໃຫຍ່ຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ  ໄດ້ຈັດພິທີເຜີຍແຜ່ເອກະສານກ່ຽວກັບລະບຽບຂອງລັດຖະກອນ. ໃຫ້ກຽດເຜີຍແຜ່ເອກະສານຄັ້ງນີ້ ໂດຍ ທ່ານ ດຣ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ໃນນັ້ນມີບັນດາຫົວໜ້າພະແນກ, ຫົວໜ້າສູນ ແລະ ພະນັກງານທົ່ວສະຖາບັນເຂົ້າຮ່ວມທັງໝົດ 285 ທ່ານ.
 ຈຸດປະສົງ ໃນການເຜີຍແຜ່ເອກະສານໃນຄັ້ງນີ້ ເພື່ອໃຫ້ທຸກຄົນເຊື່ອມຊືມ ແລະ ເຂົ້າໃຈແຈ້ງຕື່ມກ່ຽວກັບທັດສະນະແນວທາງຂອງພັກ ແລະ ນະໂຍບາຍຂອງລັດຖະບານຕໍ່ວຽກງານຄຸ້ມຄອງລັດຖະກອນໃນໄລຍະໃໝ່ ໃຫ້ມີຄວາມເຂົ້າໃຈ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ, ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ມີທັງໝົດ 20 ໝວດ 98 ມາດຕາ (ຂໍ້ມູນລະອຽດອ່ານເພີ້ມໃນຈົດໝາຍຂ່າວ ສະບັບທີ 134 ເດືອນ ສິງຫາ ປີ 2012)

Last Updated (Tuesday, 21 August 2012 15:41)

 

postheadericon ກອງປະຊຸມລາຍງານການຈັດຕັ້ງປະຕິບັດການຄຸ້ມຄອງກຸ້ງພື້ນເມືອງບ້ານນາໂພ

 

ໃນຕອນເຊົ້າ ວັນທີ 30 ກໍລະກົດ 2012 ໄດ້ຈັດກອງປະຊຸມລາຍງານ ການຈັດຕັ້ງປະຕິບັດການຄຸ້ມຄອງກຸ້ງພື້ນເມືອງ ບ້ານນາໂພ ເມືອງ ປາກແຊງ ແຂວງ ຫຼວງພະບາງ ເຊິ່ງມີຈໍານວນຄົນເຂົ້າຮ່ວມທັງໝົດ 95 ກ່ວາທ່ານ ໃນນັ້ນມີແຂກທີ່ຖືກເຊີນເຂົ້າຮ່ວມຈາກຫຼາຍຂະແໜງການ ເຊັ່ນ: ພະແນກແຜນການ ແລະ ການຮ່ວມມື ກະຊວງ ກະສິກຳ ແລະ ປ່າໄມ້ ແຜ່ນການ ແລະ ການລົງທື່ນ, ສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ ສູນຄົ້ນຄວ້າການປະມົງ, ນັກຂ່າວວຽງຈັນທ່າມ, ໂທລະພາບແຫ່ງຊາດ, ແຂວງ , ເມືອງ, ບ້ານ ແລະ ປະຊາຊົນເຂດບ້ານນາໂພ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ ເພື່ອປະເມີນຜົນຂອງການປະກາດໃຊ້ກົດລະບຽບການຄຸ້ມຄອງໃນການຈັບກຸ້ງໃນໄລ່ຍະ 1 ປີ ຜ່ານມາ ແລະ ປະເມີນຜົນອີກ 2 ປີຕໍ່ໜ້າປະຊາກອນກຸ້ງຈະເພີ່ມຂຶ້ນ ຫຼື ຫຼຸດລົງ (ຂໍ້ມູນລະອຽດອ່ານເພີ້ມໃນຈົດໝາຍຂ່າວ ສະບັບທີ 134 ເດືອນ ສິງຫາ ປີ 2012)

 

postheadericon ກອງປະຊຸມປະເມີນຜົນຄັ້ງສຸດທ້າຍຂອງການຈັດຕັ້ງປະຕິບັດໂຄງການປັບປຸງ

Latest

ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດໂຄງການໄດ້ໄຂຂື້ນຢ່າງເປັນທາງການທີ່ໂຮງແຮມແກຣນ, ທີ່ເມືອງປາກເຊ, ແຂວງຈໍາປາສັກ, ໂດຍການເປັນປະທານຂອງ ທ່ານ ສຸລິວັນທອງ ກີ່ງແກ້ວ ຮອງຫົວໜ້າ ສຄກປ, ເຂົ້າຮ່ວມໃນກອງປະຊຸມມີ ຮອງຫົວໜ້າ ສຄກປ, ຕາງໜ້າກົມແຜນການ, ຕາງໜ້າໂຄງການ LUFSIP ແລະ NURiFaR, ຫົວໜ້າ ແລະ ຄະນະພະແນກກະສິກໍາ ແລະ ປ່າໄມ້ 4ແຂວງ (ຄໍາມ່ວນ, ສະຫວັນ ນະເຂດ, ສາລະວັນ ແລະ ຈໍາປາສັກ) ທີ່ຈັດຕັ້ງປະຕິບັດໂຄງການ, ພ້ອມທ່ານຜູ້ປະ ສານງານໂຄງການຂັ້ນແຂວງ, ຜູ້ປະສານງານໂຄງການຂັ້ນເມືອງ, ແລະ ຕົວແທນກຸ່ມຊາວນາ, ຊື່ງລວມຜູ້ເຂົ້າຮ່ວມ 89 ຄົນເປັນຍີງ 17 ຄົນ.
ຈູຸດປະສົງ ຂອງກອງປະຊຸມ: ເພື່ອສະຫຼູບ ແລະ ປະເມີນຜົນການຈັດຕັ້ງປະຕິບັດໂຄງການໃນ 6 ລະດູການຜະລິດໃຫ້ເມືອງ, ແຂວງລາຍງານ. 
ແລກປ່ຽນ-ຖອດຖອນບົດຮຽນຮ່ວມລະຫວ່າງຜູ້ປະສານງານ, ເຈົ້າໜ້າທີ່ ທີ່ກ່ຽວຂອງ ແລະ ຊາວນາຜູ້ຜະລິດ (ກັນອັນດີ, ອັນທີ່ຂາດຕົກບົກຜ່ອງ, ອັນຄວນປັບປຸງ ແລະ ແກ້ໄຂໃນການຈັງຕັ້ງປະຕິບັດ).  (ຂໍ້ມູນລະອຽດອ່ານເພີ້ມໃນຈົດໝາຍຂ່າວ ສະບັບທີ 134 ເດືອນ ສິງຫາ 2012)

Last Updated (Monday, 30 July 2012 14:35)

 

postheadericon ຊົມເຊີຍວັນປ່ອຍປາ 13 ກໍລະກົດ 2012 10 ແຂວງ ທົ່ວປະເທດ

Latest

 

ໃນຕອນເຊົ້າ ວັນທີ່ 13 ກໍລະກົດ ທີ່ຜ່ານມານີ້ ຈຸແມ່ຍິງ ສູນຄົ້ນຄວ້າການປະມົງ ກໍ່ຄືສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ ແຫ່ງຊາດ ກໍ່ໄດ້ເຂົ້າຮ່ວມສ້າງຂະບວນການ ໃນວັນປ່ອຍປາແຫ່ງຊາດ ຢູ ແຂວງ ບໍລິຄຳໄຊ ອ່າງຫວ້ຍສຽດຈໍານວນ 12 ສະຫາຍ.

ໂດຍການເປັນປະທານຂອງ ທ່ານ ຮສ. ດຣ. ຄຳຜາດ ສຸລິນພູມີ ລັດຖະມົນຕີຊ່ວຍວ່າການ ກະຊວງກະສິກຳ ແລະ ປ່າ ໄມ້, ທ່ານ. ປ້ານນ້ອຍ ມະນີ ເຈົ້າ ແຂວງ ບໍລິຄຳໄຊ ແລະ ເຈົ້າ ແຂວງ ເງອານ ແລະ ຮາຕິງ ຂອງ ສສ ຫວຽດນາມ.  ເຊິ່ງເປັນແຂວງແຮກສ່ຽວກັບ ແຂວງບໍລິຄຳໄຊ. ແຂກທີ່ເຂົ້າຮວ່ມ: ມີເມືອງ, ແຂວງ, ພະແນກການອ້ອມຂ້າງ ແລະ ປະຊາຊົນເຂົ້າຮ່ວມທັງໝົດ 250 ກວ່າຄົນ ຢູອ່າງຫວ້ຍສຽດ.
ຈຸດປະສົງ ເພື່ອທົດແທນຈຳນວນປາໃນທຳມະຊາດ ແລະ ເພື່ອຄວາມຍືນຍົງ ໃນການນຳໃຊ້ຊັບພະຍາກອນສັດນ້ຳຢ່າງມີປະສິດຕິພາບ. (ຂໍ້ມູນລະອຽດອ່ານເພີ້ມໃນຈົດໝາຍຂ່າວ ສະບັບທີ 134  ເດືອນ ສິງຫາ 2012 ). 

Last Updated (Friday, 27 July 2012 14:29)

 

The Policy Brief Series is directed toward policy makers at all levels (national, provincial, district level) as well as international organizations and donor partners. These briefs are based on the experiences of NAFRI. It provides short, informative analysis on some of the most pressing issues related to agriculture and natural resource management facing Lao PDR. Click Here>>

LARF - 8

The Lao Agricultural Research Fund (LARF) aims to provide Lao scientists with an opportunity to compete for agricultural research funds.The LARF is open to government agencies, universities, agricultural colleges and NGO organisations based in the Lao PDR, which have a mandate to undertake agricultural research. Proposals must contain a defined research project, and can be of one or two years in duration. The annual funding limit for individual projects is US$6,000 and a maximum of US$10,000 for two year projects. The grant moneys are for expenditure only within the Lao PDR. More Info>>