News & Events Render the +1 button
Banner
Lao (ພາສາລາວ)English (United Kingdom)
NAFRI Knowledge Bases
Featured Links:
Lao Uplands Sourcebook is a compendium of 72 lessons learned, technologies, methods and best practices for uplands development. Click here to see.
Lao Non-Timber Forest Products Wiki This wiki has been created to allow all NTFP lovers (and those just learning about NTFPs) an opportunity to learn more and contribute to the growing body of knowledge about NTFPs in Lao. Click here to visit
Its overall objective is to share information related to plant genetic resources and, in particular, to the implementation of the Global Plan of Action (GPA) on Plant Genetic Resources for Food and Agriculture (PGRFA) in Lao PDR. Click here to visit
Conservation Agriculture is an agroecological approach associating rural development with environmental preservation. It is a generic concept integrating the whole agricultural practices and aiming both at viability and sustainability of agriculture and environment protection. Click here to visit
Polls
What do you think of the new NAFRI website
 
ເທັກນິກກະສິກຳ

ບັນດາເທັກນິກກະສິກຳແລະປ່າໄມ້ ທີ່ຄວນຮູ້ເພື່ອເປັນການປັບປຸງ ຜົນຜະລິດກະສິົກຳ ປ່າໄມ້ແລະການລ້ຽງສັດໃຫ້ຖືກຕ້ອງ ຕາມເຕັກນິກແລະຮູບແບບ. ເປັນເທັກນິກທີບໍ່ຍຸ້ງຍາກແລະສັບສົນ ເຮັດໄດ້ງ່າຍ ໂດຍບໍ່ຕ້ອງຜ່ານການຝືກອົບຮົມ ປະຊາຊົນ ຊາວກະສິກອນສາມາດນຳໄປໃຊ້ໄດ້ ໃນຮົ່ວສວນ ແປງການຜະລິດເພື່ອເພີ່ມຜົນຜະລິດ ແລະລົດຄ່າໃຊ້ຈ່າຍຕ່າງ ຂໍ້ມູນເພີ່ມເຕີມຕິດຕໍ່ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້

technic

Home News & Events

postheadericon News & Events

postheadericon ເວທີສຳມະນາ ເພື່ອການພັດທະນາ ດ້ານກະສິກຳ ແລະ ປ່າໄມ້

ບັນດາທ່ານນັກຄົ້ນຄວ້າ, ນັກສົ່ງເສີມ, ນັກພັດທະນາ ຕະຫຼອດຮອດ ນັກສຶກສາທັງຫຼາຍເພື່ອ​ເປັນ​ການການເຜິຍແຜ່ ຜົນການຄົ້ນຄວ້າທົດລອງ ທີ່ມີປະໂຫຍດຕໍ່ສັງຄົມ ​ໃນການພັດທະນາກະສິກໍາ ແລະ ປ່າໄມ້ ​ ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ​ໃນ​ຮູບ​ແບບທາງດ້ານ​ການ​ພັດທະນາ. ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ໄດ້ມີ​ເວທີ​ສຳລັບເປີດໂອກາດ​ໃຫ້​ແກ່ ບັນດານັກຄົ້ນຄວ້າ, ນັກສົ່ງເສີມ, ນັກພັດທະນາ ຕະຫຼອດຮອດ ນັກສຶກສາທີ່ມີຄວາມສົນໃຈ  ​ໃນ​ການ​ນຳ​ສະ​ເໜີ​ບົດຜົນການ​ສຶກສາ, ການ​ຄົ້ນຄວ້າ-ທົດ​ລອງ, ​ເຕັກນິກການ​ສົ່ງ​ເສີມ ​ໃນ​ຂະ​ແໜງ​ການ​ຕ່າງໆ​ເຊັ່ນ: ກະສິກຳ, ປ່າ​ໄມ້, ສີ່​ງ​ແວດ​ລ້ອມ, ​ເສດຖະສາດ, ວິສະວະກຳ (ກົນ​ຈັກ), ​ຖານ​ຂໍ້​ມູນ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ (IT) ແລະ ຂົງ​ເຂດ​ວຽກ​ງານອື່ນໆ ທີ່​ສະໜັບສະໜຸນ​ດ້ານ​ການ​ພັດທະນາ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ໃນການ​ສຳ​ມະ​ນາ ​ແລະ ​ແລກປ່ຽນ​ຖອດ​ຖອນ​ບົດຮຽນ​ເຊີ່ງ​ກັນ​ ແລະ​ ກັນ ​ເພື່ອ​ປັບປຸງ ​ແລະ ພັດທະນາ ວຽກ​ງານ​ດັ່ງກ່າວ​​ໃຫ້​ມີ​ໃບ​ໜ້າ​ອັນ​ໃໝ່, ມີ​ຮູບ​ແບບວິທະຍາ​ການ​ໃໝ່, ມີ​ນະ​ວັດຕະ​ກຳ​ອັນ​ໃໝ່ໆ​ເກີດ​ຂື້ນ ພ້ອມ​ທີ່​ຈະຕອບ​ສະໜອງຄວາມ​ຮຽກ​ຮ້ອງ​ຕ້ອງການ​ຂອງ​ສັງຄົມ. ພ້ອມກັນ​ນັ້ນ ບັນດານັກ​ສຶກສາ ທີ່ເຂົ້າມາຮັບຟັງຜົນການສຶກສາ, ຄົ້ນຄວ້າ ກໍ່ຈະ​ໄດ້​ມີ​ແນວ​ຄວາມ​ຄິດ​ໃໝ່ໆ ​ເພື່ອ​ນຳ​ໄປ​ຂະຫຍາຍ ຫຼື ສຶກສາ​ຕໍ່ ຊ່ວຍ​ໃຫ້​ວຽກ​ງານ​ດັ່ງກ່າວ ມີ​ການ​ພັດທະນາ​ໄປ​ໃນ​ຫຼາຍໆ​ຮູບ​ແບບ.
ງານສໍາມະນາ ຈະຈັດຂື້ນໃນວັນທີ 21 ຂອງທຸກໆເດືອນ ຢູ່ທີ່ຫ້ອງປະຊຸມຂອງ ສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ (ໜ້າບ້ານພັກຊິເກມ ໃກ້ກັບ ມະຫາວິທະຍາໄລແຫ່ງຊາດ). ອັນ​ນີ້​ຄື ​ເວທີ​ສຳລັບ​ທຸກໆ​ພາກສ່ວນ​ໃນ​ຂົງ​ເຂດ​ການ​ພັດທະນາ ທັງ​ພາກ​ລັດ, ​ເອກະ​ຊົນ, ​ແລະ ລວມທັງອົງການ​ທີ່​ບໍ່ຂື້ນ​ກັບ​ລັດຖະບານ ​ເພື່ອຮ່ວມກັນເຜີຍແຜ່ຜົນງານຂອງຕົນ ແລະ ທັງເປັນການໃຫ້ແນວຄວາມຄິດ ແກ່ບັນດານັກຄົ້ນຄວ້າ, ນັກສຶກສາ ແລະ ຜູ້ທີ່ສົນໃຈ ໃນວຽກງານພັດທະນາດ້ານກະສິກຳ ແລະ ປ່າໄມ້.
ບັນດາທ່ານນັກຄົ້ນຄວ້າ, ນັກສົ່ງເສີມ, ນັກພັດທະນາ ຕະຫຼອດຮອດ ນັກສຶກສາທັງຫຼາຍ ທີ່ມີຄວາມສົນໃຈຕ້ອງການນຳສະເໜີບົດ​ການ​ສຶກສາ​, ຄົ້ນຄວ້າຂອງ​ທ່ານເຂົ້າມາໃນງານສຳມະນາ ກະລຸນາ ສົ່ງ ບົດຄັດຫຍໍ້ ​ແລະ ​ບົດ​ເລື່ອງ​ເຕັມ (Abstract and Full paper) ​ເຂົ້າມາທີ່ ຂະແໜງສັງລວມການຄົ້ນຄວ້າທົດລອງ, ພະແນກຄຸ້ມຄອງການຄົ້ນຄວ້າທົດລອງ. ໂທລະສັບ 770448, ຫຼື ຕິດຕໍ່ທາງ E-mail: “ດຣ. ນີວົງ ສີ​ປະ​ເສີດ” < This e-mail address is being protected from spambots. You need JavaScript enabled to view it >, “ທ່ານ ຄຳ​ພູ ພຸດ​ທະ​ວົງ” < This e-mail address is being protected from spambots. You need JavaScript enabled to view it >, ​ແລະ “ທ່ານ ປະຊາລັດ ຂຸນສີ” < This e-mail address is being protected from spambots. You need JavaScript enabled to view it , or This e-mail address is being protected from spambots. You need JavaScript enabled to view it >

Last Updated (Wednesday, 22 September 2010 11:00)

Read more...

 

postheadericon ກອງປະຊຸມກ່ຽວກັບການສະຫຼຸບຜົນງານການຄົ້ນຄວ້າທົດລອງ ສົກປີ 2009-2010 ແລະ ການວາງແຜນ ການທົດລອງ ສົກປີ 2010-2011 ຂອງໂຄງການເພີ້ມສະມັດຕະພາບຜົນຜະລິດເຂົ້າ ແລະ ພືດເສດຖະກິດ (ລາວ-ເອຊີອາ CSE2006-041).


 

     ໃນວັນທີ 23 ກໍລະກົດ 2010 ທີ່ຜ່ານມານີ້, ທີ່ຫ້ອງປະຊຸມ ສູນຄົ້ນຄວ້າ ແລະ ຂະຫຍາຍເມັດພັນເຂົ້າ ໂພນງາມ, ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຸຼບຜົນງານການຄົ້ນຄວ້າທົດລອງ ສົກປີ 2009-2010 ແລະ ການວາງແຜນການທົດລອງສົກປີ 2010-11 ຂອງໂຄງການເພີ້ມສະມັດຕະພາບ ຜົນຜະລິດເຂົ້າ ແລະ ພືດເສດຖະກິດ (ລາວ-ເອຊີອາ CSE2006-041) ທີ່​ໄດ້​​​ເລັ່ງ​ໃສ່​ 4 ໜ້າວຽກຫຼັກ​ໃນການ​ສຶກສາຄົ້ນຄວ້າຄື: 1). ສຶກສາ​ການ​ຄັດ​ເລືອກ​ແນວ​ພັນ​ທີ່​​ແທດ​ເໝາະກັບ​ພື້ນ​ທີ່​ແຫ້ງ​ແລ້ງ. 2). ສົ່ງ​ເສີມ​ຊາວ​ກະສິກອນ ​​​ປູກ​ເຂົ້າ​ແບບ​ນາ​ວ່າ​ນ ​ໃນ​ພື້ນ​ທີ່​ນາ​ແຊງ​ ລະດູແລ້ງທີ່ມີນ້ໍາຊົນລະປະທານ. 3). ສົ່ງ​ເສີມ​ຊາວ​ກະ​ສິກ​ອນ ​ປູກ​ພືດລະດູ​ແລ້ງ​ ເຊັ່ນ: ສາລີ, ຖົ່ວດິນ, ຖົ່ວ​ເຫຼືອງ ​ແລະ ຖົ່ວຂຽວ ​ເພື່ອ​ປັບປຸງ​ດິນ ​ແລະ ສ້າງ​ລາຍ​ຮັບ​​ເພີ້ມໃຫ້​ແກ່​ຊາວ​ກະສິກອນ ພາຍຫຼັງ​ການ​ປູກ​ເຂົ້ານາ​ປີ 4).  ສຶກສາ​ ແລະ ຄາດຄະເນ ສະພາບ​ການ​ປ່ຽນແປງຂອງ​ນໍ້າເພື່ອກໍານົດຊ່ວງໄລຍະເວລາທີ່ເໝາະສົມ ສໍາລັບລະດູການ ປູກເຂົ້ານານ້ໍາຝົນ, ພ້ອມທັງ​ຊີ້​ໃຫ້​ເຫັນ​ພື້ນ​ທີ່ ທີ່​ຄາດ​ວ່າ​ຈະ​ເກີດໄພແຫ້ງ​ແລ້ງ.

ກອງ ​ປະຊຸມ ​ໄດ້​ຮັບ​ກຽດ ເປັນປະທານໂດຍ ທ່ານ ດຣ. ມົນທາທິບ ຈັນເພັງໄຊ, ຫົວໜ້າກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ໄດ້ຮັບກຽດເຂົ້າຮ່ວມໂດຍ ອ້າຍ ເອື້ອຍ ນ້ອງ ວິຊາການ ຈາກສະຖາບັນຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ແຫ່ງຊາດ, ພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ, ວິຊາການເມືອງຕ່າງໆ ພາຍໃນແຂວງ ແລະ ຊາວກະສິກອນ ຜູ້ຮ່ວມໂຄງການ,​ເຊິ່ງມີຜູ້ແທນ​​​​​​​ເຂົ້າຮ່ວມທັງໝົດ 30 ທ່ານ.

Last Updated (Tuesday, 17 August 2010 12:53)

 

postheadericon ການຝຶກອົບຮົມຂອງພະນັກງານສູນຂໍ້ມູນຂ່າວສານໃນການນຳໃຊ້ໂປຼແກມເຂົ້າໃນການຜະລິດ ແລະ ເຜີຍແຜ່ຂໍ້ມູນຂ່າວສານ

 

 

ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ ໃນການນໍາໃຊ້ໂປຼແກຼມຕ່າງໆ ເຂົ້າໃນການຜະລິດ ສິ່ງພິມ ເພື່ອເຮັດໃຫ້ການຜະລິດ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ສຄກປ ໃຫ້ມີປະສິດທິຜົນດີຂຶ້ນ ກວ່າເກົ່າ. ການຝຶກອົບຮົມແມ່ນຈະໄດ້ຈັດຮ່ວມກັນກັບກອງສົ່ງເສີມ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ. ຄ່າ​ໃຊ້​ຈ່າຍ​ຕ່າງໆ ທີ່​ຈະນໍາ​ໃຊ້​ເຂົ້າ​ໃນ​ການ​ຝຶກ​ອົບຮົມ ​ແມ່ນ​ຈະ​ໄດ້​ຈ່າຍພາກສ່ວນ​ລະ​ເຄິ່ງ. ກອງ​ສົ່ງ​ເສີມ​ກໍ່ໄດ້​ສົ່ງ​ພະນັກງານ​ເຂົ້າ​ຮ່ວມ 4 ຄົນ ​ແລະ ສູນຂໍ້ມູນຂ່າວສານກໍ່ຈະໄດ້ສົ່ງພະງານວິຊາ​ການເຂົ້າຮ່ວມທັງໝົດ 4 ຄົນ. ຄູຝຶກ ຈາກ ຫ້ອງພາບ ຂາວ - ດໍາ  Black & White Studio.  ການຝຶກອົບຮົມເລີ້ມແຕ່ວັນທີ 03-14 ເດືອນ ກໍລະກົດ 2010.  

 

postheadericon ກອງປະຊຸມປຶກສາຫາລືເພື່ອຈັດຕັ້ງປະຕິບັດໂຄງການ “ພັດທະນາມາດຕະການໆ ປັບຕົວເຂົ້າກັບການປ່ຽນແປງຂອງສະພາບພູມອາກາດໃນລະດັບຕ່າງໆ ສຳຫລັບຊຸມຊົນຊາວກະສິກອນ ໃນ ສປປ ລາວ”

 

ໃນລະຫວ່າງວັນທີ 30-1 ມີຖຸນາ 2010 ຜ່ານມານີ້, ທີ່ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ ໄດ້ເປີດກອງປະຊຸມປຶກສາຫາລືເພື່ອຈັດຕັ້ງປະຕິບັດໂຄງການພັດທະນາມາດຕະການໆ ປັບ ຕົວເຂົ້າກັບການປ່ຽນແປງຂອງສະພາບພູມອາກາດໃນລະດັບຕ່າງໆ ສຳຫລັບຊຸມຊົນຊາວກະສິກອນໃນ ສປປ ລາວ, ພາຍໃຕ້ການ ເປັນປະທານຂອງທ່ານ ດຣ.ວັນທອງ ແພງວິຈິດ ຫົວຫນ້າພະແນກຄຸ້ມຄອງການ ຄົ້ນຄວ້າທົດລອງ, ທັງເປັນຜູ້ປະສານງານຂອງໂຄງການດັ່ງກ່າວ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີນັກວິຊາ ການອຸຕຸນິຍົມ ແລະ ອຸທົກກະສາດ ມາຈາກອົງການນໍ້າ ແລະ ສິ່ງແວດລ້ອມ, ນັກວິຊາການ ເສດຖະກິດ ສັງຄົມມາຈາກມະຫາວິທະຍາໄລແຫ່ງຊາດ, ນັກວິຊາການສົ່ງເສີມ ມາຈາກກອງສົ່ງເສີມກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ນັກວິຊາການຈາກກົມປູກຝັງ. ນອກຈາກນັ້ນຍັງມີນັກຄົ້ນຄ້ວາທັງພາຍໃນ ແລະ ຕ່າງປະເທດຈຳ ນວນນື່ງ. ຈຸດປະສົງຂອງກອງປະຊຸມນີ້ແມ່ນປຶກສາຫາລື ເພື່ອຈັດຕັ້ງປະຕິບັດໂຄງການ ໂດຍຈະສຸມໃສ່ ການຄົ້ນຄວ້າດັ່ງຕໍ່ລົງໄປນີ້
  1. ປັບປຸງ ແລະ ປະເມີນການນໍາໃຊ້ເຄື່ອງມືທີ່ມີຢູ່ເພື່ອຊອກຫາມາດຕະການ ຫລື ວິທີການປັບຕົວເຂົ້າກັບສະພາບການປ່ຽນແປງຂອງພູມອາກາດສໍາລັບລະບົບການປູກເຂົ້າ.
  2. ພັດທະນາຄວາມອາດສາມາດໃນການຄົ້ນຄ້ວາ-ທົດລອງ ແລະ ການສົ່ງເສີມທີ່ ສະນັບສະຫນູນການສ້າງຄວາມອາດສາມາດການປັບຕົວໃນລະບົບການປູກເຂົ້າ.
  3. ຄັດເລືອກ ແລະ ປະເມີນຄວາມເຫມາະສົມຂອງພືດປູກ, ສ້າງທາງເລືອກໃນການ ດັດປັບວິທີການຄຸ້ມຄອງການນຳໃຊ້ນໍ້າ ແລະ ຝຸ່ນທີ່ເຫມາະສົມ ເພື່ອເປັນຂໍ້ມູນ ເຜີຍແຜ່ໃນລະດັບແຂວງຕໍ່ໄປ.
  4. ຜົນທີ່ໄດ້ຮັບຈາກການສຶກສາຄົ້ນຄວ້າຂອງໂຄງການນີ້ຈະເປັນຜົນ ຫລື ຂໍ້ມູນໃນ ການກໍານົດນະໂຍບາຍທີ່ຈະຊ່ວຍໃຫ້ສາມາດອອກແບບ ແລະ ນໍາໄປປະຕິບັດໃນໂຄງການປັບຕົວເຂົ້າກັບການປ່ຽນແປງຂອງສະພາບພູມອາກາດໃນລະດັບ ຕ່າງໆ ໃຫ້ມີປະສິດພາບຫລາຍຂື້ນ.
ຜ່ານການດໍາເນີນກອງປະຊຸມມາເປັນເວລາ 2 ວັນ, ນອກຈາກການສະເຫນີບົດການຄົ້ນຄວ້າ ຂອງແຕ່ລະພາກສ່ວນແລ້ວ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບກິດຈະກຳ, ຫນ້າທີ່ຮັບຜິດຊອບ ແລະ ກຳນົດເວລາທີ່ຈະຕ້ອງປະຕິບັດໃນແຕ່ລະຍະຂອງໂຄງການ.
 

 

Last Updated (Tuesday, 06 July 2010 16:12)

 

postheadericon ຊ.ປ.ປ.ລາວ ສຄກປ ສ້າງຂະບວນການສາທິດເຕັກນິກນິເວດກະສິກຳ

  

ໂດຍການໃຫ້ກຽດເປັນປະທານຂອງທ່ານສະຫາຍ ດຣ. ເພັດ ພົມພິພັກ ເລຂາຄະນະບໍລິຫານງານ ຊ.ປ.ປ.ລາວ ກະຊວງກະສິກຳ ແລະ ປ່າໄມ້. ໃນການເປີດກອງປະຊຸມ ຝຶກອົບຮົມສາທິດວິຊາການທາງດ້ານເຕັກນິກນິເວດກະສິກຳ ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຊ.ປ.ປ.ລາວ ກະຊວງກະສິກຳ ແລະ ປ່າໄມ້ ທີ່ຈະຈັດຂື້ນ ແລະເພື່ອເປັນການແລກປ່ຽນບົດຮຽນທາງດ້ານວິຊາການ ຂອງແຕ່ລະໜ່ວຍຮາກຖານອ້ອມຂ້າງໃຫ້ເຂົ້າໃຈ ແລະ ເຫັນໄດ້ເຖິງຜົນປະໂຫຍດ, ວິທີການໃນການນຳໃຊ້ເຕັກນິກດັ່ງກ່າວ. ພ້ອມກັນນີ້ກໍ່ເປັນການເຄື່ອນໄຫວວຽກງານວິຊາການຂອງສະມາຊິກແຕ່ລະໜ່ວຍໃນການແລກປ່ຽນບົດຮຽນຊຶ່ງກັນແລະກັນ, ກອງປະຊຸມດັ່ງກ່າວໄດ້ຈັດຂື້ນເປັນເວລາໜື່ງວັນ ແລະ ໄດ້ມີການຢ້ຽມຊົມແປງສາທິດນິເວດກະສິກຳ ຂອງສູນນິເວດກະສິກຳ ແລະສ້າງຂະບວນກິລາມິດຕະພາບ ລະຫວ່າງ ສຄກປ ກັບ ຫ້ອງການກະຊວງກະສິກຳປ່າໄມ້ໃນຕອນແລງ.

Last Updated (Tuesday, 06 July 2010 16:13)

 
More Articles...

The Policy Brief Series is directed toward policy makers at all levels (national, provincial, district level) as well as international organizations and donor partners. These briefs are based on the experiences of NAFRI. It provides short, informative analysis on some of the most pressing issues related to agriculture and natural resource management facing Lao PDR. Click Here>>

LARF - 8

The Lao Agricultural Research Fund (LARF) aims to provide Lao scientists with an opportunity to compete for agricultural research funds.The LARF is open to government agencies, universities, agricultural colleges and NGO organisations based in the Lao PDR, which have a mandate to undertake agricultural research. Proposals must contain a defined research project, and can be of one or two years in duration. The annual funding limit for individual projects is US$6,000 and a maximum of US$10,000 for two year projects. The grant moneys are for expenditure only within the Lao PDR. More Info>>