ການຮ່ວມມືລາວ-ໄທ ໃນການປັບປຸງພັນເຂົ້າ
ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ (ສປປ ລາວ) ກໍໄດ້ຮັບການຖ່າຍທອດຄວາມຮູ້ໃນການນຳໃຊ້ເທກໂນໂລຊີເຄື່ອງໝາຍໂມເລກຸນໃນການຄັດເລືອກ ແລະ ປັບປຸງເຂົ້າໃຫ້ແກ່ວິຊາການ ແລະ ໄດ້ຮັບການສະໜັບສະໜູນທືນການສຶກສາໃນລະດັບ ປະລິນຍາໂທ ໜຶ່ງທືນທີ່ເຂົ້າສຶກສາທີ່ມະຫາວິທະຍາໄລກະເສດສາດ ແລະ ລະດັບປະລິນຍາເອກທີ່ມະຫາວິທະຍາໄລຂອນແກ່ນ.
NAFRI ໄດ້ນຳໃຊ້ເຂົ້າທ່າດອກຄຳ1 ທີ່ເປັນເຂົ້າໜຽວປູກແພ່ຫລາຍທີ່ສຸດໃນ ສປປ ລາວ ມາປັບປຸງໃຫ້ມີຄຸນນະພາບຫຸງຕົ້ມດີ, ມີຄວາມຫອມ, ທົນນ້ຳຖ້ວມ, ຕ້ານພະຍາດໃໝ້ ແລະ ຂອບໃບແຫ້ງ ເຊິ່ງປະຈຸບັນປະສົບຜົນສຳເລັດດັ່ງນິ້:
- ໄດ້ພັນເຂົ້າທ່າດອກຄຳ1 ທີ່ມີຄວາມຫອມ ຈໍານວນ 3 ສາຍພັນ ເຊິ່ງປະຈຸບັນປູກຂະຫຍາຍເມັດພັນທີ່ສູນຄົນຄວ້າເຂົ້າ ແລະ ພືດເສດຖະກິດ ເພື່ອຕຽມປູກປະເມີນຜົນຜະລິດໃນນາຂອງຊາວໃນລະດູຝົນນີ້
- ໄດ້ພັນເຂົ້າທ່າດອກຄຳ1 ທົນນໍ້າຖ້ວມ ທີ່ເປັນພັນທີ່ໄດ້ຮັບການພັດທະນາຈາກສະຖາບັນຄົ້ນຄວ້າເຂົ້າສາກົນ (IRRI) ທີ່ປູກປະເມີນຜົນຜະລິດໃນລະດັບນາຂອງຊາວນາ ເຊິ່ງເປັນທີ່ຍອມຮັບຢ່າງກວ້າງຂວາງພໍສົມຄວນ
- ສາຍພັນທັງສອງທີ່ກ່າວມາຂ້າງເທິງນັ້ນໄດ້ນຳມາໃຊ້ໃນການພັດທະນາພັນເຂົ້າທ່າດອກຄຳ1 ໃໝ່ ເພື່ອໃຫ້ໄດ້ພັນທີ່ມີຄວາມຫອມ ທົນນ້ຳຖ້ວມ ຕ້ານທານພະຍາດໄໝ້ ແລະ ຂອບໃບແຫ້ງ ເຊິ່ງແມ່ນນັກສຶກສາປະລິນຍາໂທເປັນຜູ້ດຳເນີນການ ແລະ ປັດຈຸບັນນີ້ໄດ້ສາຍພັນຕົ້ນແບບແລ້ວ ທີ່ຢູ່ໃນໄລຍະປະເມີນລັກສະນະຄວາມຕ້ານທານພະຍາດໄໝ້
ນອກຈາກນີ້ NAFRI ຍັງໄດ້ຮັບເຂົ້າຈ້າວ IR57514 ທີ່ໄດ້ຖືກປັບປຸງພັນໃຫ້ມີຄຸນນະພາບການຫຸງຕົ້ມດີ ທົນນ້ຳຖ້ວມ ທົນແລ້ງ ແລະ ຕ້ານທານພະຍາດໄໝ້ ຈາກໂຄງການຮ່ວມມືດັ່ງກ່າວ ເພື່ອມາປູກທົດສອບທີ່ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ນະຄອນຫລວງວຽງຈັນ, ສປປ ລາວ. ຈາກການທົດສອບຜ່ານມາເຫັນວ່າສາຍພັນດັ່ງກ່າວປັບຕົວໄດ້ດີ ໃຫ້ຜົນຜະລິດສູງທັງໃນສະພາບນ້ຳດີ ແລະ ທົນແລ້ງ. ປັດຈຸບັນກຳລັງຕຽມເມັດພັນໄປປູກປະເມີນຜົນຜະລິດໃນນາຂອງຊາວໃນລະດູຝົນນີ້.
ໃນໄລຍະດຳເນີນໂຄງການທາງສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ກໍຄືຜູ້ປະສານງານໂຄງການໄດ້ມີໂອກາດລາຍງານພະເທບລັດຕະນະລາຊາສຸດາແຫ່ງປະເທດໄທ ຜົນໄດ້ຮັບທັງໝົດຂອງໂຄງການມາຮອດປະຈຸບັນ
| < Prev | Next > |
|---|
Last Updated (Monday, 04 June 2012 14:52)




