ການມອບຮັບເມັດພັນເຂົ້າໃຫ້ຊາວນາແຂວງ ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ ທີ່ຖືກຜົນກະທົບຈາກພະຍຸນົກເຕັນປີ2012
| Latest |
ສະນັ້ນ, ເມື່ອວັນທີ 5ພືດສະພາ 2012 ທີ່ຜ່ານມານີ້, ຕາງໜ້າໃຫ້ໂຄງການ ກໍຄືສະຖາບັນຄົ້ນຄ້ວາກະສິກໍາ ແລະປ່ໄມ້ (ທ່ານ ກ້ວາງ ດວງສີລາ ແລະທິມງານ) ໄດ້ປະສານກັບພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ (ທ່ານ ບຸນຈັນ), ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເຊບັ້ງໄຟ ໄດ້ນໍາເອົາເມັດພັນເຂົ້າຈໍານວນ15.54 ໂຕນ ໄປມອບໃຫ້ຊາວນາບ້ານດົງໝາກບ້າຈໍານວນ 94 ຄອບ ຄົວ (ຄອບ ຄົວລະ60ກິໂລ) ເປັນເມັດພັນ 5.64 ໂຕນ ແລະ ມອບໃຫ້ບ້ານຢາງຄໍາ 9.9ໂຕນ (165 ຄອບຄົວ) ເພື່ອເປັນແນວປູກໃນລະດູນາປີ 2012 ທີ່ຈາມາເຖີງນີ້, ການມອບຮັບເມັດພັນດັ່ງກ່າວແມ່ນຊ້ອງໜ້າ ທ່ານ ບຸນສີ ພົມມະໄຊ ເຈົ້າເມຶອງເຊບັ້ງໄຟ ແລະ ອໍານາດການປົນຄອງບ້ານພ້ອມພໍ່ແມ່ປະຊາຊົນ. ຄາດວ່າມອບຮັບແນວພັນເຂົ້າ ທັງໝົດໃນ 3 ແຂວງ ຄໍາມ່ວນ, ສະຫສັນນະເຂດ ແລະ ຈໍາປາສັກ) ຈະໃຫ້ສໍາເລັດກ່ອນວັນທີ 25 ພືດສະພາ 2012 ເພື່ອໃຫ້ທັນຕາມເວລາການຕົກກ້ານາປີ 2012, ແນວພັນເຂົ້າທີ່ແຈກຢາຍຈະກວາມເນື້ອທີ່ນາປັກດໍາໄດ້ 4,000 ຮຕ ຫຼື ປະມານ 6% ຂອງພື້ນທີ່ນໍ້າຖ້ວມປີຜ່ານມາ.
| < Prev | Next > |
|---|
Last Updated (Thursday, 10 May 2012 14:11)




