ກອງປະຊຸມຕິດຕາມແລະປະເມີນຜົນການຈັດຕັ້ງວຽກງານການແລກປ່ຽນຂໍ້ມູນຂ່າວສານພັນທຸກຳພືດ
| Latest |

ວຽກງານທາງດ້ານການອະນຸລັກຊີວະນາໆພັນແລະພັນພືດຂອງລາວເພື່ອຄໍ້າປະກັນທາງດ້ານສະບຽງອາຫານຊຶງແມ່ນໜ້າວຽກງານໜຶ່ງໃນ 4ເປົ້າໝາຍ ຂອງຂະແໜງງານ ກະສິກຳແລະປ່າໄມ້ຂອງລາວ ແລະເປັນວຽກງານອັນສຳຄັນທີທາງສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດ ໄດ້ເອົາໃຈໃສ່ພັນຂະຫຍາຍແລະຈັດຕັ້ງປະຕິບັດໃຫ້ມີທ່າກ່າວໃນແຕ່ລະໄລຍະ. ສະນັ້ນໃນວັນທີ 28 ມັງກອນ ທີສູນຂໍ້ມູນຂ່າວສານ ໄດ້ມີການຈັດກອງປະຊຸມ ເພື່ອຕິດຕາມແລະປະເມີນຜົນໂຄງການ ກົນໄກແລກປ່ຽນຂໍ້ມູນຂ່າວສານທາງພັນທຸກຳພືດ(NISM-GPA) ແລະໃຫ້ກຽດເປັນປະທານຊີ້ນຳ ໂດຍ ທ່ານ ດຣ.ບຸນຖອງ ບົວຫອມ ຫົວໜ້າສະຖາບັນ ຊຶງໂຄງການດັ່ງກ່າວແມ່ນການຮ່ວມມື ກັບ ອົງການອາຫານແລະການກະເສດສະຫະປະຊາຊາດ (FAO)ແລະໄດ້ຈັດຕັ້ງແຕ່ປີ 2009 ເປັນຕົນມາ ເພື່ອສັງລວມ ເອົາບັນດາລາຍຊື່ ແລະການຈັດຕັ້ງປະຕິບັດກ່ຽວກັບ ພັນພືດຕ່າງໆໃນລາວ ເພື່ອຮັບປະກັນໃນການຕອບສະໜອງທາງດ້ານອາຫານແລະການຜະລິດກະສິກຳ, ແລະມີພະນັກງານທີກ່ຽວຂ້ອງແລະຄະນະຊີ້ນຳໂຄງທີ່ຖືກແຕ່ງຕັ້ງເຂົ້າຮ່ວມກວ່າ 15 ທ່ານ, ພ້ອມກັນນີ້ກໍ່ໄດ້ມີພິທີ ມອບເຄື່ອງຄອມພິວເຕີໃຫ້ແກ່ບັນດາ ຜູ້ເຂົ້າຮ່ວມໃນການເກັບກໍາຂໍ້ມູນຮ່ວມກັບໂຄງການຈຳນວນ 3 ເຄື່ອງ
| < Prev | Next > |
|---|
Last Updated (Monday, 31 January 2011 10:34)




