ກອງປະຊຸມປຶກສາຫາລື ແລະ ວາງແຜນ ຈັດຕັ້ງປະຕິບັດກິດຈະກຳປະຈຳປີ ຮ່ວມກັບຄູ່ຮ່ວມງານ ທ້ອງຖິ່ນ ໂຄງການຟື້ນຟູປ່າໄມ້ເພື່ອຜົນຕອບແທນດ້ານເສດຖະກິດ (FREO)

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້ ໃນວັນທີ 8 ກໍລະກົດ 2025 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI), ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ປຶກສາຫາລື ແລະ ວາງແຜນ ຈັດຕັ້ງປະຕິບັດກິດຈະກຳປະຈຳປີ ຮ່ວມກັບຄູ່ຮ່ວມງານ ທ້ອງຖິ່ນ ໂຄງການຟື້ນຟູປ່າໄມ້ເພື່ອຜົນຕອບແທນດ້ານເສດຖະກິດ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ໂພນໄຊ ແຂວງ ຫຼວງພະບາງ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມຈິດ ລັດຕະນະ ຮອງເຈົ້າເມືອງ ເມືອງໂພນໄຊ, ແຂວງຫຼວງພະບາງ, ເຂົ້າຮ່ວມມີ ທ່ານ ຢີຢ່າງ ຮອງ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ, ມີຫົວໜ້າ, ຮອງພະແນກແຜນການ ແລະ ການຮ່ວມມື (NAFRI), ທ່ານ ແພັກທິກ ແບັກເກີ (Prof. Patrick […]
ການຝຶກອົບຮົມເຕັກນິກການຜະລິດເມັດພັນ ແລະ ການເກັບຮັກສາເມັດພັນພືດຜັກເພື່ອໃຫ້ເມັດພັນມີຄຸນນະພາບ

ຮຽບຮຽງໂດຍ: ຄໍາຈັນ ເດັດສະໄໝ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (HRC) ໃນລະຫວ່າງວັນທີ 23 ຫາ 24 ມິຖຸນາ 2025 ທີ່ຜ່ານມານີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ຮ່ວມກັບກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ເປີດການຝຶກອົບຮົມໃນຫົວຂໍ້: ການຝຶກອົບຮົມເຕັກນິກການຜະລິດເມັດພັນ ແລະ ການເກັບຮັກສາເມັດພັນພືດຜັກ ເພື່ອໃຫ້ເມັດພັນມີຄຸນນະພາບ ໃຫ້ແກ່ທີມງານວິຊາການ ແລະ ກຸ່ມຊາວກະສິກອນ ຈາກ 2 ແຂວງເປົ້າໝາຍຂອງໂຄງການ ຄື: ນະຄອນຫຼວງວຽງຈັນ ແລະ ແຂວງເຊກອງ ເຊິ່ງມີຜູ້ເຂົ້າຮ່ວມ ຈໍານວນ 26 ຄົນ ທີ່ ມາຝຶກອົບຮົມ ແລະ ແລກປ່ຽນບົດຮຽນໃນສູນ ແລະ ພື້ນທີ່ກຸ່ມຕົວແບບຂອງ (ສຜໝ) ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ ຂອງທ່ານ ປ.ອ ທອງຄູນ ສີສະໄພທອງ […]
ພິທີ ມອບ-ຮັບ ໃບທະບຽນແນວພັນເຂົ້າສົ່ງເສີມໃໝ່ ຫອມກະເສດນາບົງ 50 (HK- Nabong 50) ລະຫວ່າງ ກົມປູກຝັງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ກະຊວງສຶກສາທິການ ແລະ ກິລາ

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້ ໃນວັນທີ 19 ມິຖຸນາ 2025 ທີ່ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບໃບທະບຽນ ແນວພັນເຂົ້າຫອມກະເສດນາບົງ-50 (HK-Nabong 50) ລະຫວ່າງກົມປູກຝັງ, ຕາໜ້າກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ແລະ ຄະນະ ກະເສດສາດ, ມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ. ເພື່ອຕ້ອນຮັບວັນສ້າງຕັ້ງຄະນະກະເສດສາດຄົບຮອບ 50 ປີ ແລະ ເພື່ອນຳໃຊ້ສົ່ງເສີມການຜະລິດຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ໂດຍຜ່ານການນຳໃຊ້ແນວພັນເຂົ້າໃໝ່ນີ້ ໃນພື້ນທີ່ເຂດທີ່ມີຄວາມສ່ຽງຕໍ່ໄພທຳມະຊາດ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ສີປະໄພ ໄຊສົງຄາມ, ຫົວໜ້າຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ປອ ຄຳມະນີ ນໍລີນ ຮອງຫົວໜ້າກົມການສຶກສາຊັ້ນສູງ […]
ພິທີມອບ-ຮັບ ແນວພັນເຂົ້າລະຫວາງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ພະແນກ ກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ

ແຜນງານຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າ ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮັບທືນຊ່ວຍເຫຼືອ ຈາກອົງກອນຮ່ວມມືດ້ານກະສິກໍາຮູບແບບໃໝ່ ຂອງ ສ. ເກົາຫຼີ ປະຈຳ ສປປ ລາວ Korea Partnership for Innovation of Agriculture (KOPIA) ຈຳນວນ 2 ໂຄງການຄື: ໂຄງການສ້າງພື້ນຖານໂຄງຮ່າງ ໃຫ້ແກ່ການຜະລິດເຂົ້າທັນສະໄໝໃນ ສປປ ລາວ ແລະ ໂຄງການສ້າງໂອກາດໃຫ້ຊາວນາເຂົ້າເຖີງແນວພັນໃຫມ່ທີ່ປັບໂຕຕໍການປ່ຽນແປງດິນຟ້າອາກາດ ໂດຍສະເພາະແມ່ນໄພນໍ້າຖ້ວມ ເພື່ອຄ້ຳປະກັນສະບຽງອາຫານໃນ ບ້ານເປົ້າໝາຍ ຢູ່ສປປລາວ. ໂຄງການສ້າງພື້ນຖານໂຄງລ່າງ ໃຫ້ແກ່ການຜະລິດເຂົ້າທັນສະໄໝໃນ ສປປ ລາວແມ່ນໄດ້ຈັດຕັ້ງປະຕິບັດຕັ້ງແຕ່ປີ 2023 ຈົນຮອດປີ 2027 ຢູ່ 3 ບ້ານເປົ້າໝາຍຄື: ບ້ານນາຊາ, ບ້ານໝາກນາວເໜືອ ແລະ ບ້ານໝາກຮຽວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍມີຈຸດປະສົງ ເພື່ອສ້າງພື້ນຖານໂຄງລາງທັນສະໄໝ ເພື່ອຮອງຮັບການຜະລິດເຂົ້າໃຫ້ເຂັ້ມແຂງ ແລະ […]
ພິທີເຊັນສັນຍາການຮ່ວມມື ໂຄງການສ້າງສູນຈຳໜ່າຍ ແລະ ວາງສະແດງແນວພັນພືດ, ແນວພັນສັດ, ໄມ້ອຸດສາຫະກໍາ ແລະ ຜະລິດຕະພັນກະສິກຳ ແລະ ປ່າໄມ້ຕິດພັນກັບທຸລະກິດປິ່ນອ້ອມ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ຕາງໜ້າໂດຍ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບ ບໍລິສັດອິນດັດສ໌ເທັກຈຳກັດ

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້ ໃນປັດຈຸບັນການຜະລິດ ແລະ ຈໍາໜ່າຍສິນຄ້າກະສິກໍາເປັນພາລະກິດອັນໜຶ່ງທີ່ລັດຖະບານລາວ ຍາມໃດກໍໄດ້ຖືເອົາເປັນວຽກບູລິມະສິດ ແລະ ຊຸກຍູ້ສົ່ງເສີມໃຫ້ເປັນບູລິມະສິດ ໂດຍສ້າງເງື່ອນໄຂສະດວກໃນການດໍາເນີນການຜະລິດ ດຶງດູດຄວາມສົນໃຈຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນການພັດທະນາຂົງເຂດກະສິກໍາ ໂດຍສະເພາະ ແມ່ນຜະລິດຕະພັນກະສິກໍາ ແລະ ປ່າໄມ້ ທີ່ໄດ້ຮັບຜົນຜະລິດສູງ, ມີຄຸນນະພາບ ແລະ ຕິດພັນກັບການຕະຫຼາດ. ອີງໃສ່ ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດກຸ້ມຕົນເອງ, ອີງໃສ່ ທິດນໍາ ຂອງພັກ ແລະ ລັດຖະບານ ກ່ຽວກັບການອອກມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງ ເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023. ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບໃນການຮ່ວມມືກັນກັບບໍລິສັດອິນດັດສ໌ເທັກຈຳກັດເພື່ອສ້າງສູນຈຳໜ່າຍແລະວາງສະແດງແນວພັນພືດ, ແນວພັນສັດ, […]
ຝຶກອົບຮົມທາງດ້ານເຕັກນິກການປຸງແຕ່ງອາຫານ ຂອງຜະລິດຕະພັນຈາກເຂົ້າ ແລະ ໄມ້ໃຫ້ໝາກ ໃຫ້ເປັນສິນຄ້າ ໃຫ້ແກ່ສະຫະພັນແມ່ຍິງໃນຊຸມຊົນ ແລະ ຜູ້ປະກອບການ

ໃນລະຫວ່າງວັນທີ 21-25 ເມສາ 2025 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມຝຶກອົບຮົມ ໃນຫົວຂໍ້: “ຝຶກອົບຮົມທາງດ້ານເຕັກນິກການປຸງແຕ່ງອາຫານ ຂອງຜະລິດຕະພັນຈາກເຂົ້າ ແລະ ໄມ້ໃຫ້ໝາກ ໃຫ້ເປັນສິນຄ້າ ໃຫ້ແກ່ສະຫະພັນແມ່ຍິງໃນຊຸມຊົນ ແລະ ຜູ້ປະກອບການ”, ທີ່ຄະນະກະເສດສາດ ແລະ ສິ່ງແວດລອມ, ມະຫາວິທະຍາໄລສະຫວັນນະເຂດ, ແຂວງສະຫວັນນະເຂດ ພາຍໃຕ້ທຶນຊ່ວຍເຫຼືອຂອງໂຄງການ JMIF-IRRI. ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ນາງ ຕຸ່ງລຽນ ວິໄລພອນ ຮອງຫົວໜ້າ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທ່ານ ປອ. ອິນຕາ ຈັນທະວົງ ຮັກສາການຮອງຄະນະບໍດີ, ຄະນະກະເສດສາດ, ມະຫາວິທະຍາໄລສະຫວັນນະເຂດ ແລະ ທ່ານ Dr. JOEL P. RIVADENEIRA, University […]
ກອງປະຊຸມ “ສະຫຼຸບໂຄງການຮ່ວມມືທາງດ້ານເຕັກນິກເພື່ອການຍົກສະມັດຕະພາບຜົນຜະລິດ ແລະ ຄຸນນະພາບພືດດ້ວຍການປັບປຸງພັນວ່ອງໄວແບບວິທີຜ່າເຫຼົ່າ”

ໃນລະຫວ່າງວັນທີ 18-22 ພະຈິກ 2024 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ “ສະຫຼຸບໂຄງການຮ່ວມມືທາງດ້ານເຕັກນິກເພື່ອການຍົກສະມັດຕະພາບຜົນຜະລິດ ແລະ ຄຸນນະພາບພືດດ້ວຍການປັບປຸງພັນວ່ອງໄວແບບວິທີຜ່າເຫຼົ່າ” ຂຶ້ນທີ່ໂຮງແຮມນິວໂຣດ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ມີທ່ານ ປອ ໂກສົນ ໄຊພະກົດສາ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ນາງ ສອນເພັດ ເຜົ່າຄຳແກ້ວ ຕາງໜ້າອົງການພະລັງງານປາລາມານູ່ສາກົນ ( IAEA ) ມີທ່ານ ຫົວໜ້າພະແນກບໍລິຫານ ແລະ ແຜນການ, ຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ພ້ອມດ້ວຍນັກຄົ້ນຄວ້າຈາກສູນຄົ້ນຄວ້າເຂົ້າ […]
ພິທີມອບ-ຮັບໃບຢັ້ງຢືນແນວພັນສາລີ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ກັບ ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້

ໃນຕອນບ່າຍວັນທີ 15 ພະຈິກ 2024 ທີ່ຫ້ອງປະຊຸມນ້ອຍ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ມີພິທີມອບຮັບໃບຢັ້ງຢືນແນວພັນສາລີແຂງ ຈໍານວນ 4 ແນວພັນໃໝ່ ຄື: NWS25, NM5019, Yunrui588, Yunrui206. ໂດຍໃຫ້ກຽດເຂົ້້າຮ່ວມເປັນປະທານມອບໂດຍ ທ່ານ ສົມຮັກ ວົງວິໄຊ ຮອງຫົວໜ້າ ກົມປູກຝັງ ແລະ ຮັບໂດຍທ່ານ ປອ ໂກສົນ ໄຊພະກັດສາ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີທ່ານ ສິຣິພົນ ພິທັກສູນ ຮອງຫົວໜ້າ ສກປພ, ທ່ານ ສຸລິວົງ ໄຊຍະວົງ ຮອງຫົວໜ້າ ສກປພ, ຮອງຫົວໜ້າພະແນກ ບໍລິຫານ ແລະ ແຜນການ ສກປພ, ຮອງສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ພ້ອມດ້ວຍນັກຄົ້ນຄວ້າ, ວິຊາການ ຈາກສູນຄົ້ນຄວ້າເຂົ້າ ແລະ […]
ພິທີມອບ-ຮັບແນວພັນຜັກ ແລະ ປັດໃຈການຜະລິດໃຫ້ຄອບຄົວຕົວແບບ

ໃນວັນທີ 27 ສິງຫາ ຜ່ານມາ ທີ່ກຸ່ມຜະລິດພືດຜັກ, ບ້ານຊາຍຟອງເໜືອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ໄດ້ຈັດ ພິທີມອບ-ຮັບ ແນວພັນພືດຜັກ ແລະ ປັດໃຈການຜະລິດ ໃຫ້ຄອບຄົວຕົວແບບ ການຜະລິດພືດຜັກ ໂດຍການເຂົ້າຮ່ວມ ຂອງ ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າ ກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ປອ ຄວນ ໂດຮາ ຫົວໜ້າສູນ KOPIA ປະຈຳລາວ, ທ່ານ ປອ ທອງຄູນ ສີສະໄໝທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໝາກໄມ້ໃຫ້ໝາກ, ທ່ານ ສອນໄຊ ກົມໄຊຊະນະ ຫົວໜ້າ ຂະແໜງປູກຝັງ ພະແນກນະຄອນຫຼວງວຽງຈັນ ທ່ານ ສຸລິນ ອິນທາທິລາດ ຫົວໜ້າ ຫ້ອງການ ກະສິກຳ ແລະ ປ່າໄມ້ […]
ກອງປະຊຸມປະເມີນຜົນໂຄງການ AFACI ກ່ຽວກັບ ການສ້າງເຄືໍ່ອຂ່າຍໃນການປ້ອງກັນພືດແບບປະສົມປະສານ ໃນພາກພືື້ນອາຊີ ແລະ ໂຄງການພັດທະນາເຕັກນິກ ການປັບປຸງພືດຜັກ ຢູ່ໃນອາຊີ

ໃນລະຫວ່າງວັນທີ 6-8 ສິງຫາ 2024 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ “ປະເມີນຜົນໂຄງການພັດທະນາເຕັກໂນໂລຊີການປັບປຸງພັນພືດ ໃນພາກພື້ນອາຊີ ” ຂຶ້ນທີ່ໂຮງແຮມ ລາວ ພຣາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍທ່ານ ຮສ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາຜູ້ແທນຈາກປະເທດສະມາຊິກ AFACI ແລະ ບັນດາອົງການຈັດຕັ້ງສາກົນ ຈາກ 14 ປະເທດ ແລະ ກະຊວງການຕ່າງປະເທດເຂົ້າຮ່ວມ. ໂຄງການລີເລີີ່ມການຮ່ວມມືດ້ານອາຫານ ແລະ ການກະເສດ ຂອງອາຊີຫຼືເອີີ່ນວ່າ AFACI ແມ່ນ ເປັນໂຄງການໜຶ່ງທີ່ມີຄວາມສຳຄັນ ເພືີ່ອຮຽນຮູ້ແລະ ແລກປ່ຽນປະສົບການ ຕໍ່ວຽກງານການຄົົ້ນຄວ້າ ແລະ ພັດທະນາກະສິກຳ ຢູ່ ສປປ ລາວ ໂດຍສະເພາະແມ່ນ ເພືີ່ອຊຸກຍູ້ສົົ່ງເສີມການເຕີບໂຕສີຂຽວ ດ້ານ […]