National Agriculture and Forestry Research Institute

ກອງປະຊຸມປະຈຳປີຂອງໂຄງການຄົ້ນຄວ້າເຕັກນິກການຈັດການຫຍ້າໃນນາເຂົ້າ ໃນພື້ນທີ່ເຮັດນາຢອດ ແລະ ນາຫວ່ານ (ACIAR)

                   ໃນລະຫວ່າງວັນທີ 7-9/2/2023 ໂຄງການຄົ້ນຄວ້າເຕັກນິກການຈັດການຫຍ້າໃນນາເຂົ້າ ໃນພື້ນທີ່ເຮັດນາຢອດ ແລະ ນາຫວ່ານ ທີ່ໄດ້ຈັດຕັ້ງປະຕິບັດຢູ່ ສປປລາວ ແລະ ກໍາປູເຈຍ ໂດຍໄດ້ຮັບທືນການຄົ້ນຄວ້າຈາກ ສູນຄົ້ນຄວ້າກະສິກໍາສາກົນ ປະເທດອົດສະຕາລີ (ACIAR project CROP/2019/145 for 2021-2025) ໄດ້ຈັດກອງປະຊຸມປະຈໍາປີຂື້ນຢູ່ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍການເປັນປະທານຂອງ ທ່ານ ນາງ ປອ ຈັນທະຄອນ ບົວລະພັນ, ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ປອ Eric Huttner ຜູ້ຮັບຜິດຊອບດ້ານການປູກຝັງຂອງ ACIAR. ມີນັກຄົ້ນຄວ້າມາຈາກ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນະບົດ […]

ກອງປະຊຸມສະຫຼຸບປະເມີນການຈັດຕັ້ງປະຕິບັດໂຄງການຄົ້ນຄ້ວາການຈັດການດິນ ແລະ ນໍ້າ ແບບປະສົມປະສານໃນການປູກຜັກ

ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມ ທົບທວນບັນດາວຽກງານຂອງໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳແບບປະສົມປະສານໃນການປູກຜັກ ທີ່ຫ້ອງປະຊຸມສຳນັກສະຖາບັນ (ສກປພ) ໃນວັນທີ 11-15 ພຶດສະພາ 2020 ນີ້ ໂດຍການເປັນປະທານຂອງ ທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ພ້ອມດ້ວຍບັນດາແຂກທີ່ຖືກເຊີນຈາກ ກົມປູກຝັງ, ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ, ແລະ ຜູ້ທີ່ໄດ້ຮ່ວມເຮັດວຽກໂຄງການ ຫຼາຍກວ່າ 17 ທ່ານ ເຊິ່ງຮູບແບບການຈັດກອງປະຊຸມແມ່ນ ໄດ້ຮ່ວມປະຊຸມທາງໄກໂດຍຜ່ານກ້ອງວິດີໂອ ກັບບັນດາຊ່ຽວຊານ ແລະ ຜູ້ຈັດຕັ້ງປະຕິບັດໂຄງການທີ່ຢູ່ພາຍໃນ ແລະ ຕ່າງປະເທດ. ໂຄງການຄົ້ນຄວ້າການຈັດການດີນ ແລະ ນໍ້າ ແບບປະສົມປະສານ ໃນການປູກພືດຜັກ ຢູ່ ສປປ ລາວ ແລະ ລາດຊະອານາຈັກກຳປູເຈ່ຍ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2015 ຮອດປີ 2020 ພາຍໃຕ້ແຜນງານຂອງ […]