National Agriculture and Forestry Research Institute

ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ

ກອງປະຊຸມ ລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ “Establishment of a Tree Species Master List for Lao PDR” ໄດ້ຈັດຂຶ້ນທີ່ຫ້ອງປະຊຸມສຳນັກສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນວັນທີ 17 ກັນຍາ 2020, ໂດຍການເປັນປະທານຂອງທ່ານ ປອ ໄຊສົງຄາມ ພິມມະສອນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ພ້ອມດ້ວຍຜູ້ເຂົ້າຮ່ວມ ທັງໝົດ 23 ທ່ານ ຈາກຫຼາຍຂະແໜງການທີ່ກ່ຽວຂ້ອງ ເຊີ່ງປະກອບມີ: ພະແນກຄຸ້ມຄອງປ່າຜະລິດ ແລະ ການຂຸດຄົ້ນໄມ້, ພະແນກນິຕິກໍາ ແລະ ມາດຖານເຕັກນິກ ແລະ ກອງສໍາຫຼວດ ແລະ ວາງແຜນປ່າໄມ້ (ກົມປ່າໄມ້), ຫ້ອງການປະສານງານ ແຜນງານປະຕິບັດກົດໝາຍ (ກົມກວດກາປ່າໄມ້), ກົມພາສີ ກະຊວງການເງິນ, ກົມອຸດສະຫະກຳ ແລະ […]