National Agriculture and Forestry Research Institute

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ມາກ ໄດ້ຕ້ອນຮັບສະມາຊິກທິມນັກສຶກສາຈາກ ເຊໂລເວສ ລາວ ມາທັດສະນະສຶກການເຕັກນນິກການປູກ ແລະ ການຂະຫຍາຍພັນໄມ້ໃຫ້ໝາກ

    ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2023 ທີ່ຜ່ານມາ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ໄດ້ຕ້ອນຮັບການມາຢ້ຽມຢາມທັດສະນະສືກສາ ຂອງນ້ອງໆສະມາຄົມ ເຊໂຣເວສ ລາວ (Zero Waste Laos) ຈຳນວນ 19 ຄົນ ເພື່ອຖອດຖອນ ແລະ ແລກປ່ຽນບົດຮຽນໃນເຕັກນິກການປູກ ແລະ ການຂະຫຍາຍພັນໄມ້ໃຫ້ໝາກ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.  ໂດຍການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ບຸນຖົມ ສົມພັນປັນຍາ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ທ່ານ ໄພທູນ ມູນເສນາ ຮອງຫົວໜ້າສູນ ພ້ອມດ້ວຍ ຫົວໜ້າກຸ່ມງານໄມ້ໃຫ້ໝາກ ແລະ ນັກວິຊາການຂອງສູນຄົ້ນຄວ້າພຶດຜັກ ແລະ ໄມ້ໃຫ້ໝາກ ຈຳນວນໜຶ່ງເຂົ້າຮ່ວມ ຈຸດປະສົງ: 1). ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ ທາງດ້ານຜົນສຳເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງ ໂດຍສະເພາະເຕັກນິກການປູກ ແລະ ການຂະຫຍາຍພັນໄມ້ໃຫ້ໝາກ. […]

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຂະບວນການປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

          ເພື່ອເປັນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນໃຫ້ມີຂະບວນການຝົດຟື້ນ, ອິງໃສນະໂຍບາຍຂອງລັດຖະບານໃນການສຸ່ມໃສ່ເພື່ອເພື່ອເນື້ອທີ່ເຮືອນຍດຂອງຕົ້ນໄມ້ໃຫ້ໄດ້ 70 %ໃນຂອບເຂດທົ່ວປະເທດ ແລະ ເພື່ອເປັນການຫຼຸດພາວະໂລກຮ້ອນ. ໃນວັນທີ່ 31 ພືດສະພາ 2023 ທີ່ຜ່ານມານີ້ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເຮັດກິດຈໍາກໍາໃນການປູກຕົ້ນໄມ້ຂື້ນ ໂດຍການການໍາພາຂອງຫົວໜ້າສູນພ້ອມດ້ວຍຄະນະ ແລະ ພະນັກງານພາຍໃນສູນທັງໝົດເຂົ້າຮ່ວມ, ເຊິງກິດຈະກໍາດັ່ງກ່າວແມ່ນໄດ້ຈັດຕັ້ງປະຕິດບັດຢູ່ໃນພື້ນທີ່ຂອງໄມ້ໃຫ້ໝາກ(ສວນໃຕ້) ສໍາລັບຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ແມ່ນຈໍາພວກໄມ້ກິນໝາກໂດຍກໍານົດເອົາຕົ້ນ   ໝາກພ້າວ ເຊິງເປັນພັນໝາກພ້າວເຕ້ຍ ແລະ ໃຫ້ຜົນຜະລິດໄວ, ຈຸດປະສົງໃນການປູກຕົ້ນໝາກພ້າວໃນຄັ້ງນີ້ແມ່ນທົດແທນ ຕົ້ນໝາກພ້າວທີ່ຕ່າຍ, ຕົ້ນອາຍຸແກ່ ແລະ ໃຫ້ຜົນຜະລິດຕໍ່າ ເຊິງຕົ້ນໝາກພ້າວທີ່ນໍາມາປູກໃນຄັ້ງນີ້ລວມທັງໝົດມີ 32 ຕົ້ນ, ກິດຈະກໍາດັ່ງກ່າວໄດ້ດໍາເນີນໄປດ້ວຍບັນຍາກາດອັນຝົດຟື້ນ ແລະ ໄດ້ດໍາເນີນໄປເວລາໜຶ່ງຕອນ ຈຶງສໍາເລັດ, ສໍາລັບກິດຈໍາກໍາໃນການປູກຕົ້ນໝາກພ້າວໃນຄັງນີ້ຈະເປັນທັງຂະບວນການປູກຕົ້ນໄມ້ ແລະ ທັງເປັນການເພີ່ມຊະນິດຂອງໄມ້ກິນໝາກ, ເພີ່ມຈໍານວນແນວພັນໃຫ້ຫຼາຍຂື້ນເພື່ອຕອບສະໜອງໃຫ້ຊາວກະສິກອນໃນອະນາຄົດ.   ຕົ້ນໄມ້, ໄມ້ກິນໝາກ ແລະ ຊີວະນາໆພັນ ແມ່ນຊັບພະຍາກອນທຳມະຊາດອັນລໍ້າຄາ ແລະ ມີຄວາມສຳຄັນໃນການປັບຄວາມສົມດູນຂອງອຸ່ນຫະພູມດິນຟ້າອາກາດ […]

ການຝຶກອົບຮົມການຄັດເລືອກແນວພັນພືດຜັກແບບມີສວນຮ່ວມ ເພື່ອນໍາໃຊ້ໃນການຜະລິດເປັນສິນຄ້າ

  ເພື່ອຜັນຂະຫຍາຍວ່າລະແຫ່ງຊາດໃຫ້ບັນລຸຕາມແຜນທີ່ວາງໄວ້ ຂະແໜງການກະສິກໍາ ແລະ ປ່າໄມ້ ແມ່ນຂະແໜງງານໜຶ່ງທີ່ປະກອບສວນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດກໍ່ຄື ການສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ຜະລິດໃຫ້ເປັນສິນຄ້າເພື່ອສົງອອກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະ ບົດ ເຮັດໜ້າທີໃນການຄົ້ນຄວ້າທາງດ້ານແນວພັນພືດ, ແນວພັນສັດ, ແນວພັນສັດນໍ້າ ແນວພັນໄມ້ອຸດສາຫະກໍາ. ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ມີໜ້າທີ່ຄົ້ນຄວ້າ ແລະ ສະໜອງແນວພັນພືດຜັກ ແລະ ໄມ້ໃຫ້ໝາກໃຫ້ພຽງພໍຕໍ່ກັບການຜະລິດ ເຊິ່ງເປົາໝາຍໃນການຜະລິດແນວພັນພືດຜັກລຸ້ນ1 ແລະ ລຸ້ນ2 ປະມານ 6000 ກິໂລກຼາມໃນໄລຍະ 3 ປີ ໃນນັ້ນປະກອບມີ ແນວພັນຜັກສະຫຼັດ, ຜັກຊີ, ຫອມປ້ອມ, ຜັກກາດ, ຜັກຫົມ, ໝາກເຜັດ, ໝາກເຂືອ,  ແລະ ໝາກເລັ່ນ ປະຈຸບັນນີ້ສາຍພັນພືດຜັກທີ່ດີເດັ່ນທາງດ້ານຜົນຜະລິດ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສາມາດຄົ້ນຄວ້າໄດ້ມີ 12 ຊະນິດພຶດຜັກ ຄື: ຖົ່ວຝັກຍາວ 5 ສາຍພັນ, […]

ການຄັດເລືອກສາຍພັນໝາກເລັ່ນແບບມີສວນຮ່ວມຂອງຊາວກະສິກອນ ຢູ່ສູນຄົ້ນຄວ້າກະສິກໍາເຂດເນີນສູງ ແຂວງຫຼວງພະບາງ

ຮຽບຮຽງໂດຍ: ພັດທະນາ ແສງອຸ່ນແກ້ວ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ           ດັ່ງທີທ່ານຮູ້ກັນດີດີແລ້ວວ່າລັດຖະບານລາວ ໄດ້ມີຍຸດທິສາດ ແລະ ນະໂຍບາຍໃນການພັດທະນາ ແລະ ສົ່ງເສີມທາງດ້ານການຜະລິດກະສິກໍາ ເພື່ອການຄໍ້າປະກັນທາງດ້ານສະະບຽງອາຫານ, ການຜະລິດໃຫ້ເປັນສິນຄ້າ. ໂດຍສະເພາະ, ພືດຜັກ ເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ມີຄຸນຄ່າທາງດ້ານໂພສະນາການສູງ ເປັນຕົ້ນ ວິຕະມິນ ແລະ ແຮ່ທາດຕ່າງໆ ທີ່ເປັນປະໂຫຍດຕໍ່ຮ່າງກາຍ. ຫຼາຍກວ່າ 48 ຊະນິດພືດຜັກຖືກບໍລິໂພກໃນລາວ , ນອກຈາກນັ້ນ ການປູກພືດຜັກ ເປັນການໃຊ້ປະໂຫຍດພື້ນທີ່ດິນ, ທີ່ໃຫ້ຜົນຕອບແທນສູງ. ແຕ່ວ່າການຜະລິດພືດຜັກແມ່ນມີຫຼາຍບັນຫາ ເຊັ່ນ ການຕອບສະໜອງທາງດ້ານຜົນຜະລິດໃນລະດູຝົນ ແມ່ນບໍ່ພຽງພໍ ເນື່ອງຈາກ ມີຄວາມຊຸ່ມຊື້ນສູງ, ການລະບາດຂອງພະຍາດ ແລະ ແມງໄມ້,  ການປ່ຽນແປງທາງດ້ານດິນຟ້າອາກາດເຮັດໃຫ້ເກີດໄພນໍ້າຖົມ ແລະ ແຫ້ງແລ້ງຖີ່ຂື້ນ, ຂາດແນວພັນທີເໝາະສົມໃນການປູກໃນຊ່ວງລະດູຝົນໂດຍສະເພາະແນວພັນສໍາຫຼັບປູກໃນເຮືອນຮົ່ມ. ເພື່ອເປັນການແກ້ໄຂບັນຫາກ່າວ ໃນລະຫວ່າງ ວັນທີ 25 ມັງກອນ 2022 […]

ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020

ໃນລະຫວ່າງວັນທີ 24 ພະຈິກ 2020 ທີ່ຜ່ານມານີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມວິຊາການປະຈໍາປີ 2016-2020, ໂດຍການເປັນປະທານ ຂອງທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 23 ທ່ານ, ມາຈາກຫຼາຍພາກສ່ວນ ເຊັ່ນ: ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສູນຄົ້ນຄວ້າພືດເສດຖະກິດ, ສູນຄົ້ນຄວ້າກະສິກໍາຕໍ່ກັບການປ່ຽນແປງດິນຟ້າອາກາດ ແລະ ພະແນກແຜນການ ແລະ ການຮ່ວມມືສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຈຸດປະສົງ ຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອ: 1). ເພື່ອເປີດໂອກາດໃຫ້ບັນດານັກວິຊາການຂອງຂະແໜງຕ່າງໆ ພາຍໃນສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ມີໂອກາດໃນການນໍາສະເໜີຜົນສໍາເລັດຂອງການຄົ້ນຄວ້າໃນໄລຍະຜ່ານມາ, 2). ເພື່ອເປັນການປັບປຸງ ແລະ ຍົກລະດັບຂີດຄວາມຮູ້ຄວາມສາມາດທາງດ້ານວິຊາການໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຂຶ້ນກວ່າເກົ່າ, 3). ເພື່ອເປັນການເຜີຍແຜ່ ແລະ […]

ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ

ໃນຕອນເຊົົ້າຂອງວັນທີ 28 ກັນຍາ 2020 ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ໄດ້ຈັດພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໂດຍການເປັນປະທານຂອງທ່ານ ປອ ໃຈ ບຸນພະນູໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ພ້ອມດ້ວຍຜູ້ເຂົ້າຮ່ວມເຊິ່ງປະກອບມີ: ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຕາງໜ້າຈາກ ລັດວິສາຫະກິດຊຸມຊົນນະບົດ ແຫ່ງປະເທດ ສ. ເກົາຫຼີ (KRC) (Korean Rural Community Cooperation) ທີ່ຂຶ້ນກັບ ກະຊວງກະສິກໍາ, ອາຫານ ແລະ ພັດທະນາຊົນນະບົດ ແຫ່ງ ສ.ເກົາຫຼີ, ຕາງໜ້າຈາກ ບໍລິສັດ DICA/DOWON Engineering and Architects, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງ, ຫ້ອງການກະສິກໍາ […]