National Agriculture and Forestry Research Institute

ສູນຄົ້ນຄວ້າການປະມົງຈັດພິທີສະເຫຼີມ-ສະຫຼອງວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ

ເພື່ອເປັນການສະເຫຼີມ-ສະຫຼອງວັນອະນຸລັກສັດນ້ຳ-ສັດປ່າ ແລະ ເພື່ອເປັນການສ້າງຂະບວນການຂໍ່ານັບ-ຮັບຕ້ອນວັນຄ້າຍວັນເກີດຂອງທ່ານ ປະທານ ສຸພານຸວົງ ຄົບຮອບ 111 ປີ. ໃນຕອນເຊົ້າ ວັນທີ 10 ກໍລະກົດ 2020ນີ້ ສູນຄົ້ນຄ້ວາການປະມົງ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈັດພິທີປ່ອຍປາ ຂຶ້ນທີ່ໜອງປາ ສູນຄົ້ນຄ້ວາການປະມົງ, ໂດຍການເຂົ້າຮ່ວມຂອງທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ສຸລິວົງ ໄຊຍະວົງ ຮອງຫົວໜ້າສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ພ້ອມດ້ວຍຫົວໜ້າສູນອ້ອມຂ້າງ, ຜູ້ຕາງໜ້າຈາກສູນພັດທະນາການກະເສດຫ້ວຍຊ້ອນ-ຫ້ວຍຊົ້ວ, ບໍລິສັດ ວີຕາຟອດ ອັກກະໂລ ເອເຊຍ, ຄະນະບ້ານອ້ອມຂ້າງ ແລະ ພະນັກງານພາຍໃນສູນຄົ້ນຄ້ວາການປະມົງເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງໃນການປ່ອຍປາຄັ້ງນີ້ ກໍຍັງເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນ, ເຍົາວະຊົນຂອງຊາດ ໃຫ້ມີສະຕິ ຮັກ ແລະ ຫວງແຫນ ສັດນ້ຳ ແລະ ສັດປ່າ […]