National Agriculture and Forestry Research Institute

ສຄປພ ສະໜອງພໍ່ແມ່ພັນປາໃຫ້ແກ່ ຂະບວນການ ວັນປ່ອຍປາ ແລະ ອານຸລັກສັດນໍ້າສັດປາແຫ່ງຊາດ

ວັນປ່ອຍປາ ແລະວັນອານຸລັກສັດນໍ້າສັດປ່າ ຖືເປັນວັນທີມີຄວາມໝາຍຄວາມສຳຄັນ ທີທາງລັດຖະບານລາວໄດ້ກຳໜົດເປັນວັນອານຸລັກສັດນໍ້າສັດປ່າແຫ່ງຊາດ ພ້ອມທັງເປັນວັນແຫ່ງການສ້າງຂະບວນການ ໃນການປູກຈິດສຳນຶກໃຫ້ແກ່ ສັງຄົມໃຫ້ຮູ້ຈັກ ຮັກສາອານຸລັກສັດນໍ້າສັດປ່າ. ໃນວັນທີ 13 ກໍລະກົດ 2018 ຈຶ່ງໄດ້ມີການຈັດພິທີປ່ອຍປາຂຶ້ນທີອ່າງນໍ້າຫຸ່ມ, ເມືອງນາຊາຍທອງ ແຂວງນະຄອນຫລວງວຽງຈັນ. ເພື່ອເປັນການເພິ້ມຄວາມອຸດົມສົມບູນໃຫ້ແກ່ ແຫລ່ງອາຫານແລະການອານຸລັກຂະຫຍາຍພັນປາໃຫ້ຫຼາຍຂຶ້ນ. ໃນນິ້ ທາງສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ແລະພັດທະນາຊົນນະບົດ ກໍ່ຄືສູນຄົ້ນຄວ້າການປະມົງ ທີມີພາລະບົດບາດໃນການພັດທະນາແນວພັນແລະອານຸລັກສັດນໍ້າໃຫ້ຍືນຍົງ ກໍ່ໄດ້ຕອບສະໜອງພໍ່ແມ່ພັນປາໃຫ້ແກ່ຂະບວນການດັ່ງກ່າວ ກ່າວ 500 ໂຕໃນນັ້ນມີ ປາເຄິງ, ປາກົດເຫລືອງ, ປາເໜັ້ນ, ປາແກງ ແລະ ປາກ. ນອກນີ້ຍັງມີແຜນໃນການຜະລິດປາໃນປີນີ້ເພື່ອຕອບສະໜອງໃຫ້ແກ່ ສັງຄົມກວ່າ 2,500,000 ໂຕ ແຍກເປັນລູກພັນປາ 300,000 ໂຕ