National Agriculture and Forestry Research Institute

ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ

ການປ່ຽນແປງດິນຟ້າອາກາດ ເປັນສາເຫດເຮັດໃຫ້ເກີດຄວາມບໍ່ປົກກະຕິ ຂອງລະດູການ, ເກີດຄວາມແຫ້ງແລ້ງ ແລະ ນໍ້າຖ້ວມທີ່ມີຄວາມຮຸນແຮງ, ມີຄວາມຖີ່ຫຼາຍກວ່າເກົ່າ. ນອກນັ້ນ, ຍັງເຮັດໃຫ້ເກີດການລະບາດຂອງພະຍາດ ແລະ ແມງໄມ້ສັດຕູພືດ ເຊິ່ງສະພາບດັ່ງກ່າວເປັນເຫດເຮັດໃຫ້ການຜະລິດພືດຜັກ ມີຜົນກະທົບໂດຍທາງກົງ ແລະ ທາງອ້ອມ ໃນດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດ, ປະເທດລາວເປັນປະເທດໜຶ່ງທີ່ນອນຢູ່ໃນບັນດາປະເທດທີ່ມີຄວາມສຽງຕໍ່ການປ່ຽນແປງດິນຟ້າອາກາດ, ລະບົບການຜະລິດກະສິກຳຍັງເປັນແບບທຳມະຊາດ ແລະ ເຄິ່ງທຳມະຊາດ ທີ່ປະລິມານ ແລະ ຄຸນນະພາບ ຂອງຜົນຜະລິດແມ່ນຂຶ້ນກັບສະພາບອາກາດທີ່ເໝາະສົມໃນແຕ່ລະດູການ. ເພື່ອເປັນການແກ້ໄຂບັນຫາການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການເປັນອີກທາງເລືອກໜຶ່ງໃນການແກ້ໄຂ ແລະ ປັບໂຕຕໍ່ສະພາບການປ່ຽນແປງດິນຟ້າອາກາດ ເພື່ອຮັບປະກັນທາງດ້ານສະບຽງອາຫານ ແລະ ການຜະລິດໃຫ້ເປັນສິນຄ້າ. ສະນັ້ນ, ໃນລະຫວ່າງວັນທີ 13-17 ກັນຍາ 2021 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການ ADRA ໄດ້ເປີດການຝຶກອົບຮົມ ໃນຫົວຂໍ້ ການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນແປງດິນຟ້າອາກາດ ຂຶ້ນຢູທີ່ສະໂມສອນ ຫ້ອງວ່າການເມືອງພູກູດ ແຂວງຊຽງຂວາງ ເຊິ່ງມີຜູ້ເຂົ້າຮ່ວມການຝຶກອົບຮົມ ທັງໝົດ ຈໍານວນ 26 ທ່ານ, ຍິງ 11 ທ່ານ. […]