National Agriculture and Forestry Research Institute

ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ

ກອງປະຊຸມເປີດໂຄງການ “ພັດທະນາຄວາມສາມາດໃນລະບົບກະສິກຳຮ່ວມສຳພັນ: ການຜັນຂະຫຍາຍກອບເວທີກະສິກໍາເຂດຮ້ອນ” Developing Capacities in Agricultural Innovation Systems (DCAIS): Scaling-up Tropical Agriculture Platform Framework (TAP-AIS), TAP-FAO DeSIRA (GCP/GLO/017/EC), ເຊິ່ງສະໜັບສະໜູນໃຫ້ ການຈັດຕັ້ງປະຕິບັດແຜນງານ Tropical Agriculture Platform (TAP) Action Plan 2018-2021, ໄດ້ຈັດ ຂຶ້້ນໃນວັນທີ 20 ພະຈິກ ປີ 2020 ທີໂຮງແຮມ ຄຮາວພລາຊ່າ, ນະຄອນຫຼວງວຽງຈັນ. ໂຄງການ TAP-AIS ເປັນໂຄງການລະດັບໂລກ ແມ່ນສະໜັບສະໜູນນະວັດຕະກໍາກະສິກໍາ ເພື່ອເພີ້ມປະສິດທິພາບ, ສາມາດແຂ່ງຂັນ, ມີຄວາມທົນທານຕໍ່ເຫດ ການທີ່ເກີດຂື້ນຢ່າງກະທັນຫັນ ຫຼື ຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ປະກອບສ່ວນເຂົ້າ ໃນການຄໍ້າປະກັນສະບຽງ ອາຫານ ແລະ ໂພສະນາການ, ການພັດທະນາເສດຖະກິດ ຫຼືທ […]