National Agriculture and Forestry Research Institute

ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ

ກອງປະຊຸມຂະແໜງການຍ່ອຍວຽກງານ ຊີວະນາໆພັນກະສິກຳໄດ້ຈັດຂຶ້ນທີ່ ສະໂມສອນສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໃນວັນທີ 03 ກໍລະກົດ 2020, ໂດຍການເປັນປະທານຂອງທ່ານ ປອ. ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຈັນທະລາດ ພົງມາລາ ຜູ້ຕາງໜ້າຈາກອົງການ FAO, ພ້ອມດ້ວຍບັນດາແຂກທີ່ຖືກເຊີນຈາກກົມຕ່າງໆອ້ອມຂ້າງ, ຜູ້ຕາງໜ້າຈາກບັນດາອົງກອນພາກລັດ, ເອກະຊົນ ຜູ້ປະກອບການ ອົງການຈັດຕັ້ງທາງສັງຄົມ ທີ່ກ່ຽວຂ້ອງ ກັບວຽກງານບັນດາຜະລິດຕະພັນຊີວະນາໆພັນ ກະສິກຳ ຈຳນວນທັງໝົດ 67 ທ່ານ. ການຈັດກອງປະຊຸມຄັ້ງນີ້ກໍ່ເພື່ອເປັນການທົບທວນ ແລະ ສ້າງຄວາມເຂົ້າໃຈເພີ່ມເຕີມກ່ຽວກັບ ວຽກງານທາງດ້ານນະໂຍບາຍກະສິກຳສີຂຽວແບບຍືນຍົງ ທີ່ກຳລັງຮ່ວມກັນຈາກຫຼາຍພາກສ່ວນເພື່ອເປັນການປັບປຸ່ງແຜນວຽກງານດັ່ງກ່າວມີຄວາມສົມບູນ ແລະ ຄົບຖ້ວນຂຶ້ນກວ່າເກົ່າ. ມີການນຳສະເໜີຈາກປະສົບການ ບົດຮຽນຈາກບັນດາໂຄງການ ບໍລິສັດ ຜູ້ປະກອບການ ກຸ່ມຊາວກະສິກອນ ເພື່ອມາແລກປ່ຽນບົດຮຽນ ເພື່ອໃຫ້ເຫັນຂອດສະດວກ ຄວາມຫຍຸ້ງຍາກ ຈົນໄປຮອດ ທ່າແຮງ ແລະ ໂອກາດ ຂອງວຽກງານຕ໋ອງໂສ້ການຜະລິດ ຂອງຜະລິດຕະພັນສິນຄ້າຊີວະນາໆພັນກະສິກຳ […]

ກອງປະຊຸມທົບທວນຈັດຕັ້ງປະຕິບັດໂຄງການຕາບີ 10 ປີ ໃນ 3 ແຂວງພາກເໜືອ

ໂຄງການພັດທະນາລະບົບນິເວດຊີວະນາໆພັນ ກະສິກຳຢູ່ເຂດພູດອຍ ຫຼື ໂຄງການຕາບີ (TABI) ຈັດກອງປະຊຸມທົບທວນການຈັດຕັ້ງໂຄງການປະຕິບັດຕາບີ 10 ປີ ເລີ່ມປີ 2009-2020 ແລະ ເຊື່ອມໂຍງໃນຕໍ່ໜ້າ ຈັດຂຶ້ນຢູ່ 3 ແຂວງເປົ້າໝາຍພາກເໜືອຄື: ແຂວງ ຊຽງຂວາງ, ຫົວພັນ ແລະ ຫຼວງພະບາງ ແຕ່ວັນທີ 23 ກຸມພາ ຫາ 6 ມີນາ 2020. ແຂວງ ຊຽງຂວາງ ຈັດຂຶ້ນທີ່ພັດທະຄານນົກນາງແອນ ບ້ານ ໂພນສະຫວັນ ແຂວງ ຊຽງຂວາງໃນວັນທີ່ 28 ກຸມພາ 2020, ໃຫ້ກຽດເປັນປະທານ ແລະ ປະທານຮ່ວມກອງປະຊູມ ໂດຍ ທ່ານ ສົມສະຫມອນ ພາລີຈັນ ຮອງຫົວຫນ້າ ພະແນກກະສິກຳແລະ ປ່າໄມ້ແຂວງຊຽງຂວາງ, ທ່ານ ດຣ ຈັນສະຫມອນ ພົງອຸດົມ ຮອງຫົວຫນ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ […]