National Agriculture and Forestry Research Institute

ຄະນະ ຊປປລ ຮາກຖານ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບ ຊປປລ ຮາກຖານຫ້ອງການກະຊວງກະສິກຳ ແລະ ປ່າໄມ້ສ້າງຂະບວນການສຳມະນາແລກປ່ຽນບົດຮຽນດ້ານວິຊາການຢູ່ສູນພັດທະນາ ແລະ ບໍລິການດ້ານການກະເສດ

ຂະບວນການສຳມະນາແລກປ່ຽນບົດຮຽນດ້ານວິຊາການລະຫວ່າງ ຄະນະ ຊປປລ ຮາກຖານສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຊປປລ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ – ຫ້ວຍຊົ້ວໄດ້ຈັດຂື້ນໃນວັນທີ 15 ກໍລະກົດ 2020 ທີ່ຫ້ອງປະຊຸມສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ – ຫ້ວຍຊົ້ວ ໃນເວລາ 13:00 ໂມງ. ໂດຍການເປັນປະທານຂອງ ສະຫາຍ. ບຸນຈັນ ກົມບຸນຍະສິດ ຮອງເລຂາຄະນະບໍລິຫານງານ ຊປປລ ກະຊວງກະສິກຳ ແລະ ປ່າໄມ້, ສະຫາຍ. ມະໂນລັກ ບຸນສີຫາລາດ ເລຂາ ຄະນະ ຊປປລ ຮາກຖານສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສະຫາຍ. ວົງສະຫວັນ ວົງໄກສອນ ເລຂາ ຄະນະ ຊປປລ ຮາກຖານຫ້ອງການກະຊວງກະສິກຳ ແລະ ປ່າໄມ້. ນອກນັ້ນຍັງມີບັນດາສະຫາຍເລຂາ, […]