National Agriculture and Forestry Research Institute

ກອງປະຊຸມສໍາມະນາກ່ຽວກັບການຄຸ້ມຄອງແນວພັນພືດ, ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ໃນວັນທີ 14 ພະຈິກ 2020

ກອງປະຊຸມສໍາມະນາກ່ຽວກັບການຄຸ້ມຄອງແນວພັນພືດ, ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ໄດ້ຈັດຂື້ນ ເລີ່ມ ຕອນເຊົ້າຂອງວັນທີ 14 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ລີນຄໍາ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ເປັນປະທານຮ່ວມຂອງທ່ານ ນາງ ບຣຸດສ ບຸສ ຕາງ ໜ້າ ອົງການOXFAM ປະຈຳ ສປປ ລາວ, ທ່ານ ປອ. ນາງ ໃຈ ບຸນພະນຸໄຊ ຫົວໜ້າ NAFRI ແລະ ທ່ານ ສົມຫວັງ ພັນທະວົງ ຮອງຫົວໜ້າ ກົມປູກຝັງ. ໃນກອງປະຊຸມສໍາມະນາກ່ຽວກັບການຄຸ້ມຄອງແນວພັນພືດ ຄັ້ງນີ້ມີແຂກເຂົ້າຮ່ວມຫລາຍກວ່າ 230 ກວ່າທ່ານ ເຊີ່ງມາຈາກ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, […]