National Agriculture and Forestry Research Institute

ກອງປະຊຸມປືກສາຫາລື ແລະ ນໍາສະເໜີແຜນວຽກໂຄງການສຶກສາວິທີການປັບປຸງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນຂອງສັດນໍ້າຢູ່ເຂດພູດອຍຢູ່ເມືອງຈອມເພັດ ແລະ ເມືອງຊຽງເງີນ ແຂວງຫລວງພະບາງ

ໃນລະຫວ່າງວັນທີ 28-29/07/2021 ໄດ້ມີການຈັດກອງປະຊຸມປືກສາຫາລື ແລະ ນໍາສະເໜີແຜນວຽກໂຄງການສຶກສາວິທີການປັບປຸງແຫລ່ງທີ່ຢູ່ອາໄສ ແລະ ຂະຫຍາຍພັນຂອງສັດນໍ້າຢູ່ເຂດພູດອຍຢູ່ເມືອງຈອມເພັດ ແລະ ເມືອງຊຽງເງີນ ແຂວງຫລວງພະບາງ ເຊິ່ງໄດ້ຈັດຢູ່ 2 ບ່ອນ ວັນທີ 28/07/2021 ຢູ່ຫ້ອງປະຊຸມບ້ານຊໍາອໍ້ ເມືອງຈອມເພັດ ພາຍໃຕ້ການເປັນປະທານຂອງທ່ານ ສອນເພັດ ພົງສຸທິ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຈອມເພັດ ຊື່ງມີຜູ້ເຂົາຮ່ວມທັງໝົດ 35 ທ່ານ ຍີງ 13 ທ່ານ ແລະ 29/07/2021 ຢູ່ຫ້ອງປະຊຸມສູນຄົ້ນຄວ້າກະສິກໍາພາກເໜືອຫ້ວຍໂຄດ ເມືອງຊຽງເງີນ ໂດຍການເປັນປະທານຂອງທ່ານ ປອ ບູນທັນ ແກ້ວບົວລະພາ ຫົວໜ້າສູນຄົ້ນຄວ້າກະສິກໍາພາກເໜືອຫ້ວຍໂຄດ ຊື່ງມີຜູ້ເຂົາຮ່ວມທັງໝົດ 29 ທ່ານ ຍີງ 11 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປືກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງການສຶກສາ ທີ່ໄດ້ຈັດຕັ້ງປະຕິ ບັດຢູ່ 2 ຈຸດຢູ່ແຂວງຫຼວງພະບາງຄືື: ຢູ່ບ້ານຊໍາອໍ້ ເມືອງຈອມເພັດ ແລະ ຢູ່ບ້ານຫ້ວຍໂຄດ ເມືອງຊຽງເງີນ ແຂວງຫຼວງພະບາງ ນອກນັ້ນກໍເປັນການເຜີຍແຜ່ […]