National Agriculture and Forestry Research Institute

ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020

ກອງປະຊຸມສະຫຼອງຜົນສຳເລັດ 10 ປີ (2009-2020) ຂອງໂຄງການພັດທະນາລະບົບນິເວດຊີວະນາໆພັນເຂດພູດອຍ (TABI) ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ກັນຍາ 2020 ທີ່ໂຮງແຮງຄຣາວພາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ລິນຄຳ ດວງສະຫວັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄຣິສຕຽນ ແອງເກີ ຮອງຜູ້ອຳນວນການອົງການເພື່ອການພັດທະນາ ແລະ ຮ່ວມມືປະເທດສະວິດປະຈຳລາວ ພ້ອມດ້ວຍຄະນະຊີ້ນຳໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ປອ ລິນຄຳ ດວງສະຫວັນ ໄດ້ກ່າວວ່າ: ໂຄງການ TABI ແມ່ນໜຶ່ງໃນໂຄງການຮ່ວມມືທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດສະວິດ ເພື່ອດຳເນີນວຽກງານພັດທະນາ ແລະ ຟື້ນຟູຊີວະນາໆພັນກະສິກຳໃຫ້ມີຄວາມອຸດົມສົມບູນ ແບບຍືນຍົງ ປະກອບສ່ວນເຂົ້າໃນການລຶບລ້າງຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າໃນເຂດພູດອຍ ມີຄວາມສຳຄັນຕໍ່ກັບການຜັນຂະຫຍາຍຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນງານຂອງລັດຖະບານ ທີ່ແນໃສ່ການປົກປັກຮັກສາຟື້ນຟູຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນຊີວະນາໆພັນກະສິກຳທີ່ເປັນທ່າແຮງ ແລະ ແລະ ເອກະລັກທ້ອງຖິ່ນໃຫ້ມີຄວາມຍືນຍົງໃນແຂວງຈຸດສຸມເປົ້າໝາຍຄື: ແຂວງຫຼວງພະບາງ, ຊຽງຂວາງ, ຫົວພັນ […]