National Agriculture and Forestry Research Institute

ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020

ໃນລະຫວ່າງວັນທີ 24 ພະຈິກ 2020 ທີ່ຜ່ານມານີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມວິຊາການປະຈໍາປີ 2016-2020, ໂດຍການເປັນປະທານ ຂອງທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 23 ທ່ານ, ມາຈາກຫຼາຍພາກສ່ວນ ເຊັ່ນ: ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສູນຄົ້ນຄວ້າພືດເສດຖະກິດ, ສູນຄົ້ນຄວ້າກະສິກໍາຕໍ່ກັບການປ່ຽນແປງດິນຟ້າອາກາດ ແລະ ພະແນກແຜນການ ແລະ ການຮ່ວມມືສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຈຸດປະສົງ ຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອ: 1). ເພື່ອເປີດໂອກາດໃຫ້ບັນດານັກວິຊາການຂອງຂະແໜງຕ່າງໆ ພາຍໃນສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ມີໂອກາດໃນການນໍາສະເໜີຜົນສໍາເລັດຂອງການຄົ້ນຄວ້າໃນໄລຍະຜ່ານມາ, 2). ເພື່ອເປັນການປັບປຸງ ແລະ ຍົກລະດັບຂີດຄວາມຮູ້ຄວາມສາມາດທາງດ້ານວິຊາການໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຂຶ້ນກວ່າເກົ່າ, 3). ເພື່ອເປັນການເຜີຍແຜ່ ແລະ […]