National Agriculture and Forestry Research Institute

ກອງປະຊຸມປະເມີນຜົນການຄົ້ນຄວ້າປະຈຳປີ 2021 ພາຍໃຕ້ການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້, ແລະ ພັດທະນາຊົນນະບົດ (NAFRI)

: ໃນຕອນບ່າຍຂອງວັນທີ 25 ພະຈິກ 2021, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໄດ້ຈັດກອງປະຊຸມປະເມີນຜົນການຄົ້ນຄວ້າ ພາຍໃຕ້ການຮ່ມມື ລະຫວ່າງ ສູນຄົ້ນຄວ້າ ກະສິກຳສາກົນ ແຫ່ງປະເທດ ສ.ເກົາຫຼີ (ໂຄເປຍ) ແລະ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ປະຈຳປີ 2021.ໃຫ້ກຽດເປັນປະທານໂດຍ ທ່ານ ປອ ຈັນສະໝອນ ພົງອຸດົມ, ຮອງຫົວໜ້າ ສກປພ ແລະ ທ່ານ ຊິນ ຈາງໂຫ (Shin Chang Ho), ຜູ້ອຳນວຍການສູນ ໂຄເປຍ ປະຈຳ ສປປລາວ. ມີ ນັກຄົ້ນຄວ້າຈາກ ສກປພ, ຜູ້ຈັດຕັ້ງປະຕິບັດໂຄງການ, ພະນັກງານສູນ ໂຄເປຍ ປະະຈໍາລາວ, ແລະ ຄະນະຊີ້ນຳໂຄງການ ເຊິ່ງເປັນຄະນະກຳມະກອນປະເມີນເຂົ້າຮ່ວມທັງໝົດ 27 ທ່ານ (ຍິງ7ທ່ານ):. […]