National Agriculture and Forestry Research Institute

ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ

ກອງປະຊຸມຂະແໜງການຍ່ອຍວຽກງານ ຊີວະນາໆພັນກະສິກຳໄດ້ຈັດຂຶ້ນທີ່ ສະໂມສອນສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໃນວັນທີ 03 ກໍລະກົດ 2020, ໂດຍການເປັນປະທານຂອງທ່ານ ປອ. ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຈັນທະລາດ ພົງມາລາ ຜູ້ຕາງໜ້າຈາກອົງການ FAO, ພ້ອມດ້ວຍບັນດາແຂກທີ່ຖືກເຊີນຈາກກົມຕ່າງໆອ້ອມຂ້າງ, ຜູ້ຕາງໜ້າຈາກບັນດາອົງກອນພາກລັດ, ເອກະຊົນ ຜູ້ປະກອບການ ອົງການຈັດຕັ້ງທາງສັງຄົມ ທີ່ກ່ຽວຂ້ອງ ກັບວຽກງານບັນດາຜະລິດຕະພັນຊີວະນາໆພັນ ກະສິກຳ ຈຳນວນທັງໝົດ 67 ທ່ານ. ການຈັດກອງປະຊຸມຄັ້ງນີ້ກໍ່ເພື່ອເປັນການທົບທວນ ແລະ ສ້າງຄວາມເຂົ້າໃຈເພີ່ມເຕີມກ່ຽວກັບ ວຽກງານທາງດ້ານນະໂຍບາຍກະສິກຳສີຂຽວແບບຍືນຍົງ ທີ່ກຳລັງຮ່ວມກັນຈາກຫຼາຍພາກສ່ວນເພື່ອເປັນການປັບປຸ່ງແຜນວຽກງານດັ່ງກ່າວມີຄວາມສົມບູນ ແລະ ຄົບຖ້ວນຂຶ້ນກວ່າເກົ່າ. ມີການນຳສະເໜີຈາກປະສົບການ ບົດຮຽນຈາກບັນດາໂຄງການ ບໍລິສັດ ຜູ້ປະກອບການ ກຸ່ມຊາວກະສິກອນ ເພື່ອມາແລກປ່ຽນບົດຮຽນ ເພື່ອໃຫ້ເຫັນຂອດສະດວກ ຄວາມຫຍຸ້ງຍາກ ຈົນໄປຮອດ ທ່າແຮງ ແລະ ໂອກາດ ຂອງວຽກງານຕ໋ອງໂສ້ການຜະລິດ ຂອງຜະລິດຕະພັນສິນຄ້າຊີວະນາໆພັນກະສິກຳ […]