ຂະບວນການປູກຕົ້ນໄມ້ຕ້ອນຮັບວັນເດັກນ້ອຍສາກົນ ແລະ ການຢ້ຽມຊົມກິດຈະກຳຂອງໂຄງການ AFACI
ເພື່ອຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນວັນທີ 1 ມິຖຸນາ 2020 ທີ່ຈະມາເຖິງນີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຈັັດຂະບວນການປູກຕົ້ນໄມ້ຂຶ້ນທີ່ ສູນຄົ້ນຄວ້າພືດຜັກແລະ ໄມ້ໃຫ້ໝາກໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2020 ໂດຍການເປັນປະທານຂອງທ່ານ ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ໄປ່ໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ປອ ບຸນຖອງ ບົວຫອມ ທີ່ປຶກສາ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍ ຫົວໜ້າສູນ, ພະນັກງານ, ຊາວໜຸ່ມ,ເຍົາວະຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ເຊິງໃນການປູກຕົ້ນໄມ້ກໍມີນ້ອງນ້ອຍເຍົາວະຊົນມາຮ່ວມປູກນຳ ແລະ ທ່ານ ປອ ໃຈ ບຸນພະນຸໄຊ ໄດ້ມອບຂອງຂວັນໃຫ້ເດັກນ້ອຍເພື່ອຕ້ອນຮັບວັນເດັກນ້ອຍສາກົນທີ່ຈະມາເຖິງນີ້ພ້ອມ. ຫຼັງຈາກປູກຕົ້ນໄມ້ສຳເລັດແລ້ວ ກໍ່ໄດ້ມີການຢ້ຽມຢາມກິດຈະກຳຂອງໂຄງການ AFACI ເປັນຕົ້ນແມ່ນ ການຢ້ຽມຊົມເຮືອນອົບກ້ວຍ ແລະ ສວນໝາກເລັ່ນເປັນຕົ້ນ.






Users Today : 1166
Users Yesterday : 2737
This Month : 1166
This Year : 1166
Total Users : 709156