National Agriculture and Forestry Research Institute

ການທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ພາກສະໜາມຂອງນັກຮຽນຈາກໂຮງຮຽນ ຮາກແກ້ວ

ໃນຕອນເຊົ້າຂອງວັນທີ 29/3/2024  ທີ່ຜ່ານມານີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ໄດ້ຮັບກຽດຕ້ອນຮັບອາຈານ ແລະ ນັກຮຽນຈາກໂຮງຮຽນ ຮາກແກ້ວ ຈໍານວນ 40 ຄົນ ທີ່ລົງມາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນພາກສະໜາມ ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ ຂອງທ່ານ ໄພທູນ ມູນເສນາ ຮອງຫົວໜ້າສູນ ຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມດ້ວຍນັກວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຈໍານວນໜຶ່ງທີ່ເຂົ້າຮ່ວມ. ຈຸດປະສົງ: 1). ເພື່ອແລກປ່ຽນ ແລະ ຖ່າຍທອດບົດຮຽນ ທາງດ້ານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງໂດຍສະເພາະການຄົ້ນຄວ້າທາງດ້ານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງການຜະລິດພືດຜັກ ແລະ ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ ການທັດສະນະສຶກສາ ແລະ ແລກປ່ຽນບົດຮຽນພາກສະໜາມ ຂອງນັກຮຽນຈາກໂຮງຮຽນ ຮາກແກ້ວ ໃນຄັ້ງນີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເລີ່ມລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດ ການຄົ້ນຄວ້າທົດລອງ ແລະ ພັດທະນາຂອງສູນ ເຊັ່ນ: ການຄົ້ນຄວ້າທາງດ້ານເຕັກນິກການປູກ, ການຄົ້ນຄວ້າທາງດ້ານແນວພັນ ,ການປ້ອງກັນພືດ […]

ການທັດສະນະສືກສາຂອງສະມາຄົມ67 ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບການປູກມອນລ້ຽງມ້ອນ

ໃນຕອນເຊົ້າຂອງວັນທີ 28 ມີຖຸນາ 2024 ທີ່ຜ່ານມານີ້ ທີ່ສູນຄົ້ນຄວ້າພຶດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ໄດ້ເປັນກຽດຕ້ອນຮັບການມາຢ້ຽມເຢືອນທັດສະນະສືກສາ ຂອງສະມາຄົມ67 ຈຳນວນ 11ທ່ານ ຍິງ 6ທ່ານ ເພື່ອຖອດຖອນ ແລະ ແລກປ່ຽນບົດຮຽນ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ໄພທູນ ມູນເສນາ ຮອງຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມດ້ວຍນັກວິຊາການຂອງສູນຄົ້ນຄວ້າພຶດຜັກ ແລະ ໄມ້ໃຫ້ໝາກ ໂດຍສະເພາະ ແມ່ນກຸ່ມວຽກຄົ້ນຄວ້າໄມ້ໃຫ້ໝາກ-ມອນມ້ອນ  ພ້ອມດ້ວຍວິຊາການໃນກຸ່ມວຽກຈຳນວນໜຶ່ງເຂົ້າຮ່ວມ ຈຸດປະສົງ: 1). ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບການປູກມອນລ້ຽງມ້ອນ ໂດຍສະເພາະແມ່ນເຕັກນິກການວິທີກ້າແກ່ນມອນ.        ການທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ຂອງສະມາຄົມ67 ໃນຄັ້ງນີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເລີ່ມລາຍງານສະພາບລວມຂອງສູນ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງຂອງສູນເຊັ່ນ: ການຄົ້ນຄວ້າທາງດ້ານເຕັກນິກການປູກ, ການຄົ້ນຄວ້າທາງດ້ານແນວພັນ ແລະ ການຂະຫຍາຍພັນພືດຜັກ ແລະ […]

ການສະໜັບສະໜູນອະປະກອນໃນການກໍ່ສ້າງເຮືອນຮົ່ມໃຫ້ກັບບ້ານຕົວແບບໃນການຜະລິດພືດຜັກເປັນສິນຄ້າ ໃນແຂວງວຽງຈັນ ແລະ ແຂວງຫຼວງພະບາງ

ຂຽນໂດຍ:   ຕີ ວິໄລພັນ ເບີໂທລະສັບ: 020 58837887, ອີເມວ: teevlp@yahoo.com, teevlphhrc@gmail.com ຂະແໜງງານຄົ້ນຄວ້າພືດຜັກ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິງຂື້ນສະຖາບັນຄົ້ນຄວ້າກະສິກຳ, ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ          ມີບົດບາດ​ເປັນໜ່ວຍວິຊາ​ການ ​ເຮັດໜ້າທີ່​ຄົ້ນຄວ້າທາງດ້ານ​ແນວ​ພັນ, ​ເຕັກນິກ​ການປູ ແລະ ຂະຫຍາຍພັນ​ພືດ​ຜັກ ແລະ ໄມ້ໃຫ້ໝາກ, ຄົ້ນຄວ້າເຕັກນິກຫຼັງການເກັບກ່ຽວ, IPM, ເພື່ອເປັນການຜັນຂະຫຍາຍແຜນດໍາເນີນງານ ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ທີ່ຕິພັນກັບວຽກກະສິກໍາ ເປັນຕົ້ນແມ່ນ (1) ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ເພື່ອທົດແທນການນໍາເຂົ້າ ທັງຫຼຸດຜ່ອນການໄຫຼອອກເງິນຕາໄປຕ່າງປະເທດ  (2) ສຸມໃສ່ການຊຸກຍູ້ການຜະລິດກະສິກໍາຕິດພັນກັບການປຸງແຕ່ງເປັນສິນຄ້າ ເພື່ອສົ່ງອອກໄປຕ່າງປະເທດ ນໍາເອົາເງິນຕາເຂົ້າມາໃຫ້ຫຼາຍຂຶ້ນ.  ເຊີ່ງທາງສູນໄດ້ມີໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ ສປປ ລາວ(AFACI_Breeding) ປະເທດເກົາຫຼີ ໃນການພັດທະນາເຕັກນິກ ແລະ ແນວພັນໃໝ່ຂອງ ໝາກເຜັດ ແລະ ແລະ ໝາກເລັ່ນ ທີ່ເໝາະສົມກັບສະພາບແວດລ້ອມໃນແຕ່ລະທ້ອງຖີ່ນລາວ ເພື່ອສະໜັບສະໜູນເຂົ້າໃນການຜະລິດເປັນສິນຄ້າ, ໃນເດືອນມີນາ […]

ກອງປະຊຸມສໍາມະນາລະດັບພາກພື້ນກ່ຽວກັບ ການຮ່ວມມືດ້ານກະສິກໍາຈາກພາກລັດ-ເອກະຊົນ (Agri-PPP)ໂຄງການເຄືອຂ່າຍຄັງປັນຍາດ້ານນະໂຍບາຍກະສິກໍາ ແລະ ການພັດທະນາຊົນນະບົດ ຂອງປະເທດພາກພື້ນແມ່ນໍ້າຂອງ(NARDT)

ໃນວັນທີ 15 ມີນາ 2024 ທີ່ຜ່ານມາ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມ ສໍາມະນາລະດັບພາກພື້ນກ່ຽວກັບ ການຮ່ວມມືດ້ານກະສິກໍາຈາກພາກລັດ-ເອກະຊົນ (Agri-PPP)ໂຄງການເຄືອຂ່າຍຄັງປັນຍາດ້ານນະໂຍບາຍກະສິກໍາ ແລະ ການພັດທະນາຊົນນະບົດ ຂອງປະເທດພາກພື້ນແມ່ນໍ້າຂອງ (NARDT), ຢູ່ທີ່ຫ້ອງປະຊຸມໂຮງແຮມ ສຸພັດຕາ ນະຄອນຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ຈັນສະໝອນ ພົງອຸດົມ, ຄະນະກໍາມະການຊີ້ນໍາໂຄງການ NARDT, ທ່ານ ປອ ສຸລາພອນ ອິນທະວົງ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ສຸລິວັນ ພັດຕິວົງ ຫົວໜ້າ ປະສານງານໂຄງການ IFAD ລະດັບປະເທດ, ທ່ານ ມາກ ດູບົວ (Mr. Mark Dubois) ຜູ້ຕາງໜ້າຂອງ IWMI ແລະ ຫົວໜ້າລະບົບນໍ້າຂອງ ເຄືອຂ່າຍ […]

ກອງປະຊຸມໂຄງການຄົ້ນຄວ້າແນວພັນເຂົ້າ ເພື່ອຜະລິດສຳລັບ ຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າ ແລະວາງແຜນປັບປຸງຕາງໜ່າງການຄົ້ນຄວ້າ ຂອງສະຖາບັນຄົ້ນຄວ້າກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ

ໃນວັນທີ 7 ມີນາ 2024 ຢູ່ທີ ສູນຄົ້ນຄວ້າກະສິກຳ ຫຼວງນໍ້າທາ ທີຂື້ນກັບ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ຈັດກອງປະຊຸມ ຂອງໂຄງການຄົ້ນຄວ້າແນວພັນເຂົ້າ ເພື່ອຜະລິດສຳລັບ ຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າ ແລະວາງແຜນປັບປຸງຕາງໜ່າງການຄົ້ນຄວ້າ ຂອງສະຖາບັນຄົ້ນຄວ້າກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ, ຈຸດປະສົງຂອງກອງປະຊຸມ ກໍ່ເພື່ອເປັນການຍົກລະດັບ ແລະ ປັບປຸງວຽກງານການຄົ້ນຄວ້າແນວພັນເພືອຕອບສະໜອງໃຫ້ແກ່ ການຄໍ້າປະກັນສະບ່ຽງອາຫານ ແລະກ້າວໄປສູ່ການຜະລິດເປັນສິນຄ້າ, ໃນນີ້້ ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະພັດທະນາຊົນນະບົດ ໂດຍການສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານ ຈາກ ແຜນງານກະສິກຳ ສາກົນປະຈຳລາວ ແຫ່ງປະເທດເກົາຫຼີ (KOPIA) ໄດ້ຮ່ວມກັນຈັດຕັ້ງປະຕິບັດ ໂຄງການຄົ້ນຄວ້າແນວພັນເຂົ້າເພື່ອຄໍ້າປະກັນສະບ່ຽງອາຫານ ແລະ ເປັນສິນຄ້າ ຊຶງຜ່ານມາໃນໄລຍະເວລາ 3ປີ ສາມາດປັບປຸງແນວພັນເຂົ້າໃຫມ່ (ຫຼວງນໍ້າທາ 2) ອອກສູ່ສັງຄົມ ຊຶງເປັນແນວພັນທີທີຄຸນລະສະນະສະເພາະ ແລະ ສາມາດປັບຕົວຕໍ່ກັບການປ່ຽນແປງຂອງສະພາບດີນຟ້າອາກາດ. ກອງປະຊຸມດັ່ງກ່າວ ໄດ້ມີການຕິລາຄາຜົນງານ ແລະ […]

ການຢ້ຽມຢາມສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຂອງທ່ານທູດເກົາຫຼີ

ໃນຕອນບ່າຍຂອງວັນທີ 19/02/2024 ທີ່ຜ່ານມານີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ໄດ້ຮັບກຽດຕ້ອນຮັບ ທ່ານ ທູດເກົາຫຼີ ພ້ອມດ້ວຍທີມງານ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 11 ທ່ານ ການລົງມາຢ້ຽມຢາມ ແລະ ຕິດຕາມກິດຈະກໍາຂອງ (ສຜໝ) ທີ່ມີການຮ່ວມມືກັບ ສ.ເກົາຫຼີ ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ ຂອງທ່ານ ປ.ອ ເພັດມະນີແສງ ຊ້າງໄຊຍະສານ ຮອງຫົວໜ້າ ສະຖາບັນກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ປ.ອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມດ້ວຍນັກວິຊາການຂອງ (ສຜໝ) ຈໍານວນໜຶ່ງເຂົ້າຮ່ວມ. ຈຸດປະສົງ: 1). ເພື່ອຕິດຕາມທາງດ້ານຜົນສໍາເລັດຂອງການຮ່ວມມືລະຫວ່າງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ກັບ ສ.ເກົາຫຼີ ໂດຍສະເພາະແມ່ນກິດຈະກໍາຂອງໂຄງການ KOPIA, AFACI, KRC […]

ພິທີເຊັນສັນຍາຮ່ວມມື ( MOA ) ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ ແສງຮົ່ມໂພໂຮມດິ້ງ ນຳເຂົ້າ-ສົ່ງອອກ ຈຳກັດຜູ້ດຽວ

ບໍລິສັດ ແສງຮົ່ມໂພໂຮນດິ້ງ ນຳເຂົ້າ-ສົງອອກ ຈໍາກັດ ຜູ້ດຽວ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ, ໃນໂຄງການເສັ້ນທາງສາຍໄໝເພື່ອຫຼຸດຜ່ອນຄວາມທຸກຍາກ,ໂດຍມີການແນໃສ່ການຄົ້ນຄວ້າ ແລະ ສົ່ງເສີມການນໍາໃຊ້ ທາງດ້ານຊີວະນານາພັນ ແລະ ພັດທະນາເຕັກນິກທາງດ້ານການຜະລິດ ຂອງພືດຜັກ,ໄມ້ໃຫ້ໝາກ ແລະ ການປູກມອນ-ລ້ຽງມ້ອນໃນຂົງເຂດພາຍໃນປະເທດ,ທີ່ກວມລວມເອົາຢູ່ 6 ແຂວງເປົ້າໝາຍໃນເບື້ອງຕົ້ນຂອງບໍລິສັດທີ່ມີໄວ້ແລ້ວ,ນອກຈາກນີ້ທາງໂຄງການຍັງຈະໄດ້ຈັດຕັ້ງປະຕິບັດ ພັດທະນາທາງດ້ານເຕັກນິກການປູກ, ເຕັກນິກການຂະຫຍາຍພັນການລ້ຽງມ້ອນຕະຫຼອດຮອດການເຮັດວຽກຮ່ວມກັນໃນຫຼາຍດ້ານກໍ່ຄື: ວຽກງານການຄົ້ນຄວ້າທາງດ້ານເຕັກນິກການປູກ ພືດຜັກ ແລະ ໄມ້ໃຫ້ໝາກ ແລະ ການປູກມອນ-ລ້ຽງມ້ອນ, ວຽກງານດ້ານການສ້າງຄວາມເຂັ້ມແຂງໃຫ້ກັບປະຊາຊົນໃນຂອບເຂດຂອງໂຄງການວຽກງານດ້ານການພັດທະນາຊັບພະຍາກອນມະນຸດ,ຕອບສະໜອງທາງດ້ານແນວພັນ ແລະ ອຸປະກອນເຂົ້າໃນການປູກພືດຜັກ,ໄມ້ໃຫ້ໝາກ ແລະ ການປູກມອນ-ລ້ຽງມ້ອນຈຳນວນໜື່ງ, ວຽກງານ ທາງດ້ານການຕະຫຼາດ, ການຜະລິດທີ່ຕິດພັນກັບການຕະຫຼາດໂດຍຜ່ານການເຮັດສັ້ນຍາ ສອງສົ້ນ ລະຫວ່າງຜູ້ຜະລິດ ແລະ ບໍລິສັດເພື່ອຄ້ຳປະກັນທາງດ້ານການ ຜະລິດ ແລະ ການເກັບຊື້ຜະລິດຕະພັນກະສິກຳທີ່ໄດ້ຈາກການຜະລິດຂອງປະຊາຊົນທີ່ນອນຢູ່ໃນໂຄງການ ຫຼື ຜູ້ທີ່ສົນໃຈ, ວຽກງານດ້ານການພັດທະນາໂຄງລ່າງພື້ນຖານ ແລະ ລະດັບການສຶກສາ,ຕະຫຼອດຮອດການສ້ອມແປງໂຮງຮຽນ, ສ້ອມແປງຖະໜົນຫົນທາງ,ສ້ອມແປງນ້ຳປະປາໃນກຸ່ມບ້ານທີ່ນອນໃນຂອບເຂດໂຄງການ,ພັດທະນາດ້ານສຸຂະພາບຂອງປະຊາຊົນໂດຍສະເພາະກຸ່ມບ້ານທີ່ເຂົ້າຮ່ວມໂຄງການ, ເພື່ອເຮັດໃຫ້ວຽກງານດັ່ງກ່າວນຳໄປສົ່ງຕໍ່ໃຫ້ກັບຊາວສວນຜູ້ທີ່ສົນໃຈ ແລະ ຜູ້ທີ່ຮ່ວມໂຄງການໄດ້ມີວຽກເຮັດງານທຳທີ່ສາມາດມີລາຍຮັບກຸ້ມຕົນເອງໃນຊີວິດການເປັນຢູ່ໃນແຕ່ລະຄອບຄົວອີກດ້ວຍ. ຈຸດປະສົງ: ສັນຍາຮ່ວມມື ເພື່ອສໍາຫຼວດພື້ນທີ່ຕົວຈິງ ແລະ ກຸ່ມບ້ານເປົ້າໝາຍເຂົ້າໃນການຄົ້ນຄວ້າ ແລະ […]

ການສໍາຫຼວດ ແລະ ເກັບຕົວຢ່າງຂອງແນວພັນ ໝາກເຜັດ, ໝາກເລັ່ນ ແລະ ຜັກບົ່ວພື້ນເມືອງລາວ ໃນແຂວງຫົວພັນ

ໃນປະຈຸບັນແນວພັນໝາກເຜັດ ແລະ ເລັ່ນພື້ນເມືອງຂອງລາວແມ່ນນັບມື້ນັບຫຼຸດລົງ ອັນເນື່ອງມາຈາກຫຼາຍປັດໃຈທີ່ເປັນສາເຫດ ເປັນຕົ້ນ ການນໍາໃຊ້ແນວພັນໃໝ່, ການຄ້າ ແລະ ການຕະຫຼາດ, ການປ່ຽນແປງດິນຟ້າອາກາດ, ການຈູດປາ, ການຈັດສັນທີ່ດິນ, ທີ່ມີຜົນເຮັດໃຫ້ແນວພັນພື້ນເມືອງມີການສູນເສຍພັນທຸກໍາ. ປະເທດລາວເປັນປະເທດໜຶ່ງທີ່ມີຄວາມຫຼາກຫຼາຍທາງດ້ານແນວພັນພືດຜັກ, ເຊິ່ງຈະສັງເກດເຫັນໄດ້ຈາກຕະຫຼາດໃນຊຸມຊົນ, ທ້ອງຖິ່ນ ແລະ ຄວາມຫຼາຍຫຼາຍຂອງພືດຜັກທີ່ປູກຕາມສວນຄົວໃນເຂດຊົນນະບົດຂອງລາວ, ປະເທດລາວເຮົາເປັນປະເທດທີມີຄວາມຫຼາກຫຼາຍທາງດ້ານພັນທຸກໍາຂອງພືດຜັກ, ແຕ່ການຈໍາແນກ ແລະ ການນໍາໃຊ້ຍັງມີໜ້ອຍຫຼາຍ, ໃນປະຈຸບັນຊາວກະສິກອນສວນໃຫ່ຍໄດ້ຫັນມາຜະລິດກະສິກໍາຫຼາຍຂື້ນ ແລະ ຫັນໄປນໍາໃຊ້ແນວພັນ ໃໝ່ຈາກຕະຫຼາດ, ແນວພັນການຄ້າທີ່ນໍເຂົ້າຈາກຕ່າງປະເທດ ແລະ ໄດ້ປະຖີ້ມແນວພັນພຶ້ນເມືອງ, ເຊີ່ງເຮັດໃຫ້ສູນເສຍແຫຼ່ງພັນທຸກໍາໄປໃນໂຕ, ເພື່ອປ້ອງກັນການສູນເສຍດັງກ່າວພວກເຮົາຕ້ອງໄດ້ສໍາຫຼວດ, ເຕົ້າໂຮມ ແລະ ອະນຸລັກແນວພັນພື້ນເມືອງໄວ້ໃນທະນາຄານເຊື້ອພັນພືດຜັກຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ດັັ່ງນັ້ນ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຮ່ວມມືກັບໂຄງການ ພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ໃນອາຊີ (AFACI_Breeding) ເພື່ອເຕົ້າໂຮມ ແລະ ອະນຸລັກໄວ້ໃນທະນາຄານເຊື້ອພັນຂອງລາວໃຫ້ມີຄວາມຍືນຍົງ, ການລົງສໍາຫຼວດ ແລະ ເກັບຕົວຢ່າງໃນຄັ້ງນີ້ແມ່ນແນໃສ່ 3 ຊະນິດພືດຜັກເຊັ້ນ: ໝາກເຜັດ, ໝາກເລັ່ນ ແລະ ຜັກບົ່ວພັນພື້ນເມືອງລາວ […]

ການລົງຕິດຕາມການຈັດຕັ້ງປະຕິບັດໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກ (AFACI_Breeding)

ໃນລະຫວ່າງວັນທີ 8-9 ມັງກອນ 2024 ທາງຄະນະຮັບຜິດຊອບໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກ (AFACI_breeding) ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ຜູ້ປະສານງານໂຄງການ ຈາກສູນຄົ້ນຄວ້າພືດຜັກໂລກ ໄຕ ຫວັນ ໄດ້ລົງຕິດຕາມການດໍາເນີນການຈັດຕັ້ງປະຕິບັດໂຄງການໃນໄລຍະ 1 ປີຜ່ານມາ ແລະ ວາງແຜນໃນຕໍ່ໜ້າ 2024 ແລະ ການລົງຢ້ຽມຍາມກິດຈະກໍາການສຶກສາລັກສະນະປະຈໍາພັນ ແລະ ການຈໍາແນກພັນຂອງໝາກເຜັດ ແລະ ໝາກເລັ່ນພື້ນ ຢູ່ພື້ນທີ່ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ພື້ນທີ່ໂຕແບບການນໍາໃຊ້ແນວພັນ ແລະ ເຕັກນິກອັນໃໝ່ທາງດ້ານພືດຜັກ ຢູ່ກຸ່ມບ້ານຊາຍຟອງເໜືອ ແລະ ກຸ່ມບ້ານຫາດກັນຊາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ໃນໄລຍະ 1 ປີຜ່ານມາ ຂອງໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກ AFACI_Breeding ໄດ້ຈັດຕັ້ງປະຕິບັດສາເລັດ 5 ກິດຈະກໍາຫຼັກ ເຊັ່ນ: (1). ການສໍາຫຼວດແລະເຕົ້າໂຮມແນວພັນ, ສາມາດເຕົ້າໂຮມແນວພັນໝາກເຜັດ, ໝາກເລັ່ນ ແລະ ແນວພັນຜັກບົ່ວ ໄດ້ທັງໝົດ ຈໍານວນ […]

ກອງ​ປະ​ຊຸມປຶກສາຫາລື ດ້ານຊີວະນາໆພັນ ໃນຂະແໜງ ກະສິກຳແບບຍືນຍົງ

ໃນລະຫວ່າງວັນທີ 5-6 ທັນວາ 2023 ທີ່ຜ່ານມາ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (Food and Agriculture Organization of the United Nation) ໄດ້ຈັດກອງປະຊຸມກອງ​ປະ​ຊຸມປຶກສາຫາລື ດ້ານຊີວະນາໆພັນ ໃນຂະແໜງ ກະສິກຳແບບຍືນຍົງຂຶ້ນ ທີ ໂຮງແຮມ ລາວວີວ, ນະຄອນໄກສອນ, ສະຫວັນນະເຂດ. ໂດຍການເປັນປະທານຂອງທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄຳແສງ ສໍພາບມີໄຊ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ສະຫວັນນະເຂດ ແລະ ທ່ານ ປອ ໂອໄລວັນ ສິງວິໄລ ຜູ້ປະສານງານໂຄງການ ອົງການອາຫານ ແລະ […]