National Agriculture and Forestry Research Institute

img_809272410025_1143286482541797_5693568849857740800_n

ງານວາງສະແດງສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ໄດ້ຈັດຂື້ນ ລະຫວ່າງວັນທີ 15 – 19 ຕຸລາ 2019 ທີ່ສູນການຄ້າລາວ – ໄອເຕັກ. ພາຍໃຕ້ຄໍາຂັວນ “ການກະທຳຂອງພວກເຮົາ ຄືອານາຄົດຂອງພວກເຮົາ, ສົ່ງເສີມການກິນອາຫານທີ່ດີ ມີຄຸນຄ່າຕໍ່ສຸຂະພາບ ເພື່ອການລຶບລ້າງຄວາມອຶດຫີວໃນໂລກ” ໂດຍການເປັນເຈົ້າພາບລະຫວ່າງກະຊວງກະສິກຳ ແລະ ປ່າໄມ້, ອົງການອາຫານ ແລະ ການກະເສດ ແລະ ອົງການພັດທະນາ ແຫ່ງສະຫະປະຊາຊາດ. ໃຫ້ກຽດເປັນປະທານເປີດງານໂດຍ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. ໂດຍມິບັນດາພະລັງມວນຊົນເຂົ້າຮ່ວມງານໃນຄັ້ງນີ້ປະກອບມີ: ເອກະຄັກຄະລັດຖະທູດ, ທູຕານຸທູດ, ຄູ່ຮ່ວມພັດທະນາ, ບັນດາກົມທີ່ຂື້ນກັບກະຊວງກະສິກຳ ແລະ ປ່າໄມ້, ບັນດາໂຄງການ, ອົງການຕ່າງໆ ແລະ ຜູ້ປະກອບການທາງດ້ານກະສິກຳ ແລະ ປ່າໄມ້. ງານວັນອາຫານໂລກປີນີ້ແມ່ນສຸມໃສ່ອາຫານທີ່ດີຕໍ່ສຸຂະພາບ, ການລຶບລ້າງໄພອຶດຫີວແມ່ນບູລິມະສິດອັນສຳຄັນຂອງອົງການອາຫານ ແລະ ການກະສເດ, ແຕ່ວ່າຕ້ອງໄດ້ແນໃສ່ແກ້ໄຂບັນຫາການຂາດສານອາຫານໃນທຸກຮູບແບບ. ຈາກຂໍ້ມູນຫຼ້າສຸດໄດ້ສະແດງໃຫ້ເຫັນວ່າການຂາດສານອາຫານແມ່ນກຳລັງເພີ່ມຂື້ນໃນທຸກພາກພື້ນ ແລະ ທຸກກຸ່ມຄົນ. ວັນອາຫານໂລກ 2019 ໄດ້ຮຽກຮ້ອງໃຫ້ເກີດມີຄວາມພະຍາຍາມເພື່ອຈະເຮັດໃຫ້ທຸກຄົນສາມາດເຂົ້າເຖີງອາຫານທີ່ດີຕໍ່ສຸຂະພາບໄດ້ຢ່າງຢືນຍົງ. ເພື່ອບັນລຸໄດ້ຄືແນວນັ້ນການຮ່ວມງານຂອງທມຸກພາກສ່ວນແມ່ນເປັນພື້ນຖານອັນສຳຄັນ, ລັດຖະບານ, ນັກຄົ້ນຄວ້າ, ຊາວກະສິກອນ, ພາກເອກະຊົນ ແລະ ຜູ້ບໍລິໂພກທຸກຄົນແມ່ນຕ້ອງມີສ່ວນຮ່ວມ.

ການຈັດງານດັ່ງກ່າວນີ້ແມ່ນໄດ້ດຳເນີນຢູ່ໃນເງື່ອນໄຂທີ່ບັນດາປະເທດ ແລະ ປະເທດເຮົາກໍ່ໄດ້ຮັບຜົນກະທົບຈາກໄພທຳມະຊາດເປັນຕົ້ນແມ່ນ: ໄພນ້ຳຖ້ວມບັນດາແຂວງພາກກາງ ແລະ ພາກໃຕ້, ການລະບາດຂອງຝູງບົ້ງສາລີ ແລະ ໄພແລ້ງຢູ່ພາກເໜືອ,ການລະບາດຂອງພະຍາດອະຫິວາໝູອາຟຣິກາ ຢູ່ຫຼາຍແຂວງໃນຂອບເຂດທົ່ວປະທດ. ເພື່ອເປັນການທົດແທນຜົນເສຍຫາຍໃນລະດູຝົນປີນີ້ ແລະ ມີສ່ວນແຮໄວ້ເປັນສະບຽງພາຍໃນ ແລະ ຂາຍເປັນສິນຄ້າ, ຂະແໜງກະສິກຳ ແລະ ປ່າໄມ້ ບົນພື້ນຖານຄວາມເປັນເອກະພາບກັບທ້ອງຖິ່ນໃນທົ່ວປະເທດ ໄດ້ວາງຄາດໝາຍສູ້ຊົນສູງກວ່າທຸກປີ ຄື:
– ນາແຊງ ໃຫ້ໄດ້ 100.000 ເຮັກຕາ
– ຜະລິດເຂົ້ານາປີ 2020 ໃຫ້ໄດ້ 870.000 ເຮັກຕາ
– ຜົນຜະລິດເຂົ້າທັງໝົດ ໃຫ້ໄດ້ 4 ລ້ານໂຕນ
– ປູກພືດເປັນສິນຄ້າໃຫ້ໄດ້ 384.300 ເຮັກຕາ
– ສະໜອງຊີ້ນ, ໄຂ່ ແລະ ປາ ໃຫ້ໄດ້ສະເລ່ຍ ການບໍລິໂພກ 65 ກິໂລກຼາມ/ຄົນ/ປີ ໃນປີ 2020.

ຄາດໝາຍທີ່ທົ່ວປະເທດຕ້ອງສູ້ຊົນແມ່ນສຸມໃສ່ການຜະລິດກະສິກຳ ແລະ ປ່າໄມ້ ຟື້ນຟູຊີວິດການເປັນຢູ່ຂອງປະຊົາຊົນໃຫ້ກັບເຂົ້າສູ່ສະພາບປົກກະຕິໂດຍໄວເປັນຕົ້ນແມ່ນການຕອບສະໜອງສະບຽງອາຫານຢ່າງພຽງພໍໃຫ້ທົ່ວປະເທດ, ເຂດທີ່ຖືກຜົນກະທົບ, ເຂດນ້ຳຖ້ວມຂັງ ແລະ ເຂດຕົວເມືອງໃຫຍ່. ສົມທົບແໜ້ນການຍູ້ແຮງການຜະລິດສິນຄ້າໃຫ້ແກ່ການບໍລິໂພກພາຍໃນເປັນວັດຖຸດິບ ແລະ ສົ່ງອອກຢ່າງແຂງແຮງ. ວຽກຈຸດສຸມປີ 2020 ຈະສຸມໃສ່ການຜະລິດເຂົ້າໃນເຂດທີ່ມີເງື່ອນໄຂ, ຜະລິດພືດຜັກ, ທາດຊີ້ນ. ດ້ວຍການຊຸກຍູ້ຂະບວນການຂອງປະຊາຊົນ, ຊາວກະສິກອນ, ວິສະຫະກິດກະສິກຳ, ຜູ້ປະກອບການ, ຟາມຕ່າງໆ ເປັນຜູ້ເຮັດຢ່າງເປັນຂະບວນການ ໂດຍມີການຈັດຕັ້ງທີ່ດີຈາກອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ.
ເພື່ອເປັນການຜັນຂະຫຍາຍ ແລະ ໂຄສະນາຜົນງານຂອງວຽກງານການຄົ້ນຄວ້າກະສິກຳ ແລະ ປ່າໄມ້ ໃຫ້ສັງຄົມໄດ້ຮັບຮູ້. ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ນຳເອົາຜົນງານເຂົ້າຮ່ວມງານວາງສະແດງດັ່ງກ່າວເຊັ່ນ: ບັນດາສື່ສິ່ງພີມຕ່າງໆ ທີ່ກ່ຽວຂ້ອງກັບການຜະລິດກະສິກຳ ແລະ ປ່າໄມ້, ບັນດາແນວພັນສັດ: ງົວພັນປັບປຸງ, ໄກ່ລາຍໜອງແຕ່ງ, ຊະນິດພັນປາ…ແນວພັນພືດປະກອບມີ: ເຂົ້າເຊບັ້ງໄຟ, ເຂົ້າທ່າດອກຄຳ ແລະ ແນວພັນໄມ້ໃຫ້ໝາກຊະນິດອຶ່ນໆ.ຕະຫຼອດໄລຍະການຈັດງານເຫັນວ່າຜູ້ເຂົ້າຮ່ວມແມ່ນໃຫ້ຄວາມສົນໃຈກ່ຽວກັບບັນດາແນວພັນຕ່າງໆເຊັ່ນ: ແນວພັນປາ, ແນວພັນກົບ, ແນວພັນໄກ່, ແນວພັນຜັກ ແລະ ບັນດາສື່ສິ່ງພີມກ່ຽວກັບເຕັກນິກການຜະລິດກະສິກຳ ແລະ ປ່າໄມ້ ເພື່ອໄປນຳໃຊ້ເຂົ້າໃນວຽກງານການຜະລິດຂອງເຂົາເຈົ້າ.
ຊື່ງຜົນງານການຄົ້ນຄວ້າທີເຫັນໄດ້ວ່າເປັນແນວພັນທີສາມາດຕອບສະໜອງ ແລະ ນຳໃຊ້ເຂົ້າໃນວຽງານດັ່ງກ່າວບໍ່ວ່າຈະເປັນການນຳໃຊ້ແນວພັນກະສິກໍາເພື່ອທົດແທນການຜະລິດ ຫຼື ການນຳໃຊ້ແນວພັນເພື່ອການກອບກູ້ໄພພິບັດຈາກທຳມະຊາດ ແລະ ຊື່ງປະຈຸບັນກໍໄດ້ມີແນວພັນເຂົ້າທີສາມາດທົນຕໍ່ສະພາບນໍ້າຖ້ວມ ແລະ ແຫ້ງແລງເຫຼົ່ານີ້ເປັນຕົ້ນ

72490137_1085478214992902_2577210278609420288_n72474087_1087393068134750_542128849618468864_n

ຂາວໂດຍ: ສຸລິວົງ ກອງມະນີວົງ

ກວດແກ້: ມະໂນລັກ ບຸນສີຫາລາດ