National Agriculture and Forestry Research Institute

img_3821 img_3832

ກວ່າ 16 ປີ ຂອງການແລກປ່ຽນ ແລະ ການຮ່ວມມື ທາງດ້ານການພັດທະນາວຽກງານການຄົ້ນຄວ້າກະສກຳ ແລະ ປ່າໄມ້ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ແລະພັດທະນາ ຊົນນະບົດແລະມະຫາວິທະຍາໄລ ນາໂກຢາ ປະເທດຢີປຸ່ນທີໄດ້ສ້າງຜົນງານຂອງການຮ່ວມມືແລະແລກປ່ຽນຊຶງກັນແລະກັນ. ບໍ່ວ່າຈະເປັນການນຳເອົາຜົນຂອງການຄົ້ນຄວ້າທົດລອງ ມາແລກປ່ຽນປະສົບການຜ່ານການປະຊຸມສຳມະນາຕ່າງ ຈົນໄປຮອດການສ້າງບຸກຄະລາກອນທາງດ້ານການຄົ້ນຄວ້າສະເພາະດ້ານ ຊຶງຜ່ານມາ ກໍ່ໄດ້ມີພະນັກງານຂອງທາງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈົບການສືກສາຂັ້ນປະລິນຍາເອກ ຈາກມະຫາວິທະຍາໄລດັ່ງກ່າວ 2 ຄົນ ແລະ ກຳລັງສືບຕໍ່ຍົກລະດັບການສຶກສາ ປະລິນຍາເອກ ແບບຮຽນທາງໄກ ອີກ 3 ຄົນແລະສືບຕໍ່ຂະຫຍາຍສູ່ພາກສ່ວນອືນທີກ່ຽວຂ້ອງອີກດ້ວຍ. ສະນັ້ນ ໃນວັນທີ 14 ມັງກອນ 2019 ໄດ້ມີພິທີເຊັ່ນຂໍ້ຕົກລົງ ແລະ ບົດບັນທຶກຄວາມເຂົ້າໃຈ ຂອງທັງສອງສະຖາບັນ ຂື້ນທີ ສຳນັກ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຂຶ່ນ ໂດຍການເຂົ້າຮ່ວມໃນພິທີໃນຄັ້ງນີ້ຈາກ ທ່ານ ປອ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວເາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຕ່າງໜ້າຈາກທາງ ມະຫາວິທະຍາໄລນາໂກຢາ ແລະ ທີມງານ ແມ່ນ ທ່ານ ສາດສະດາຈານ ປອ ກາໂຊຮິໂຕະ ກາວາກິຕະ ຄະນະບໍດີ ຂອງ ໂຮງຮຽນວິທະຍາສາດກະສິກຳ ແລະ ທ່ານ ສາດສະດາຈານ ປອ ໂຄຮີນ ໂອກະໂມໂຕະ ຄະນະບໍດີ ໂຮງຮຽນ ການສຶກສາທາງດ້ານສິ່ງແວດລ້ອມ ຊຶງການເຊັ່ນບົດບັນທຶກ ແລະ ຂໍ້ຕົົກລົງດັ່ງກ່າວກໍ່ແມ່ນ ເພື່ອເຮັດໃຫ້ການຮ່ວມມື ແລະ ການແລກປ່ຽນ ທາງດ້ານການຄົ້ນຄວ້າກະສິກຳ ແລະ ປ່າໄມ້ລະຫວ່າງສອງສະຖາບັນໄດ້ມີແນວທາງ ແລະ ກອບແຜນງານໃນການເຮັດວຽກໃຫ້ມີຄວາມລຶກຊຶງ ແລະ ລົງເລີກ ກ້າວໄປສູ່ການສ້າງແຜນໂຄງການຮ່ວມມືດ້ານການຄົ້ນຄວ້າຮ່ວມກັນໃຫ້ຫຼາຍຂື້ນ ແລະ ຜັນຂະຫຍາຍລົງສູ່ວຽກງານອັນລະອຽດກວ່າເກົ່າ.