National Agriculture and Forestry Research Institute

img_0758 img_0759

ໃນລະຫວ່າງວັນທີ 8-12 ຕຸລາ 2018 ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມການຄຸ້ມຄອງ ແລະ ນຳໃຊ້ເວັບໄຊ໌ ໃຫ້ແກ່ພະນັກງານພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ຜູ້ທີ່ຮັບຜິດຊອບໃນວຽກງານການຄຸ້ມຄອງ ແລະ ບໍລິຫານເວັບໄຊ໌ ເຊິ່ງມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 4 ທ່ານ ໃນການຝຶກອົບຮົມການຄຸ້ມຄອງ ແລະ ນຳໃຊ້ເວັບໄຊ໌ຄັ້ງນີ້ແມ່ນ ເພື່ອແນໃສ່ໃຫ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ມີລະບົບການຄຸ້ມຄອງ, ບໍລິຫານເວັບໄຊ໌ເປັນມາດຕະຖານ ແລະ ເຮັດໃຫ້ພະນັກງານວິຊາການຜູ້ຮັບຜິດຊອບວຽກງານດັ່ງກ່າວ ສາມາດຄຸ້ມຄອງ, ພັດທະນາເນື້ອຫາຂໍ້ມູນຂ່າວສານຂອງກະຊວງ ທີ່ຕ້ອງການນຳຂຶ້ນສູ່ເວັບໄຊໃນການເຜີຍແຜ່ຂໍ້ມູນຂ່າວສານໃຫ້ມີຄວາມສະດວກວອງໄວ ແລະ ເຮັດໃຫ້ເວັບໄຊ ພະແນກມີການແລກປ່ຽນຂໍ້ມູນຂ່າວສານທັງພາຍໃນ ແລະ ພາຍນອກ ແລະ ອັບເດດຂ່າວຢ່າງເປັນສະໝຳສະເໝີ, ພ້ອມກັນນີ້ກໍ່ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະແນກຕໍ່ກັບທາງດ້ານການພັດທະນາຂໍ້ມູນຂ່າວສານ ໃຫ້ມີຫຼາຍຮູບແບບຂອງການເຜີຍແຜ່ໂຄສະນາ ໃນການຈັດການຂໍ້ມູນເນື້ອຫາໃນເວັບໄຊໃນຂັ້ນພື້ນຖານ.
ໃນການຈັດຝຶກອົບຮົມ ການຈັດການຂໍ້ມູນເທິງເວັບໄຊ໌ ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ໂດຍໃຊ້ລະບົບ CMS ໃນການຈັດການ ໃນຄັ້ງນີ້ແມ່ນໄດ້ນຳໃຊ້ທິດສະດີ ແລະ ປະກອບການເຮັດໂຕຈິງໄປພ້ອມ ຫຼັງຈາກສຳເດັດການຝຶກອົບຮົມເຫັນໃດ້ວ່າ ນັກສຳມະນາກອນ ສາມາດຄຸ້ມຄອງ, ບໍລິຫານຈັດການ ແລະ ພັດທະນາເນືອຫາຂໍ້ມູນຂ່າວສານ ພະແນກຂອງຕົນໄດ້ ໃນການເຜີຍແຜ່ຂໍ້ມູນຂ່າວສານອອກສູ່ສັງຄົມ.

ທີ່ຢູ່ເວັບໄຊຂອງພະແນກ: http://pafohp.maf.gov.la