National Agriculture and Forestry Research Institute

img_0698img_0717

ໃນວັນທີ່ 10 ຫາ 14 ກັນຍາ 2018 ຢູ່ທີຫ້ອງປະຊຸມ ໂຮງແຮມ ວັນຊະນະ ລີເວີຊາຍ ສູນຄົ້ນຄວ້າປ່າໄມ້ ກໍຄືສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ເປີດກອງປະຊຸມ ລິເລີ່ມໂຄງການ ອະນຸລັກພັນຖຸກຳຕະກຸນໄມ້ຂະຍຸງ ເພື່ອປັບປຸງຊີວິດການເປັນຢູ່ໃນເຂດແມ່ນ້ຳຂອງ “Conserving Rosewood genetic diversity for resilient livelihoods in the Mekong” ໃຫ້ກຽດເປັນປະທານໂດຍທ່ານ ປອ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ່າກະສິກຳ ແລະ ພັດທະນາຊົນນະບົດ. ທ່ານ H.E. Mr Hugh EVANS ເອກອັກຄະລັດຖະທູດອັງກິດປະຈຳລາວ. ທ່ານ Dr. David Boshier ຫົວຫນ້າໂຄງການ ແລະ ມີຜູ້ແທນຈາກ ສສ ຫວຽດນາມ, ກຳປູເຈຍ, ໄທ ແລະ ບັນດາຊ່ຽວຊານຈາກມະຫາລິທະຍາໄລ ອອກຟອດ ປະເທດອັງກິດ ແລະ ກົມອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ເຂົ້້າຮ່ວມຢ່າງພ້ອມພຽງ.

ສູນຄົ້ນຄວ້າປ່າໄມ້ ກໍຄືສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮັບການອະນຸມັດຈາກລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ (ຂໍ້ຕົກລົງສະບັບເລກທີ 2078/ກປ ລົງວັນທີ 07 ກັນຍາ 2018) ວ່າດ້ວຍການອະນຸມັດ ການຈັດກອງປະຊຸມລິເລີ່ມໂຄງການ “Conserving Rosewood genetic diversity for resilient livelihoods in the Mekong”; ໃນນາມທີ່ ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈະເປັນຄູ່ຮ່ວມຈັດຕັ້ງປະຕິບັດໂຄງການ ແລະ ຈະໄດ້ຈັດຕັ້ງປະຕິບັດຮ່ວມກັບບັນດາສະມາຊິກປະເທດອື່ນໆຄື: ສສ ຫວຽດນາມ, ກຳປູເຈຍ, ໄທ ແລະ ບັນດາຊ່ຽວຊານຈາກມະຫາລິທະຍາໄລ ອອກຟອດ ປະເທດອັງກິດ ເປັນເວລາ 2.5 ປີ ຄືແຕ່ປີ 2018 ຫາ 2021.

ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນ ເພື່ອ:

ກອງປະຊຸມດັ່ງກ່າວໄດ້ມີການປະຊຸມສະເພາະດ້ານກ່ຽວກັບການຈັດຕັ້ງປະຕິບັດໂຄງການ ຈໍານວນ 3 ວັນ ແລະ ລົງຢ້ຽມຢາມພື້ນທີ່ສວນປູກລວມພັນໄມ້ຂະຍຸງ ທີ່ສູນຄົ້ນຄວ້າປ່າໄມ້ 1 ວັນ ແລະ 1 ວັນ ແມ່ນຈັດປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດໂຄງການ ເພື່ອໃຫ້ໂຄງການອື່ນໆ ແລະ ອົງການຈັດຕັ້ງອື່ນໆ ທີ່ກໍາລັງຈັດຕັ້ງປະຕິບັດກິດຈະກໍາ ທີ່ຄ້າຍຄືກັນໄດ້ເຂົ້າໃຈ ແລະ ສາມາດແລກປ່ຽນບົດຮຽນນໍາກັນໄດ້.

ໂຄງການດັ່ງກ່າວແມ່ນຈັດຕັ້ງປະຕິບັດຜ່ານເຄືອຂ່າຍອະນຸລັກພັນທຸກໍາປ່າໄມ້ອາຊີປາຊີຟິກ ແລະ ໄດ້ຮັບທືນສະໜັບສະໜູນໂດຍ ອົງການ Darwin Initiative ປະເທດອັງກິດ ແລະ ພາກວິຊາວິທະຍາສາດພືດ ມະຫາວິທະຍາໄລອອກຟອດ ເປັນຫົວໜ້າໂຄງການ.