National Agriculture and Forestry Research Institute

20180619

ໃນລະຫວ່າງວັນທີ 19-20 ມີຖຸນາ 2018 ທາງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບໂຄງການການພັດທະນາບຸກຄະລາກອນ ທາງດ້ານການປັບປຸງພັນ, ການທົດສອບ ແລະ ຄັດເລືອກແນວພັນພືດຜັກ ທີ່ສາມາດຈະເລີນເຕີບໂຕໃນສະພາບການປ່ຽນແປງດິນຟ້າອາກາດໃນ ສປປ ລາວ (KOPIA) ໄດ້ນໍາເອົາແນວພັນໃໝ່ ຂອງພືດຜັກ ທີ່ສາມາດໃຫ້ຜົນຜະລີດສູງ ທີ່ຜ່ານການສຶກສາ ແລະ ຄັດເລືອກແນວພັນຜັກໂດຍ ສູນຄົ້ນຄ້ວາພືດຜັກ ແລະ ໄມ້ໃຫ້ໝາກ, ການນໍາແນວພັນໃໝ່ໄປທົດສອບທີ່ແຂວງ ຫຼວງພະບາງໃນຄັ້ງນີ້ ເຊີ່ງໃຫ້ກຽດຕອນຮັບທີມງານໂດຍ ທ່ານ ໄຊຍະພັນ ລາສີ ຫົວໜ້າພະແນກກະສິກໍາ ແຂວງ ຫຼວງພະບາງ ແລະ ທ່ານຍັງໄດ້ໃຫ້ທີດຊີ້ນໍາ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ວາງແຜນ ໃນການທົດສອບແນວພັນໃໝ່ຂອງ ຜັກສະຫຼັດ, ໝາກຖົ່ວຟັກຍາວ, ໝາກແຕງ ແລະ   ໝາກເຜັດ ໃນພື້ນທີ່ຊາວກະສິກອນ ທີ່ແຂວງ ຫຼວງພະບາງ.

ຈຸດປະສົງ ຂອງການນໍາເມັດພັນໄປທົດສອບໃນຄັ້ງນີ້ແມ່ນ: 1).ເພື່ອທົດສອບຄວາມເໝາະສົມຂອງແນວພັນໃໝ່ຕໍ່ສະພາບອາກາດ ແລະ ພື້ນທີ່ ຂອງແຂວງຫຼວງພະບາງ, 2). ເພື່ອສໍາຫຼວດພື້ນທີ່ຕົວຈີງຂອງຊາວກະສິກອນໃຫ້ເໝາະສົມກັບການທົດສອບແນວພັນໃໝ່.

ໃນການນໍາເອົາແນວພັນໃໝ່ທາງດ້ານພືດຜັກ ໄປທົດສອບທີ່ແຂວງຫຼວງພະບາງ ໃນຄັ້ງນີ້ແມ່ນໄດ້ນໍາພາໂດຍ ທ່ານ. ປອ ບຸນເນື່ອງ ດວງບຸຜາ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ທ່ານ Dr. Choi YongHwan ຫົວຫ້າສູນ KOPIA Lao center ແລະ ວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ 3 ທ່ານ ທີ່ຊ່ຽວຊານທາງດ້ານການຄົ້ນຄວ້າພືດຜັກ. ການນໍາເອົາແນວພັນໃໝ່ໄປທົດສອບໃນຄັ້ງນີ້ແມ່ນມີຄວາມສໍາຄັນຫຼາຍ ເນື່ອງຈາກວ່າທາງທ່ານ ໄຊຍະພັນ ລາສີ ຫົວໜ້າພະແນກກະສິກໍາ ແຂວງ ຫຼວງພະບາງ ເພີ່ນໄດ້ຍົກໃຫ້ເຫັນບັນຫາ ແລະ ຄວາມສໍາຄັນຂອງການຜະລີດພືດຜັກ ພາຍໃນແຂວງຫຼວງພະບາງ ເພາະວ່າແນວພັນຜັກມີຄວາມສໍາຄັນຫຼາຍໃນການຜະລີດ ເນື່ອງຈາກວ່າການຜະລີດຜັກໃນແຂວງ ຫຼວງພະບາງ ຍັງບໍ່ສາມາດກຸ້ມຕົນເອງທາງດ້ານແນວພັນຜັກ, ຍັງບໍ່ມີເມັດພັນທີ່ມີຄຸນນະພາບ ແລະ ຍັງໄດ້ນໍາເຂົ້າແນວພັນຜັກ ຈາກຕ່າງປະເທດ ແລະ ອີກຢ່າງກໍ່ຄືຜົນຜະລີດຜັກຍັງບໍ່ພຽງພໍຕໍ່ຄວາມຕ້ອງການໃນຊ່ວງລະດູຝົນ ເຮັດໃຫ້ໄດ້ນໍາເຂົ້າຜົນຜະລີດພືດຜັກຈາກບັນດາແຂວງ ອ້ອມຂ້າງ ແລະ ໃນນັ້ນ ທ່ານ ຫົວໜ້າພະແນກກະສິກໍາ ແຂວງ ຫຼວງພະບາງ ຍັງໄດ້ມອບໝາຍວຽກຮ່ວມມືດັ່ງກ່າວນີ້ ໃຫ້ກັບຂະແຂງກະສິກໍາຂອງແຂວງ ຫຼວງພະບາງ ໂດຍສົມທົບກັບເມືອງທີ່ມີທ່າແຮງໃນການຜະລີດພືດຜັກ ເປັນຜູ້ຈັດຕັ້ງປະຕິບັດ ແລະ ລົງສໍາຫຼວດພື້ນທີ່ຂອງຊາວກະສິກອນຕົວຈີ່ງໄປພ້ອມ.

ຜົນໄດ້ຮັບຜ່ານການປຶກສາຫາລື ແລະ ລົງສໍາຫຼວດພື້ນທີ່ຕົວຈີງຂອງຊາວກະສິກອນສາມາດຄັດເລືອກເມືອງ ແລະ ບ້ານ ທີ່ສາມາດເຂົ້າຮວ່ມໃນການທົດສອບແນວພັນໃໝ່ຂອງ ຜັກສະຫຼັດ, ຖົ່ວຟັກຍາວ, ໝາກແຕງ ແລະ    ໝາກເຜັດ ໄດ້ດັ່ງນີ້:

ສາມາດກໍານົດເອົາເມືອງ ຫຼວງພະບາງ ແລະ ສາມາດຄັດເລືອກພື້ນທີ່ຊາວກະສິກອນໄດ້ 3 ບ້ານຄື: ບ້ານ ນາໄຊ, ບ້ານ ຖີ່ນຊົມ ແລະ ບ້ານ ປົ່ງຫວະ ເມືອງ ຫຼວງພະບາງ ແຂວງ ຫຼວງພະບາງ.

ສາມາດກໍານົດເອົາເມືອງ ຊຽງເງີນ ແລະ ສາມາດຄັດເລືອກພື້ນທີ່ຊາວກະສິກອນໄດ້ 3 ບ້ານຄື: ບ້ານ ລອງອໍ, ບ້ານ ສວນຫຼວງ ແລະ ບ້ານ ມຸດ ເມືອງ ຊຽງເງີນ ແຂວງ ຫຼວງພະບາງ.

ພ້ອມກັນນັ້ນຍັງໄດ້ກໍານົດເອົາ ສູນຄົ້ນຄວ້າກະສິກໍາ ເຂດເນີນສູງ ທີ່ຂື້ນກັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນການເຂົ້າຮ່ວມທົດສອບແນວພັນ ຜັກສະຫຼັດ, ຖົ່ວຟັກຍາວ, ໝາກແຕງ ແລະ ໝາກເຜັດ ທີ່ຕັ້ງຢູ່ ເມືອງ ນານ ແຂວງ ຫຼວງພະບາງ.

ບົດຮຽນທີ່ຖອດຖອນໄດ້ຄື: ເຫັນໄດ້ເຖີ່ງຄວາມຄາດແຂນເມັດພັນຜັກທີ່ມີຄຸນນະພາບຂອງຊາວກະສິກອນແລະ ຍັງບໍ່ສາມາດຜະລີດເມັດພັນຜັກໃຫ້ສາມາດກຸ້ມຕົນເອງໄດ້. ໃນນັ້ນການຜະລີດພືດຜັກ ຢູ່ທີ່ແຂວງຫຼວງພະບາງ ແມ່ນມີທາງແຮງໃນການຜະລີດທີ່ດີ ແລະ ພື້ນທີ່ຂອງຊາວກະສິກອນແມ່ນສາມາດຜະລີດພືດຜັກໄດ້ຕະຫຼອດປີ.

20180620 20180621

 

ຮຽບຮຽງໂດຍ: ສັກສະຫຍາມ ພະນົມສຸກ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ