National Agriculture and Forestry Research Institute

1

ໃນລະຫວ່າງວັນທີ 31 ພຶດສະພາ 2018 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການຄົ້ນຄວ້າການຕະຫຼາດ, ການຈັດການຫຼັງເກັບກ່ຽວ ແລະ ຜະລິດພືດຜັກແບບອຸດສາຫະກໍາ (ACIAR) ໄດ້ເປີດຝຶກອົບຮົມໃນຫົວຂໍ້ ການຈັດການປູກພືດຜັກໃນເຮືອນຮົ່ມ, ເຕັກນິກຫຼັງການເກັບກ່ຽວ ແລະ ຄວາມປອດໄພທາງດ້ານຜະລິດຕະພັນຜັກ ຂຶ້ນທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 20 ທ່ານ ຈາກຫຼາຍພາກສ່ວນ ເຊັ່ນ: ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ, ສູນພັດທະນາກະສິກໍາສະອາດ ກົມປູກຝັງ, ຂະແໜງປູກຝັງ ແລະ ຂະແໜງກະສິກອນ ແລະ ພັດທະນາຊົນນະບົດ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫາດຊາຍຟອງ, ເມືອງສີໂຄດ ແລະ ເມືອງໄຊທານີ, ໂຮງຮຽນເຕັກນິກດົງຄໍາຊ້າງ.

ຈຸດປະສົງ ຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເພື່ອ: 1). ເພື່ອປັບປຸງ ແລະ ພັດທະນາຂີດຄວາມສາມາດທາງດ້ານເຕັກນນິກການປູກຜັກນອກລະດູ, ເຕັກນິກຫຼັງການເກັບກຽວ ແລະ ຄວາມປອດໄພທາງດ້ານຜະລິດຕະພັນຜັກໃຫ້ແກ່ພະນັກງານວິຊາການ ແລະ ຊາວກະສິກອນຜູ້ປະຕິບັດໂຕຈິງ. 2). ເພື່ອຖ່າຍທອດຜົນສໍາເລັດຂອງການຄົ້ນຄວ້າດ້ານເຕັກນິກການປູກພືດຜັກໃນລະບົບເຮືອນຮົ່ມໃຫ້ລົງເຖິງພາກສ່ວນທີ່ຈັດຕັ້ງປະຕິບັດໂຕຈິງ.

ການຝຶກອົບຮົມໃນຄັ້ງນີ້ແມ່ນມີຄວາມສໍາຄັນເປັນພິດເສດ ເນືອງຈາກວ່າເປັນການເປີດໃຫ້ມີໂອກາດໃຫ້ມີການຮຽນຮູ້, ການເຜີຍແພ່ ແລະ ຖ່າຍທອດຜົນສໍາເລັດຂອງການຄົ້ນຄວ້າທາງດ້ານເຕັກນິກການຜະລິດ ແລະ ເຕັກນິກຫຼັງການເກັບກ່ຽວທາງດ້ານພືດຜັກ ໃຫ້ລົງຊູ້ພາກສ່ວນທີ່ທໍາການຈັດຕັ້ງປະຕິບັດໂຕຈິງ ແລະ ໃນກອງປະຊຸມຍັງໄດ້ໃຫ້ໂອກາດນັກສໍາມະນາກອນໄດ້ມີໂອກາດສົນທະນາ ແລະ ແລກປ່ຽນບົດຮຽນທາງດ້ານປະສົບການໂຕຈິງໃນພາກສະໜາມ. ການດໍາເນີນການຝຶກອົບຮົມແມ່ນໄດ້ແບ່ງເປັນ 2 ພາກ ເຊັ່ນ: ພາກທິດສະດີ ແລະ ການລົງຢ້ຽຢາມໃນພື້ນທີ່ການຄົ້ນຄວ້າທົດລອງໂຕຈິງ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ມີການປະເມີນຜົນຂອງການດໍາເນີນການຝຶກອົບຮົມ ໂດຍໃຊ້ຮູບແບບການປະເມີນແບບ (ORID) ຊຶ່ງເປັນການປະເມີນຜົນໃນເຊີງຄຸນນະພາບໂດຍໄດ້ເນັ້ນໃສ່ 4 ປະເດັ່ນ ຄື: ຈຸດປະສົງ (Objective), ສິງສະທອນກັບ (Reaction), ຄວາມເຂົ້າໃຈ ແລະ ອະທິບາຍໄດ້ (Interpretive) ແລະ ການນໍາໄປໃຊ້ (Decision) ຮູບຊ້ອນທ້າຍ.

ຜົນໄດ້ຮັບຜ່ານການຝຶກອົບ ໃນໄລຍະ 1 ວັນ ໄດ້ຮຽນຮູ້ກ່ຽວກັບການອອກແບບ ແລະ ການປຸກສ້າງເຮືອນຮົ່ມ, ຜົນໄດ້ຮັບຈາກການປູກພືດຜັກໃນເຮືອນຮົ່ມ, ເຕັກນິກຫຼັງການເກັບກ່ຽວ ແລະ ຄວາມປອດໄພຂອງຜະລິດຕະພັນຜັກ, ນອກຈາກນັ້ນ, ຍັງເຂົ້າໃຈໄດ້ເຖີງພາບການຜະລິດ ແລະ ບັນຫາຂອງການຜະລິດພືດຜັກ ເຊັ່ນ: ສະພາບການປ່ຽນແປງດິນຟ້າອາກາດແມ່ນສົ່ງຜົນໂດຍທາງກົງ ແລະ ທາງອ້ອມຕໍ່ການຜະລິດພືດຜັກເຮັດໃຫ້ການຜະລິດບໍ່ມີປະສິດທິພາບທາງດ້ານປະລິມານ ແລະ ຄຸນນະພາບ ເນືອງຈາກການຜະລິດສ່ວນໃຫ່ຍຂອງຊາວກະສິກອນລາວຍັງເປັນແບບທໍາມະຊາດ ແລະ ເຄິ່ງທໍາມະຊາດ, ການຜະລິດພືດຜັກຂອງຊາວກະສິກອນລາວຍັງມີຕົ້ນທຶນທີ່ຂ້ອນຂ້າງສູງເມື່ອທຽບໃສບັນດາປະເທດອ້ອມຂ້າງ ເຊັ່ນ: ປະເທດໄທ, ຕົ້ນທຶນທີ່ສູງນັ້ນແມ່ນເກີດມາຈາກຄ່າແຮງງານຊຶ່ງກວມເອົາຫຼາຍກວ່າ 50 ເປີເຊັນ ຂອງຕົ້ນທຶນການຜະລິດທັງໝົດ, ບັນຫາດັງກ່າວນີ້ແມ່ນສົງຜົນໃຫ້ການແຂງຂັນທາງດ້ານການຕະຫຼາດຫຼຸດລົງ, ການຈັດການໃນຂະບວນການຫຼັງເກັບກ່ຽວ ຂອງຊາວກະສິກອນແມ່ນຍັງນໍາໃຊ້ເຕັກນິກແບບປະຖົມປະຖານຕາມຄວາມຊິນເຄີຍຊຶ່ງສົງຜົນຕໍ່ປະລິມານ, ຄຸນນະພາບ ແລະ ຄວາມປອດໄພທາງດ້ານຜະລິດຕະພັນພືດຜັກ.

ບົດຮຽນທີ່ຖອດຖອນໄດ້ຄື: ການປູກພືດຜັກໃນລະບົບເຮືອນຮົມ ໂດຍສະເພາະໃນຊ່ວງລະດູຝົນ ຊຶ່ງເປັນທາງເລືອກທີ່ສໍາຄັນໃນການຍົກສູງທາງດ້ານປະລິມານ, ຄຸນນະພາບຂອງຜົນຜະລິດ, ລາຍຮັບຕໍ່ຫົວໜ່ວຍພື້ນທີ່ການປູກ ແລະ ມີຄວາມປອດໄພທາງດ້ານສະບຽງອາຫານທີ່ສູງຂຶ້ນ ແລະ ການຈັດການລະບົບການໃຫ້ນໍ້າເປັນທາງອອກໜຶ່ງທີ່ດີໃນການຫຼຸດຕົ້ນທຶນການຜະລິດໂດຍສະ ເພາະຕົ້ນທຶນທີ່ເກີດຈາກຄ່າແຮງງານການໃຫ້ນໍ້າ, ລະບົບການໃຫ້ນໍ້າແບບສາຍນໍ້າພຸງສາມາດຫຼຸດຕົ້ນທຶນທີ່ເກີດຈາກຄ່າແຮງງານການໃຫ້ນໍ້າໄດ້ເຖິງ 20 ເປີເຊັນ.

ຮຽບຮຽງໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ