National Agriculture and Forestry Research Institute

img_9510photo-on-web-3-930x546

ຊຸມຊົນໃນທົ່ວ ປະເທດລາວ ໄດ້ເກັບ ແລະ ຄຸ້ມຄອງນ້ຳເຜິ້ງປ່າ ຈາກຮັງເຜິ້ງທຳມະຊາດ ຫຼື ຈາກແກັດທີ່ປະໄວ້ຢູ່ໃນປ່າໄມ້ໂດຍຊາວບ້ານ. ນ້ຳເຜີ້ງ ໄດ້ສ້າງລາຍຮັບເພີ້ມໃຫ້ແກ່ຊາວກະສິກອນ ແລະ ໄດ້ມີການນໍາໃຊ້ເປັນຢາພື້ນເມືອງ ແລະ ອາຫານ.ໃນທົ່ວທະວີບເອເຊຍ ນ້ຳເຜີ້ງປ່າ ຖືວ່າເປັນຕົວເລືອກທີມີປະໂຫຍດຫລາຍສຳລັບສຸຂະພາບ ແລະ ທາງການແພດ ເມື່ອປຽບທຽບໃສ່ກັບ ນໍ້າເຜີ້ງທີ່ຜະລິດເພື່ອເປັນສິນຄ້າຈາກການລ້ຽງເຜິ້ງເອົາ.  ນ້ຳເຜີ້ງຍັງປະເພດເປັນຕົວຊີ້ວັດທີ່ສຳຄັນສໍາລັບ ຄວາມອຸດົມສົມບຸນຂອງຊິວະນາໆພັນກະສິກຳ. ໃນພື້ນທີ່ໃດທີ່ມີເຜີ້ງປ່າອາໃສຢູ່ນັ້ນ ມັກເປັນບ່ອນທີ່ມີຄວາມອຸດົມສົມບູນດີ ແລະ ມີຄວາມຫຼາກຫຼາຍທາງດ້ານກະສິກຳ ແລະ ຊີວະນາໆພັນປ່າໄມ້.

ລັດຖະບານລາວ ໄດ້ກໍາໜົດເອົາ ນ້ຳເຜີ້ງ ເປັນຜະລິດຕະພັນເຄື່ອງປ່າຂອງດົງຢ່າງໜຶ່ງ ຊຶ່ງສາມາດສະແດງໃຫ້ເຫັນຢ່າງຈະແຈ້ງເຖິງການຕິດພັນກັນ ລະຫ່ວາງ ຄວາມພະຍາຍາມໃນການອະນຸລັກປ່າໄມ້ ແລະ ສິ່ງແວດລ້ອມ ກັບ ການພັດທະນາຊິວິດການເປັນຢູ່ຂອງຊາວກະສິກອນ. ນ້ຳເຜີ້ງປ່າ ແມ່ນໄດ້ຮັບການສົ່ງເສີມຢູ່ໃນຫລາຍປະເທດເຊັ່ນ: ກຳປູເຈຍ, ຟິລິປິນ, ອິນໂດເນເຊຍ ແລະ ອິນເດຍ. ດັ່ງນັ້ນ, ຈຶ່ງເກີດເປັນຫົວຂໍ້ທີ່ໜ້າສົນໃຈໃນ ທຸລະກິດປ່າໄມ້ຊຸມຊົນ ຂອງ ກຸ່ມອາຊຽນ ຫຼື CFEs ໂດຍຜ່ານ ກຸ່ມດຳເນີນງານ ຂອງອາຊຽນ ດ້ານວຽກງານປ່າໄມ້ຊຸມຊົນ.

ໃນປີ 2017 ໄດ້ມີການສຶກສາດ້ານການຕະຫລາດນໍ້າເຜິ້ງໃນທົ່ວປະເທດ ເພື່ອສ້າງໃຫ້ມີຄວາມເຂົ້າໃຈ ກ່ຽວກັບ ຄວາມເປັນໄປ ແລະ ສິ່ງທ້າທາຍໃນການພັດທະນານ້ຳເຜີ້ງປ່າ ຂອງ ລາວ ເຂົ້າໃຫ້ເປັນຜະລິດຕະພັນທີ່ໄດ້ຮັບຮອງເອົາໃນຂົງເຂດພາກພື້ນ. ໄດ້ເຫັນວ່າ ມັນເປັນທ່າແຮງສູງ ສໍາລັບ ນ້ຳເຜີ້ງປ່າທຳມະຊາດ. ໂດຍລວມແລ້ວ, ນ້ຳເຜີ້ງປ່າ ຂອງ ລາວ ໄດ້ມີລາຄາສຸງກ່ວານ້ຳເຜີ້ງທີ່ຜະລິດເປັນສິນຄ້າຈາກປະເທດເພື່ອນບ້ານໃນພາກພື້ນ ແລະ ເກີດມີຄວາມສົນໃຈນໍ້າເຜິ້ງປ່າຂອງລາວເພີ່ມຂຶ້ນ ຈາກບັນດາບໍລິສັດຢູ່ພາຍໃນ ແລະ ຜູ້ຈັດຊື້ຈາກພາກພື້ນ. ເຊັ່ນດຽວກັນນີ້, ກໍ່ຍັງມີທ່າແຮງຂອງການຜະລິດທີ່ຍັງບໍ່ໄດ້ພຽງພໍເທື່ອ. ຕາມການຄາດຄະເນວ່າ ຈະສາມາດຜະລິດນໍ້າເຜິ້ງປ່າໄດ້ຢ່າງໜ້ອຍ 1.200 ໂຕນ ຢູ່ໃນພື້ນທີ່ປ່າປ້ອງກັນ ຂອງ ສ.ປ.ປ. ລາວ ເປັນມູນຄ່າ 5.19 ລ້ານໂດລາໃນລະດັບທ້ອງຖິ່ນ. ໃນປະຈຸບັນ ໄດ້ມີການຄາດຄະເນວ່າ ມີພຽງ 20 ຫາ 30 ໂຕນ ເທົ່ານັ້ນ ທີ່ຜະລິດໄດ້ໃນແຕ່ລະປີ.

ກອງປະຊຸມ ກ່ຽວກັບ ນ້ຳເຜິ້ງປ່າ ຂອງ ລາວ ຜະລິດຕະພັນເອກະລັກທ້ອງຖິ່ນ ທີ່ ສະໜັບສະໜູນເຂົ້າໃນການອະນຸລັກປ່າໄມ້ ແລະ ການພັດທະນາທ້ອງຖິ່ນຈັດຂຶ້ນທີ່ ຫ້ອງວ່າການປົກຄອງເມືອງແປກ, ແຂວງຊຽງຂວາງ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ຄຳປາວ ມົວ ຮອງເຈົ້າແຂວງຊຽງຂວາງ, ທ່ານ ຄຳສີ ຈັນທະວົງສີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຊຽງຂວາງ, ທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ກົງທະນູ ອຸ່ນສະຫວັນຮອງເຈົ້າເມືອງ ເມືອງແປກ ມີຜູ້ເຂົ້າຮ່ວມມາຈາກ ທຸກໆແຂວງ ທີ່ໄດ້ມີການເກັບກູ້ນໍ້າເຜິ້ງຈາກປ່າ ຂອງ ລາວ, ຊາວກະສິກອນ, ພໍ່ຄ້າ, ທຸລະກິດກະສິກຳ, ອົງການຈັດຕັ້້ງລັດ, ເອກະຊົນ, ໂຄງການ ແລະ ຜູ້ຕາງໜ້າອົງການຈັດຕັ້ງສັງຄົມ. ບັນດາຜູ້ຊ່ຽວຊານສາກົນ ແລະ ສະມາຊິກເຄືອຄ່າຍນ້ຳເຜິ້ງປ່າ ຈາກປະເທດອື່ນໆ ກໍໄດ້ເຂົ້າຮ່ວມນໍາປະມານ 100 ກວ່າຄົນ. ໃນທີ່ກອງປະຊຸມໄດ້ຍົກເອົາບາງປະເດັນທີ່ສໍາຄັນມາໂອລົມສົນທະນາເຊັ່ນ:

ເປົ້າໝາຍ ແລະ ຈຸດປະສົງຂອງກອງປະຊຸມເທື່ອນີ້ແມ່ນ