National Agriculture and Forestry Research Institute

img_8404

ການຜະລິດແນວພັນເຂົ້າແມ່ນໂຄງການບູລິມະສິດ ຂອງໂຄງການຄ້ຳປະກັນສະບຽງອາຫານແຫ່ງຊາດ ແລະ ໂຄງການຜະລິດເປັນສິນຄ້າ ຂອງລັດຖະບານ. ເພື່ອຜະລິດແນວພັນເຂົ້າທີ່ມີຄຸນນະພາບ ຮັບໃຊ້ 2 ເປົ້າໝາຍຫຼັກ ຂອງກະຊວງກະສິກຳ ແລະ ປ່າໄມ້ ຄື: 1) ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ (ໃຫ້ມີເຂົ້າກຸ້ມກິນພາຍໃນປະເທດ), 2) ຜະລິດກະສິກຳເປັນສິນຄ້າ (ໂດຍສະເພາະເຂົ້າຄຸນນະພາບ).

ໃນຕອນເຊົ້າຂອງວັນທີ 18 ພືດສະພາ 2018 ທີ່ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ເປີດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດການຜະລິດແນວພັນເຂົ້າ ໃນທົ່ວປະເທດ ປີ 2017 ແລະ ແຜນການ 2018, ໂດຍ ການເປັນປະທານ ຂອງ ທ່ານ ປອ ພວງປາຣີສັກ ປຣາວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍຜູ້ເຂົ້າຮ່ວມຈາກບັນດາກົມທີ່ກ່ຽວຂ້ອງ, ແລະ ພະແນກກະສິກຳ ແລະ ປ່າໄມ້ ຈາກ 18 ແຂວງເຂົ້າຮ່ວມ, ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ: ເພື່ອສະຫຼຸບ ການຜະລິດແນວພັນເຂົ້າ ປີ 2017 ແລະ ວາງແຜນການຜະລິດແນວພັນເຂົ້າ ປີ 2018. ແລະ ປຶກສາຫາລືແບບແຜນວິທີເຮັດວຽກຮ່ວມກັນ ລະຫວ່າງ ສະຖາບັນ, ກົມສົ່ງເສີມ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ໃນການຜະລິດແນວພັນເຂົ້າ.

ກອງປະຊຸມໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດໂຄງການຜະລິດແນວພັນເຂົ້າ ໃນທົ່ວປະ ເທດ ຈາກ ທ່ານ ປອ ໃຈ ບຸນພະນຸໄຊ, ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຮັບຟັງ ແຜນການ 5 ປີ ຄັ້ງທີ 8 (2016-2020) ຄາດໝາຍສູ້ຊົນຮອດປີ 2020 ຜະລິດເຂົ້າບໍ່ໃຫ້ຫຼຸດ 4,7 ລ້ານໂຕນ ແລະ ມີແນວພັນເຂົ້າ ທັງໝົດ 100,000 ໂຕນ/ປີ ຈາກ ທ່ານ ກອງສີ ໄຊຍະວົງ, ຫົວໜ້າພະແນກສົ່ງເສີມການນຳໃຊ້ແນວພັນ (ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ) ແລະ ໄດ້ຟັງການປະກອບຄຳເຫັນ ຈາກ ສູນຄົ້ນຄວ້າທີ່ເປັນເຄືອຄ່າຍຜະລິດເມັດພັນເຂົ້າ ຈາກບັນດາແຂວງ ແລະ ນະຄອນຫຼວງ 5 ສູນຄົ້ນຄວ້າທີ່ຂື້ນກັບສະຖາບັນສູນຄົ້ນຄວ້າກະສິກຳຫຼວງນ້ຳທາ, ສູນຄົ້ນຄວ້າກະສິກຳເຂດເນີນສູງ ແຂວງຫຼວງພະບາງ, ສູນຄົ້ນຄວ້າເຂົ້າ ນາພອກ, ສູນຄົ້ນຄວ້າກະສິກຳທ່າສະໂນ ແຂວງສະຫວັນນະເຂດ ແລະ ສູນຄົ້ນຄວ້າກະສິກຳພາກໃຕ້ ໂພນງາມ ແຂວງຈຳປາສັກ. ແລະ 7 ສູນພັດທະນາກະສິກຳ ທີ່ຂື້ນກັບ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ.

ຈາກນັ້ນທີ່ປະຊຸມໄດ້ຮັບຮອງເອົາແຈ້ງການລາຍລະອຽດການມອບໂອນວຽກງານຜະລິດແນວພັນເຂົ້າ (ລຸ້ນ 3) ໃຫ້ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຕາມພາລະບົດບາດໃໝ່ ແລະ ວາງແຜນກ່ຽວກັບກົນໄກປະສານວຽກຄົ້ນຄວ້າ ແລະ ຂະຫຍາຍພັນ; ການສັ່ງຈອງແນວພັນເຂົ້າໃນຕໍ່ໜ້າ, ເພື່ອໃຫ້ບັນລຸຕາມເປົ້າໝາຍ ຂອງ ລັດຖະບານ ສປປ ລາວ ວາງໄວ້ ຮອດປີ 2025 ໃຫ້ມີ ເຂົ້າເພື່ອບໍລິໂພກ ແລະ ເປັນສິນຄ້າ 4,2 ລ້ານໂຕນ.